ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະ​ພາ​ຢູ​ໂຣບ ໂຈະ​ການ​ເຮັດ​ວຽກ​ກັບ​ ກາ​ຕ້າ ເພື່ອ​ເປັນ​ການ​ຕອບ​ໂຕ້​ ຕໍ່​ຂ່າວນອງ​ນັນ


ປະທານສະພາຢູໂຣບ ທ່ານນາງ ໂຣເບີຕ້າ ເມັດໂຊລາ, ກ່າວຄຳປາໄສຢູ່ນອກກອງປະຊຸມສຸດຍອດ ສະຫະພາບ ຢູໂຣບ, ນະຄອນຫຼວງ ບຣັສໂຊລສ໌, ປະເທດ ແບລຈຽມ, 15 ທັນວາ 2022.
ປະທານສະພາຢູໂຣບ ທ່ານນາງ ໂຣເບີຕ້າ ເມັດໂຊລາ, ກ່າວຄຳປາໄສຢູ່ນອກກອງປະຊຸມສຸດຍອດ ສະຫະພາບ ຢູໂຣບ, ນະຄອນຫຼວງ ບຣັສໂຊລສ໌, ປະເທດ ແບລຈຽມ, 15 ທັນວາ 2022.

ສະ​ພາ​ຢູ​ໂຣບ​ໄດ້​ຢຸດ​ວຽກ​ງານ​ທັງ​ໝົດ ກ່ຽວ​ກັບ ຮ່າງ​ກົດ​ໝາຍ​ນິ​ຕິ​ບັນ​ຍັດ​ທີ່​ເຊື່ອມ​ໂຍງ​ ກັບ​ປະ​ເທດ ກາ​ຕ້າ ຊົ່ວ​ຄາວ​ ໃນ​ວັນ​ພະ​ຫັດ​ວານນີ້​ ຫຼັງ​ຈາກ​ຂ່າວນອງ​ນັນ​ການ​ກໍ່​ອາ​ຊະ​ຍາ​ກຳ​ສໍ້​ລາດ​ບັງຫຼວງ​ທີ່​ປະ​ກອບ​ມີ​ຮອ​ງ​ປະ​ທານຂອງ​ສະ​ພາ​ດັ່ງ​ກ່າວ​ໄດ້ກໍ່​ໃຫ້​ເກີດ​ຄ​ວາມ​ໂມ​ໂຫ.

ປະ​ທານ​ສະ​ພາ​ຢູ​ໂຣບ ທ່າ​ນ​ນາງ ໂຣເບີ​ຕ້າ ເມັດ​ໂຊ​ລາ ໄດ້​ກ່າວ​ຕໍ່​ບັນ​ດາ​ຜູ້​ນຳ​ສະ​ຫະ​ພາບ​ຢູ​ໂຣບ​ວ່າ ທ່ານ​ນາງ​ຈະ​ນຳ​ພາ​ການ​ປະ​ຕິ​ຮູບ​ເພື່​ອ​ປ້ອງ​ກັນ​ການ​ເຮັດ​ຊ້ຳ​ຄືນ ກ່ຽວ​ກັບ ການ​ກະ​ທຳ​ທີ່ບໍ່​ຖືກ​ຕ້ອງ ​ໃນ​ບັນ​ດາ​ສະ​ມາ​ຊິກ​ຂອງ​ສະ​ພາ ທີ່​ລວມ​ມີ​ການ​ຊື້​ຈ້າງ ແລະ ການ​ຊັກ​ຊວນ​ໃຫ້​ສະ​ໜັບ​ສະ​ໜູນ​ໂດຍ​ເຈົ້າ​ພາບ​ກິ​ລາ​ເຕະ​ບານ​ໂລກ ປະ​ເທດ ກາ​ຕ້າ.

ຢູ່ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ລຸນ​ຫຼັງ​ການ​ລົງ​ຄະ​ແນນ​ສຽງ​ໃນ​ວັນ​ພະ​ຫັດ​ວານນີ້, ທ່ານ​ນາງ ເມັດ​ໂຊ​ລາ ໄດ້​ກ່າວ​ຕໍ່​ບັນ​ດາ​ນັກ​ຂ່າວ​ວ່າ​ຂະ​ບວນ​ການ​ທາງ​ອາ​ຍາ​ແມ່ນ​ໄດ້​ສ້າງ​ຄວາມ​ເສຍ​ຫາຍ​ຕໍ່​ປະ​ຊາ​ທິ​ປະ​ໄຕສຳ​ລັບ​ຢູ​ໂຣບ, “ແລະສຳ​ລັບ​ທຸກ​ຢ່າງ​ທີ່​ພວ​ກ​ເຮົາ​ສະ​ໜັບ​ສະ​ໜູນ, ການ​ເຊື່​ອ​ຖື​ທີ່​ໃຊ້​ເວ​ລາຫຼາຍ​ປີ​ເພື່ອ​ສ້​າງ​ຂຶ້ນ.”

ທ່ານ​ນາງ​ໄດ້​ປະ​ກາດ ​ໂຄງ​ການ​ປະ​ຕິ​ຮູບ ​ທີ່​ຈະ​ມີ​ຄວາມ​ພ້ອມ ​ພາຍ​ໃນ​ວັນ​ທີ 1 ຂອງ​ປີ, ລວມ​ທັງ​ “ການ​ເສີມ​ຂະ​ຫຍາຍ​ລະ​ບົບ​ການ​ປົກ​ປ້ອງ​ຜູ້​ລາຍງານ​ການ​ກະ​ທຳ​ຜິດ​ຂອງ​ສະ​ພາ, ຫ້າມກຸ່ມ​ເພື່ອນ​ມິດ​ທີ່ບໍ່​ເປັນ​ທາງ​ການ​ທັງ​ໝົດ, ທົບ​ທວນ​ການກ​ວດ​ກາ​ກົດ​ເກນຈັ​ນ​ຍາ​ບັນຂອງ​ພວກ​ເຮົາ ແລະ ພິ​ຈາ​ລະ​ນາ​ວິ​ທີ​ທີ່​ພ​ວ​ກ​ເຮົາ​ພົວ​ພັນ​ກັບ​ປະ​ເທດ​ທີ​ສາ​ມ​ຢ່າ​ງ​ຄົບ​ຖ້ວ​ນ ແລ​ະ ລະ​ອຽ​ດ.”

ສະ​ພາ​ຢູ​ໂຣບ, ເຊິ່ງ​ແມ່ນ​ນຶ່ງ​ໃນ​ອົງ​ການ​ນິ​ຕິ​ບັນ​ຍັດ​ຂອ​ງ​ສະ​ຫະ​ພາບ​ຢູ​ໂຣບ​ນັ້ນ,

ໄດ້​ກ່າວ​ວ່າ​ເຂົາ​ເຈົ້າ​ຈະ​ຢຸດ​ວຽກ​ງານ ການ​ຮ່າງ​ກົດ​ໝາຍ​ນິ​ຕິ​ບັນ​ຍັດ ກ່ຽວ​ກັບ ປະ​ເທດ ກາ​ຕ້າ ຊົ່ວ​ຄາວ, ໂດດ​ເດັ່ນ​ກວ່າ​ໝູ່​ແມ່ນ ກ່ຽວ​ກັບ ການ​ເຄື່ອນ​ໄຫວ​ຢ່າງ​ເສ​ລີ​ໃນ​ເຂດ​ສະ​ຫະ​ພາບ​ຢູ​ໂຣບ, ຂໍ້​ຕົກ​ລົງ​ກາ​ນ​ບິນ​ລະ​ຫວ່າງ ສະ​ຫະ​ພາບ​ຢູ​ໂຣບ ແລະ ກາ​ຕ້າ, ແລະ ແຜນ​ການ​ຢ້ຽມ​ຢາມ​ຈົນ​ກວ່າ​ການ​ກ່າວ​ຫາ​ຕ່າງ​ໆ​ຖືກ​ຢືນ​ຢັນ ຫຼື ຍົກ​ເລີກ.

ພວກ​ຜູ້​ແທນ​ປະ​ເທດ ກາ​ຕ້າ ຈະ​ຖືກ​ຫ້າມ​ຈາກ​ການ​ເຂົ້າ​ໄປ​ໃນ​ສະ​ຖານ​ທີ່​ຂອງ​ສະ​ພາ.

ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ສະ​ຫະ​ພາບ​ຢູ​ໂຣບ​ ໄດ້​ໜູນຫຼັງຍັດ​ຕິ 541-2 ແລະ ໄດ້​ກ່າວ​ວ່າ ​ເຂົາ​ເຈົ້າ “ຕົກ​ໃຈ” ກັບ​ການ​ກ່າວ​ຫາ​ສໍ້​ລາດ​ບັງຫຼວງ, ເຊິ່ງ​ແມ່ນ​ນຶ່ງ​ໃນ​ຂ່າວນອງ​ນັນ​ທີ່​ໃຫຍ່​ທີ່​ສຸດ​ຂອງ​ສະ​ຫະ​ພາບ​ໃນ​ປັດ​ຈຸ​ບັນ​ນີ້.

ບັນ​ດາ​ນັກ​ສືບ​ສວນ​ສອບ​ສວນ ແບ​ລ​ຈຽມ ໄດ້​ກວ​ດ​ຄົ້ນ​ເຮືອນ 19 ຫຼັງແລະຫ້ອງ ​ການ​ຕ່າງໆ​ຂອງ​ສະ​ພາ​ຢູ​ໂຣບ ກວດ​ກາ​ການ​ກ່າວ​ຫາ​ທີ່​ວ່າ ກາ​ຕ້າ ໄດ້​ທຳ​ການ​ຊື້​ຈ້າງ​ຂະ​ໜາດ​ໃຫຍ່​ເພື່ອ​ຊັກ​ຈູງ​ການ​ໂຕ້​ຖຽງ ກ່ຽວ​ກັບນະ​ໂຍ​ບາຍ​ຂອງ​ສະ​ພາ​ນັ້ນ.

ແຫຼ່ງ​ຂ່າວ​ແຫ່ງ​ນຶ່ງ​ທີ່​ໃກ້​ຊິດ ​ກັບ​ການ​ສືບ​ສວນ​ສອບ​ສວນ​ໄດ້​ກ່າວ​ຕໍ່​ອົງ​ການ​ຂ່າວ ຣອຍ​ເຕີ​ວ່າ ເງິນນຶ່ງ​ລ້ານ​ຫົກ​ແສນ​ໂດ​ລາ​ໄດ້​ຖືກ​ຍຶດ​ໃນ​ການ​ບຸກກວດ​ຄົ້ນ, ແລະ ມີ​ຄົນ​ຖືກ​ຈັບ​ໃນ​ການ​ກ່າວ​ຫາ​ສໍ້​ລາດ​ບັງຫຼວງ, ລວມ​ທັງ​ຮອງ​ປະ​ທານ​ສະ​ພາ ທ່ານ​ນາງ ເອ​ວາ ຄາຍ​ລີ ຈາກ​ປະ​ເທດ ກ​ຣີ​ສ.

ບັນ​ດາ​ເຈົ້າ​ໜ້າ​ທີ່​ຢູ່​ນະ​ຄອນຫຼວງ ເອ​ເທັນ​ສ໌ ​ປະ​ເທດ ກ​ຣີ​ສ໌ ໃນ​ວັນ​ຈັນ​ທີ່​ຜ່ານ​ມາ​ໄດ້​ກັກ​ຊັບ​ສິນ​ຂອງ​ທ່ານ​ນາງ ຄາຍ​ລີ, ແລະ ພັກ​ການ​ເມືອງ​ຂອງ​ທ່າ​ນ​ນາງ​ໃນ​ປະ​ເທດກ​ຣີ​ສ ຍັງ​ໄດ້​ຢຸດ​ການ​ເຮັດ​ວຽກ​ຂອງ​ອະ​ດີດ​ນັກ​ຂ່າວ​ໂທ​ລະ​ພາບ​ດັ່ງ​ກ່າວ. ທັງ​ທ່າ​ນ​ນາງ ຄາຍ​ລີ ແລະເຈົ້າ​ໜ້າ​ທີ່ ກາ​ຕ້າ ໄດ້​ປະ​ຕິ​ເສດກ​ນາ​ກະ​ທຳ​ຜິດ​ໃດໆ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG