ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ບັນ​ດາ​ປະ​ເທດ​ ໃນ​ຢູ​ໂຣບ​ ທີ່​ລົງ​ນາມ ໃນ​ຂໍ້​ຕົກ​ລົງ ​ນິວ​ເຄ​ລຍ ກັບ​ອີ​ຣ່ານ ຮຽກ​ຮ້ອງ​ໃຫ້​ອີ​ຣ່ານ ຕ່າວ​ປີ້​ນ​ມາດ​ຕະ​ການ​ຕ່າງໆ


ໃນ​ພາບນີ້​ທີ່​ໄດ້​ຖືກ​ເປີດ​ເຜີຍ ໃນ​ວັນ​ພຸດ ທີ 6 ພະ​ຈິກ 2019 ​ໂດຍ​ອົງ​ການພະ​ລັງ​ງານ​ປະ​ລະ​ມະ​ນູ​ຂອງ​ອີ​ຣ່ານ, ​ສະ​ແດງ​ໃຫ້​ເຫັນ​ລົດ​ບັນ​ທຸກ ທໍ່ຂອງ​​ແກັ​ສ​ຢູ​ເຣ​ນຽມ ເຮັກ​ສຟ​ຣູ​ໂອ​ໄຣ ແລ່ນ​ອອກ​ມ​ມາ​ຈາກ​ໂຮງ​ກັ່ນ Ahmadi Roshan ​ໃນ​ເມືອງ Natanz ​ໄປ​ຍັງ​ໂຮງ​ງານ​ນິວ​ເຄລຍ ​​ຟໍ​ໂດ.
ໃນ​ພາບນີ້​ທີ່​ໄດ້​ຖືກ​ເປີດ​ເຜີຍ ໃນ​ວັນ​ພຸດ ທີ 6 ພະ​ຈິກ 2019 ​ໂດຍ​ອົງ​ການພະ​ລັງ​ງານ​ປະ​ລະ​ມະ​ນູ​ຂອງ​ອີ​ຣ່ານ, ​ສະ​ແດງ​ໃຫ້​ເຫັນ​ລົດ​ບັນ​ທຸກ ທໍ່ຂອງ​​ແກັ​ສ​ຢູ​ເຣ​ນຽມ ເຮັກ​ສຟ​ຣູ​ໂອ​ໄຣ ແລ່ນ​ອອກ​ມ​ມາ​ຈາກ​ໂຮງ​ກັ່ນ Ahmadi Roshan ​ໃນ​ເມືອງ Natanz ​ໄປ​ຍັງ​ໂຮງ​ງານ​ນິວ​ເຄລຍ ​​ຟໍ​ໂດ.

ຝ​ຣັ່ງ ເຢຍ​ຣະ​ມັນ ອັງ​ກິດ ແລະ​ສະ​ຫະ​ພາບ​ຢູ​ໂຣ​ຮບ ກ່າວ​ວ່າ ພວກ​ເພິ່ນມີ​ “ຄວາມ​ເປັນ​ຫ່ວງ​ຢ່າງ​ຍິ່ງ” ກ່ຽວ​ກັບ ​ການເຄື່ອນໄຫວ​ຕ່າງໆ ໃນ​ການ​ກັບມາ​ກັ່ນ​ທາດ​ຢູ​ເຣ​ນຽມຄືນໃໝ່​ອີກ ແລະ​ສິ່ງ​ທີ່​ພວກ​ເພິ່ນ​ເອີ້ນ​ວ່າ “ການ​ເລັ່ງ​ລັດ​ເພື່ອຖອນ​ຕົວ” ​ອອກ​ຈາກ​ຄວາມ​ໝັ້ນ​ໝາຍຂອງ​ອີ​ຣ່ານ ທີ່​ໄດ້​ໃຫ້​ໄວ້ ພາຍ​ໃຕ້​ຂໍ້​ຕົກ​ລົງ ປີ 2015 ກ່ຽວ​ກັບ ໂຄງ​ການ​ນິວ​ເຄ​ລຍ​ຂອງ​ປະ​ເທດນັ້ນ ຊຶ່ງເຫັນ​ວ່າ​ເປັນ​ທີ່​ໜ້າເສົ້າ​ໃຈ.

ໃນ​ຖະ​ແຫລງ​ການ​ຮ່ວມ​ສະ​ບັບ​ນຶ່ງ ທີ່​ໄດ້​ຖືກ​ເປີ​ດ​ເຜີຍ​ໃນ​ວັນ​ຈັນ​ວານນີ້ ບັນ​ດາລັດ​ຖະ​ມົນ​ຕີ​ວ່າ​ການ​ຕ່າງ​ປະ​ເທດ ໄດ້​ຊຸກ​ຍູ້​ອີ​ຣ່ານ​ໃຫ້​ຕ່າວ​ປີ້ນ ທຸກ​ມາດ​ຕະ​ການ​ທີ່​ຕົນ​ໄດ້​ເຮັດ​ລົງ​ໄປ ທີ່​ຄັດ​ກັບມາດ​ຕະ​ການ​ທີ່​ໄດ້​ວາງ​ເອົາ​ໄວ້ ໃນ ແຜນການປະຕິບັດງານຮ່ວມຮອບດ້ານ ຫຼື JCPOA ຊຶ່ງ​ໄດ້​ຈຳ​ກັດ​ການ​ເຄື່ອນ​ໄຫວ​ດ້ານ​ນິວ​ເຄ​ລຍ​ຂອງ​ອີ​ຣ່ານ ໃນ​ການ​ແລກ​ປ່ຽນ​ກັບ​ການ​ຜ່ອນ​ຜັນ​ມາດ​ຕະ​ການ​ລົງ​ໂທດ.

ອີ​ຣ່ານ​ໄດ້​ເລີ້ມ​ຄືນ​ໃໝ່​ການ​ກັ່ນ​ທາດ​ຢູ​ເຣ​ນຽມ ຢູ່​ທີ່​ໂຮງ​ງານ​ຟໍໂດຂອງ​ຕົນ ຊຶ່ງ​ໄດ້​ກາຍ​ຂີດ​ຈຳ​ກັດ ລະ​ດັບ​ການ​ກັ່ນ​ທາດ​ຢູ​ເຣ​ນຽມ ແລະ​ຈຳ​ນວນ​ທາດ​ທີ່​ໄດ້​ຖືກ​ກັ່ນ​ແລ້ວນັ້ນ ທີ່​ອະ​ນຸ​ຍາດ​ໃຫ້​ເກັບ​ໄວ້​ໃນ​ຄັງ ໃນ​ຂະ​ນະ​ດຽວ​ກັນ ຍັງ​ໄດ້​ປ​ະກາດເຖິງວຽກ​ງານ​ການ​ພັດ​ທະ​ນາເຄື່ອງ​ປັ່ນ​ແຍກ​ ໃຫ້​ທັນ​ສະ​ໄໝ​ຂຶ້ນນຳ​ດ້ວຍ. ປະ​ທາ​ນາ​ທິ​ບໍ​ດີ ອີ​ຣ່ານ ທ່ານ​ຮາ​ສ​ຊານ ຣູ​ຮາ​ນີ ໄດ້​ກ່າວ​ວ່າ ບາດ​ກ້າວ​ທັງຫຼາຍ​ແມ່ນ​ຕ່າວ​ປີ້ນ​ຄືນ​ໄດ້ ຖ້າ​ຫາກ​ຜູ້​ລົງ​ນາມ​ອື່ນໆ ຕົກ​ລົງ​ຊ່ອຍ​ອີ​ຣ່ານ ຫຼີກ​ເວັ້ນ​ມາດ​ຕະ​ການ​ລົງ​ໂທດ​ຂອງ​ສະ​ຫະ​ລັດ.

ໃນ​ຖະ​ແຫລງ​ການ​ຂອງ​ພວກ​ເພິ່ນນັ້ນ ຝ​ຣັ່ງ ເຢຍ​ຣະ​ມັນ ອັງ​ກິດ ແລະ​ສະ​ຫະ​ພາບ​ຢູ​ໂຣບ ໄດ້​ກ່າວ​ວ່າ ຝ່າຍ​ພວກ​ເພິ່ນ​ທັງຫຼາຍ ໄດ້ “ປະ​ຕິ​ບັດ​ຕາມ​ຢ່າງ​ເຕັມ​ສ່ວນ” ຄວາມ​ໝັ້ນ​ໝາຍ​ຂອງ​ຕົນ ພາຍ​ໃຕ້​ຂໍ້​ຕົກ​ລົງ​ດັ່ງ​ກ່າວ ລວມ​ທັງ ການ​ຍົກ​ເລີກ​ມາດ​ຕະ​ການ​ລົງ​ໂທດ ທີ່​ພວກ​ເພິ່ນ​ໄດ້​ວາງ​ຕໍ່​ອີ​ຣ່ານ ຍ້ອນ​ຄວານ​ຢ້ານ​ວ່າ ອີ​ຣ່ານ ຈະ​ຫາ​ທາງ​ພັດ​ທະ​ນາ​ອາ​ວຸດ​ນິວ​ເຄ​ລຍ​ຂອງ​ຕົນ. ອີ​ຣ່ານ ກ່າວ​ວ່າ ໂຄງ​ການ​ນິວ​ເຄ​ລຍ​ຂອງ​ຕົນ ແມ່ນ​ພຽງ​ສຳ​ລັບ​ຈຸດ​ປະ​ສົງ​ໃນ​ທາງ​ທີ່​ສັນ​ຕິ​ເທົ່າ​ນັ້ນ.

ຖະ​ແຫລງ​ການ​ໄດ້​ກ່າວ​ອີກວ່າ “ມັນ​ບໍ່​ແມ່ນ​ເລື້ອງສຳ​ຄັນ ທີ່ອີ​ຣ່ານ ປະ​ຕິ​ບັດ​ຕາມຄວາມ​ໝັ້ນ​ໝາຍ​ໃນຂໍ້​ຕົກ​ລົງ JCPOA ແລະ​ຮ່ວມ​ມື​ກັບ​ທຸກ​ຝ່າຍທີ່​ເຂົ້າ​ຮ່ວມ​ໃນ JCPOA ເພື່ອ​ຫລຸດ​ຜ່ອນ​ຄວາມ​ເຄັ່ງ​ຕຶງ.”

ຂໍ້​ຕົກ​ລົງ ໃນ​ຂັ້ນ​ຕົ້ນ ​ຍັງ​ປະ​ກອບ​ດ້ວຍ ຈີນ ຣັດ​ເຊຍ ແລະ​ສະ​ຫະ​ລັດ. ປະ​ທາ​ນາ​ທິ​ບໍ​ດີ ສ​ະຫະ​ລັດ ທ່ານ​ດໍ​ໂນລ ທ​ຣຳ ໄດ້​ຖອນ​ຕົວ ອອກ​ຈາກ​ຂໍ້​ຕົກ​ລົງ​ນີ້ ເມື່ອ​ປີ​ກາຍນີ້.

ແລະ​ໃນ​ວັນ​ຈັນ​ວານນີ້ ຄະ​ນະ​ຕິດ​ຕາມກວດ​ກາ​ນິວ​ເຄ​ລຍ​ຂອງ​ສ​ະ​ຫະ​ປະ​ຊາ​ຊາດ ໄດ້ກ່າວ​ວ່າ ​ວັດ​ຖຸ​ທາດຢູ​ເຣ​ນຽມ ໄດ້​ຖືກກ​ວດ​ພົບ​ຢູ່ ​ສະ​ຖານ​ທີ່​ນິວ​ເຄ​ລຍ ​ທີ່ບໍ່ໄດ້​ແຈ້ງ​ໃຫ້​ຊາບ ຢູ່​ໃນ​ອີ​ຣ່ານ.

ອ່ານ​ຂ່າວນີ້​ຕື່ມ ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG