ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການ​ຂະ​ຫຍາຍ​ສັນ​ຍາ ​ເອບ​ຣາ​ແຮມ ຖືກ​ຍົກ​ຂຶ້ນ​ມາ​ຫາ​ລື​ກັນ ລະ​ຫວ່າງ​ການ​ພົບ​ປະຂອງ​ທີ່​ປຶກ​ສາ​ທ່ານ​ໄບ​ເດັນ ກັບ​ທ່ານ​ເນ​ຕັນ​ຢາ​ຮູ


ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິ​ສ​ຣາ​ແອ​ລ ທ່ານ​ເບັນ​ຈາ​ມິນ ເນ​ຕັນ​ຢາ​ຮູ (ກາງ) ເດີນ​ທາງ​ໄປ​ຮອດ ເພື່ອ​ເຂົ້າ​ຮ່ວມກອງ​ປະ​ຊຸມ​​ຄະ​ນະ​ລັດ​ຖະ​ບານປະ​ຈຳ​ສັບ​ປະ​ດາ ທີ່​ນະ​ຄອນ​ເຈ​ຣູ​ຊາ​ແລັມ ເມື່ອ​ວັນ​ທີ 15 ມັງ​ກອນ 2023.
ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິ​ສ​ຣາ​ແອ​ລ ທ່ານ​ເບັນ​ຈາ​ມິນ ເນ​ຕັນ​ຢາ​ຮູ (ກາງ) ເດີນ​ທາງ​ໄປ​ຮອດ ເພື່ອ​ເຂົ້າ​ຮ່ວມກອງ​ປະ​ຊຸມ​​ຄະ​ນະ​ລັດ​ຖະ​ບານປະ​ຈຳ​ສັບ​ປະ​ດາ ທີ່​ນະ​ຄອນ​ເຈ​ຣູ​ຊາ​ແລັມ ເມື່ອ​ວັນ​ທີ 15 ມັງ​ກອນ 2023.

ຄວາມ​ພະ​ຍາ​ຍາມ​ເພື່ອ​ຂະ​ຫຍາຍ​ສາຍ​ສຳ​ພັນ​ລະ​ຫວ່າງ​ອາ​ຣັບ​ແລະ​ອິ​ສ​ຣາ​ແອ​ລ​ໄດ້​ຖືກ​ຍົກ​ຂຶ້ນ​ມາ​ຫາ​ລື​ກັນ ຢູ່​ທີ່ກອງ​ປະ​ຊຸມ​ໃນ​ນະ​ຄອນ​ເຈ​ຣູ​ຊາ​ແລັມ ໃນ​ວັນ​ພະ​ຫັດ​ວານນີ້ລະ​ຫວ່າງ​ທີ່​ປຶກ​ສາ​ດ້ານ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ຂອງ​ສະ​ຫະ​ລັດ ທ່ານ​ເຈກ ຊູ​ລ​ລີ​ວານ ແລະ​ ນາ​ຍົກ​ລັດ​ຖະ​ມົນ​ຕີ ​ອິ​ສ​ຣາ​ແອ​ລ ທ່ານ​ເບັນ​ຈາ​ມິນ ເນ​ຕັນ​ຢາ​ຮູ.

ທ່ານ​ຊູ​ລ​ລີ​ວານ​ ແມ່ນ​ເຈົ້າ​ໜ້າ​ທີ່​ອະ​ວຸ​ໂສ​ຄົນ​ທຳ​ອິດ​ຂອງ​ລັດ​ຖະ​ບານ​ທ່ານ​ໄບ​ເດັນ ພົບ​ປະ​ກັບ​ທ່ານ​ເນ​ຕັນ​ຢາ​ຮູນັບ​ແຕ່​ທ່ານ​ໄດ້​ສາ​ບານ​ໂຕ​ເຂົ້າ​ຮັບ​ຕຳ​ແໜ່ງ​ໃນ​ເດືອນ​ແລ້ວ ເພື່ອ​ນຳ​ພາ​ລັດ​ຖະ​ບານ​ປະ​ສົມ ທີ່​ກ່າວ​ກັນ​ວ່າ ຖືກ​ຄອບ​ງຳ​ຫຼາຍ​ທີ່​ສຸດ​ໂດຍ ພວກ​ຂວາ​ຈັດ​ໃນ​ປະ​ຫວັດ​ສາດ​ຂອງ​ປະ​ເທດ.

