ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຊາວທິເບດທີ່ລີ້ໄພຢູ່ຕ່າງປະເທດ ພາກັນປະທ້ວງ, ຂໍໃຫ້ຈີນ ອອກໄປຈາກທິເບດ ໃນວັນຄົນບຮອບການລຸກຮືຂຶນຂອງຊາວທິເບດ 


ຊາວທິເບດທີ່ລີ້ໄພຢູ່ຕ່າງປະເທດ ເຂົ້າຮ່ວມໃນການໂຮມຊູມນູມເພື່ອເປັນຂີດໝາຍ ວັນຄົບຮອບຂອງການລູກຮືຂຶ້ນຂອງຊາວທິເບດ ໃນເມືອງລາຊາ ເມື່ອປີ 1959, ໃນນະຄອນຫຼວງນິວເດລີ ຂອງອິນເດຍ, ວັນທີ 10 ມີນາ 2024.
ຊາວທິເບດທີ່ລີ້ໄພຢູ່ຕ່າງປະເທດ ເຂົ້າຮ່ວມໃນການໂຮມຊູມນູມເພື່ອເປັນຂີດໝາຍ ວັນຄົບຮອບຂອງການລູກຮືຂຶ້ນຂອງຊາວທິເບດ ໃນເມືອງລາຊາ ເມື່ອປີ 1959, ໃນນະຄອນຫຼວງນິວເດລີ ຂອງອິນເດຍ, ວັນທີ 10 ມີນາ 2024.

ຊາວທິເບດຫຼາຍຮ້ອຍຄົນທີ່ໜີໄປລີ້ໄພຢູ່ຕ່າງປະເທດ ໄດ້ພາກັນເດີນຂະບວນປະ ທ້ວງຢູ່ຫົນທາງສາຍຕ່າງໆຂອງນະຄອນຫຼວງນິວເດລີ ໃນວັນອາທິດວານນີ້ ເພື່ອລະ​ນຶກເຖິງວັນການລຸກຮື້ຂຶ້ນແຫ່ງຊາດຂອງຊາວທິເບດຕໍ່ຕ້ານຈີນ ຄົບ​ຮອບ 65 ປີ ອີງຕາມອົງການຂ່າວເອພີ.

ພວກປະທ້ວງຫຼາຍກວ່າ 300 ຄົນໄດ້ເຕົ້າໂຮມກັນຢູ່ໃກ້ກັບຫໍສະພາຕ່ຳຂອງ ອິນເດຍ ແລະໄດ້ຮ້ອງຄຳຂວັນຕ່າງໆນາໆລວມ​ທັງ “ທິເບດ ບໍ່ເຄີຍເປັນສ່ວນນຶ່ງ ຂອງຈີນ” ແລະ “ຈີນຄວນອອກໄປຈາກທິເບດ.”

ພວກປະທ້ວງໄດ້ຖືທຸງຊາດຂອງທິເບດ ແລະພາບຖ່າຍຂອງຜູ້ນຳທາງສາ​ສະ​ໜາ ອົງດາໄລ ລາມະ.

ອົງດາໄລ ລາມະ ອາຍຸ 88 ປີ ໄດ້ເຮັດໃຫ້ເມືອງດາມຊາລາ ທີ່​ຕັ້ງ​ຢູ່​ແຄມພູ ຂອງ ອິນເດຍ ເປັນສຳນັກງານໃຫຍ່ຂອງພະອົງ ນັບຕັ້ງແຕ່ໄດ້ຫລົບໜີອອກ ຈາກທິເບດ ຫຼັງຈາກການລຸກຮື້ຂຶ້ນຕໍ່ຕ້ານການປົກຄອງຂອງຈີນ ທີ່ໄດ້ລົ້ມແຫຼວ ໃນປີ 1959. ອິນເດຍ ຖືວ່າ ທິເບດ ເປັນສ່ວນນຶ່ງຂອງຈີນ ແຕ່ຕົນໄດ້ຕ້ອນຮັບເອົ​າຊາວທິເບດທີ່ຖືກ​ຂັບ​ໄລ່​ອອກ​ຈາກ​ປະ​ເທດ​ທັງຫຼາຍ.

ອົງດາໄລ ລາມະ ໄດ້ປະຕິເສດຕໍ່ການກ່າວອ້າງຂອງຈີນ ທີ່ວ່າ ພະອົງເປັນນັກ ແບ່ງແຍກດິນແດນ ແລະພະອົງກ່າວວ່າ ພະອົງພຽງແຕ່ປຸກ​ລະ​ດົມເພື່ອການປົກ ຄອງຕົນເອງຢ່າງຍືນຍົງ ແລະປົກປັກຮັກສາວັດທະນະທຳຂອງພຸດທະສາສະໜາ ພື້ນເມືອງຂອງທິເບດເທົ່ານັ້ນ.

ລັດຖະບານຂອງທິເບດທີ່ລີ້ໄພຢູ່ໃນອິນເດຍ ໄດ້ກ່າວຫາຈີນ ໃນການປະຕິເສດ ສິດທິມະນຸດຂັ້ນພື້ນຖານຕໍ່ປະຊາຊົນໃນທິເບດ ແລະດຳເນີນການລົບລ້າງຄວາມ ເປັນເອກະລັກຂອງຊາວທິເບດຢ່າງເອົາຈິງເອົາຈັງ.

Hundreds of Tibetans in exile marched on the streets of New Delhi on Sunday to commemorate the 65th Tibetan National Uprising Day against China.

Over 300 protesters gathered near India’s Parliament House and chanted slogans including “Tibet was never a part of China” and “China should leave Tibet.”

The protesters carried Tibetan flags and photographs of their spiritual leader, the Dalai Lama.

Tibetans shout slogans during a protest march held to mark the 65th anniversary of the Tibetan uprising against Chinese rule, in the northern hill town of Dharamsala, India, March 10, 2024.
Tibetans shout slogans during a protest march held to mark the 65th anniversary of the Tibetan uprising against Chinese rule, in the northern hill town of Dharamsala, India, March 10, 2024.

The 88-year-old Dalai Lama has made the Indian hillside town of Dharmsala his headquarters since fleeing from Tibet after a failed uprising against Chinese rule in 1959. India considers Tibet to be part of China, though it hosts the Tibetan exiles.

The Dalai Lama denies China’s claim that he is a separatist and says he only advocates substantial autonomy and protection of Tibet’s native Buddhist culture.

XS
SM
MD
LG