ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ທ່ານ​ໂຄ​ເຮັນ ອະ​ດ​ີດ​ ທະ​ນາຍ​ຄວາມ ປ. ທ​ຣຳ ​ຈະໄປໃຫ້​ການ ຢູ່​ທີ່ສະ​ພາ ມື້ນີ້


ທ່ານ​ໄມ​ເກີ​ລ ໂຄ​ເຮັນ ອະ​ດີດ​ທະ​ນາຍ​ຄວາມສ່ວນ​ໂຕ ກຳ​ລັງ​ອອກ​ ຈາກ​ຫ້ອງ​ທີ່​ທ່ານ​ໄປ​ໃຫ້​ການ​ແບບ​ປິດ​ລັບ ຢູ່ລັດ​ຖະ​ສະ​ພາ ໃນ​ນະ​ຄອນ​ຫຼວງ​ວໍ​ຊິງ​ຕັນ ວັນ​ທີ 26 ກຸມ​ພາ 2019.
ທ່ານ​ໄມ​ເກີ​ລ ໂຄ​ເຮັນ ອະ​ດີດ​ທະ​ນາຍ​ຄວາມສ່ວນ​ໂຕ ກຳ​ລັງ​ອອກ​ ຈາກ​ຫ້ອງ​ທີ່​ທ່ານ​ໄປ​ໃຫ້​ການ​ແບບ​ປິດ​ລັບ ຢູ່ລັດ​ຖະ​ສະ​ພາ ໃນ​ນະ​ຄອນ​ຫຼວງ​ວໍ​ຊິງ​ຕັນ ວັນ​ທີ 26 ກຸມ​ພາ 2019.

ໃນ​ອັນ​ທີ່​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ວ່າ ຈະ​ເປັນການຮັບ​ຟັງ​ຄຳ​ໃຫ້​ການ​ທີ່​ມີ​ການ​ຖ່າຍ​ທອດ ອອກ
​ອາ​ກາດ​ທາງ​ໂທ​ລະ​ພາບຊຶ່ງ​ຈະ​ດຶງ​ດູດເອົາຄວາມ​ສົນໃຈ​ຂອງ​ຜູ້​ຄົນຢ່າງ​ຫຼວງ ​ຫຼາຍ ແລະ
​ປະ​ຫວັດ​ການນັ້ນ ທ່ານ​ໄມ​ເກີ​ລ ໂຄ​ເຮັນ ອະ​ດີດ​ທະ​ນາຍ​ຄວາມສ່ວນ​ ໂຕທີ່​ຍາວ​ນານ
ຂອງ​ປະ​ທາ​ນາ​ທິບໍ​ດີສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ແມ່ນ​ພ້ອມ​ແລ້ວ ​ທີ່​ຈະ​ປາ​ກົດ​ໂຕ ​ຕໍ່​ໜ້າ
​ຄະ​ນະ​ກຳ​ມະ​ການຄວ​ບ​ຄຸມ​ດູ​ແລ​ຂອງ​ສະ​ພາ​ຕ່ຳ ​ໃນ​ວັນ​ພຸດ​ມື້​ນີ້ ເພື່ອ​ໃຫ້​ລ​າຍ​ລະ​ອຽດກ່ຽວ​ກັບຄວາມ​ໃກ້​ຊິດ ແລະອາດ​ຈະ​ສ້າງ​ຄວາມເສຍ​ຫາຍ ​ໃຫ້​ແກ່ການເບິ່ງ​ເຂົ້າ​ສູ່​ອາ​ນາ​ຈັກ​ທຸ​
ລະ​ກິດ​ຂອງປະ​ທາ​ນາ​ທິ​ບໍ​ດີ ທ​ຣຳ ພ້ອມ​ດ້ວຍ​ການ​ປະ​ຕິ​ບັດ​ຂອງ​ທ່ານ​ ໃນລະ​ຫວ່າງ ແລະ
ຫຼັງ​ຈາກ​ການ​ໂຄ​ສະ​ນາ​ຫາ​ສຽງ​ເລືອກ​ຕັ້ງ​ປີ 2016.

ໃນ​ການ​ກະ​ກຽມ​ເພື່ອ​ໄປໃຫ້​ປາກ​ຄຳ ທີ່​ບັນ​ດາ​ອົງ​ການ​ຂ່າວໄດ້​ຮັບ​ມາ ກ່ອນ​ໄປ​ໃຫ້​ການ
​ນັ້ນ ທ່ານ​ໂຄ​ເຮັນ ກ່າວ​ເຖິງ​ປະ​ທາ​ນາ​ທິ​ບໍ​ດີ​ທ​ຣໍາ ​ວ່າ “ທ່ານເປັນ​ຄົນ​ແບ່ງແຍກ​ຜິວ​ພັນ.
ທ່ານ​ເປັນ​ນັກ​ຕົວະ​ຕົ້ມ. ທ່ານ​ຂີ້​ລັກ.”

ທ່ານ​ໂຄ​ເຮັນ ກ່າວ​ວ່າ ທ່ານ​ທ​ຣຳ​ໄດ້​ຮູ້​ຈັກ ອອກ​ຄຳ​ສັ່ງ ແລະ​ຕົວະ​ກ່ຽວ​ກັບ​ການ​ເຈ​ລະ​
ຈາ​ຂອງ​ບໍ​ລິ​ສັດທ່ານ​ ໃນລ​ະ​ຫວ່າງການ​ໂຄ​ສະ​ນາ​ຫາ​ສຽງປີ 2016 ເພື່ອ​ສ້າງ​ຕຶກ​ດາດ
​ຟ້າທີ່ນະ​ຄອນ​ມົ​ສ​ກູ.

ແລະ​ທ່ານ​ໂຄ​ເຮັນ​ກ່າວ​ວ່າ ທ່ານ​ທ​ຣຳ​ຮູ້​ວ່າ ທີ່​ປຶກ​ສາ ​ໃນ​ການ​ໂຄ​ສະ​ນາ​ຫາ​ສຽງ​ຂອງ
ທ່ານ ຄື​ທ່ານ​ໂຣ​ເຈີ​ຣ ສະ​ໂຕນ ໄດ້​ຕິດ​ຕໍ່​ກັບຫົວ​ໜ້າ​ວິ​ກີ​ລິກ ທ່ານ​ຈູ​ລ​ຽນ ອາ​ຊ​ຊາງ ກ່ຽວ
​ກັບ​ການເປີດ​ເຜີຍ​ອີ​ແມ​ລທີ່​ມີ​ການ​ເຈາະ​ຂໍ້​ມູນ​ເອົາ​ມາ​ຈາກ​ຄະ​ນະ​ກຳ​ມະ​ການ​ພັກ​ເດ​
ໂມ​ແຄ​ຣັດ​ແຫ່ງ​ຊາ​ດ ກ່ອນອົງ​ການວິ​ກີ​ລິກ​ໄດ້​ເປີດ​ເຜີຍ​ທັງ​ໝົດແກ່ສາ​ທາ​ລະ​ນະຊົນ.

ທ່ານ​ໂຄ​ເຮັນ​ໄດ້​ກ່າວ​ຕໍ່​ໄປ​ອີກວ່າ ທ່ານ​ທ​ຣຳ​ບໍ່​ເຄີຍ​ໄດ້​ຄາດ​ຫວັງວ່າ​ຈະ​ຊະ​ນະ​ການ
ເລືອກ​ຕັ້ງ​ເປັນ​ປະ​ທາ​ນາ​ທິ​ບໍ​ດີ​ສະ​ຫະ​ລັດ ແທນ​ທີ່​ເຫັນ​ການ​ສະ​ໝັກ​ຂອງ​ທ່ານ​ວ່າ​ເປັນ
“ໂອ​ກາດທາງ​ດ້ານຕະ​ຫຼາດ.”

ທ່ານ​ໄມ​ເກີ​ລ ໂຄ​ເຮັນ ອະ​ດີດ​ທະ​ນາຍ​ຄວາມສ່ວນ​ ໂຕທີ່​ຍາວ​ນານ ຂອງ​ປະ​ທາ​ນາ​ທິບໍ​ດີສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ຢູ່ນອກ​ສານ​ເມືອງ​ແມນ​ຮັຕ​ຕັນ ໃນ​ນະ​ຄອນ​ນິວຢອກ ວັນ​ທີ 16 ເມ​ສາ 2018 ແລະ​ຢູ່​ທຳ​ນຽບ​ຂາວ ວັນ​ທີ 18 ກໍ​ລະ​ກົດ 2018.
ທ່ານ​ໄມ​ເກີ​ລ ໂຄ​ເຮັນ ອະ​ດີດ​ທະ​ນາຍ​ຄວາມສ່ວນ​ ໂຕທີ່​ຍາວ​ນານ ຂອງ​ປະ​ທາ​ນາ​ທິບໍ​ດີສະ​ຫະ​ລັດ ທ່ານ ດໍ​ໂນ​ລ ທ​ຣຳ ຢູ່ນອກ​ສານ​ເມືອງ​ແມນ​ຮັຕ​ຕັນ ໃນ​ນະ​ຄອນ​ນິວຢອກ ວັນ​ທີ 16 ເມ​ສາ 2018 ແລະ​ຢູ່​ທຳ​ນຽບ​ຂາວ ວັນ​ທີ 18 ກໍ​ລະ​ກົດ 2018.

​ການ​ກະ​ກຽມລາຍ​ງານ​ຍັງ​ໃຫ້​ລາຍ​ລະ​ອຽດ​ກ່ຽວ​ກັບການ​ຈ່າຍ​ຄືນ​ໂດຍ​ທ່ານ​ທ​ຣຳ ເພື່ອ
​ເປັນ​ເງິນຄ່າປິດ​ປາກທີ່ທ່ານ​ໂຄ​ເຮັນ​ໄດ້​ເຮັດ​ໄປ ​ເພື່ອ​ໃຫ້​ແມ່​ຍິງ​ສອງ​ຄົນມິດງຽບ ຜູ້​ທີ່​ໄດ້​
ອ້າງວ່າເຂົ​າ​ເຈົ້າ​ໄດ້​ມີ​ເພດສຳ​ພັນ ​ກັບມະ​ຫາ​ເສດ​ຖີ​ອະ​ສັງ​ຫາ​ລິ​ມະ​ຊັບ. ທ່ານ​ໂຄ​ເຮັນ​
ກ່າວ​ວ່າ ໂຕທ່ານ​ທ​ຣຳເອງ​ໄດ້​ເຊັນ 11 ເຊັກ​ ຈາກ​ບັນ​ຊີ​ທະ​ນາ​ຄານ​ຂອງ​ທ່ານ ໃນ​ຂະ​
ນະ​ທີ່​ທ່ານ​ເປັນ​ປະ​ທາ​ນາ​ທິບໍ​ດີ ແລະ​ນັ້ນ​ທ່ານ​ໄດ້ເອົາ ໃຫ້​ແກ່​ຄະ​ນະ​ກຳ​ມະ​ການ​ສະ​ບັບ
​ນຶ່ງ​ຂອງເຊັກ​ເຫຼົ່າ​ນັ້ນ.

ແລະ​ໃນ​ຂະ​ນະ​ທີ່​ທ່ານ​ໂຄ​ເຮັນ ກ່າວ​ວ່າ ທ່ານ​ບໍ່​ມີ​ຫຼັກ​ຖານ​ໂດຍ​ກົງ​ກ່ຽວ​ກັບກ​ານ​ ຮ່ວ​ມ
ມື ລະ​ຫວ່າງ ຄະ​ນະໂຄ​ສະ​ນາ​ຫາ​ສຽງ ຂອງທ່ານ​ທ​ຣຳ ແລະ​ຣັດ​ເຊຍນັ້ນ ທ່ານ​ກ່າວ​ວ່າ
“ຂ້າ​ພະ​ເຈົ້າມີການສົງ​ໄສ​ຂອງ​ຂ້າ​ພະ​ເຈົ້າ​ເອງ.”

ອ່ານ​ຂ່າວ​ນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG