ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ອົງການໄອຍະການ ສາມາດດຳເນີນມາດຕະການ ບັງຄັບຕິດຕາມ ການຕັດສິນຂອງສານປະຊາຊາຊົນລາວ ໄດ້ນ້ອຍກວ່າ 8 ເປີເຊັນ


ບັນດາໄອຍະການ ໃນ ສປປ ລາວ
ບັນດາໄອຍະການ ໃນ ສປປ ລາວ

ອົງການໄອຍະການສາມາດດຳເນີນມາດຕະການບັງຄັບຕິດຕາມການຕັດສິນຂອງ ສານ
ປະຊາຊາຊົນລາວ ໄດ້ນ້ອຍກວ່າ 8 ເປີເຊັນ ຂອງທັງຄະດີແພ່ງແລະອາຍາ ທີ່ສານປະຊາ
ຊົນລາວໄດ້ຕັດສິນແລ້ວທັງໝົດ 41,027 ຄະດີ. ຊົງລິດ ໂພນເງິນ ມີລາຍງານຈາກ
ບາງກອກ.

ທ່ານໄຊຊະນະ ໂຄດພູທອນ ຫົວໜ້າອົງການໄອຍະການປະຊາຊົນສູງສຸດ ຖະ ແຫຼງວ່າ
ການປະຕິບັດງານດ້ານການບັງຄັບຄະດີ ຕາມການຕັດສິນຂອງສານ ປະຊາຊົນລາວ
ຍັງມີປະສິດທິພາບຕໍ່າ ເພາະການປະຕິບັດໜ້າທີ່ຂອງພະນັກງານ ໄອຍະການ ທີ່ບໍ່ມີຄວາມ
ຮັບຜິດຊອບຕໍ່ສ່ວນລວມ ແລະບໍ່ໂປ່ງໄສຈຶ່ງເຮັດໃຫ້ເກີດ ເປັນບັນຫຍໍ້ທໍ້ໃນຂະບວນການດຳ
ເນີນຄະດີໃນສານປະຊາຊົນລາວ ທຸກຂັ້ນ ທັງຍັງຖືເປັນປັດໄຈສຳຄັນທີ່ເຮັດໃຫ້ປະຊາຊົນ
ລາວບໍ່ເຊື່ອໝັ້ນ ຕໍ່ຂະບວນການ ຍຸຕິທຳໃນລາວເພີ້ມຂຶ້ນນັບມື້ ຊຶ່ງເຫັນໄດ້ຈາກການບັງຄັບ
ຄະດີຕາມການຕັດສິນ ຂອງສານປະຊາຊົນລາວ ທີ່ສາມາດຈັດຕັ້ງປະຕິບັດໄດ້ພຽງ 3.43
ເປີເຊັນ ໃນຄະດີອາຍາ 32,229 ຄະດີ ແລະ 7.97 ເປີເຊັນ ໃນຄະດີແພ່ງ 8,798 ຄະດີ ດັ່ງ
ທີີ່ ທ່ານໄຊຊະນະ ໄດ້ໃຫ້ການຢືນຢັນວ່າ:

“ການຕິດຕາມກວດກາ ການປະຕິບັດຄຳຕັດສິນຂອງສານຄະດີອາຍາຮວມທັງໝົດ 32,
229 ເລື້ອງ ປະຕິບັດສຳເລັດແລ້ວ 3.43 ເປີເຊັນ ຄະດີແພ່ງລວມມີທັງ ໝົດ 8,798 ເລື້ອງ
ປະຕິບັດສຳເລັດແລ້ວ 7.97 ເປີເຊັນ ສາເຫດຂອງການຈັດຕັ້ງປະ ຕິບັດຄຳຕັດສິນບໍ່ສຳ
ເລັດ ສ່ວນນຶ່ງແມ່ນຍ້ອນວົງຈອນ ຂອງການດຳເນີນຄະດີ ຈຳ ນວນນຶ່ງ ບໍ່ມີມື້ສິິ້ນສຸດຕາມ
ກົດໝາຍ ອີກດ້ານນຶ່ງຄູ່ຄວາມໃນຄະດີຈຳນວນບໍ່ໜ້ອຍ ໄດ້ຍື່ນຄຳຮ້ອງໄປຫາພາກສ່ວນ
ຕ່າງໆເພື່ອແກ່ຍາວເວລາໃນການຈັດຕັ້ງປະຕິບັດຄຳຕັດສິນຂອງສານອອກໄປ.”

