ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ທຸລະກິດ ບໍລິສັດຈັດງານ ເປັນວຽກທີ່ທ້າທາຍ ແລະ ຕ້ອງມີທີມງານທີ່ດີ


ການຈັດງານຄອນເສີດ ເປັນວຽກທີ່ຕ້ອງໄດ້ໃຊ້ອຸປະກອນ ແລະ ແຮງງານຈຳນວນຫຼາຍ, ພ້ອມກັນນັ້ນການປະສານງານແມ່ນຕ້ອງແນ່ນອນ ໂດຍສະເພາະກັບຄິວຂອງການສະແດງ ດັ່ງທີ່ທ່ານສາມາດເຫັນໃນຮູບນີ້ ດາລານັກຮ້ອງ ນາງ ອາຣີອານາ ກຣານເດ ກຳລັງສະແດງຢູ່ເທິງເວລາ ໃນເມືອງ ແມນເຊັສເຕີ, ປະເທດ ອັງກິດ. 4 ກໍະລກົດ, 2017.
ການຈັດງານຄອນເສີດ ເປັນວຽກທີ່ຕ້ອງໄດ້ໃຊ້ອຸປະກອນ ແລະ ແຮງງານຈຳນວນຫຼາຍ, ພ້ອມກັນນັ້ນການປະສານງານແມ່ນຕ້ອງແນ່ນອນ ໂດຍສະເພາະກັບຄິວຂອງການສະແດງ ດັ່ງທີ່ທ່ານສາມາດເຫັນໃນຮູບນີ້ ດາລານັກຮ້ອງ ນາງ ອາຣີອານາ ກຣານເດ ກຳລັງສະແດງຢູ່ເທິງເວລາ ໃນເມືອງ ແມນເຊັສເຕີ, ປະເທດ ອັງກິດ. 4 ກໍະລກົດ, 2017.

ການ​ຈັດ​ງານ​ຕ່າງໆ​ນັບ​ຈາກ​ງານ​ລ້ຽງ, ​ງານແຕ່ງດອງ ແລະ ຄອນ​ເສີດ, ແມ່ນ​ກະ​ທັ້ງ​ບາງ​ງານ​ວັນ​ເກີດ ບາງ​ຄັ້ງ​ຕ້ອງ​ໄດ້​ໃຊ້ຜູ້​ຈັດ​ງານ​ມາ​ຊ່ວຍ​ເພື່ອ​ໃຫ້​ມັນ​ລຸ​ລ່ວງ​ໄປ​ໄດ້​ດີ. ​ໃນ​ນີ້​ຜູ້​ຈັດ​ງານຈະ​ເຮັດ​ທຸກ​ຢ່າງ​ເພື່ອ​ໃຫ້​ຜູ້​ເຂົ້າ​ຮ່ວມ ແລະ ເຈົ້າ​ຂອງ​ງານ​ມ່ວນ​ຊື່ນ​ໃນ​ວັນ​ທີ່​ສຳ​ຄັນ​ຂອງ​ເຂົາ​ເຈົ້າ. ພຸ​ດ​ທະ​ສອນ ມີ​ລາຍ​ງານ​ ກ່ຽວ​ກັບ ການ​ເຮັດ​ທຸ​ລະ​ກິດ ​ຜູ້​ຈັດ​ງານ ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ຜູ້​ຈັດ​ງານ​ທີ່​ປະ​ສົບ​ຄວ​າມ​ສຳ​ເລັດ​ບໍ່ຈຳ​ຕ້ອງແມ່ນ​ການ​ເຮັດ​ໃຫ້​ງານ​ຜ່ານ​ພົ້ນ​ໄປ​ເທົ່າ​ນັ້ນ, ເຂົາ​ເຈົ້າ​ຕ້ອງມ​ອບ​ປະ​ສົບ​ການ ແລະ ຄວາມ​ຊົງ​ຈຳ​ທີ່​ດີ​ໃຫ້​ລູກ​ຄ້າ​ກັບ​ບັນ​ດາ​ຜູ້​ເຂົ້າ​ຮ່ວມ​ງານ​ນັ້ນ​ຈົດ​ຈຳ​ໄວ້​ດ້ວຍ. ເພື່ອ​ທີ່​ຈະ​ເຮັດ​ສິ່​ງ​ນັ້ນ​ໄດ້​ຜູ້​ຈັດ​ງານ​ຕ້ອງ​ມີ​ແຜນ​ການ​ທີ່​ດີ ແລະ ທັກ​ສະ​ທີ່​ດີ​ເຊັ່ນ​ການ​ສື່​ສານ (ທັງ​ເວົ້າ ແລະ ຂຽນ), ຄວາມ​ເປັນ​ລະ​ບຽບ​ຮຽບ​ຮ້ອຍ​ ແລະ ການ​ບໍ​ລິ​ຫານ​ເວ​ລາ, ການ​ເຈ​ລະ​ຈາ ແລະ ການ​ບໍ​ລິ​ຫານ​ງົບ​ປະ​ມານ, ແລະ ຄວາມ​ຄິດ​ສ້າງ​ສັນ​ຕ່າງໆ ພ້ອມ​ກັບ​ການ​ຕະຫຼາດ.

ຜູ້​ຈັດ​ງານບໍ່​ຈຳ​ເປັນ​ຕ້ອງ​ເຮັດ​ໝົດ​ທຸກ​ຢ່າງ​ນັ້ນ, ເຂົາ​ເຈົ້າ​ຕ້ອງ​ມີ​ທີມ​ງານ​ດີ​ທີ​ເພື່ອ​ໃຫ້​ການ​ຊ່ວຍ​ເຫຼືອ, ເຊິ່ງວຽກ​ງານ​ແຕ່​ລະ​ອັນ​ແມ່ນ​ຈະ​ຕ້ອງ​ໄດ້​ແບ່ງ​ໃຫ້​ແຕ່​ລະ​ຄົນ​ຮັບ​ຜິດ​ຊອບ. ທີມ​ງານ​ທີ່​ວ່ານີ້ ​ແມ່ນ​ມີ​ນັບ​ຈາກ​ຜູ້​ປະ​ສານ​ງານ, ຜູ້​ຈັດ​ການ​ງານ, ກຳ​ມະ​ກອນ​ຈັດ​ຕັ້ງ​ສະ​ຖານ​ທີ່, ຜູ້​ກຳ​ກັບ​ເຄື່ອງ​ສຽງ ການ​ສະ​ແດງ ລວມ​ທັງ​ພິ​ທີ​ກອນ.

ການ​ເລີ່ມ​ຮັບ​ງານ​ຂອງ​ທ່ານ ບໍ່​ຈຳ​ເປັນ​ຕ້ອງ​ເລີ່ມ​ຈາກ​ງານ​ໃຫຍ່, ຖ້າ​ທ່ານ​ບໍ່​ມີ​ປະ​ສົບ​ການຫຼາຍ​ທ່ານ​ກໍ​ອາດ​ຈະ​ຮັບ​ງານ​ລ້ຽງ ຫຼື ງານ​ເປີດ​ຕົວ​ບໍ​ລິ​ສັດ​ຂະ​ໜາດ​ນ້ອຍ. ເມື່ອ​ທ່ານ​ມີ​ປະ​ສົບ​ການຫຼາຍ​ແລ້ວ​ ທ່ານ​ກໍ​ອາດ​ຈະ​ກ້າວ​ໄປ​ຮັບ​ງານ​ທີ່​ໃຫຍ່​ຂຶ້​ນ ເຊັ່ນ​ພິ​ທີ​ທາງ​ການ, ງານ​ລ້ຽງ​ບໍ​ລິ​ສັດ​ຂະ​ໜາດ​ໃຫຍ່, ການ​ແຂ່ງ​ຂັນ​ກິ​ລາ ແລະ ການ​ສະ​ແດງ​ຄອນ​ເສີດ​ຕ່າງໆ.

ບໍ​ລິ​ສັດ​ຜູ້​ຈັດ​ງານ​ສ້າງ​ລາຍ​ໄດ້​ຈາກ​ຄ່າ​ບໍ​ລິ​ການ​ຂອງ​ເຂົາ​ເຈົ້າ, ເຊິ່ງ​ຈ່າຍ​ໂດຍ​ລູກ​ຄ້າສຳ​ລັບ​ການ​ວາ​ງ​ແຜນ ແລະ ການ​ປະ​ຕິ​ງານ​ດັ່ງ​ກ່າວ.

ກ່ອນ​ທີ່​ທ່ານ​ຈະ​ເລີ່ມ​ວາງ​ແຜນ​ການ​ຈັດ​ງານ, ທ່ານ​ຕ້ອງ​ຮູ້​ຢ່າງ​ແນ່ນອນ​ວ່າ​ລູກ​ຄ້າ​ຕ້ອງ​ການ​ຫຍັງ ແລະ ເຂົາ​ເຈົ້າ​ສາ​ມາດ​ໃຊ້​ຈ່າຍ​ສຳ​ລັບ​ຫຍັງ​ແດ່. ຫຼັງ​ຈາກ​ນັ້ນ​ທ່ານ​ຈຶ່ງ​ສາ​ມາດ​ຄິດ​ໄລ່​ວ່າ​ມັນ​ຈະ​ມີ​ຄ່າ​ໃຊ້​ຈ່າຍ​ເທົ່າ​ໃດ​ສຳ​ລັບ​ການ​ຈ້າງ​ແຮງ​ງານ ແລະ ອຸ​ປະ​ກອນ​ຕ່າງໆ

ທ່ານ ແວນ ຣີດ ນັກ​ທຸ​ລະ​ກິດ​ບັນ​ທຶກ​ຫ້ອງ​ສຽງ ແລະ ຕິດ​ຕັ້ງ​ເວ​ທີ​ສະ​ແດງ​ຄອນ​ເສີດ ກ່າວ​ວ່າ “ລາ​ຄາ​ຄ່າບໍ​ລິ​ການ​ຂຶ້ນ​ຢູ່​ກັບ​ຄວາມ​ຕ້ອງ​ການ​ຂອງ​ລູກ​ຄ້າ ເຊັ່ນວ່າ​ເຂົາ​ເຈົ້າ​ມັກ​ເວ​ທີນ້ອຍ​ໃຫຍ່​ຊໍ່າ​ໃດ ຕ້ອງ​ການ​ແສງ​ສີ​ແບບ​ໃດ ເຄື່ອງ​ກະ​ຈາຍ​ສຽງ​ໜ້ອຍຫຼາຍ​ປານ​ໃດ ແລະ​ຈໍ​ຮູບເງົາຈັກ​ອັນ​ເຫລົ່າ​ນີ້​ເປັນ​ຕົ້ນ ຊຶ່ງ​ທັງ​ໝົດ​ນີ້ປະ​ກອບ​ດ້ວຍ​ແຮງ​ງານ ເພີ້ມ​ເຂົ້າ​ໄປ​ທີ່​ຈະໃຫ້​ການບໍ​ລິ​ການ ຊຶ່ງຈະ​ຕົກ​ເປັນ​ເງິນ​ຢູ່​ມື້​ນຶ່ງ​ປະ​ມານ 6,000 ໂດ​ລາ ​ເຫດ​ຜົນ​ທີ່​ເຂົາ​ເຈົ້າ​ຈ່າຍ​ກໍ​ເພາະ​ວ່າ ເຂົາ​ເຈົ້າ​ມີ​ຜູ້ຊື້​ປີ້ເຂົ້າ​ມາເບິ່ງມ​າຊົມ 10 ຫາ 50 ພັນ​ຄົນ ເຂົ​າ​ເຈົ້າ​ຕ້ອງ​ການເບິ່ງ​ນັກ​ສິນ​ລະ​ປິນ ແລະ​ຈໍຮູບ​ພາບທີ່ໃຫຍ່ ຕັ້ງ​ຢູ່​ທາງ​ຂ້າງ​ເວ​ທີ​ສອງ​ເບື້ອງ.”

​ການຈັດງານແມ່ນ​ອີງ​ໃສ່​ຂະ​ໜາດ, ອຸ​ປະ​ກອນ ແລະ ກຳ​ມະ​ກອນ​ທີ່​ຕ້ອງ​ການ​ໃຊ້​, ສະ​ນັ້ນ​ການ​ຮຽກ​ຮ້ອງ​ລາ​ຄາ​ແມ່ນ​ແຕກ​ຕ່າງ​ກັນ. ຜູ້​ຈັດ​ງານ​ສ່ວນຫຼາຍ​ຈະ​ປັບ​ຄ່າ​ຈ້າງ​ເປັນ​ເປີ​ເຊັນ, ຈະ​ເວົ້າ​ວ່າ 15 ຫາ 20 ເປີ​ເຊັນ​ຂອງ​ຄ່າ​ໃຊ້​ຈ່າຍ​ໃນ​ການ​ຈັດ​ງານ​ນັ້ນ​ໂດຍ​ລວມ. ສົມ​ມຸດ​ວ່າ​ງານ​ຂອງ​ທ່ານ​ແມ່ນ​ໃຫຍ່, ມີ​ມູນ​ຄ່າ​ປະ​ມານ 100,000 ໂດ​ລາ, ຜູ້​ຈັດ​ງານ​ກໍ​ຈະ​ເກັບ​ປະ​ມານ 15,000 ຫາ 20,000 ໂດ​ລາ.

ໃນ​ງານ​ນຶ່ງ​ນັ້ນ, ທ່າ​ນ​ສາ​ມາດ​ຫາ​ລາຍ​ໄດ້​ເພີ່ມ​ດ້ວຍ​ການ​ເສີມ​ການ​ບໍ​ລິ​ການ​ອື່ນໆ​ເຊັ່ນ ການ​ສະ​ໜອງ​ອາ​ຫານ, ເສີບ​ເຫຼົ້າ ຫຼື ເຄື່ອງ​ດື່ມ, ການ​ຖ່າຍ​ຮູບ ແລະ ການ​ຈ້າງ​ນັກ​ຮ້ອງ​, ນັກ​ຟ້ອນ​ມາ​ສະ​ແດງ​ໃນ​ງານ.

ຖ້າ​ທ່ານ​ຫາ​ກໍ່​ເລີ່ມ​ເຮັດ​ໃນ​ອຸ​ດ​ສາ​ຫະ​ກຳ​ດັ່ງ​ກ່າວ, ມັນ​ສົມ​ເຫດ​ສົມ​ຜົນ​ທີ່​ຈະ​ປັບ​ຄ່າ​ຈ້າງ​ຕ່ຳ​ສຳ​ລັບ​ການ​ບໍ​ລິ​ການ​ຂອງ​ທ່ານ ໃນ​ຂະ​ນະ​ທີ່​ທ່ານ​ກຳ​ລັງ​ຊອກ​ຫາ​ປະ​ສົບ​ການ. ແຕ່​ແນວ​ໃດ​ກໍ​ຕາມ, ທ່ານ​ກໍ​ບໍ່​ຄວນ​ຕັ້ງ​ລາ​ຄາ​ຕ່ຳ​ໂພດ, ພວກ​ລູກ​ຄ້າ​ຈະ​ຊອກ​ຫາ​ບໍ​ລິ​ສັດ​ທີ່​ໃຫ້​ລາ​ຄາ​ທີ່​ເໝາະ​ສົມ, ແລະ​ ຖ້າ​ລາ​ຄາ​ຕ່ຳ​ໂພດ​ເຂົາ​ເຈົ້າ​ກໍ​ອ​າດ​ຈະ​ສົງ​ໄສ ກ່ຽວ​ກັບ ຄວາມ​ໄວ້​ວາງ​ໃຈ ແລະ ເຮັດ​ໃຫ້​ເຂົາ​ເຈົ້າ​ບໍ່​ເລືອກ​ບໍ​ລິ​ສັດ​ຂອງ​ທ່ານ​ຄື​ກັບ​ບໍ​ລິ​ສັດ​ທີ່​ໃຫ້​ລາ​ຄາ​ສູງ​.

ທຸ​ລະ​ກິດ​ຜູ້​ຈັດ​ງານ​ເປັນ​ວຽກ​ທີ່ບໍ່​ມີ​ວັນ​ເສົາ​ວັນ​ທິດ, ເພາະ​ວ່າ​ງານ​ຕ່າງໆ​ສ່ວນຫຼາຍ​ແມ່ນ​ມັກ​ຈັດ​ຂຶ້ນ​ໃນ​ທ້າຍ​ອາ​ທິດ. ແຕ່​ທ່ານ​ກໍ​ຈະ​ໄດ້​ພັກ​ຍາມ​ທີ່​ບໍ່​ມີ​ງານ.

ທ່ານ ແວນ ຣີດ ກ່າວ​ວ່າ “ທຸ​ລະ​ກິດ​ດັ່ງ​ກ່າ​ວນີ້ ພວກ​ຂ້າ​ພະ​ເຈົ້າ​ຕ້ອງ​ໄດ້​ເຮັດ​ວ​ຽກ​ເກືອບ​ທຸກໆ​ທ້າຍ​ອາ​ທິດ ແລະ​ບາງ​ຄັ້ງ​ສອງ​ເທື່ອ​ຕໍ່​ມື້​ ທີ່ຢູ່​ຄົນລະ​ບ່ອນ ເພາະ​ສະ​ນັ້ນ​ພວກ​ເຮົາຕ້ອງ​ໄດ້ເຊົ່າ​ລົດ​ຂົນ​ສົ່ງ ແກ່​ເຄື່ອງອຸບ​ປະ​ກອນ​ໄປ​ຫາ​ຈຸດ​ໝາຍ​ຕ່າງໆ.”

ທຸ​ລະ​ກິດ​ການ​ຈັດ​ງານ​ຄວນ​ຮຽກ​ຮ້ອງ​ໃຫ້​ລູກ​ຄ້າ​ເຊັນ​ຂໍ້​ຕົກ​ລົງ​ກ່ອນ​ເລີ່ມ​ປະ​ຕິ​ບັດ​ງານ. ຂໍ້​ຕົກ​ລົງ​ນີ້​ຕ້ອງ​ໃຫ້​ຄວາມ​ກະ​ຈ່າງ​ແຈ້ງ​ຄວາມ​ຄາດ​ຫວັງ​ຂອງ​ລູກ​ຄ້າ ແລະ ຫຼຸດ​ຜ່ອນ​ຄວາມ​ສ່ຽງ​ຂອງ​ຄວາມ​ຂັດ​ແຍ້ງ​ທາງ​ກົດ​ໝາຍ ດ້ວຍ​ການ​ຈັດ​ຕັ້ງ​ການ​ໃຊ້​ຈ່າຍ ແລະ ເງື່ອນ​ໄຂ​ຕ່າງໆ.

XS
SM
MD
LG