ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນັກຊ່ຽວຊານ ກ່າວວ່າ ຈີນ ສົ່ງເຮືອບິນລົບ J-20 ໄປປະຈຳການໃນເອເຊຍ ເພື່ອຕ້ານຢັນ ເຮືອບິນລົບ F-35 ຂອງ ສຫລ


ຈີນໄດ້ເປີດເຜີຍ ເຮືອບິນລົບສແຕວຕ໌ J-20 ຂອງຕົນ ໃນລະຫວ່າງ ງານສະແດງເຮືອບິນ ໃນເມືອງຊູຫາຍ ແຂວງກວາງດົງ ຂອງຈີນ, ວັນທີ 1 ພະຈິກ 2016.
ຈີນໄດ້ເປີດເຜີຍ ເຮືອບິນລົບສແຕວຕ໌ J-20 ຂອງຕົນ ໃນລະຫວ່າງ ງານສະແດງເຮືອບິນ ໃນເມືອງຊູຫາຍ ແຂວງກວາງດົງ ຂອງຈີນ, ວັນທີ 1 ພະຈິກ 2016.

ຈີນໄດ້ສົ່ງເຮືອບິນລົບອາຍພົ່ນຊັ້ນນຳຂອງຕົນຫຼາຍລຳໄປລາດຕະເວນຢູ່ເທິງນ່ານຟ້າໃກ້ທະເລຂອງຕົນ ເພື່ອຕ້ານຢັນການມີສ່ວນກ່ຽວຂ້ອງທາງດ້ານການທະຫານຂອງສະຫະລັດ ທີ່ເພີ້ມຂຶ້ນນັບມື້ ໃນເຂດເອເຊຍ ອີງຕາມການກ່າວຂອງບັນດານັກວິເຄາະ.

ເຮືອບິນລົບສແຕວຕ໌ ເຊິງດູ (Chengdu) J-20 ທີ່ສາມາດຫລົບຫລີກເຣດາ ຊຶ່ງຜະລິດຢູ່ພາຍໃນປະເທດ ໄດ້ໄປປະຈຳການຢູ່ໃນພາກໃຕ້ຂອງປະເທດ ເພື່ອຮັບໃຊ້ພາລະກິດຕ່າງໆໃນທະເລຈີນໃຕ້ ແລະທະເລຈີນຕາເວັນອອກ ພ້ອມກັບເຂດອ້ອມແອ້ມປະເທດເກາະໄຕ້ຫວັນ ອີງຕາມບັນດານັກຊ່ຽວຊານ ແລະລາຍງານຂອງສື່ມວນຊົນຈາກເອເຊຍ.

ເຮືອບິນລົບ J-20 ໄດ້ເລີ້ມ “ປະຕິບັດການຝຶກຊ້ອມຕາມປົກກະຕິ” ແລະໄດ້ບິນລາດຕະເວນແບບສູ້ລົບ ຢູ່ໃນເຂດສອງທະເລດັ່ງກ່າວ ອີງຕາມການກ່າວຂອງເວັບໄຊຂ່າວ​ຂອງ Global Times ທີ່ຄຸ້ມຄອງໂດຍລັດຖະບານປັກກິ່ງ ໃນວັນທີ 13 ເມສາ. ບົດລາຍງານນີ້ໄດ້ອ້າງເຖິງຄຳເວົ້າຂອງທ່ານເຣນ ຢູກຸນ ຫົວໜ້າຄະນະກວດກາແລະກຳກັບໃນດ້ານວິໄນ ປະຈຳຢູ່ບໍລິສັດຮ່ວມມືດ້ານອຸດສາຫະ ກຳການບິນຂອງຈີນ ທີ່ເປັນຜູ້ຜະລິດເຮືອບິນລົບ J-20.

[[ https://www.globaltimes.cn/page/202204/1259239.shtml ]]

ພາບນີ້ຖ່າຍເມື່ອວັນທີ 16 ກັນຍາ 2016 ເປັນພາບທີ່ແຈກຢາຍ ຂອງກອງທັບອາກາດສະຫະລັດ ສະແດງໃຫ້ເຫັນເຮືອບິນລົບ F-35 Lightning II ຂອງທະຫານມາຣີນ ສະຫະລັດ ທີ່ກຳລັງບິນຂຶ້ນ ຢູ່ຖານທັບອາກາດ Tyndall ໃນລັດຟລໍຣິດາ.
ພາບນີ້ຖ່າຍເມື່ອວັນທີ 16 ກັນຍາ 2016 ເປັນພາບທີ່ແຈກຢາຍ ຂອງກອງທັບອາກາດສະຫະລັດ ສະແດງໃຫ້ເຫັນເຮືອບິນລົບ F-35 Lightning II ຂອງທະຫານມາຣີນ ສະຫະລັດ ທີ່ກຳລັງບິນຂຶ້ນ ຢູ່ຖານທັບອາກາດ Tyndall ໃນລັດຟລໍຣິດາ.

“ສົມມຸດວ່າ ອັນນີ້ໃຫ້ບາງສິ່ງບາງຢ່າງ ມັນສາມາດສູ້ກັບສະຫະລັດ ຢູ່ໄຕ້ຫວັນ ຫຼື ຢູ່ທະເລຈີນຕາເວັນອອກ ໄດ້” ນັ້ນແມ່ນຄຳເວົ້າຂອງທ່ານເກຣກໍຣີ ໂພລິງ (Gregory Poling) ຜູ້ອຳນວຍການພະແນກລິເລີ້ມເພື່ອຄວາມໂປ່ງໃສທາງທະ ເລຂອງເອເຊຍ ປະຈຳສູນກາງການສຶກສາລະຫວ່າງປະເທດ ແລະດ້ານຍຸດທະສາດ ທີ່ມີຫ້ອງການຕັ້ງຢູ່ໃນນະຄອນຫຼວງວໍຊິງຕັນ.

ລັດຖະບານສະຫະລັດ ຊຶ່ງໄດ້ສົ່ງກຳປັ່ນລົບແລ່ນຜ່ານໄປໃນເຂດທະເລຂອງເອເຊຍທີ່ມີຂໍ້ຂັດແຍ້ງກັນ ເປັນບາງຄັ້ງບາງຄາວ ໂດຍໄດ້ສົ່ງກຸ່ມກຳປັ່ນບັນທຸກເຮືອ ບິນ ໄປຍັງທະເລຈີນໃຕ້ ໃນເດືອນມັງກອນຜ່ານມານີ້.

[[ https://www.reuters.com/world/asia-pacific/two-us-carriers-enter-schina-sea-counter-malign-influence-2022-01-24/ ]]

ສ່ວນບັນດາພັນທະມິດໃນເຂດເອເຊຍ-ປາຊີຟິກຂອງສະຫະລັດ ຄືອອສເຕຣເລຍ ຍີ່ປຸ່ນ ແລະເກົາຫຼີໃຕ້ ກໍໄດ້ຊື້ເຮືອບິນລົບ F-35 ແລະສິງກະໂປ ແລະອາດເປັນໄປໄດ້ວ່າ ປະເທດໄທ ກໍຈະຊື້ ເຊັ່ນກັນ ອີງຕາມລາຍງານຂອງເອເຊຍເສລີ ຫຼື RFA.

[[ https://www.rfa.org/english/news/china/thailand-f35-02162022155156.html ]]

ບໍລິສັດຜູ້ຮັບເໝົາດ້ານການປ້ອງກັນປະເທດ ຂອງອາເມຣິກາ Lockheed Martin ເປັນຜູ້ຜະລີດເຮືອບິນລົບ F-35.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG