ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ສະຫະພາບຢູໂຣບ ໃຫ້ທຶນຊ່ວຍເຫຼືອ ແກ່ລາວ 550 ລ້ານ ຢູໂຣ ເພື່ອລົບລ້າງບັນຫາ ຄວາມຍາກຈົນ


ກອງປະຊຸມລິເລີ້ມ ໃນການປຶກສາຫາລື ກ່ຽວກັບແຜນງານການຮ່ວມມື ລະຫວ່າງ ສປປ ລາວ ແລະ ບັນດາສະມາຊິກ ສະຫະພາບຢູໂຣບ ໃນສົກປີ 2016-2020.
ກອງປະຊຸມລິເລີ້ມ ໃນການປຶກສາຫາລື ກ່ຽວກັບແຜນງານການຮ່ວມມື ລະຫວ່າງ ສປປ ລາວ ແລະ ບັນດາສະມາຊິກ ສະຫະພາບຢູໂຣບ ໃນສົກປີ 2016-2020.

ສະຫະພາບຢູໂຣບ ຈັດສັນເງິນທຶນ 550 ລ້ານຢູໂຣ ສຳລັບໃຫ້
ການຊ່ວຍເຫຼືອ ແກ່ລັດຖະບານລາວ ເພື່ອນຳໃຊ້ເຂົ້າໃນການ
ຈັດຕັ້ງປະຕິບັດ ໂຄງການລົບລ້າງບັນຫາ ຄວາມຍາກຈົນ ໃນ
ຊ່ວງປີ 2016-2020.

ທ່ານ Michel Goffin ອຸປະທູດສະຫະພາບຢູໂຣບປະຈຳ ສປປ. ລາວ ໄດ້ໃຫ້ການຢືນຢັນ
ໃນໂອກາດທີ່ທ່ານໄດ້ເຂົ້າຮ່ວມ ກອງປະຊຸມສຳມະນາປຶກສາຫາລື ແລະແລກປ່ຽນຄວາມ
ຄິດຄວາມເຫັນ ເພື່ອຊອກຫາຊ່ອງທາງ ວິທີເຮັດວຽກເປັນຈຸດສຸມ ແລະ ມີປະສິດທິພາບ
ຫຼາຍຂຶ້ນ ໃນການຈັດຕັ້ງປະຕິບັດ ບັນດາໂຄງການຕ່າງໃນລາວ ວ່າ ສະຫະພາບຢູໂຣບ
ໄດ້ຈັດສັນເງິນທຶນຄິດເປັນມູນຄ່າລວມເຖິງ 550 ລ້ານຢູໂຣ ສຳລັບໃຫ້ການຊ່ວຍເຫຼືອແກ່
ລັດຖະບານລາວ ເພື່ອນຳໃຊເຂົ້າໃນການຈັດຕັ້ງປະຕິບັດ ບັນດາໂຄງການພັດທະນາ
ເພື່ອລົບລ້າງບັນຫາຄວາມຍາກຈົນ ຂອງປະຊາຊົນລາວ ໃນຊ່ວງປີ 2016-2020.

ທ່ານ Michel Goffin ອຸປະທູດສະຫະພາບຢູໂຣບປະຈຳ ສປປ. ລາວ ໄດ້ໃຫ້ການຢືນຢັນ ໃນໂອກາດທີ່ທ່ານໄດ້ເຂົ້າຮ່ວມ ກອງປະຊຸມ ສຳມະນາປຶກສາຫາລື ແລະແລກປ່ຽນຄວາມ ຄິດຄວາມເຫັນ.
ທ່ານ Michel Goffin ອຸປະທູດສະຫະພາບຢູໂຣບປະຈຳ ສປປ. ລາວ ໄດ້ໃຫ້ການຢືນຢັນ ໃນໂອກາດທີ່ທ່ານໄດ້ເຂົ້າຮ່ວມ ກອງປະຊຸມ ສຳມະນາປຶກສາຫາລື ແລະແລກປ່ຽນຄວາມ ຄິດຄວາມເຫັນ.

ໂດຍການຊ່ວຍເຫຼືອໃນຄັ້ງນີ້ ຈະຢືນຢູ່ບົນຫຼັກການລວມ ຂອງ
ບັນດາປະເທດ ແລະອົງການສາກົນ ທີ່ໃຫ້ການຊ່ວຍເຫຼືອແກ່
ສປປ. ລາວ ໄດ້ຖະແຫລງການຮ່ວມກັນກ່ຽວກັບ ກອງປະຊຸມ
ໂຕະມົນ ລະດັບສູງ ຄັ້ງທີ 12 ຢູ່ນະຄອນຫຼວງວຽງຈັນ ເມື່ອບໍ່
ນານມານີ້ ໂດຍເນັ້ນໜັກ ໃຫ້ຄວາມສຳຄັນເປັນພິເສດໃນ 4
ດ້ານ ກ່ຽວກັບແຜນການພັດທະນາເສດຖະກິດ ແລະ ສັງຄົມ
ແຫ່ງຊາດ ລະຍະ 5 ປີ ຄັ້ງທີ 8 ນັບຈາກປີ 2016-2020.

ໂດຍທັງ 4 ດ້ານ ປະກອບດ້ວຍ ການຄຸ້ມຄອງເສດຖະກິດມະ
ຫາພາກ ແບະການເຕີບໂຕ່ທີ່ສົມສ່ວນ ແລະຍືນຍົງ ການພັດ
ທະນາຊັບພະຍາກອນມະນຸດ ແລະສັງຄົມ ການນຳໃຊ້ຊັບພະ
ຍາກອນທຳມະຊາດຢ່າງຍືນຍົງ ແລະການອະນຸລັກ ສິ່ງແວດ ລ້ອມທຳມະຊາດຢ່າງມີປະສິດທິຜົນ ພາຍໃຕ້ເປົ້າໝາຍ ເພື່ອ
ເຮັດໃຫ້ ສປປ. ລາວ ຫລຸດພົ້ນຈາກສະພາບດ້ອຍພັດທະນາ ໃຫ້ໄດ້ຢ່າງແທ້ຈິງ ພາຍໃນປີ 2020.

ທາງດ້ານທ່ານທອງລຸນ ສີສຸລິດ ຮອງນາຍົກລັດຖະມົນຕີ ແລະລັດຖະມົນຕີວ່າການ
ຕ່າງປະເທດ ໃຫ້ການຢືນຢັນວ່າ ກອງປະຊຸມໂຕະມົນ (Round Table Meeting)
ລະຫວ່າງລັດຖະບານລາວ ກັບບັນດາປະເທດ ທີ່ໃຫ້ການຊ່ວຍເຫຼືອແກ່ລາວ ແລະ
ອົງການສະຫະປະຊາຊາດ ເພື່ອການພັດທະນາ (UNDP) ນັບຕັ້ງແຕ່ປີ 1983 ເປັນ
ຕົ້ນມາ ໄດ້ປະກອບສ່ວນຢ່າງສຳຄັນ ເຂົ້າໃນການພັດທະນາໃນທຸກໆ ດ້ານ ທີ່ມີເປົ້າ
ໝາຍເພື່ອຫລຸດຜ່ອນບັນຫາຄວາມຍາກຈົນ ຂອງປະຊາຊົນລາວ.

ພວກເດັກນ້ອຍ ຢູ່ຕາມຊົນນະບົດ ຂອງລາວ ສ່ວນໃຫຍ່ແມ່ນມາຈາກຄອບຄົວ ທີ່ມີຖານະຍາກຈົນ.
ພວກເດັກນ້ອຍ ຢູ່ຕາມຊົນນະບົດ ຂອງລາວ ສ່ວນໃຫຍ່ແມ່ນມາຈາກຄອບຄົວ ທີ່ມີຖານະຍາກຈົນ.

ໂດຍຈະເຫັນໄດ້ຈາກອັດຕາສະເລ່ຍຄວາມຍາກຈົນ ຂອງປະຊາ
ຊົນລາວ ທີ່ໄດ້ລົດລົງ ຢ່າງຕໍ່ເນື່ອງ ຊຶ່ງກໍຄືລົດລົງຈາກ 48 ເປີເຊັນ
ຂອງຈຳນວນ ປະຊາກອນທັງໝົດໃນປີ 1992 ເປັນ 27.6 ເປີເຊັນ
ໃນປີ 2008 20.5 ເປີເຊັນ ໃນປີ 2013 ແລະ 17 ເປີເຊັນ ໃນປີ
2015 ນີ້ ໂດຍລັດຖະບານຂອງບັນດາປະເທດຄູ່ຮ່ວມພັດທະນາ
ຂອງລັດຖະບານລາວ ໄດ້ໃຫ້ການຊ່ວຍເຫຼືອແກ່ລາວ ເພີ່ມຂຶ້ນ
ຢ່າງຕໍ່ເນື່ອງ ເຊັ່ນດຽວກັນ ຄືເພີ່ມຂຶ້ນຈາກ 178 ລ້ານໂດລາ ໃນ
ປີ 1991 ເປັນ 795 ລ້ານໂດລາ ໃນປີ 2014-2015.

