ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຄວາມຄາດຫວັງ​ທີ່ວ່າ ການ​ເດີນ​ທາງຂອງ ​ທ່ານບ​ລິງເຄັນ ໄປ​ຈີນ ຈະ​ຊ່ວຍ​ຟື້ນ​ຟູ​ສາຍ​ສຳ​ພັນຂອງສອງ​ປະ​ເທດ ​ຄືນໄດ້ນັ້ນ ແມ່ນ​ຕ່ຳ


(ພາບ​ໃນ​ແຟມ) ພະ​ນັກ​ງານພາ​ກັນ​ຈັດ​ວາງທຸງ​ຈີນ ແລະ​ສະ​ຫະ​ລັດ ​ໃຫ້​ຮຽບ​ຮ້ອຍ ກ່ອນກ​ອງ​ປະ​ຊຸມ​ເຈ​ລະ​ຈາ​ກັນ ລ​ະ​ຫວ່າງ​ເຈົ້າ​ໜ້າ​ທີ່​ຈີນ ແລະ​ ສ​ຫລ ຢູ່​ບ້ານ​ພັກ Diaoyutai ໃນ​ນະ​ຄອນຫຼວງ​ປັກ​ກິ່ງ, ວັນ​ທີ 14 ກຸມ​ພາ, 2019
(ພາບ​ໃນ​ແຟມ) ພະ​ນັກ​ງານພາ​ກັນ​ຈັດ​ວາງທຸງ​ຈີນ ແລະ​ສະ​ຫະ​ລັດ ​ໃຫ້​ຮຽບ​ຮ້ອຍ ກ່ອນກ​ອງ​ປະ​ຊຸມ​ເຈ​ລະ​ຈາ​ກັນ ລ​ະ​ຫວ່າງ​ເຈົ້າ​ໜ້າ​ທີ່​ຈີນ ແລະ​ ສ​ຫລ ຢູ່​ບ້ານ​ພັກ Diaoyutai ໃນ​ນະ​ຄອນຫຼວງ​ປັກ​ກິ່ງ, ວັນ​ທີ 14 ກຸມ​ພາ, 2019

ການເດີນທາງໄປປັກກິ່ງຂອງລັດຖະມົນຕີການຕ່າງປະເທດສະຫະລັດ, ທ່ານແອນ​ໂທ ນີ ບ​ລິງ​ເຄັນ ທີ່ຈະມາເຖິງນີ້ ບໍ່ໄດ້ຫມາຍຄວາມວ່າ ສະຫະລັດກໍາລັງມຸ້ງຫນ້າໄປສູ່ ການປ່ຽນແປງຢ່າງໃຫຍ່ຫຼວງໃນການພົວພັນຂອງຕົນກັບສາທາລະນະລັດປະຊາຊົນ ຈີນ ຫລື PRC, ອີງຕາມພວກນັກວິເຄາະຂອງສະຫະລັດ.

ທ່ານບ​ລິງ​ເຄັນ ຈະ​ເປັນ​ນັກ​ການ​ທູດ​ລະດັບ​ສູງ​ຄົນ​ທຳ​ອິດ​ຂອງ​ສະຫະລັດ​ທີ່​ໄປ​ຢ້ຽມຢາມ​ປັກ​ກິ່ງ​ນັບ​ແຕ່​ປີ 2018 ເປັນ​ຕົ້ນ​ມາ.

ຂະນະ​ດຽວ​ກັນ ບັນດາ​ເຈົ້າ​ໜ້າ​ທີ່​ຂອງ​ທັງ​ສອງ​ປະ​ເທດພວມ​ກະກຽມ​ໃຫ້ມີການ​ພົບ​ປະ​ກັນ​ແບບ​ໜ້າ-ຕໍ່-ໜ້າ ​ອີກ​ຄັ້ງ​ນຶ່ງ ​ແລະ​ພົບກັນຢູ່ນອກ​ກອງປະ​ຊຸມໃຫຍ່​ສຳ​ລັບຜູ້​ນໍາ​ຂອງ​ພວກ​ເຂົາ​ເຈົ້າ​ໃນ​ປີ​ນີ້, ອີງ​ຕາມ​ເຈົ້າ​ໜ້າ​ທີ່​ສະຫະລັດທີ່​ກ່າວ​ຕໍ່​ວີ​ໂອ​ເອໂດຍບໍ່​ປະ​ສົງ​ບອກ​ນາມ.

ແຕ່ຄວາມຄາດຫວັງແມ່ນຕໍ່າສຳ​ລັບຄວາມ​ຄິດທີ່​ວ່າ ກອງປະຊຸມຂອງທ່ານບ​ລິງ​ເຄັນ ກັບຜູ້ນໍາຂັ້ນສູງຂອງ PRC ຈະສົ່ງຜົນໃຫ້ມີຄວາມກ້າວຫນ້າຢ່າງຫຼວງ​ຫຼາຍ ຫຼືຟື້ນຟູສາຍສໍາພັນທີ່ເຄັ່ງຕຶງ ລະຫວ່າງສອງປະເທດຢູ່ນີ້​ໄດ້.

"ຂ້າ​ພະ​ເຈົ້າບໍ່ຄິດ​ດອກວ່າ ມັນ​ໜ້າຈະມີຄາດຫວັງຫລາຍ​ຢ່າງວ່າ ພວກເຮົາຈະໄດ້ເຫັນຄວາມກ້າວຫນ້າຫຍັງຫຼາຍ ສໍາລັບການເດີນທາງຄັ້ງ​ນີ້,” ນັ້ນ​ຄື​ຄຳ​ເວົ້າ​ຂອງທ່ານ ຈູດ ແບ​ລນ​ແຊັດ (Jude Blanchette), ປະທານໂຄງ​ການ Freeman ໃນການສຶກສາກ່ຽວ​ກັບຈີນ ທີ່ສູນສຶກ​ສາດ້ານ​ຍຸດທະສາດ ແລະສາກົນ (CSIS) ທີ່ຕັ້ງຢູ່ນະ​ຄອນ​ຫຼ​ວງ ວໍຊິງຕັນ.

ທ່ານ ແບ​ລນ​ແຊັດ (Blanchette) ກ່າວຕໍ່ບັນດານັກຂ່າວໃນຂະ​ນະ​ທີ່ຖະ​ແຫລງ​ຂ່າວທາງໂທລະສັບ ໃນຕອນແລງວັນຈັນຜ່ານ​ມາວ່າ "ຂ້າ​ພະ​ເຈົ້າກໍ່ບໍ່ຄິດອີກວ່າ ນັ້ນ ຈະເປັນການບໍ່ດີ, ເພາະວ່າ ສາຍສຳພັນໄດ້ຊຸດໂຊມລົງ ໃນໄລຍະ 5 ປີຜ່ານມານີ້".

ໃນເດືອນນີ້, ທ່ານບ​ລິງ​ເຄັນ ກ່າວຕໍ່ຜູ້ເຂົ້າຮ່ວມຟັງ​ຄຳ​ປາ​ໄສ ທີ່ສະຖາບັນການເມືອງ ຂອງມະຫາວິທະຍາໄລຊີ​ຄາ​ໂກ ວ່າ ການສື່ສານທີ່ເປີດ ສາມາດປ້ອງກັນການພົວພັນ ລະຫວ່າງສະຫະລັດ ແລະຈີນ ບໍ່​ໃຫ້​ຊຸດ​ໂຊມ​ລົງ​ໄດ້ ທ່າມກາງຄວາມເຄັ່ງຕຶງ ທີ່ເພີ່ມຂຶ້ນ, ໂດຍ​ກ່າວເພີ່ມອີກວ່າ ອຸນຫະພູມໄດ້ຫຼຸດລົງ ຫຼັງຈາກປະທານສະພາຕ່ຳ, ທ່ານນາງ ແນນ​ຊີ ເພ​ໂລ​ຊີ ໃນຕອນນັ້ນ ໄປຢ້ຽມຢາມໄຕ້ຫວັນໃນເດືອນສິງຫາ ປີ 2022.

ປະທານາທິບໍດີໂຈ ໄບ​ເດັນ​ໄດ້​ພົບ​ປະ​ກັບ​ທ່ານສີ ຈິ້ນ​ຜິງ, ປະທານ​ປະ​ເທດ​ຈີນ​ຄັ້ງຫຼ້າ​ສຸດ ຢູ່​ນອກ​ກອງ​ປະຊຸມ​ສຸດ​ຍອດ​ກຸ່ມ G-20 ທີ່​ເກາະບາ​ຫລີ​ເມື່ອ​ເດືອນ​ພະຈິກ​ຜ່ານ​ມາ.

ອິນ​ເດຍ ​ຈະ​ເປັນ​ເຈົ້າພາບ ​ຈັດ​ກອງ​ປະຊຸມ​ສຸດ​ຍອດ​ກຸ່ມ G-20 ​ໃນ​ປີ​ນີ້ ​ຢູ່ທີ່ນະ​ຄອນຫຼວງ​ນິວ​ເດ​ລີ ​ໃນ​ວັນ​ທີ 9 ຫາ10 ກັນຍາ​. ສ່ວນສະ​ຫະ​ລັດ ​ຈະ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມ​ສຸດ​ຍອດຜູ້​ນຳປະ​ເທດ​ໃນ​ອົງການ​ຮ່ວມ​ມື​ດ້ານ​ເສດຖະກິດ​ເອ​ເຊຍ-ປາຊີ​ຟິກ ​ປີ​ນີ້ ​ທີ່​ນະຄອນ ແຊນ ແຟ​ຣນ​ຊິ​ສ​ໂກ​ ໃນ​ເດືອນ​ພະຈິກ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG