ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປະ​ເທດ​ໃນ​ຢູ​ໂຣບ ຮູ້​ສຶກ​ບໍ່​ມີ​ສ່ວນ​ຮ່ວມ ໃນ​ການ​ເຈ​ລະ​ຈາ​ ລະ​ຫວ່າງ​ສະ​ຫະ​ລັດ ກັບ ຣັດ​ເຊຍ


Europeans Feel Excluded From Talks on Own Security
please wait

No media source currently available

0:00 0:03:36 0:00

ໃນຂະນະທີ່ສະຫະລັດ ແລະຣັດເຊຍ ພົບປະກັນເພື່ອເຈລະຈາຢູ່ນະຄອນເຈນີວາ ໃນອາທິດນີ້ ອະນາຄົດດ້ານຄວາມໝັ້ນຄົງຂອງຢູໂຣບ ຫຼື ອີຢູ ແມ່ນເປັນເລື້ອງສຳ​ຄັນ​ສຸດ ​ໃນການເຈລະຈາ. ແຕ່ການບໍ່ໄດ້ເຂົ້າຮ່ວມ ໃນການເຈລະຈາຂອງສະ ຫະພາບຢູໂຣບນັ້ນ ເປັນທີ່ຈະແຈ້ງວ່າ ເຮັດໃຫ້ບັນດາເຈົ້າໜ້າທີ່ຂອງກຸ່ມດັ່ງກ່າວ ບໍ່​ພໍໃຈ.

ຫົວໜ້າດ້ານນະໂຍບາຍການຕ່າງປະເທດຂອງອີຢູ ທ່ານໂຈເຊັບ ບໍແຣລ (Josep Borrell) ໄດ້ກ່າວຕໍ່ບັນດານັກຂ່າວໃນວັນທີ 5 ມັງກອນຜ່ານມາວ່າ “ໃນເລື້ອງການເຈລະຈານີ້ ບໍ່ພຽງມີແຕ່ສອງຝ່າຍເທົ່ານັ້ນ. ມັນບໍ່ແມ່ນພຽງແຕ່ ສະຫະລັດແລະຣັດເຊຍ. ຖ້າເຈົ້າຢາກຈະເຈລະຈາກ່ຽວກັບຄວາມໝັ້ນຄົງໃນຢູໂຣບ, ບັນດາປະເທດໃນຢູໂຣບ ຕ້ອງມີສ່ວນຮ່ວມ ໃນການເຈລະຈານຳ.”

ທ່ານບໍແຣລ ໄດ້ໃຫ້ຄຳເຫັນດັ່ງກ່າວ ຫຼັງຈາກໄດ້ເດີນທາງໄປຢ້ຽມຢາມເຂດແນວໜ້າຂອງບັນຫາຂັດແຍ້ງຢູ່ພາກຕາເວັນອອກຂອງຢູເຄຣນ ບ່ອນທີ່ພວກກະບົດທີ່ໜຸນຫຼັງໂດຍຣັດເຊຍ ຕໍ່ສູ້ກັບກອງກຳລັງຂອງຢູເຄຣນ ຢ່າງຕໍ່ເນື່ອງ ເກືອບຮອດເຈັດປີ ພາຍຫຼັງທີ່ມົສກູໄດ້ເຂົ້າຢຶດເອົາແຫຼມຄຣາຍເມຍມາເປັນຂອງຕົນດ້ວຍກຳລັງທະຫານ.

ນັກວິເຄາະທ່ານນາງ ລີແອນນາ ຟິກສ໌ ປະຈຳຢູ່ທີ່ກອງທຶນມາໂຊລຂອງເຢຍຣະມັນ ຢູ່ໃນນະຄອນຫຼວງວໍຊິງຕັນ ກ່າວວ່າ ສະຫະພາບຢູໂຣບ ມາຮ່ວມໃນການເຈລະຈາຊ້າແລ້ວ.

ທ່ານນາງຟິກສ໌ ກ່າວຕໍ່ວີໂອເອວ່າ “ບັນຫານະທີ່ນີ້ ກໍແມ່ນວ່າ ສະຫະພາບຢູໂຣບ ບໍ່ໄດ້ມີສ່ວນພົວພັນຢ່າງເປັນທາງການໃນການເຈລະຈາ ເມື່ອປີ 2014 ເວລາທີ່ວິກິດການຂອງຢູເຄຣນ ໄດ້ເກີດຂຶ້ນ. ໃນຕອນນັ້ນ ພວກເຮົາມີເຢຍຣະມັນ ແລະຝຣັ່ງ ຢູ່ໃນການເຈລະຈາ ແບບທີ່ເອີ້ນວ່າ ນໍມັນດີ (Normandy) ແລະບໍ່ມີຜູ້ແທນຂອງສະຫະພາບຢູໂຣບເລີຍ.”

ທ່ານນາງກ່າວຕໍ່ໄປວ່າ “ໃນອີກດ້ານນຶ່ງ ສະຫະພາບຢູໂຣບ ຄວນເຮັດໃຫ້ເປັນທີ່ຈະແຈ້ງສິ່ງທີ່ຕົນສາມາດປະກອບສ່ວນຕໍ່ການປຶກສາຫາລື. ພານໃນສະຫະພາບ ຢູໂຣບ ຄຳຖາມກໍແມ່ນວ່າ ຜູ້ໃດມີອຳນາດຫຼາຍກວ່າ-ບັນດາປະເທດສະມາຊິກ ຫຼື ອີຢູ ໃນຖານະເປັນສະຖາບັນນັ້ນເອງບໍ່? ແລະໃນອີກດ້ານນຶ່ງ ຢູ່ໃນມົສກູ ອີຢູ ແມ່ນບໍ່ໄດ້ຖືກເອົາຈິງເອົາຈັງນຳເລີຍ.”

ມີຄວາມຢ້ານກົວວ່າ ສົງຄາມຢູ່ໃນພາກຕາເວັນອອກຂອງຢູເຄຣນ ອາດໃກ້ຈະລຸກເປັນໄຟອີກຄັ້ງນຶ່ງ. ໃນບໍ່ເທົ່າໃດເດືອນຜ່ານມານີ້ ຣັດເຊຍໄດ້ເສີມກຳລັງທະ ຫານເກີນກວ່າ 100,000 ຄົນຢູ່ໃກ້ກັບຊາຍແດນຂອງຢູເຄຣນ ຈຶ່ງໄດ້ກະຕຸ້ນໃຫ້ປະເທດຕາເວັນຕົກຢ້ານວ່າ ຈະມີການບຸກລຸກໃກ້ຈະເກີດຂຶ້ນ. ໃນຂະນະດຽວກັນ ມົສກູ ຈົ່ມວ່າ ກອງທັບຂອງອົງການເນໂຕ້ ໄດ້ເສີມຂະຫຍາຍຢູ່ໃນເຂດພາກຕາ ເວັນອອກຂອງຢູໂຣບ ແລະໄດ້ກ່າວເຕືອນເຖິງໄພອັນຕະລາຍຂອງການປະເຊີນໜ້າກັນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG