ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ການຕັດສິນໃຈຂອງຄະນະກໍາມາທິການຢູໂຣບ ກ່ຽວກັບຄວາມເປັນໄປໄດ້ໃນການສະໝັກເຂົ້າເປັນສະມາຊິກ EU ຂອງ ຢູເຄຣນ


ລາຍງານກ່ຽວກັບ ການຕັດສິນໃຈຂອງຄະນະກໍາມາທິການຢູໂຣບ ເຖິງຄວາມເປັນໄດ້ໃນການສະໝັກເຂົ້າເປັນສະມາຊິກຂອງສະຫະພາບຢູໂຣບ

ຝ່າຍບໍລິຫານງານລະດັບສູງຂອງສະຫະພາບຢູໂຣບ ຫຼື EU ຄາດການໄວ້ວ່າ ຈະດໍາເນີນການຕັດສິນໃຈໃນໄວໆນີ້ ທີ່ຈະແນະນໍາໃຫ້ ຢູເຄຣນໄດ້ຮັບສະຖານະພາບເປັນຜູ້ເໝາະ​ສົມ​ສະ​ໝັກ​ເຂົ້າ​ເປັນສະມາຊິກ ສະຫະພາບຢູໂຣບ ຫຼື ບໍ່? ຄະນະກໍາມາທິການຂອງ EU, ເຊິ່ງຕ້ອງໄດ້ໃຫ້​ການອະນຸມັດຄໍາແນະນໍາດັ່ງກ່າວນັ້ນຢ່າງເປັນເອກະສັນກັນ ຈະໄດ້ຈັດການ ອະ​ພິ​ປາຍກ່ຽວກັບບັນຫານີ້ ຢູ່ທີ່ກອງປະຊຸມສຸດຍອດໃນວັນທີ 23 ຫາ 24 ມິຖຸນາ ທີ່ຈະມາເຖິງນີ້. ໃນຂະ​ນະທີ່ຜູ້ນໍາຂອງບາງປະເທດສະມາຊິກຂອງ EU ໄດ້ສົ່ງ ສັນຍານວ່າ​ຈະສະໜັບສະໜຸນການກ້າວ​ໄປ​ເຊັ່ນ​ນັ້ນ, ແຕ່ບາງປະເທດສະມາຊິກ ແມ່ນຍັງ​ລັ່ງ​ເລໃຈ​ຢູ່. ມີໂຮສລາວາ ກອນກາດເຊ (Myroslava Gongadze) ມີລາຍງານຈາກນະຄອນວໍຊໍ, ຂອງ​ໂປ​ແລນ ເຊິ່ງທິບສຸດາ ມີລາຍລະອຽດມາ ສະເໜີທ່ານ ໃນອັນດັບຕໍ່ໄປ.

ປະທານຄະນະກໍາມາທິການຢູໂຣບ, ທ່ານນາງເອີຊູລາ ວອນ ເດີ ເລເຢນ (Ursula Von der Leyen) ໃນລະຫວ່າງການຢ້ຽມຢາມນະຄອນຫຼວງ ກີຢິບຄັ້ງຫຼ້າສຸດ ທ່ານນາງໄດ້ພົບກັບປະທານາທິບໍດີ ໂວໂລດີເມຍ ເຊເລັນສກີ ເພື່ອປຶກສາຫາລືກ່ຽວກັບການຟື້ນຟູປະເທດຄືນ ແລະການກ້າວເຂົ້າສູ່ການເປັນ ສະມາຊິກຂອງສະຫະພາບຢູໂຣບ ໃນ​ຂະ​ນະ​ທີ່ EU ມີກໍານົດທີ່ຈະ ມີ​ການ​ອະ​ພິ​ປາຍກ່ຽວກັບປະເດັນນີ້ໃນອີກບໍ່ເທົ່າໃດອາທິດຂ້າງໜ້ານີ້.

ຫົວໜ້າຄະນະກໍາມາທິການຢູໂຣບ ກ່າວກັບບັນດາຜູ້ນໍາຢູໂຣບ ຕາເວັນອອກ ພາຍໃນເດືອນນີ້ ວ່າມັນ​ເປັນ​ຜົນ​ປະ​ໂຫຍດໃນທາງຍຸດທະສາດຂອງ EU ແລະ ໜ້າທີ່ແຫ່ງສິນລະທໍາທີ່​ຈະ​ໃຫ້ການຕ້ອນຮັບເອົາຢູເຄຣນ ເຂົ້າມາເປັນປະເທດ ສະມາຊິກຂອງກຸ່ມ ທີ່​ມີ 27 ປະ​ເທດນັ້ນ. ທ່ານນາງ ວອນ ເດີ ເລເຢນ ຍັງໄດ້ ກ່າວຕື່ມວ່າ ກ່ອນ​ອື່ນ​ໝົດ ຢູເຄຣນ ຕ້ອງໄດ້ມີ​ເງື່ອນ​ໄຂ​ຄົບ​ຖ້ວນຕາ​ມ​ມາດ​ຕະ​ຖານ ແລະຂໍ້​ກຳ​ນົດຕ່າງໆຂອງ EU ເສຍກ່ອນ.

ທ່ານນາງເອີຊູລາ ວອນ ເດີ ເລເຢນ, ປະທານກໍາມາທິການຢູໂຣບ ກ່າວວ່າ:

“ບໍ່ມີທາງລັດໃດໆ, ບໍ່ມີມາດຕະຖານທີ່ສ່ຽງເດົາອັນໃດ ແລະ ສິ່ງເຫຼົ່ານັ້ນຈະ ຕ້ອງໄດ້​ມີ​ຢ່າງຄົບ​ຖ້ວນ ເພາະວ່າ ນີ້ແມ່ນ ເປັນ​ແນວນັ້ນ​ໝົດ ສໍາລັບພວກເຮົາ ທີ່ເປັນສະມາຊິກຂອງສະຫະພາບຢູໂຣບ, ແລະ ພວກເຮົາກໍຮູ້ດີ ໃນ​ແຕ່​ລະ​ວັນວ່າ ມັນຍາກພຽງໃດທີ່ຈະຮັກສາມາດ​ຕະ​ຖານດັ່ງກ່າວນີ້ໄວ້​ໄດ້ ໃນທັງໝົດ 27 ປະເທດພວກ​ເຮົາ.”

ຄວາມພະຍາຍາມທີ່​ມີ​ມາຍາວນານຂອງຢູເຄຣນ ໃນການຫຍັບ​ເຂົ້າໄປໃກ້ ສະຫະພາບຢູໂຣບ ໄດ້ກະ​ຕຸ້ນໃຫ້ເກີດການປະຕິວັດທາງດ້ານກຽດສັກສີຂຶ້ນ ໃນປີ 2014, ເຊິ່ງຮູ້ໃນອີກຊື່ນຶ່ງວ່າ ການປະຕິວັດມາຍເດິນ (Maidan), ລຸນຫຼັງທີ່ຜູ້ນໍາຂອງຢູເຄຣນທີ່ໜູນ​ຫລັງໂດຍ​ຣັດເຊຍ ໃນເວລານັ້ນ ປະຕິເສດ ທີ່ຈະລົງນາມໃນຂໍ້ຕົກລົງທາງການຄ້າທີ່ມີຊື່ສຽງກັບສະຫະພາບຢູໂຣບ.

ໃນທີ່ສຸດ, ຂໍ້ຕົກລົງດັ່ງກ່າວກໍໄດ້ຮັບຖືກເຊັນ.

ເປັນເວລາຫຼາຍມື້ ພາຍຫຼັງທີ່ຣັດເຊຍ ໄດ້ບຸກລຸກເຂົ້າໄປຢູເຄຣນໃນມື້ວັນທີ 24 ກຸມພາທີ່ຜ່ານມາ, ປະທານາທິບໍດີ ໂວໂລດີເມຍ ເຊເລັນສກີ ໄດ້ສົ່ງຈົດໝາຍ ອອກໄປເພື່ອເລີ້ມຕົ້ນຂະບວນການ ໃຫ້ໄດ້ຮັບສະຖານະພາບຂອງຜູ້ເໝາະສົມສະໝັກເປັນ​ສະ​ມາ​ຊິກ.

ແຕ່​ວ່າປະເທດສະມາຊິກຂອງ EU ບາງປະເທດເຊັ່ນ ເນເທີແລນ, ແບລຈ້ຽມ, ເດັນມາກ ແລະ ອອສເຕຣຍ ຕ່າງກໍພາກັນ ລັ່ງ​ເລໃຈທີ່ຈະໃຫ້ສະຖານະພາບ ແກ່ຢູເຄຣນວ່າເໝາະ​ສົມເປັນ​ຜູ້ສະໝັກເຂົ້າເປັນສະມາຊິກ.

ຮອງ​ລັດຖະມົນຕີກະຊວງການຕ່າງປະເທດຄົນທໍາອິດຂອງຢູເຄຣນ, ທ່ານເອີ ມາຍ ຊັບປໂຣວາ (Emine Dzhaparova), ບອກກັບ VOA ວ່າ ການ ສະແດງຄວາມເລັ່ງ​ເລ​ໃຈ​ອອກ​ມານັ້ນ ເປັນປະເດັນພາຍໃນຂອງ EU, ເຊິ່ງ ທ່ານໄດ້ກ່າວວ່າ:

“ປະເດັນຫຼັກກໍ​ຄື ມັນບໍ່ໄດ້ກ່ຽວກັບຢູເຄຣນ, ແຕ່ມັນເປັນບາງສິ່ງ​ບາງ​ຢ່າງ ລະ ຫວ່າງພາຍໃນຂອງ EU ເອງ ເນື່ອງຈາກວິກິດການທາງວິ​ໃສ​ທັດ, ເນື່ອງຈາກ ວິກິດການໃນອະນາຄົດຂອງ EU, ເຊິ່ງເນັ້ນ​ໜັ​ກ​ທີ່ສຸດ ແມ່ນບັນຊີ​ລາຍຊື່ ລໍຖ້າຂອງບັນດາປະເທດສະມາຊິກ, ໂດຍສະເພາະຢ່າງຍິ່ງ ເມື່ອເວົ້າເຖິງບັນດາ ປະເທດໃນຂົງເຂດບາລການ (Balkan) ຕາ​ເວັນ​ຕົກ ທີ່ໄດ້ລໍຖ້າມາເປັນເວລາ ດົນນານແລ້ວ.”

ທ່ານນາງມາເຣຍ ເມີເຊັນທ໌ເຊວາ (Maria Mezentseva), ເຊິ່ງເປັນຫົວໜ້າ ຄະນະຜູ້ແທນຂອງຢູເຄຣນ ໃນການເຂົ້າຮ່ວມສະພາຢູໂຣບກ່າວວ່າ ຢູເຄຣນ ໄດ້ບັນລຸຂໍ້ຕົກລົງຂອງສະມາຄົມ EU ແລ້ວ 63 ເປີເຊັນ, ເຊິ່ງໃຊ້ ໃນການນໍາເອົາບັນດາປະເທດຢູ່ໃນພູມິພາກນີ້ ເຂົ້າໃກ້ກັບບັນທັດຖານ ແລະ ມາດຕະຖານຂອງສະຫະພາບຢູໂຣບຫຼາຍຂຶ້ນ, ໂດຍທີ່ທ່ານນາງ ໄດ້ກ່າວວ່າ:

“ມັນກໍາລັງເປັນສັນຍານສີຂຽວຂອງຢູເຄຣນ ແລະໂຄງການຂອງ EU, ເຊິ່ງໄດ້ ເລີ້ມຕົ້ນຂຶ້ນໃນຊຸມປີ 1950 ໂດຍມີຈຸດປະສົງເພື່ອສົ່ງເສີມສັນຕິພາບ, ຮັກສາ ສັນຕິພາບ ແລະສ້າງຕັ້ງສະໂມສອນເພື່ອສັນຕິພາບ. ດັ່ງນັ້ນ, ສັນຍານໄຟຂຽວ ສໍາລັບພວກເຮົາ ແລະສັນຍານໄຟຂຽວສໍາລັບການ​ເຂົ້າ​ຮ່ວມ ແລະ ການພັດທະນາ ເພີ້ມ​ຂຶ້ນ ແລະການອອກບັດແດງໃຫ້ແກ່ປູຕິນ, ອັນທີ່​ຈະເຮັດໃຫ້ລາວບໍ່ມີສິດທີ່ຈະເວົ້າໄດ້ວ່າ ເຈົ້າຮູ້ບໍ່, ‘ເບິ່ງແມະ ເຂົາ​ບໍ່​ຕ້ອງ​ການພວກເຈົ້າຢູ່​ຫັ້ນ.’”

ເອກ​ອັກ​ຄະ​ລັດ​ຖະທູດສະຫະລັດ ປະຈໍາອົງການເພື່ອຄວາມໝັ້ນຄົງ ແລະການ ຮ່ວມມືໃນຢູໂຣບ ຫຼື OSCE, ທ່ານໄມໂຄລ ຄາເພັນເຕີ (Michael Carpenter) ກ່າວຕໍ່ VOA ວ່າ ການລວມໂຕຂອງຢູເຄຣນ ເຂົ້າກັບບັນດາ ປະເທດຕາເວັນຕົກ ກໍຢູ່ໃນຜົນ​ປະ​ໂຫຍດຂອງອາເມຣິກາເຊັ່ນກັນ, ເຊິ່ງທ່ານໄດ້ກ່າວວ່າ:

“ນີ້ແມ່ນທາງເລືອກທີ່ດີທີ່ສຸດສໍາລັບຢູເຄຣນ ໃນການຢຶດ​ໝັ້ນຕົນເອງຢູ່​ກັບ ຊຸດສະຖາບັນ ທີ່ຈະຮັກສາປະຊາທິປະໄຕ, ອະທິປະໄຕທາງສັງຄົມ, ຜືນແຜ່ນ ດິນອັນຄົບຖ້ວນຊອບ​ທຳ ແລະຄຸນລັກສະນະທັງໝົດ ແຫ່ງຄວາມເປັນ ເອກ​ກະ​ລາດຂອງພວກເຂົາເຈົ້າ ທີ່ພວກເຮົາໃຫ້​ການສະໜັບສະໜຸນ ແລະໄດ້ສະໜັບ ສະໜຸນຢູ່ພາຍໃນປະເທດຢູເຄຣນມາແລ້ວເປັນເວລາດົນນານ.”

ລຸນຫຼັງທີ່ຢູເຄຣນ ໄດ້ໂຜ່​ຕົວອອກມາຈາກສົງຄາມແລ້ວ, ທ່ານ ຄາເພັນເຕີ ກ່າວວ່າ ພວກເຂົາເຈົ້າ​ຈະ​ສ້າງ​ສາ​ປະ​ເທດ​ຄືນມາໃໝ່ ໃຫ້​ກາຍ​ເປັນ​ປະ​ເທດທີ່​ມີ​ເຂັ້ມແຂງຂຶ້ນກວ່າເກົ່າ, ມີຄວາມ​ໜຽວ​ແໜ້ນ ແລະມີ​ຄວາມສາ​ມັກ​ຄີກັນ ຫຼາຍຂຶ້ນກວ່າທີ່ເຄີຍເປັນມາ.


The European Union’s executive arm is expected to decide soon whether to recommend that Ukraine be granted candidate status for EU membership. The EU Commission — which must unanimously approve the recommendation — is set to debate the issue at a summit on June 23 and 24. While some EU leaders have signaled support for the move, some member states are more reluctant. VOA’s Myroslava Gongadze reports from Warsaw.

European Commission President Ursula von der Leyen during her recent visit to Kyiv met with Ukraine’s president, Volodymyr Zelenskyy, to discuss the country’s reconstruction and progress towards European Union membership as the EU is set to debate the issue in the weeks ahead.

The head of the European Commission told eastern European leaders this month it’s in the EU’s strategic interest and a moral duty to welcome Ukraine into the 27-member group. Von der Leyen also said Ukraine would first have to meet EU standards and requirements.

Ursula von der Leyen, President of the European Commission

“No shortcuts, no wildcat standards and those have to be met because this is true for all of us in the European Union, and we know on a daily basis how hard it is to keep these standards up among us 27.”

Ukraine’s long-standing efforts to move closer to Europe helped spark the 2014 Revolution of Dignity, also known as the Maidan Revolution, after Ukraine’s pro-Russian-backed leader at the time refused to sign a popular trade agreement with the EU.

The deal was eventually signed.

Days after Russia’s February 24 invasion of Ukraine, President Volodymyr Zelenskyy sent a letter to start the process of attaining candidate status.

But some EU members, including the Netherlands, Belgium, Denmark and Austria, are reluctant to grant Ukraine candidate status.

Ukrainian First Deputy Minister of Foreign Affairs Emine Dzhaparova, told VOA that reluctance is an EU internal issue.

Emine Dzhaparova, Ukrainian First Deputy Minister of Foreign Affairs

“The main [issue] is that it is not about Ukraine, and it’s something that it’s about within EU as a crisis of vision, as a crisis of the future of the EU, with the special stress that there is the waiting list of countries, especially when it comes to the western Balkan countries, that have been waiting for so long.”

Maria Mezentseva — who heads the Ukrainian delegation to the Council of Europe — says Ukraine has completed 63% of the terms of the EU association agreement, which is used to bring countries in the region closer to EU standards and norms.

Maria Mezentseva, Ukrainian Delegation to the Council of Europe
“It's going to be a green sign for Ukraine and the project of the EU, which started back in the 1950s for the purpose of promoting peace, preserving peace and creating a club for peace. So, the greenlight for us and the greenlight for the further integration and development and the red cards for Putin, so he can’t say, you know, ‘Look, you are not wanted there.’”

The U.S. ambassador to the Organization for Security and Co-operation in Europe ((OSCE)) Michael Carpenter told VOA that Ukraine’s integration with the West is also in America’s interest.

Michael Carpenter, US Ambassador to the OSCE
“This is the best way for Ukraine to anchor itself in a set of institutions that preserve its democracy, its social sovereignty, its territorial integrity, and all the attributes of independence that we support and have long supported inside Ukraine.”

After Ukraine emerges from the war – Carpenter says - it will rebuild to become a stronger, more resilient and united country than before.

XS
SM
MD
LG