ແຕ່ຢ່າງໃດກໍຕາມ ສຳລັບ ໃນສ່ວນກ່ຽວກັບການລົດຈຳນວນ
ບ້ານທີ່ຍາກຈົນນັ້ນ ກໍຍັງນັບເປັນບັນຫາ ທີ່ທ້າທາຍ ເນື່ອງຈາກການຈັດຕັ້ງປະຕິບັດ ໃນ
ລະຍະທີ່ຜ່ານມານັ້ນ ສາມາດປະຕິບັດໄດ້ຕ່ຳກວ່າ ເປົ້າໝາຍທີ່ວາງໄວ້ ຈຶ່ງເປັນການຍາກ ທີ່ຈະບັນລຸເປົ້າໝາຍ ທີ່ລັດຖະບານລາວວາງໄວ້ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງ ໃນກະຊວງແຜນການ ແລະການລົງທຶນ ໄດ້ໃຫ້ການຢືນຢັນວ່າ:

“ໃນປີ 2011 ຍັງມີບ້ານທຸກຍາກທັງໝົດ 3,175 ບ້ານ ກວມ 37.69 ເປີເຊັນ ປັດຈຸບັນ
ມີບ້ານທຸກຍາກ 2,289 ບ້ານ ເທົ່າກັບ 26.72 ເປີເຊັນ ສະເລ່ຍແລ້ວແຕ່ລະປີ ຫລຸດລົງ
ປະມານ 5 ເປີເຊັນ ຄິດວ່າ ມີຄວາມເປັນໄດ້ຍາກທີ່ຈະບັນລຸຕົວເລກຄາດໝາຍ 11
ເປີເຊັນ ໃນປີ 2015.”

ໂດຍການປະເມີນຮ່ວມກັນ ລະຫວ່າງອົງການສະຫະປະຊາຊາດເພື່ອການພັດທະນາ
(UNDP) ກັບລັດຖະບານລາວ ກ່ຽວກັບການຈັດຕັ້ງປະຕິບັດ ແຜນການພັດທະນາ
ເສດຖະກິດ ແລະສັງຄົມໃນລາວນັບແຕ່ປີ 2011-2015 ພົບວ່າ ລັດຖະບານລາວ
ຈະບໍ່ສາມາດບັນລຸເປົ້າໝາຍສະຫັດສະວັດຂອງການພັດທະນາ ໃນ 6 ດ້ານຈາກທັງ
ໝົດ 9 ດ້ານທີ່ໄດ້ຕົກລົງໄວວ້ກັບ UNDP.

ໂດຍທັງ 6 ດ້ານດັ່ງກ່າວນີ້ ກໍປະກອບດ້ວຍການທີ່ເດັກນ້ອຍ ອາຍຸຕ່ຳກວ່າ 5 ປີ ຍັງມີ
ສ່ວນສູງ ແລະນ້ຳໜັກຕ່ຳກວ່າ ເກນມາດຕະຖານ ການເຂົ້າໂຮງຮຽນ ແລະສືບຕໍ່ການ
ຮຽນຈົນຈົບ ຊັ້ນປະຖົມປີ ທີ 5 ຍັງເພີ່ມຂຶ້ນຢ່າງຊັກຊ້າ ອັດຕາການຕາຍ ຂອງເດັກນ້ອຍ
ອາຍຸ ຕ່ຳກວ່າ 1 ປີ ຍັງສູງ ອັດຕາການຕາຍຂອງແມ່ຍິງຂະນະຖືພາ ກໍຍັງສູງ ສ່ວນການ
ເພີ່ມອັດຕາການປົກຫຸ້ມຂອງປ່າໄມ້ ກໍຍັງປະຕິບັດໄດ້ຕ່ຳຫຼາຍ ແລະການເກັບກູ້ລະເບີດ
ບໍ່ທັນແຕກ (UXO) ກໍປະຕິບັດໄດ້ໃນພື້ນທີ່ຢ່າງຈຳກັດ.

XS
SM
MD
LG