ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໒ ຕຸລາ ໒໐໒໔

ບໍລິສັດໃນຢູໂຣບ ສົງໄສກ່ຽວກັບຄວາມຕ້ອງການເພື່ອແກ້ໄຂລະບົບເສດຖະກິດຂອງ ຈີນ


ຮູບພາບຕູ້ຄອນເທັນເນີ້ຂົນສົ່ງ ແລະເຫຼັກຍົກຕູ້ຄອນເທັນເນີ້ ຢູ່ທີ່ທ່າກໍາປັ່ນໃນເມືອງ ລຽນຢຸນກັງ (Lianyungang), ແຂວງຈຽງສູ ທາງພາກຕາເວັນອອກຂອງປະເທດຈີນ, ວັນທີ 7 ສິງຫາ 2024.
ຮູບພາບຕູ້ຄອນເທັນເນີ້ຂົນສົ່ງ ແລະເຫຼັກຍົກຕູ້ຄອນເທັນເນີ້ ຢູ່ທີ່ທ່າກໍາປັ່ນໃນເມືອງ ລຽນຢຸນກັງ (Lianyungang), ແຂວງຈຽງສູ ທາງພາກຕາເວັນອອກຂອງປະເທດຈີນ, ວັນທີ 7 ສິງຫາ 2024.

ບັນດາບໍລິສັດຢູໂຣບໃນປະເທດຈີນສົງໄສວ່າລັດຖະບານມີແຜນການທີ່ໜ້າເຊື່ອຖື ເພື່ອຊຸກຍູ້ຄວາມຕ້ອງການໃນດ້ານເສດຖະກິດທີ່ກຳລັງຊຸດໂຊມລົງ ຫຼື ຈະດຳ ເນີນການປະຕິຮູບທີ່ໄດ້ສັນຍາມາດົນນານແລ້ວຄືນໃໝ່, ທີ່ໄດ້ເຮັດໃຫ້ຄວາມ ຕ້ອງການໃນການລົງທຶນດັ່ງກ່າວນັ້ນຫຼຸດລົງ.

ສະພາການຄ້າຂອງສະຫະພາບຢູໂຣບໃນປະເທດຈີນ ກ່າວໃນເອກະສານ ສະແດງຈຸດຢືນຫຼ້າສຸດຂອງຕົນວ່າ ປັດຈຸບັນ ຫຼາຍໆບໍລິສັດສະມາຊິກຫຼາຍກວ່າ 1,700 ບໍລິສັດ ເລີ້ມຮັບຄວາມຈິງກ່ຽວກັບບັນຫາທີ່ພວກເຂົາເຈົ້າປະເຊີນ​ວ່າ ອາດຈະກາຍມາເປັນລັກສະນະຖາວອນ ແທນທີ່ຈະເປັນ “ບັນ​ຫາທີ່ເພີ້ມຂຶ້ນ” ຂອງຕະຫຼາດທີ່ກໍາລັງພົ້ນເດັ່ນ.

ທ່ານ ເຈັນສ໌ ແອສເຄລັນ (Jens Eskelund), ປະທານສະພາການຄ້າ ກ່າວວ່າ “ພວກເຮົາບັນລຸຈຸດສູງສຸດແລ້ວ, ໂດຍນັກລົງທຶນໃນປັດຈຸບັນໄດ້ທໍາ ການກວດກາເບິ່ງການດໍາເນີນງານຂອງພວກເຂົາເຈົ້າຢູ່ ຈີນ ຢ່າງໃກ້ຊິດ ເນື່ອງຈາກສິ່ງທ້າທາຍຂອງການດໍາເນີນທຸລະກິດ ເລີ້ມມີຜົນເກີນກວ່າການ ຕອບແທນ."

ທ່ານກ່າວຢູ່ໃນງານລະຫວ່າງການເຜີຍແຜ່ເອກະສານດັ່ງກ່າວນັ້ນຕື່ມວ່າ “ມັນໄດ້ກາຍມາເປັນເລື່ອງຍາກຫຼາຍກວ່າເກົ່າ ໃນການສ້າງລາຍໄດ້ຢູ່ຕະຫຼາດ ຈີນ.”

​ໃນ​ປີ 2023, ການ​ລົງທຶນ​ໂດຍ​ກົງ​ຈາກ​ສະຫະພາບ​ຢູໂຣບສູ່​ ຈີນ ໄດ້ຫຼຸດ​ລົງມາ ເຫຼືອພຽງ 29 ເປີເຊັນ​ ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີກ່ອນໃນຈໍານວນ 6.4 ຕື້​ຢູ​ໂຣ ຫຼື ປະມານ 7.06 ຕື້​ໂດ​ລາ​, ​ໃນ​ຂະນະ​ທີ່​ຄະນະ​ກຳມະການກ່າວ​ວ່າ ອັດຕາ​ກຳ​ໄລ​ສ່ວນເກີນໃນ ​ຈີນ ຫຼຸດ​ລົງ​ປະມານ 2 ສ່ວນ 3 ສຳ​ລັບສະມາຊິກ ຂອງຕົນ, ເຊິ່ງມີຈໍານວນເທົ່າກັບ ຫຼື ຕ່ຳກວ່າຄ່າສະເລ່ຍຢູ່ໃນທົ່ວໂລກ.

ອ່ານຂ່າວດ້ານລຸ່ມນີ້ເປັນພາສາອງກິດ

BEIJING, Sept 11 (Reuters) - European firms in China doubt the government has a credible plan to boost demand in the ailing economy or will carry out long-promised reforms, diminishing their appetite to invest in the country, a European business lobby group said on Wednesday.

The European Union Chamber of Commerce in China said in the latest edition of its Position Paper that many of its more than 1,700 member companies were now reconciling themselves to the fact that the problems they face may have become permanent features rather than "growing pains" of an emerging market.

"A tipping point has been reached, with investors now scrutinising their China operations more closely as the challenges of doing business are beginning to outweigh the returns," Jens Eskelund, the chamber's president, said.

"It has become so much harder to make money in the Chinese market," he added, speaking at an event where the paper was released.

In 2023, EU foreign direct investment flows to China dropped by 29% from the previous year to 6.4 billion euros ($7.06 billion), European Commission data shows, while the chamber said that profit margins in China had sunk for around two thirds of its members to equal to or below the global average.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG