ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

EU ​ຊ່ອຍເຫຼືອລາວ ​ເສີມ​ສ້າງ​ຄວາມ​ເຂົ້າ​ໃຈ ກ່ຽວ​ກັບ​ ການ​ຕີ​ຄວາມ​ໝາຍ ຂອງ​ໄມ້​ທີ່​ຖືກ​ກົດໝາຍ


ນອກຈາກບັນຫາການຖາງປ່າເຮັດໄຮ່ ແລ້ວ ກໍ​ຍັງ​ມີ​
ສາ​ເຫດ ​ທີ່​ສຳຄັນ​ມາ​ຈາກ​ການ​ລັກລອບ ​ຕັດ​ໄມ້​ເພື່ອ​ການ​ຄ້າ​ຜິດ
​ກົດໝາຍ ທີ່​ເກີດ​ຂຶ້ນຢ່າງ​ກວ້າງຂວາງ ​ໃນທົ່ວ​ປະ​ເທ​ດລາວ.
ນອກຈາກບັນຫາການຖາງປ່າເຮັດໄຮ່ ແລ້ວ ກໍ​ຍັງ​ມີ​ ສາ​ເຫດ ​ທີ່​ສຳຄັນ​ມາ​ຈາກ​ການ​ລັກລອບ ​ຕັດ​ໄມ້​ເພື່ອ​ການ​ຄ້າ​ຜິດ ​ກົດໝາຍ ທີ່​ເກີດ​ຂຶ້ນຢ່າງ​ກວ້າງຂວາງ ​ໃນທົ່ວ​ປະ​ເທ​ດລາວ.

ສະຫະພາບ​ຢູ​ໂຣບ ​ໃຫ້ການ​ຊ່ອຍ​ເຫຼືອລາວ ​ໃນ​ການ​ລິ​ເລີ້ມ
​ຂະ​ບວນການ ​ເສີມ​ສ້າງ​ຄວາມ​ເຂົ້າ​ໃຈ ກ່ຽວ​ກັບ​ການ​ຕີ​ຄວາມ
​ໝາຍຂອງ​ໄມ້​ທີ່​ຖືກ​ກົດໝາຍ ຊຶ່ງ​ຈະ​ສົ່ງ​ຜົນ​ດີ ຕໍ່​ການ​ຄ້າ ​ແລະ​
ການ​ອະນຸລັກ​ປ່າ​ໄມ້ ຢ່າງ​ຍືນ​ຍົງ​ໃນ​ລາວ.


ກອງ​ປະຊຸມ​ວ່າ​ດ້ວຍ​ການ​ເສີມ​ສ້າງ​ຄວາມ​ເຂົ້າ​ໃຈ ກ່ຽວ​ກັບ​ການ​ຕີ
ຄວາມ​ໝາຍ ຂອງ​ໄມ້​ທີ່​ຖືກ​ກົດໝາຍ ​ໄດ້ມີ​ຂຶ້ນ​ເມື່ອ​ບໍ່​ນານ​ມາ​ນີ້ ຢູ່
​ນະຄອນຫລວງ​ວຽງ​ຈັນ ​ໂດຍ​ມີ​ຜູ້​ຊ່ຽວຊານ ​ແລະ​ ຜູ້​ຕ່າງ​ໜ້າ​ຈາກ​
ພາກ​ລັດ ​ເອກ​ະຊົນ ​ແລະ​ ອົງກອນ​ປະຊາ​ສັງຄົມ​ຈຳນວນ 80 ຄົນ​ ທີ່​ໄດ້​ເຂົ້າຮ່ວມ ​ໃນ​ກອງ
ປະຊຸມ​ຄັ້ງນີ້ ທີ່​ໄດ້​ຮັບ​ການສະໜັບສະ​ໜຸນ ຈາກ​ກຸ່ມ​ສະຫະພາບຢູ​ໂຣບ.

ການ​ເສີມ​ສ້າງ​ຄວາມ​ເຂົ້າ​ໃຈ​ກ່ຽວ​ກັບ ການ​ຕີ​ຄວາມ​ໝາຍ​ຂອງ​ໄມ້​ທີ່​ຖືກ​ກົດໝາຍ ຖື​ເປັນ​
ສ່ວນ​ສຳຄັນ​ໜຶ່ງ​ ໃນ​ການ​ເຈລະຈາ ​ຂໍ້​ຕົກລົງ​ການ​ເຂົ້າ​ເປັນ​ ຄູ່​ຮ່ວມ​ສັນຍາ​ການ​ຄ້າ ​ແບບ
​ສະໝັກ​ໃຈ​ ລະຫວ່າງ​ລາວ ກັບ​ສະຫະພາບ​ຢູ​ໂຣບ ທີ່ຢູ່​ພາຍ​ໃຕ້​ແຜນ​ງານ ​ການ​ບັງຄັບ​ໃຊ້​
ກົດໝາຍ​ປ່າ​ໄມ້ ​ເພື່ອ​ສົ່ງ​ເສີມ​ການ​ຄ້າ​ໄມ້ ທີ່​ຖືກ​ກົດໝາຍ ​ແລະ ​ການ​ບໍລິຫານ ຄຸ້ມຄອງ​ປ່າ
ໄມ້​ ຢ່າງ​ຍືນ​ຍົງ​ໃນ​ລາວ.

​ໂດຍ​ແຜນ​ງານ​ດັ່ງ​ກ່າວ​ນີ້ ​ເປັນ​ກາ​ນລິ​ເລີ້ມ ຂອງ​ສະຫະພາບ​ຢູ​ໂຣບ ທີ່​ຕ້ອງການ​ຈະ​ສະ
ໜອງ​ຜົນ​ປະ​ໂຫຍ​ດ ທີ່​ຫລາກຫຼາຍ​ໃຫ້​ແກ່​ລາວ ດ້ວຍ​ການ​ເພີ້​ມມູນ​ຄ່າ​ ໃຫ້​ແກ່​ການ​ປຸງ
​ແຕ່ງ​ໄມ້ ການ​ຂະຫຍາຍ​ຕະຫລາດ​ສົ່ງ​ອອກ​ໄມ້ ການ​ເພີ້​ມລາຍ​ຮັບ​ໃຫ້​ແກ່​ ພາກ​ລັດ ການ
​ສ້າງ​ໂອກາດ​ ໃນ​ການ​ມີ​ວຽກ​ເຮັດ​ງານ​ທຳ ການ​ສົ່ງ​ເສີມ​ການ​ແຂ່ງຂັນ ລະຫວ່າງ​ບໍລິສັດ​
ຕ່າງ​ໆ ລວມທັງ​ການ​ບໍລິຫານ ຈັດການ​ປ່າ​ໄມ້​ແບບ​ຍືນ​ຍົງ.

ການຕັດໄມ້ ຢູ່ໃນເຂດສຳປະທານແຫ່ງນຶ່ງ ຂອງບໍລິສັດຫວຽດນາມ ຢູ່ໃນແຂວງອັດຕະປື.
ການຕັດໄມ້ ຢູ່ໃນເຂດສຳປະທານແຫ່ງນຶ່ງ ຂອງບໍລິສັດຫວຽດນາມ ຢູ່ໃນແຂວງອັດຕະປື.

​ແຕ່​ຢ່າງ​ໃດ​ກໍ​ຕາມ ກະຊວງ​ຊັບພະຍາກອນ​ ​ແລະ​ສິ່ງ​ແວ​ດລ້ອມ​
ທຳ​ມະ​ຊາດ ລາຍ​ງານ​ວ່າປ່າ​ໄມ້​ ໃນ​ເຂດ​ປ່າ​ສະຫງວນ​ແຫ່ງ​ຊາດ
​ຂອງ​ລາວ ​ໄດ້​ລົດ​ຄວາມ​ໜາ​ແໜ້ນລົງ ຢ່າງ​ຫລວງຫຼາຍ ​ໃນ​ລະຍະ
10 ປີ ມາ​ນີ້ ​ໂດຍ​ການ​ສຳ​ຫລວດ ​ເມື່ອ​ປີ 2013 ພົບ​ວ່າ​ເຂດ​ປ່າ​
ສະຫງວນ ທີ່ຢູ່​ໃນ​ຄວາມ​ຮັບຜິດຊອບ​ຂອງ​ກະຊວງ​ຊັບພະຍາກອນ
​ແລະ ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດນັ້ນ ມີ​ເນື້ອ​ທີ່​ລວມ 4 ລ້ານ​ກວ່າ
​ເຮັກຕາ.

ຫາກ​ແຕ່​ໃນ​ປັດຈຸບັນ​ກໍ​ເຊື່ອ​ວ່າ ລະດັບ​ຄວາມ​ໜາ​ແໜ້ນ​ ຂອງ
​ປ່າ​ໄມ້ ​ໃນ​ເຂດປ່າສະຫງວນ​ດັ່ງກ່າວ ​ໄດ້​ລົດ​ລົງ​ເຫຼືອຢູ່​ບໍ່​ເຖິງ
4 ລ້ານເຮັກຕາ ​ໂດຍ​ນອກຈາກ​ຈະ​ມີ​ສາ​ເຫດ​ມາ​ຈາກ​ການ​ຖາງ
​ແລະ ​ເຜົາປ່າ ​ເພື່ອ​ເຮັດໄຮ່​ເລື່ອນ​ລອຍ ​ຂອງ​ປະຊາຊົນ​ລາວແລ້ວ ກໍ​ຍັງ​ມີ​ສາ​ເຫດ ​ທີ່​ສຳຄັນ ​
ມາ​ຈາກ​ການ​ລັກລອບ ​ຕັດ​ໄມ້​ເພື່ອ​ການ​ຄ້າ​ຜິດກົດໝາຍ ທີ່​ເກີດ​ຂຶ້ນຢ່າງ​ກວ້າງຂວາງ ​ໃນ
ທົ່ວ​ປະ​ເທ​ດລາວ.

​ໂດຍ​ສະ​ເພາະ ​ແມ່ນ​ການ​ທີ່​ບັນດາ​ພໍ່ຄ້າ​ໄມ້​ ໄດ້​ວ່າ​ຈ້າງ​ໃຫ້​ປະຊາຊົນ​ລາວ ​ໃນ​ລະດັບ​ທ້ອງ​
ຖິ່ນ ​ເພື່ອ​ໃຫ້​ເຂົ້າ​ໄປ​ລັກລອບ​ຕັດ​ໄມ້​ ໃນ​ເຂດ​ປ່າ​ສະ​ຫງວນ​ແຫ່ງ​ຊາດ​ນັ້ນ ຖື​ເປັນ​ບັນຫາ ທີ່
​ໄດ້ເກີດຂຶ້ນຢ່າງ​ກວ້າງຂວາງ​ທີ່​ສຸດ ​ໃນ​ເວ​ລາ​ນີ້ ທັງ​ກໍ​ຍັງ​ເປັນ​ການ​ຍາກ​ ທີ່​ຈະ​ປ້ອງ​ກັນ​ອີກ
​ດ້ວຍ ດັ່ງ​ທີ່​ເຈົ້າໜ້າ​ທີ່​ຂັ້ນສູງ ​ໄດ້​ຢືນຢັນ​ວ່າ:

“ການ​ບຸກລຸກ​ປ່າ​ສະຫງວນ ປ່າ​ປ້ອງ​ກັນ​ນີ້ ມັນ​ມີຫຼາຍສາ​ເຫດ ​ເປັນຕົ້ນນີ້​ ​ແມ່ນ​
ການ​ຖາງ​ປ່າ​ເຮັດ​ໄຮ່​ຫັ້ນ ​ໄຟ​ໄໝ້​ປ່າ ​ແລ້ວ​ກະ​ມີ​ນັກທຸລະກິດ ຈຳນວນ​ໜຶ່ງ ທີ່ຢູ່​
ເບື້ອງ​ຫລັງ​ ໃຫ້​ປະຊາຊົນ ລັກລອບ​ຕັດ​ໄມ້ ​ໂດຍ​ນຳ​ໃຊ້​ລົດ​ໄຖ​ນາຫັ້ນ​ແລ້ວ ​ໄປ​
ແກ່​ໄມ້​ໃນ​ກາງຄືນ ອັນ​ນີ້​ ຍາກ​ໃນ​ການ​ສະກັດ​ກັ້ນ.”

​ເຈົ້າໜ້າ​ທີ່​ຂັ້ນສູງ ຍັງ​ໄດ້​ໃຫ້ການ​ຍອມຮັບ​ດ້ວຍ​ວ່າ ນອກຈາກ​ການ​ລັກລອບ​ຕັດ​ໄມ້ ​ໃນ​
ເຂດ​ປ່າ​ສະຫງວນ ​ແຫ່ງ​ຊາດ​ດັ່ງກ່າວ​ແລ້ວ ​ເຂດ​ປ່າ​ປ້ອງ​ກັນ​ໃນ​ລາວ ທີ່​ມີ​ພື້ນ​ທີ່​ກວ້າງ​ກວ່າ
7 ລ້ານເຮັກຕາ ​ໃນ​ທົ່ວ​ປະ​ເທດ​ລາວ​ ໃນປັດຈຸບັນ​ນີ້ ກໍ​ກຳລັງ​ຕົກ​ ຢູ່​ພາຍໃຕ້​ສະພາບ​ບັນຫາ ​ດຽວ​ກັນ ​ໂດຍ​ປັດ​ໄຈ​ສຳຄັນ​ປະການ​ໜຶ່ງ​ທີ່​ເຮັດ​ໃຫ້​ບັນຫາ​ດັ່ງກ່າວ​ນີ້ ສາມາດ​ເກີດ​ຂຶ້ນ​ໄດ້
ຢ່າງ​ກວ້າງຂວາງ ກໍ​ຍ້ອນ​ວ່າ​ບັນດາ​ພະນັກງານ​ຂອງ​ລັດ ​ໄດ້​ໃຫ້ການ​ຮ່ວມ​ມື​ກັບ​ຂະ​ບວນ
ການຄ້າ​ໄມ້​ເຖື່ອນ ​ໂດຍ​ເຫັນ​ແກ່​ຜົນ​ປະ​ໂຫຍ​ດຕອບ​ແທນ​ສ່ວນ​ຕົວ ​ເປັນ​ສິ່ງ​ທີ່​ສຳຄັນ​ກວ່າ
ຜົນກະທົບ​ຕໍ່​ປະ​ເທດ​ຊາດ ດັ່ງ​ຈະ​ເຫັນ​ໄດ້​ຈາກ​ໜ່ວຍ​ສະ​ເພາະ​ກິດ​ ຂອງ​ຕຳຫລວດ​ລາວ
ສາມາດ​ ຍຶດ​ໄມ້​ທີ່​ລັກລອບ​ຕັດ ​ໂດຍ​ຜິດ​ກົດໝາຍ​ໄດ້ຫຼາຍກວ່າ 8 ​ແສນ​ແມັດ​ກ້ອນ​ ໃນ​
ລະຍະ 6 ​ເດືອນ​ທຳ​ອິດ ຂອງ​ແຜນການ​ປະຈຳ​ປີ 2013-2014 ທີ່​ຜ່ານ​ມາ.

ທາງ​ດ້ານ​ທ່ານ​ທອງ​ສິງ ທຳ​ມະ​ວົງ ນາຍົກລັດຖະມົນຕີລາວ ຖະ​ແຫລ​ງວ່າ ລັດຖະບານ​ລາວ
​ມີ​ນະ​ໂຍບາຍ​ກ່ຽວ​ກັບປ່າ​ໄມ້​ທີ່​ຈະ​ແຈ້ງ ກໍ​ຄື​ການ​ເພີ້​ມລະດັບ​ຄວາມ​ໜາ​ແໜ້ນຂອງ​ປ່າ​ໄມ້​
ພາຍ​ໃນ​ປະ​ເທດ​ໃຫ້​ໄດ້​ເຖິງ 65 ​ເປີ​ເຊັນ ​ແລະ 70 ​ເປີ​ເຊັນ ຂອງ​ພື້ນ​ທີ່​ທັງ​ໝົດ​ໃນ​ປີ 2015
​ແລະ​ ປີ 2020 ​ແຕ່​ວ່າການ​ທີ່​ຈະ​ສາມາດ​ບັນລຸ​ເປົ້າໝາຍ​ດັ່ງກ່າວ​ນີ້ ​ໄດ້​ຢ່າງ​ແທ້​ຈິງ​ນັ້ນ ກໍ​
ຈະ​ຕ້ອງ​ໄດ້​ຮັບ​ການ​ຮ່ວມືຈາກທຸກ​ພາກ​ສ້ວນທັງ​ໃນ​ພາກ​ບັດ​ຖະບານ ພາກ​ເອກະ​ຊົນ ​ແລະ​ ປະຊາຊົນ​ລາວ​ບັນດາ​ເຜົ່າ​ໃນ​ທົ່ວ​ປະ​ເທດ.

XS
SM
MD
LG