ພາຍໃຕ້ສະພາບການດັ່ງກ່າວນີ້ ຍັງເຮັດໃຫ້ເກີດບັນຫາກ່ຽວກັບການມີຄະດີຄົງຄ້າງ ຢູ່
ສານປະຊາຊົນລາວ ທຸກຂັ້ນເພີ້ມຂຶ້ນນັບມື້ອີກດ້ວຍ ໂດຍທີີ່ມີສາເຫດມາຈາກ ຄວາມບົກ
ຜ່ອງໃນການປະຕິບັດໜ້າທີ່ຂອງພະນັກງານສານ ທີ່ບໍ່ໄດ້ອີງກັບສະພາບ ບັນຫາທີ່ເປັນ
ຈິງ ຈຶ່ງເຮັດໃຫ້ຄູ່ຄວາມຂອງຄະດີບໍ່ຍອມຮັບການຕັດສິນຂອງສານ ແລະໄດ້ຟ້ອງຮ້ອງ
ໃຫ້ເປັນຄະດີຄວາມຕໍ່ໄປອີກ ສ່ວນຄູ່ຄວາມທີີ່ມີສາຍພົວພັນໃນ ວົງການພັກລັດ ທີ່
ເໜືອກວ່່າອີກຝ່່າຍນຶ່ງນັ້ນ ກໍເປັນອີກສາເຫດນຶ່ງ ທີ່ເຮັດໃຫ້ຄູ່ ຄວາມນຄະດີ ບໍ່ຍອມຮັບ
ຜິດຕາມການຕັດສິນຂອງສານ ເພາະໝັ້ນໃຈວ່ສດ້ວຍສາຍພົວພັນໃນວົງການພັກລັດ
ນັ້ນ ຈະເຮັດໃຫ້ຝ່າຍຕົນພົ້ນຈາກຄວາມຜິດໄດ້ໃນທີ່ສຸດ ໂດຍສະເພາະແມ່ນໃນຂັ້ນລວບ
ລວມພະຍານຫລັກຖານ ເພື່ອປະກອບສຳນວນຄະດີໃນການຟ້ອງຮ້ອງຕໍ່ສານ ໂດຍພະ
ນັກງານໄອຍະການນັ້ນ ກໍນັບເປັນ ປັດໄຈສຳຄັນທີ່ເຮັດໃຫ້ຜູ້ທີ່ກະທຳຄວາມຜິດໄດ້ກາຍ
ເປັນຝ່າຍທີ່ບໍ່ຕ້ອງຮັບໂທດ ໃດໆ ໃນຄະດີຄວາມໄດ້ອີກດ້ວຍ.

ສ່ວນທ່ານທອງລຸນ ສີສຸລິດ ປະທານປະເທດ ຖະແຫຼງຢືນຢັນເນື່ອງໃນໂອກາດ ທີ່ລາວ
ໄດ້ປະກາດໃຊ້ບັງຄັບລັດຖະທຳມະນູນຄົບຮອບ 30 ປີ ເມື່ອບໍ່ນານມານີ້ວ່າ ເປົ້າໝາຍ
ສຳຄັນຂອງການພັດທະນາໃນລາວ ຄືການກ້າວໄປເປັນລັດປົກຄອງດ້ວຍ ກົດໝາຍ ທີ່
ສາມາດຮັບປະກັນໄດ້ໃນຄວາມສະເໜີພາບ ແລະຄວາມຍຸຕິທຳ ໃຫ້ກັບປະຊາຊົນລາວ
ບັນດາເຜົ່າ ໃຫ້ໄດ້ຢ່າງແທ້ຈິງດ້ວຍການພັດທະນາ ແລະປັບປຸງ ລະບົບກົນໄກໃນການ
ບັງຄັບໃຂ້ກົດໝາຍ ແລະການດຳເນີນຄະດີ ໃນສານ ທຸກຂັ້ນທີ່ມີຄວາມໂປ່ງໃສຢ່າງ
ແທ້ຈິງ ລວມເຖິງການເພີ້ມປະສິດທິພາບ ການປະຕິບັດ ໜ້າທີ່ຂອງພະນັກງານດ້ວຍ
ດັ່ງທີີ່ທ່ານທອງລຸນ ຢືນຢັນວ່າ:

“ເພື່ອຮັບປະກັນຕາມຫຼັກແຫຼ່ງຄວາມເປັນຈິງ ຫຼັກປະຊາທິປະໄຕ ແລະຫຼັກການ ປົກ
ຄອງທີີ່ດີຂອງອຳນາດລັດ ເຮັດໃຫ້ການປັບປຸງ ຍົກລະດັບປະສິດທິຜົນ ການ ເຄື່ອນ
ໄຫວປະຕິບັດໜ້າທີ່ຂອງບັນດາອົງການປົກປ້ອງກົດໝາຍ ສ້າງຄວາມໂປ່ງ ໃສໃນທຸກ
ຂັ້ນຕອນ ຂອງການດຳເນີນຄະດີຕາມ ຂະບວນການຍຸຕິທຳ ພິຈາລະ ນາຕັດສິນ ພິ
ພາກສາຄະດີ ແລະຈັດຕັ້ງປະຕິບັດຄຳຕັດສິນຂອງສານ ບົນພືຶ້ນຖານ ລັດຖະທຳ
ມະນູນ ແລະກົດໝາຍ ເຮັດໃຫ້ທຸກຂັ້ນຕອນຂອງການດຳເນີນຄະດີ ມີ ຄວາມໂປ່ງໃສ."

ທາງດ້ານທ່ານນາງວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ ຖະແຫຼງວ່າ
ປະຊາຊົນໄດ້ຕັ້ງຂໍ້ສົງໄສ ຕໍ່ການປະຕິບັດໜ້າທີ່ຂອງບັນດາ ຜູ້ພິພາກສາສານ ທຸກຂັ້ນ
ໃນທົ່ວປະ ທດເພີ້ມຂຶ້ນນັບມື້ ໂດຍສະເພາະແມ່ນຂໍ້ສົງໄສ ທີີ່ມີຕໍ່ຂະບວນ ການພິຈາ
ລະນາຕັດສິນຄະດີທີ່ບໍ່ໂປ່ງໃສ ແລະບໍ່ຍຸຕິທຳນັ້ນ.

ສ່່ວນອົງການ Human Right Watch ລາຍງານວ່າການບັງຄັບໃຊ້ກົດໝາຍທັງ ຢູ່
ໃນຂັ້ນສູນກາງ ແລະຂັ້ນທ້ອງຖິ່ນໃນລາວ ຍັງເກີດບັນຫາຊັກຊ້າ ແລະບໍ່ມີປະສິດທິ
ພາບທັງກໍຍັງປາກົດດ້ວຍວ່າ ໄດ້ມີການບັງຄັບໃຊ້ກົດໝາຍເກົ່າທີ່ຖືກແທນໂດຍ ກົດ
ໝາຍໃໝ່ໄປແລ້ວ ພາຍໃຕ້ສະພາບການດັ່ງກ່າວນີ້ ຍັງເຮັດໃຫ້ມີການເລືອກປະ ຕິບັດ
ກົດໝາຍຕໍ່ປະຊາຊົນທີີ່ຂັດແຍ້ງກັບພະນັກງານຂອງລັດ ກ່ຽວກັບ ຜົນປະ ໂຫຍດໃນ
ທີ່ດິນ ທີ່ຖືກເວນຄືນຢ່າງບໍ່ຍຸຕິທຳ ໂດຍເຫັນໄດ້ຈາກການທີ່ນາຍົກລັດ ຖະມົນຕີລາວ
ໄດ້ອອກຄຳສັ່ງໃຫ້ເລັ່ງລັດບັງຄັບຄະດີຕາມຄຳຕັດສິນຂອງສານ ເພື່ອ ຈະໄດ້ເຮັດໃຫ້
ປະຊາຊົນສັດທາ ຕໍ່ລະບົບຢຸຕິທຳໃນລາວ ເພາະວ່າມີຄະດີ ສານໄດ້ ຕັດສິນໄປແລ້ວ
29,000 ກວ່າຄະດີນັ້ນ ຍັງບໍ່ໄດ້ມີການບັງຄັບຄະດີແຕ່ຢ່າງໃດ.

XS
SM
MD
LG