ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ກຳມາທິການ ຢູໂຣບ ສະເໜີແຜນໂຄຕ້າ ແກ້ໄຂວິກິດການ ອົບພະຍົບ


ພວກອົບພະຍົບພາກັນລໍຖ້າທີ່ຊາຍແດນ Serbia.
ພວກອົບພະຍົບພາກັນລໍຖ້າທີ່ຊາຍແດນ Serbia.

ຫົວໜ້າກຳມາທິການ ຢູ​ໂຣບ ທ່ານ Jean Claude Juncker
​ໄດ້​ຮຽກ ຮ້ອງ​ໃຫ້ບັນ​ດາ​ປະ​ເທດ​ສະມາຊິກ​ຂອງສະຫະພາບ
ຢູ​ໂຣບ ຮັບເອົາ​ອົບ​ພະຍົບ ປະມານ 160,000 ຄົນ ໄປຕັ້ງຖິ່ນ
ຖານ ​ໂດຍ​ກ່າວ​ວ່າ ກຣິສ ອີ​ຕາ​ລີ​ແລະຮັງ​ກາຣີ ບໍ່​ສາມາດ​ທີ່​ຈະ​
ຮັບ​ມື​ກັບ​ບັນຫາທີ່​ຍາກ​ລຳບາກນີ້​ໄດ້​ອີກຕໍ່ໄປແລ້ວ.

ໃນຖານຖະແຫລງ​ຕໍ່​ສະພາ​ຢູ​ໂຣບ ​ໃນ​ວັນ​ພຸດ​ມື້​ນີ້ ທ່ານ Junc-
ker ​ໄດ້​ຮຽກຮ້ອງໃຫ້​ຢູ​ໂຣບປະ​ເຊີນ​ໜ້າ ​ກັບ​ວິ​ກິ​ດການ​ອົບ​ພະ
ຍົບ​ໃນ​ປັດຈຸ​ບັນ ດ້ວຍ​ການ​ຮ່ວມ​ແຮງຮວມ​ໃຈ​ກັນ. ທ່ານ​ກ່າວ​
ວ່າ ການອະນຸມັດຢ່າງ​ສຸກ​ເສີນ ກ່ຽວກັບການ​ຕັ້ງຖິ່ນຖານໃໝ່
ໃນ 22 ປະ​ເທດສະມາ​ຊິກ ຕ້ອງ​ໄດ້​ປະຕິບັດ “​ໃນ​ວິ​ທີທາງ ທີ່
ເປັນການບັງຄັບ​” ​ເພື່ອ​ຫລີ​ກລ່ຽງການ​ລ້າ​ຊ້າ.

ຫົວໜ້າກຳມາທິການ ຢູ​ໂຣບ ທ່ານ Jean Claude Juncker ກ່າວທີກອງປະຊຸມຢູໂຣບ
ຫົວໜ້າກຳມາທິການ ຢູ​ໂຣບ ທ່ານ Jean Claude Juncker ກ່າວທີກອງປະຊຸມຢູໂຣບ

ທ່ານກ່າວວ່າ “ພວກ​ເຮົາ​ຊາວ​ຢູ​ໂຣບ ບໍ່ຄວນ​ລື​ມ​ເລີຍ​ວ່າ ​ເປັນ​ຫຍັງ​ຈຶ່ງໃຫ້ບ່ອນລີ້ໄພ ແລະ ປະຕິບັດຕາມ​ຫລັກການພື້ນຖານ​ທີ່​ຖືກຕ້ອງ ຂອງ​ການ​ລີ້​ໄພ​ນັ້ນ​ເປັນ​ສິ່ງສຳຄັນ”

ຊາວອົບພະຍົບ ທີ່ຊາຍແດນ Serbia
ຊາວອົບພະຍົບ ທີ່ຊາຍແດນ Serbia

​ທ່ານ ​ກຳລັງຮຽກຮ້ອງ​ໃຫ້ ​ບັນ​ດາ​ລັດຖະມົນ​ຕີ​ພາຍ​ໃນ​ຢູ​ໂຣບ ຮັບ​ເອົາ​ແຜນ​ຕັ້ງ​ຖິ່ນ​ຖານ​ໃນອາທິດ​ໜ້າ​ນີ້ ຢູ່​ທີ່​ກອງ​ປະຊຸມລັດຖະມົນຕີ​ພາຍ​ໃນ​ຢູ​ໂຣບ.

ນອກນັ້ນ ທ່ານ Juncker ຍັງ​ກ່າວ​ວ່າ ທ່ານ​ເຊື່ອ​ວ່າ ​ການ​ອ​ະນຸຍາດ​ໃຫ້​ບັນດາ ​ຜູ້​ຊອກ​ຫາ​ບ່ອນ​ລີ້​ໄພ ເຮັດວຽກ​ໄດ້​ ​ໃນ​ຂະນະ​ທີ່​ລໍຖ້າການ​ຍື່ນ​ຄຳ​ຮ້ອງຂໍລີ້​ໄພຢູ່ນັ້ນ. ທ່ານ​ກ່າວ​ວ່າ
ທ່ານ​ຄາດ​ວ່າ ປະ​ເທດສະມາຊິກ​ທັງ​ໝົດ ຈະຊ່ວຍ​ກັນຈັດຕັ້ງກອງເງິນ​ທຶນ​ນຶ່ງຂຶ້ນເພື່ອ​ແກ້ໄຊ​ວິ​ກິ​ດການ​ອົບພະຍົບແບບນີ້ໃນ​ອະນາ​ຄົດ.

​ທ່ານກ່າວວ່າ “ພວກ​ເຮົາ​ຊາວ​ຢູ​ໂຣບ ບໍ່ຄວນ​ລື​ມ​ເລີຍ​ວ່າ ​ເປັນ​ຫຍັງ​ຈຶ່ງໃຫ້ບ່ອນລີ້ໄພ ​ແລະ ປະຕິບັດຕາມ​ຫລັກການພື້ນຖານ​ທີ່​ຖືກຕ້ອງ ຂອງ​ການ​ລີ້​ໄພ​ນັ້ນ​ເປັນ​ສິ່ງສຳຄັນ” ທ່ານ ​ກຳລັງຮຽກຮ້ອງ​ໃຫ້ ​ບັນ​ດາ​ລັດຖະມົນ​ຕີ​ພາຍ​ໃນ​ຢູ​ໂຣບ ຮັບ​ເອົາ​ແຜນ​ຕັ້ງ​ຖິ່ນ​ຖານ​ໃນ
ອາທິດ​ໜ້າ​ນີ້ ຢູ່​ທີ່​ກອງ​ປະຊຸມລັດຖະມົນຕີ​ພາຍ​ໃນ​ຢູ​ໂຣບ.

Migrants on Serbian Border
please wait

No media source currently available

0:00 0:00:39 0:00

ແຜນ​ຂອງກຳມາທິການ ຍັງຮຽກຮ້ອງ​ໃຫ້​ຂະຫຍາຍໂຄຕ້າຮັບອົບ​ພະຍົບຢູ່​ທົ່ວ​ຢູ່​ໂຣບ ​ເພື່ອ​ຊ່ອຍເຫລືອ​ຜູ້​ຂໍ​ລີ້​ໄພ​ຫລາຍ​ພັນ​ຄົນ​ຈາກພາກຕາ​ເວັນ​ອອກ​ກາງ​ໃນ​ອີກ ​ສອງ​ປີຕໍ່ໜ້າ.

ພາຍ​ໃຕ້ແຜນນີ້ ​ເຢຍຣະມັນ ຝຣັ່ງ ​ແລະ​ສະ​ເປ​ນຈະ​ຮັບ​ເອົາ​ສ່ວນ​ໃຫຍ່ຂອງພວກ ອົບພະຍົບ ຕິດ​ຕາມ​ດ້ວຍ ​ໂປ​ແລນ ​ເນ​ເທີ​ແລນ ​ໂຣມາ​ເນຍ ແບ​ລຢ້ຽມ ​ແລະ​ສະ​ວີເດັນ.

Europe Migrants
please wait
Embed

No media source currently available

0:00 0:01:18 0:00

XS
SM
MD
LG