ບຸກ​ຄົນ​ທັງ​ສອງ​ໄດ້​ຫາ​ລື​ກັນ​ກ່ຽວ​ກັບ​ການ​ດຳ​ເນີນ​ຄ​ວາມ​ພະ​ຍາ​ຍາມ​ຮ່ວມ​ເພື່ອ​ຍຸ​ຕິ​ໂຄງ​ການ​ນິວ​ເຄ​ລຍ​ຂອງ​ອີ​ຣ່ານແລະ​ເອົາ​ບາດ​ກ້າວ​ລົງ​ເລິກ​ຕື່ມ​ຂຶ້ນ​ກ່ຽວ​ກັບ​ສັນ​ຍາ​ເອບ​ຣາ​ແຮມ “ໂດຍ​ໄດ້​ກ່າວ​ຢ້ຳ​ເຖິງຄວາມ​ກ້າວ​ໜ້າ​ ກ່ຽວ​ກັບ​ຊາ​ອຸ​ດີ ອາ​ຣາ​ເບຍ” ອີງ​ຕາມ​ຖະ​ແຫຼງ​ການ​ຈາກ​ທຳ​ນຽບ​ຂອງ​ທ່ານ​ເນ​ຕັນ​ຢາ​ຮູ.

ແຟ້ມ - ທີ່​ປຶກ​ສາ​ທາງ​ດ້າ​ນ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ທ່ານ​ເຈກ ຊູ​ລ​ລີ​ວານ ຖະ​ແຫຼງ​ຂ່າວ​ທີ່​ທຳ​ນຽບ​ຂາວ ນະ​ຄອນ​ຫຼວງວໍ​ຊິງ​ຕັນ ເມື່ອ​ວັນ​ທີ 12 ທັນ​ວາ 2022.
ແຟ້ມ - ທີ່​ປຶກ​ສາ​ທາງ​ດ້າ​ນ​ຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ທ່ານ​ເຈກ ຊູ​ລ​ລີ​ວານ ຖະ​ແຫຼງ​ຂ່າວ​ທີ່​ທຳ​ນຽບ​ຂາວ ນະ​ຄອນ​ຫຼວງວໍ​ຊິງ​ຕັນ ເມື່ອ​ວັນ​ທີ 12 ທັນ​ວາ 2022.

ສັນ​ຍາ​ເອບ​ຣາ​ແຮມ ແມ່ນ​ຂໍ້​ຕົກ​ລົງທີ່​ໄດ້​ຮັບ​ການ​ຊຸກ​ຍູ້​ ໂດຍ​ລັດ​ຖະ​ບານ​ຂອງ​ອະ​ດີດປະ​ທາ​ນາ​ທິ​ບໍ​ດີ​ດໍ​ໂນ​ລ ທ​ຣຳ ທີ່​ນຳ​ໄປ​ສູ່​ການ​ສ້າງ​ຕັ້ງ​ຄວາມ​ສຳ​ພັນ​ທາງ​ດ້ານ​ການ​ທູດ​ແບບ​ປົກ​ກະ​ຕິ​ລະ​ຫວ່າງ​ອິ​ສ​ຣາ​ແອ​ລ ແລະ​ບັນ​ດາ​ປະ​ເທດ​ເພື່ອນ​ບ້ານ​ອາ​ຣັບ ເຊັ່ນ​ບາ​ຫ໌​ເຣນ​ແລະ​ສະ​ຫະ​ລັດ​ອາ​ຣັບ​ເອ​ເມີ​ເຣັ​ສ ໃນ​ປີ 2020. ໂມ​ຣັອກ​ໂກ​ແລະ​ຊູ​ດານ​ຕໍ່​ຈາກນັ້ນ​ມາ​ບໍ່​ດົນ.

ໃນ​ວັນ​ພະ​ຫັດ​ວານນີ້ ທ່ານ​ຊູ​ລ​ລີ​ວານ​ ຍັງ​ໄດ້​ພົບ​ປະ​ກັບ​ຄູ່​ຕຳ​ແໜ່ງ ​ຈາກ​ອິ​ສ​ຣາ​ແອລ ສະ​ຫະ​ລັດ​ອາ​ຣັບ​ເອ​ເມີ​ເຣັ​ສ​ແລະ​ບາ​ຫ໌​ເຣນ ເພື່ອ​ປຶກ​ສາ​ຫາ​ລື​ກ່ຽວ​ກັບ​ຊ່ອງ​ທາງ​ທີ່​ຈະ​ເສີມ​ຂະ​ຫຍາຍ​ການ​ຮ່ວມ​ມື​ລະ​ຫວ່າງ​ສີ່​ປະ​ເທດ ແລະ “ໃຫ້​ການ​ສະ​ໜັບ​ສະ​ໜຸນ​ກ່ຽວ​ກັບ​ການ​ຂະ​ຫຍາຍ​ຄວາມ​ສຳ​ພັນ​ແບບ​ປົກ​ກະ​ຕິ​ກັບ​ປະ​ເທດ​ອື່ນໆ​ອີກ ຮວມ​ທັງ​ຊາ​ອຸ​ດີ​ ອາ​ຣາ​ເບຍ” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ໂຄ​ສົກ​ສະ​ພາຄວາມ​ໝັ້ນ​ຄົງ​ແຫ່ງ​ຊາດ ​ກ່າວ​ຕໍ່​ວີ​ໂອ​ເອ ຢູ່​ໃນ​ຖະ​ແຫຼງ​ການ.

ທ່ານ​ພົບ​ປະ​ຂອງ​ທ່ານ​ຊູ​ລ​ລີ​ວານ ກັບ​ເຈົ້າ​ໜ້າ​ທີ່​ອິ​ສ​ຣາ​ແອ​ລ ແມ່ນ​ມີ​ຄວາມ​ສຳ​ຄັນ​ໃນ​ຂະ​ນະ​ທີ່​ລັດ​ຖະ​ບານ​ທ່ານ​ໄບ​ເດັນ​ຊອກ​ຫາ​ຊ່ອງ​ທາງ​ເພື່ອ​ສ້າງ​ຄວາມ​ສຳ​ພັນ​ໃນ​ການ​ເຮັດ​ວຽກ ກັບ​ປະ​ເທດ​ພັນ​ທະ​ມິດ​ ຊຶ່ງ​ລັດ​ຖະ​ບານໃນເວ​ລານີ້ ​ແມ່ນ​ຮວມ​ທັງ​ພັກຂວາ​ຈັດ ທີ່​ໃຫ້​ການ​ສະ​ໜັບ​ສະ​ໜຸນ​ໃນ​ການ​ກັບ​ຄືນ​ມາ​ມີ​ອຳ​ນາດ​ຂອງ​ທ່ານ​ເນ​ຕັນ​ຢາ​ຮູ​ເປັນ​ສະ​ໄໝ​ທີຫົກ​ໃນ​ນາມ​ນາ​ຍົກ​ລັດ​ຖະ​ມົນ​ຕີ.

​ໃນການ​ສືບ​ຕໍ່ວິ​ທີ​ການ​ຂອງ​ລັດ​ຖະ​ບານ​ທ່ານ​ທ​ຣຳ​ນັ້ນ ປະ​ທາ​ນາ​ທິ​ບໍ​ດີ​ໄບ​ເດັນ​ໄດ້​ຮຽກ​ຮ້ອງ​ໃຫ້​ລົງ​ເລິກ​ໃນ​ຄວາມ​ສຳ​ພັນ​ ລະ​ຫວ່າງ​ອິ​ສ​ຣາ​ແອ​ລ​ແລະ​ບັນ​ດາ​ປະ​ເທດ​ອາ​ຣັບ​ທີ່​ເປັນ​ເພື່ອນ​ບ້ານ. ແຕ່​ການ​ຮວມ​ເອົາ​ນັກ​ການ​ເມື​ອງ​ຂວາ​ຈັດ ເຊັ່ນ​ທ່ານ​ອີ​ຕາ​ມາ ເບັນ-ກ​ເວຍ ບີ​ຊາ​ແລ​ລ ໂຢ​ແອ​ລ ຊ​ໂມ​ຕ​ຣິ​ສ ແລະ​ອາ​ວີ ມາອ​ອ​ສ ເຂົ້າ​ຮ່ວມຢູ່​ໃນ​ລັດ​ຖະ​ບານ​ອິ​ສ​ຣາ​ແອ​ລ ແມ່ນ​ເຮັດ​ໃຫ້​ຄວາມ​ພະ​ຍາ​ຍາມ​ດັ່ງ​ກ່າວສັບ​ສົນ​ວຸ້ນ​ວາຍ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG