ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ຜູ້ນຳຢູໂຣບ ຫາທາງ ສ້າງຄວາມເຊື່ອຖື ຄືນໃໝ່ ຫຼັງຈາກອັງກິດ ຖອນໂຕ


ປະທານສະພາຢູໂຣບ ທ່ານ Donald Tusk, ກາງ, ຮ່ວມກອງ ປະຊຸມນັກຂ່າວ ກັບປະທານຄະນະກຳມະການຢູໂຣບ ທ່ານ Jean-Claude Juncker, ຂວາ ແລະ ນາຍົກລັດຖະມົນຕີ Slovakian ທ່ານ Robert Fico.
ປະທານສະພາຢູໂຣບ ທ່ານ Donald Tusk, ກາງ, ຮ່ວມກອງ ປະຊຸມນັກຂ່າວ ກັບປະທານຄະນະກຳມະການຢູໂຣບ ທ່ານ Jean-Claude Juncker, ຂວາ ແລະ ນາຍົກລັດຖະມົນຕີ Slovakian ທ່ານ Robert Fico.

ບັນດາ​ຜູ້ນຳ​ຂອງສະຫະພາບ​ຢູ​ໂຣບ ​ໄດ້​ໃຫ້​ຄຳ​ໝັ້ນ​ສັນຍາ​ທີ່​ຈະ​ສ້າງ “​ແຜນ​ທີ່​ຫົນທາງ​ໃໝ່” ​ເພື່ອສ້າງ​ຄວາມ​ເຂັ້ມ​ແຂງ​ຄືນ​ໃໝ່ ໃຫ້​ແກ່​ກຸ່ມ​ດັ່ງກ່າວ ຫລັງ​ຈາກ​ອັງກິດ​ໄດ້​ລົງ​ປະຊາ​ມະຕິ ຖອນ​ໂຕ​ອອກ​ຈາກ​ສະຫະພາບຢູ​ໂຣບ.

ບັນດາ​ຜູ້ນຳ 27 ທ່ານ​ ​ແມ່ນ​ມີ​ຄວາມ​ໝັ້ນໝາຍ​ ຕໍ່​ການຕັດສິນໃຈ ກ່ຽວ​ກັບ​ຍຸດ​ທະ​ສາດທີ່​ຈະແຈ້ງ​ ​ແລະເອົາ​ບາດ​ກ້າ​ວໂຕ​ຈິງ ​ເພື່ອ​ສ້າງ​ຄວາມໄວ້​ເນື້ອ​ເຊື່ອ​ໃຈ​ຄືນ​ໃໝ່​ໃນ​ສະຫະ​ພາບ​ຢູ​ໂຣບ ​ເວລາ​ພວກ​ທ່ານ​ພົບ​ກັນ​ອີກ​ ໃນ​ຫົກ​ເດືອນຕໍ່ໜ້າ. ນອກ​ນັ້ນ​ແລ້ວ ກອງ​ປະຊຸມ​ສຸດ​ຍອດທີ່ມີ​ຂຶ້ນຕາມ​ປົກກະຕິ​ໃນ​ຕົ້ນ​ປີ 2017 ຍັງ​ຈະ​ເປັນ​ຂີດ​ໝາຍ​ຄົບຮອບ 60 ປີ​ ກ່ຽວ​ກັບ​ສົນ​ທິສັນຍາ​ການ​ກໍ່​ຕັ້ງສະຫະພາບ​ຢູ​ໂຣບ.

​ໃນລະຫວ່າງ​ການເຈລະຈາເມື່ອວັນ​ສຸກ​ວານ​ນີ້ ທີ່ເມືອງ Bratislava ນະຄອນ ຫຼວງຂອງ​ປະ​ເທດ Slovak ນາຍົກລັດຖະມົນຕີ​ເຢຍຣະມັນ ທ່ານ​ນາງ Angela Merkel ກ່າວ​ວ່າ ສະພາບ​ການ​ຂອງສະຫະພາບ​ຢູ​ໂຣບ​ໃນ​ປັດຈຸບັນ ແມ່ນ​ຢູ່​ໃນ ຂັ້ນຮ້າຍ​ແຮງ.

ທ່ານ​ນາງ Merkel ກ່າວ​ວ່າ ບໍ່​ພຽງ​ແຕ່​ການ​ຕັດສິນໃຈ ຂອງ​ຜູ້ປ່ອນ​ບັດອັງກິດ ຖອນ​ໂຕ​ອອກ​ຈາກ​ສະຫະພາບ​ຢູ​ໂຣບ​ເທົ່າ​ນັ້ນ ​ແຕ່​ບັນ​ຫາ​ຮ້າຍ​ແຮງ​ອື່ນໆກໍໄດ້​ມີ​ສ່ວນກໍ່​ໃຫ້​ເກີດ “ສະພາບ​ການຮ້າຍ​ແຮງ” ທີ່​ໄດ້​ປະ​ເຊີນ​ໜ້າ​ ກັບ​ບັນດາ​ປະ​ເທດ​ພາຄີ​ຂອງຢູ​ໂຣບ. ທ່ານ​ນາງ ກ່າວຕໍ່​ໄປ​ອີກ​ວ່າ "ພວກ​ເຮົາ​ຕ້ອງ​ເຫັນ​ພ້ອມນຳ​ກັນ ກ່ຽວ​ກັບ​ຫົວ​ຂໍ້​ປະຊຸມ ທີ່​ພວກ​ເຮົາ​ຕ້ອງ​ມີ​ແຜນ​ເຮັດ​ວຽກ ​ເພື່ອ​ຈະ​ສາມາດ​ຮັບ​ມື​ກັບ​ບັນຫາ​ຕ່າງ​ໄດ້​.”

ບັນດາ​ຜູ້ນຳຂອງ​ສະຫະ​ພາບ​ຢູ​ໂຣບ ຕ້ອງການ​ຢາກ​ສະ​ເໜີ​ຍຸດ​ທະ​ສາດ ຫຼັງຈາກການ ຖອນ​ໂຕ​ອອກ​ໄປ​ຂອງ​ອັງກິດ​ແລ້ວ ພາຍ​ໃນ​ເດືອນ​ມີນາ​ປີໜ້າ ​ເຖິງ​ແມ່ນ​ວ່າ​ຍັງ​ບໍ່​ເປັນ​ທີ່​ແຈ້ງ​ຂາວເທື່ອວ່າ ​ອັງກິດ ຈະ​ໃຊ້ເວລາ​ດົນ​ປານໃດ ​ເພື່ອຈະຖອນ​ໂຕ​ອອກ​ຈາກ​ສະຫະ ພາບ​ຢູ​ໂຣບຢ່າງ​ແທ້​ຈິງ​ໄດ້. ນາຍົກລັດຖະມົນຕີອັງກິດ ທ່ານ​ນາງ Theresa May ​ທີ່​ບໍ່​ໄດ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສຸດ​ຍອດ ບໍ່​ຄາດ​ວ່າ ຈະ​ລິເລີ້ມຂັ້ນຕອນ​ດັ່ງກ່າວຈົນ​ກວ່າ​ຕົ້ນ​ປີໜ້າ.

ປະທານ​ສະພາ​ຢູ​ໂຣບ ທ່ານ Donald Tusk ກ່າວ​ວ່າ ຄວາມ​ຮູ້ສຶກ​ຂອງ​ບັນດາ​ສະມາຊິກທີ່​ຍັງເຫລືອຢູ່ ຂອງປະ​ເທດພັນ​ທະ​ມິດດ້ານ​ການ​ເມືອງ ​ແລະເສດ​ຖະ ກິດ​ແມ່ນ “​ເປັນ​ທີ່​ເສົ້າ​ໂສກ ​ແຕ່​ບໍ່​ແມ່ນພາຍ​ແພ້.” ທ່ານ​ກ່າວຕື່ມ​ວ່າ ກຸ່ມດັ່ງກ່າວ​ຕ້ອງການ​ທີ່​ຈະ “ປົວແປງ​ຄວາມ​ຜິດພາດ​ທີ່​ຜ່ານ​ມາ ​ແລະ​ກ້າວ​ໄປ​ໜ້າດ້ວຍ​ການ​ແກ້​ໄຂ​ໃໝ່​ຕ່າງໆ.”

​ເຖິງ​ຢ່າງ​ໃດ​ກໍ​ດີ ທັງໆ​ທີ່​ໄດ້​ມີ​ການ​ໃຫ້​ຄຳ​ໝັ້ນ​ສັນຍາ ​ເພື່ອ​ຈະ​ຕົກລົງ​ກັນ​ກ່ຽວ​ກັບ​ແຜນການ​ທີ່​ຈະ​ກ້າວ​ໄປ​ໜ້າ ​ແຕ່ກໍ​ຍັງ​ມີການ​ບໍ່​ລົງ​ລອຍ​ກັນ ກ່ຽວກັບ​ວ່າ ຈະ​ປະ​ເຊີນ​ໜ້າ​ກັບ​ການ​ຫລັ່​ງ​ໄຫລເຂົ້າ​ມາ ຂອງ​ອົບ​ພະ​ຍົບ​ໃນ​ຢູ​ໂຣບ​ໄດ້ຢ່າງໃດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG