ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ຜູ້​ຊ່ຽວ​ຊານ​ດ້ານ​ການ​ປະ​ມົງ​ເຕືອນ​ວ່າ ​ການ​ກໍ່​ສ້າງ​ເຂື່ອນ​ໄຟ​ຟ້າ ​ເທິງ​ແລວ​ນ້ຳ​ຂອງ​ເພີ່ມ​ຂຶ້ນ ​ຈະ​ສົ່ງ​ຜົນ​ກະ​ທົບ ​ຕໍ່​ສິ່ງ​ແວດ​ລ້ອມ


ຮູບແຜນທີ່ກ່ຽວກັບການສ້າງເຂື່ອນຊະນະຄາມ ຢູ່ໃນແມ່ນໍ້າຂອງ
ຮູບແຜນທີ່ກ່ຽວກັບການສ້າງເຂື່ອນຊະນະຄາມ ຢູ່ໃນແມ່ນໍ້າຂອງ

ຜູ້​ຊ່ຽວ​ຊານ​ດ້ານ​ການ​ປະ​ມົງ​ເຕືອນ​ວ່າ​ການ​ກໍ່​ສ້າງ​ເຂື່ອນ​ໄຟ​ຟ້າ​ເທິງ​ແລວ​ນ້ຳ​ຂອງ​ເພີ່ມ​ຂຶ້ນ​ຈະ​ສົ່ງ​ຜົນ​ກະ​ທົບ​ຕໍ່​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ທີ່​ເຮັດ​ໃຫ້​ເກີດ​ການ​ສູນ​ພັນ​ຂອງ​ສັດ​ນ້ຳຫຼາຍ​ສາຍ​ພັນ.

ດ​ຣ. ທະ​ນະ​ພອນ ສ​ຣີ​ຍາ​ກຸນ ຜູ້​ຊ່ຽວ​ຊານ​ດ້ານ​ການ​ປະ​ມົງ​ໃນ​ອາ​ຊຽນ ແລະ ທີ່​ປຶກ​ສາ​ກົມ​ປະ​ມົງ​ໄທ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ ການ​ກໍ່​ສ້າງ​ເຂື່ອນ​ໄຟ​ຟ້າ​ເທິງ​ແລວ​ແມ່​ນ້ຳ​ຂອງ​ເພີ່ມ​ຂຶ້ນ​ຈະ​ສົ່ງ​ຜົນ​ກະ​ທົບ​ຕໍ່​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ໃນ​ພື້ນ​ທີ່ໆ​ຢູ່​ຕອນ​ລຸ່ມ​ຂອງ​ເຂື່ອ​ນ​ຢ່າງຫຼີກ​ລ່ຽງ​ບໍ່​ໄດ້ ໂດຍ​ສະ​ເພາະ​ແມ່ນ​ການ​ກັກ​ເກັບ​ນ້ຳ ແລະ ການ​ປ່ອຍ​ນ້ຳ​ຈາກ​ເຂື່ອນ​ຕ່າງໆ​ນັ້ນ​ກໍ​ຈະ​ເຮັດ​ໃຫ້​ລະ​ດັບ​ນ້ຳ​ມີ​ການ​ປ່ຽນ​ແປງ​ຕະຫຼອດເວ​ລາ ຊຶ່ງ​ຈາກ​ສົ່ງ​ຜົນ​ກະ​ທົບ​ຕໍ່​ແຫຼ່ງ​ອາ​ຫານ ແລະ ການ​ວາງ​ໄຂ່​ຂອງ​ປາ ແລະ ສັດ​ນ້ຳ​ທຸກ​ຊະ​ນິດ​ໃນ​ແມ່​ນ້ຳ​ຂອງ​ໂດ​ຍ​ກົງ ແລະ ຜົນ​ທີ່​ຈະ​ຕິດ​ຕາມ​ມາ​ກໍ​ຄື​ການຫຼຸດ​ລົງ​ຂອງ​ປະ​ລິ​ມານ​ປາ ແລະ ສັດ​ນ້ຳ​ຊະ​ນິດ​ຕ່າງໆ ແລະ ເກີດ​ການ​ສູນ​ພັນ​ໃນຫຼາຍ​ສາຍ​ພັນ ຖ້າ​ຫາກວ່າ​ຍັງ​ຈະ​ມີ​ການ​ກໍ່​ສ້າງ​ເຂື່ອນ​ໄຟ​ຟ້າ​ໃນ​ແລວ​ແມ່​ນ້ຳ​ຂອງ​ເພີ່ມ​ຂຶ້ນ​ໂດຍບໍ່​ຢຸດ​ຢັ້ງ​ດັ່ງ​ທີ່ ດ​ຣ. ທະ​ນະ​ພອນ ໄດ້​ໃຫ້​ການ​ອະ​ທິ​ບາຍ​ວ່າ

“ການ​ປ່ຽນ​ແປງ​ຂອງ​ລະ​ດັບ​ນ້ຳ​ທີ່​ມັນ​ຂຶ້ນ​ໆ​ລົງໆ ຫຼື​ວ່າ​ການ​ທີ່​ກະ​ແສ​ນ້ຳ​ໃນ​ແມ່​ນ້ຳ​ຂອງ​ໄຫຼມາ​ເປັນ​ໄລ​ຍະ​ໄລ​ຍະ​ໂດຍ​ບາງ​ໄລ​ຍະ​ກໍ​ໄຫຼ​ແຮງ ບາງ​ໄລ​ຍະ​ກໍ​ໄຫຼຕາມ​ໄລ​ຍະ​ຈັງ​ຫວະ​ການ​ປ່ອຍ​ນ້ຳ​ຂອງ​ເຂື່ອນ​ທີ່​ກັ້ນ​ຢູ່​ນີ້ ​ມັນ​ກໍ​ຈະ​ມີ​ຜົນ​ຕໍ່​ການ​ທີ່​ປາ​ຈະ​ເຂົ້າ​ໄປ​ວາງ​ໄຂ່ ເພາະ​ສະ​ນັ້ນ​ໃນ​ສິ່ງ​ເຫຼົ່າ​ນີ້ ປານີ້​ມັນ​ຈະ​ບໍ່​ສາ​ມາດ​ປັບ​ຕົວ​ໄດ້​ທັນ ແລ້ວ​ກໍ​ຈະ​ມີ​ຜົນ​ກະ​ທົບ​ຕໍ່​ການ​ສູນ​ຫາຍ​ຂອງ​ສາຍ​ພັນ​ປາ ຄວາມຫຼາກຫຼາຍ​ໃນ​ຊະ​ນິດ​ພັນ​ສັດ​ນ້ຳ​ຂອງ​ແມ່​ນ້ຳ​ຂອງນີ້ ເວົ້າ​ໄດ້​ມື້ນີ້​ເລີຍ​ວ່າ ຖ້າ​ຫາກ​ເຮົາ​ປ່ອຍ​ໄວ້​ຢ່າງນີ້​ນິ ມັນ​ຈະ​ໝົດ​ໄປ​ຢ່າງ​ແນ່ນອນ.”

ໃນ​ປັດ​ຈຸ​ບັນ​ມີ​ເຂື່ອນ​ໄຟ​ຟ້າ​ເທິງ​ແລວ​ແມ່​ນ້ຳ​ຂອງ​ຈຳ​ນວນ 11 ໂຄງ​ການ​ໃນ​ແຂວງ​ຢຸ່ນ​ໜານ​ຂອງ ຈີນ ກັບ 2 ໂຄງ​ການ​ໃນ ລາວ ທີ່​ໄດ້​ຜະ​ລິດ​ພະ​ລັງ​ງານ​ໄຟ​ຟ້າ ແລະ ຍັງ​ມີ​ອີກ 7 ໂຄງ​ການ​ໃນ​ລາວ ແລະ 2 ໂຄງ​ການ​ໃນ​ກຳ​ປູ​ເຈຍ ທີ່​ກຳ​ລັງ​ກໍ່​ສ້າງຫຼື​ວາງ​ແຜນ​ການ​ຈະ​ກໍ່​ສ້າງ​ໃນ​ໄວໆ​ນີ້ ເຊັ່ນ​ເຂື່ອນຫຼວງ​ພະ​ບາງ, ເຂື່ອນ​ປາກ​ແບງ ແລະ ເຂື່ອນ​ປາກ​ລາຍ​ໃນ ລາວ ທີ່​ມີ​ກຳ​ນົດ​ກໍ່​ສ້າງ​ແລ້ວ​ສຳ​ເລັດ​ໃນ​ປີ 2027, ປີ 2029 ແລະ ປີ 2033 ພາຍ​ໃຕ້​ແຜ​ນ​ການ​ພັດ​ທະ​ນາ​ລາວ​ໃຫ້​ເປັນ​ໝໍ້​ໄຟ​ຂອ​ງ​ອາ​ຊຽນ.

ໂດຍຫຼ້າ​ສຸດ​ລັດ​ຖະ​ບານ​ໄທ ໄດ້​ຕົກ​ລົງ​ຈະ​ຮັບ​ຊື້​ໄຟ​ຟ້າ​ຈາກ​ລາວ​ເພີ່ມ​ຂຶ້ນ​ຈາກ 9,000 ເມ​ກະ​ວັດເປັນ 10,500 ເມ​ກະ​ວັດ​ພາຍ​ໃນ​ປີ 2035 ຊຶ່ງ​ມີ​ຂຶ້ນ​ໃນ​ໂອ​ກາດທີ່​ທ່ານ ພັນ​ຄຳ ວິ​ພາ​ວັນ ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ໄດ້​ເດີນ​ທາງ​ຢ້ຽມ​ຢາມ​ປະ​ເທດ ໄທ ໃນ​ວັນ​ທີ 1-2 ມິ​ຖຸ​ນາ 2022 ອັນ​ເປັນ​ສ່ວນ​ນຶ່ງ​ຂອງ​ການ​ຮ່ວມ​ມື​ລາວ​ກັບ​ໄທ ໃນ​ຖາ​ນະ​ຫຸ້ນ​ສ່ວນ​ຍຸດ​ທະ​ສາດ​ເພື່ອ​ການ​ຈະ​ເລີນ​ເຕີບ​ໂຕ ແລະ ການ​ພັດ​ທ​ະ​ນາ​ຢ່າງ​ຍືນ​ຍົງ​ນັ້ນ ຫາກ​ແຕ່​ເຄືອ​ຂ່າຍ​ປະ​ຊາ​ຊົນ ໄທ 8 ຈັງ​ຫວັດ​ໃນ​ລຸ່ມແມ່ນ້ຳ​ຂອງ​ກໍ​ໄດ້​ອອກ​ຖະ​ແຫຼງ​ການ​ເພື່ອ​ຄັດ​ຄ້ານ​ການ​ຕົກ​ລົງ​ດັ່ງ​ກ່າວ​ເພາະ​ວ່າ ໄທ ມີ​ພະ​ລັງ​ງານ​ໄຟ​ຟ້າ​ສຳ​ຮອງ​ເກີນ​ຄວາມ​ຕ້ອງ​ການ 19,000 ເມ​ກະ​ວັດ​ຊຶ່ງ​ຄິດ​ເປັນ 51 ເປີ​ເຊັນຂອງ​ໄຟ​ຟ້າ​ທັງ​ໝົດ​ທີ່ ໄທ ຊົມ​ໃຊ້​ໃນ​ປັດ​ຈຸ​ບັນ​ຈຶ່ງບໍ່​ມີ​ຄວາມ​ຈຳ​ເປັນ​ຈະ​ຕ້ອງ​ຊື້​ໄຟ​ຟ້າ​ຈາກ​ລາວ​ເພີ່ມ​ຂຶ້ນ​ແຕ່​ຢ່າງ​ໃດ ແລະ ການ​ກໍ່​ສ້າງ​ເຂື່ອນ​ເທິງ​ແລວ​ແມ່​ນ້ຳ​ຂອງ​ໃນ​ລາວ ກໍ​ຍັງ​ກະ​ທົບ​ໂດຍ​ຕົງ​ຕໍ່​ຊີ​ວິດ​ຄວາມ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ໃນ​ເຂດ​ຕອນ​ລຸ່ມ​ອີກ​ດ້ວຍ ເພາະ​ສະ​ນັ້ນ​ການ​ຄັດ​ຄ້ານ​ຍັງ​ຈະ​ດຳ​ເນີນ​ຕໍ່​ໄປ​ໃນ​ຖານ​ະ​ທີ່​ແມ່​ນ້ຳ​ຂອງເປັນ​ແມ່​ນ້ຳ​ລະ​ຫວ່າງ​ປະ​ເທດ ດັ່ງ​ທີ່​ທ່ານ ນິ​ວັດ ຣ້ອຍ​ແກ້ວ ຜູ້​ນຳ​ເຄືອ​ຂ່າຍ​ປະ​ຊາ​ຊົນ ໄທ 8 ຈັງ​ຫວັດ​ໃນ​ລຸ່ມ​ແມ່​ນ້ຳ​ຂອງ​ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ

“ແມ່​ນ້ຳ​ຂອງນີ້​ມັນ​ເປັນ​ແມ່​ນ້ຳ​ນາ​ນາ​ຊາດ ແຕ່​ວ່າ​ການ​ດູ​ແລ​ຮັກ​ສາ​ຮ່ວມ​ກັນ​ບໍ່​ເຄີຍ​ເວົ້າ​ເຖິງ ມີ​ແຕ່​ການ​ເວົ້າ​ເຖິ​ການ​ໃຊ້​ປະ​ໂຫຍດ​ເທົ່າ​ນັ້ນ ຍາດ​ກັນ​ໃຊ້​ປະ​ໂຫຍດ ຈີນ ກໍ​ຈະ​ເອົາ ລາວ ກໍ​ຈະ​ເອົາ, ໄທ​ ກໍ​ຈະ​ເອົາ, ຫວຽດ​ນາມ ກໍ​ຈະ​ເອົາ ການ​ດູ​ແລບໍ່​ມີ​ໃຜ​ເວົ້າ​ເຖິງ ແລ້ວ​ກໍ​ສຳ​ຄັນ​ທີ່​ສຸດ​ກໍ​ຄື​ສຽງ​ຂອງ​ຄົນ​ເລັກ​ຄົນ​ນ້ອຍນີ້ 70 ລ້ານ​ຄົນ​ນີ້​ທີ່​ຢູ່​ກັບ​ແມ່​ນ້ຳ​ຂອງ ບໍ່​ໄດ້​ຖືກ​ຮັບ​ຟັງ​ຢ່າງ​ຈິງ​ຈັງ​ເພາະ​ລັດ​ກໍ​ຄິດ​ແຕ່​ເຖິງ​ເລື່ອງ​ເສດ​ຖະ​ກິດ.”

ທາງ​ດ້ານ​ທ່ານ ສຸນ​ຣີ ກິດ​ຕິ​ມົນ​ທົນ ເລ​ຂາ​ທິ​ການ​ສຳ​ນັກ​ງານ​ຊັບ​ພະ​ຍາ​ກອນ​ນ້ຳ​ແຫ່ງ​ປະ​ເທດ ໄທ ຊຶ່ງ​ເປັນ​ຜູ້​ແທນ​ຂອງ​ລັດ​ຖະ​ບານ ໄທ ໃນ​ຄະ​ນະ​ກຳ​ມາ​ທິ​ການ​ແມ່​ນ້ຳ​ຂອງ (MRC) ໃຫ້​ການ​ຢືນ​ຢັນ​ວ່າ​ທາງ​ການ​ໄທ, ກຳ​ປູ​ເຈຍ ແລະ ຫວຽດ​ນາມ ຍັງ​ບໍ່​ເຫັນ​ດີ​ກັບ​ໂຄງ​ການ​ກໍ່​ສ້າ​ງ​ເຂື່ອນ​ສະ​ນະ​ຄາມ ເທິງ​ແລວ​ນ້ຳ​ຂອງ​ໃນ​ລາວ ເພາະ​ຍັງ​ບໍ່​ໝັ້ນ​ໃຈ​ໃນ​ແຜນ​ການ​ປ້ອງ​ກັນ​ຜົນ​ກະ​ທົບ​ຕໍ່​ສັງ​ຄົມ ແລະ ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ທີ່​ກຸ່ມ​ຜູ້​ລົງ​ທຶນ​ໃນ​ໂຄງ​ການ ແລະ ທາງ​ການ​ລາວ ໄດ້​ສະ​ເໜີ​ຕໍ່​ກອງ​ປະ​ຊຸມ​ປຶກ​ສາ​ຫາ​ລື​ຂອງ MRC ເມື່ອ​ທ້າຍ​ປີ 2021 ໂດຍ​ຕ້ອງ​ການ​ຈະ​ໄດ້​ຮັບ​ຂໍ້​ມູນ​ເພີ່ມ​ຂຶ້ນ ແລະ ໃຫ້​ເລື່ອນ​ການ​ກໍ່​ສ້າງ​ອອກ​ໄປ​ກ່ອນ.

XS
SM
MD
LG