ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການແລກປ່ຽນເງິນຕາ ນອກລະບົບທະນາຄານໃນລາວ ຍັງຄົງເກີດຂຶ້ນຢ່າງກວ້າງຂວາງ ແລະທາງການ ບໍ່ສາມາດຄວບຄຸມໄດ້ເລີຍ


ເງິນກີບຂອງລາວ ແລະເງິນບາດຂອງໄທ
ເງິນກີບຂອງລາວ ແລະເງິນບາດຂອງໄທ

ການແລກປ່ຽນເງິນຕານອກລະບົບທະນາຄານໃນລາວ ຍັງຄົງເກີດຂຶ້ນຢ່າງກວ້າງຂວາງ ແລະທະນາຄານແຫ່ງຊາດລາວ ບໍ່ສາມາດຄວບຄຸມໄດ້ເລີຍ ເພາະວ່າ ພະນັກງານລັດທີ່ກ່ຽວຂ້ອງ ມີຜົນປະໂຫຍດຮ່ວມດ້ວຍ ຊຶ່ງ ຊົງຣິດ ໂພນເງິນ ມີລາຍງານຈາກບາງກອກ.

ນັກທຸລະກິດການຄ້າໃນລາວ ໃຫ້ທັດສະນະວ່າ ການຂະຫຍາຍອັດຕາການແລກ ປ່ຽນເງິນຕາໃນທະນາຄານທຸລະກິດໃຫ້ກວ້າງຂຶ້ນ ເພື່ອຈະດຶງເອົາເງິນຕາຕ່າງປະ ເທດເຂົ້າສູ່ລະບົບທະນາຄານໃຫ້ໄດ້ຫຼາຍຂຶ້ນນັນ ບໍ່ສາມາດແກ້ບັນຫາການຕົກຕ່ຳຂອງຄ່າເງິນກີບໄດ້ເລີຍ ເພາະປັດໄຈຫຼັກ ທີ່ເຮັດໃຫ້ຄ່າເງິນກີບຕົກຕ່ຳລົງ ຄືຕະ ຫຼາດການເງິນບໍ່ເຊື່ອໝັ້ນໃນສະຖຽນນລະພາບຂອງເງິນກີບ ອັນເປັນຜົນໂດຍກົງຈາກການຂາດດຸນການຄ້າຕ່າງປະເທດຈຶ່ງເຮັດໃຫ້ລາວ ຂາດດຸນການຊຳລະບັນຊີເງິນຕາຕ່າງປະເທດຢ່າງໜັກ ແລະປະເຊີນກັບການຂາດແຄນເງິນຕາຕ່າງປະເທດຢ່າງຮຸນແຮງ ເພາະນັກທຸລະກິດບໍ່ຍອມຮັບ ອັດຕາແລກປ່ຽນ ທີ່ທະນາຄານແຫ່ງຊາດກຳນົດ ຈຶ່ງໄດ້ພາກັນແລກປ່ຽນເງິນນອກລະບົບທະນາຄານເປັນດ້ານຫຼັກ ເຖິງແມ່ນວ່າ ຮ້ານແລກປ່ຽນເງິນເອກະຊົນຈະຖືກສັ່ງປິດໄປໝົດແລ້ວກໍຕາມ ແຕ່ກໍຍັງມີການລັກລອບແລກປ່ຽນຢູ່ຫລັງຮ້ານເລື້ອຍມາ ດັ່ງທີ່ນັກທຸລະກິດການຄ້າໃນລາວ ໃຫ້ການຢືນຢັນວ່າ:

“ຜ່ານການຕິດຕາມກວດກາຕົວຈິງ ກະຄືຫາງສຽງຂອງສັງຄົມເຫັນວ່າ ການປິດຮ້ານແລກປ່ຽນນີ້ ມີແຕ່ການປິດໜ້າຮ້ານສື່ໆ ໃນຕົວຈິງແລ້ວ ກໍຍັງມີການແລກ ປ່ຽນຢູ່ຫລັງຮ້ານ ກະຄືພວກເຮົາເວົ້າກັນວ່າ ຕະຫຼາດມືດຫັ້ນແຫລະນໍ້ ແລ້ວກະ ຕິດພັນກັບບັນດາຮ້ານຂາຍເຄື່ອງຂອງຊາວຕ່າງປະເທດນີ້ ເຫັນວ່າ ຍັງມີການແລກປ່ຽນຊະຊາຍຢູ່ ຖືວ່າ ສ່ວນຫຼາຍນັກທຸລະກິດຫຼືວ່າ ຜູ້ປະກອບການ ເຂົາເຈົ້າຈະໄປແລກປ່ຽນຢູ່ທາງນອກ ເພາະວ່າ ການເຂົ້າໄປບໍລິການທະນາຄານບໍ່ສາມາດຕອບສະໜອງເງິນຕາໄດ້.”

ທັງນີ້ໃນປີ 2023 ທະນາຄານແຫ່ງຊາດລາວ ໄດ້ຂະຫຍາຍອັດຕາແລກປ່ຽນເງິນໃນລະບົບທະນາຄານ 2 ຄັ້ງ ກໍຄືໃນເດືອນກຸມພາ ແລະມິຖຸນາ ໂດຍໄດ້ເພີ້ມຄວາມແຕກຕ່າງຂອງອັດຕາແລກປ່ຽນ ລະຫວ່າງທະນາຄານແຫ່ງຊາດກັບທະນາ ຄານທຸລະກິດ ໃຫ້ຢູ່ທີ່ອັດຕາສະເລ່ຍ 4.5 ເປີເຊັນ ແລະ 7.5 ເປີເຊັນຕາມລຳດັບ ແຕ່ອັດຕາແລກປ່ຽນໃນຕະຫຼາດທີ່ເປັນຈິງນັ້ນ ສູງກວ່າອັດຕາທາງການ ລະຫວ່າງ 10 ຫາ 15 ເປີເຊັນ ເມື່ອທຽບໃສ່ເງິນໂດລາສະຫະລັດ ແລະເງິນບາດຕາມລຳດັບ ຊຶ່ງເປັນຍ້ອນການຂາດດຸນການຄ້າຕ່າງປະເທດຂອງລາວ ໂດຍສະເພາະການຂາດດຸນການຄ້າຕໍ່ໄທທີ່ມີມູນຄ່າລວມເກີນກວ່າ 1 ແສນລ້ານບາດໃນຕະຫຼອດປີ 2023 ນັ້ນ ໄດ້ເຮັດໃຫ້ເງິນກີບອ່ອນຄ່າລົງຫຼາຍເປັນພິເສດ ເພາະວ່າຫົວໜ່ວຍທຸລະກິດການຄ້າແລະປະຊາຊົນລາວ ຕ້ອງການເງິນບາດຫຼາຍຂຶ້ນ ໃນຂະນະທີ່ທະນາຄານແຫ່ງຊາດ ແລະທະນາຄານການຄ້າໃນລາວ ບໍ່ສາມາດຕອບສະໜອງໄດ້ຢ່າງພຽງ ພໍ ຈຶ່ງຕ້ອງແລກປ່ຽນນອກລະບົບທະນາຄານເປັນຫລັກ ຊຶ່ງທາງການລາວ ບໍ່ສາ ມາດຄວບຄຸມໄດ້ເລຍ ດັ່ງທີ່ ທ່ານບຸນເຫຼືອ ສິນໄຊວໍລະວົງ ຜູ້ວ່າການທະນາຄານແຫ່ງຊາດລາວ ໄດ້ຖະແຫລງຍອມຮັບວ່າ:

“ສຳລັບຄາດໝາຍທີ່ບໍ່ສາມາດບັນລຸໄດ້ ເປັນຄາດໝາຍທີ່ສຳຄັນຫຼາຍຂອງການແກ້ບັນຫາແມ່ນອັດຕາແລກປ່ຽນເງິນກີບ ຢູ່ໃນເວລານັ້ນ ພວກເຮົາມີແຕ່ 9,500 ປັດຈຸບັນນີ້ ຕົກຢູ່ 20,662 ອັດຕາຢູ່ໃນທ້າຍເດືອນ 10 ປີ 2023 ແລ້ວເງິນບາດກໍເຊັ່ນກັນ ໃນເວລານັ້ນ ແມ່ນຢູ່ 338 ກີບຕໍ່ 1 ບາດ ປັດຈຸບັນນີ້ ແມ່ນ 606 ກີບຕໍ່ 1 ບາດ ສະນັ້ນສ່ວນຕ່າງຂອງອັດຕາແລກປ່ຽນຢູ່ໃນຕະຫຼາດ ແລະຢູ່ໃນທະນາຄານກະຍັງສູງ ບໍ່ສາມາດຫລຸດລົງໄດ້.”

ພ້ອມກັນນີ້ ປະຊາຊົນລາວ ຍັງຖືກກະທົບຢ່າງໜັກຈາກອັດຕາເງິນເຟີ້ທີ່ສູງເກີນກວ່າ 25 ເປີເຊັນ ແລະດັດຊະນີລາຄາການຊົມໄຊ້ທີ່ສູງກວ່າ 200 ເປີເຊັນ ນັບແຕ່ເດືອນກັນຍາ 2023 ເປັນຕົ້ນມາ ເຖິງແມ່ນວ່າ ຈະໄດ້ປັບຂຶ້ນອັດຕາຄ່າຈ້າງຂັ້ນຕ່ຳຈາກ 1.3 ລ້ານກີບ ເປັນ 1.6 ລ້ານກີບນຕໍ່ເດືອນກໍຕາມ ແຕ່ວ່າ ກໍບໍ່ໄດ້ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນລາວ ດີຂຶ້ນແຕ່ຢ່າງໃດ ເພາະວ່າ ຄ່າເງິນກີບຍັງຕົກຕ່ຳລົງ ໃນຂະນະທີ່ ລາຄາສິນຄ້າຍນັງເພີ້ມສູງຂຶ້ນນັບມື້ ຊຶ່ງເຮັດໃຫ້ປະຊາຊົນລາວ ຕ້ອງແບກຮັບຄ່າຄອງຊີບທີ່ເພີ້ມສູງຂຶ້ນກວ່າ 1 ເທົ່າຕົວ.

ຍິ່ງໄປກວ່ານັ້ນ ບັນຫາເງິນເຟີ້ ແລະຄ່າເງິນກີບຕົກຕ່ຳລົງດັ່ງກ່າວນີ້ ກໍຍັງໄດ້ສົ່ງຜົນກະທົບ ຕໍ່ລະດັບລາຍໄດ້ສະເລ່ຍຂອງປະຊາກອນລາວອີກດ້ວຍ ເມື່ອທຽບໃສ່ເງິນໂດລາສະຫະລັດ ກໍຄືສຳລັບປະຊາຊົນໃນທົ່ວປະເທດ ທີ່ມີລາຍໄດ້ສະເລ່ຍ 28.97 ລ້ານກີບ ຫຼືເທົ່າກັບ 2,2022 ໂດລາຕໍ່ຄົນ ໃນປີ 2022 ນັ້ນ ກໍຈະຄິດເປັນພຽງແຕ່ 1,407 ໂດລາຕໍ່ຄົນເທົ່ານັນ ໃນປັດຈຸບັນ.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG