ລິ້ງ ສຳຫລັບເຂົ້າຫາ

ວັນຈັນ, ໒໘ ຕຸລາ ໒໐໒໔

ດ້ວຍຄວາມກັງວົນທີ່ ທ່ານ ທຣໍາ ຈະມີການປະຕິຮູບໃໝ່, ຢູໂຣບ ຈຶ່ງພະຍາຍາມສະແດງຂໍ້ກໍານົດໃນການລົງໂທດ ຣັດເຊຍ


ບັນດາຜູ້ປະທ້ວງພ້ອມທຸງຂອງ EU ຂະໜາດໃຫຍ່ ລວມໂຕກັນຢູ່ດ້ານນອກໃນນະຄອນຫຼວງຕະບີລີຊີ, ປະເທດຈໍເຈຍ, ງັນທີ 15 ເມສາ 2024, ເພື່ອທໍາການປະທ້ວງຕໍ່ກົດໝາຍ ຣັດເຊຍ.
ບັນດາຜູ້ປະທ້ວງພ້ອມທຸງຂອງ EU ຂະໜາດໃຫຍ່ ລວມໂຕກັນຢູ່ດ້ານນອກໃນນະຄອນຫຼວງຕະບີລີຊີ, ປະເທດຈໍເຈຍ, ງັນທີ 15 ເມສາ 2024, ເພື່ອທໍາການປະທ້ວງຕໍ່ກົດໝາຍ ຣັດເຊຍ.

ບັນດານັກການທູດຢູໂຣບ ກໍາລັງກະກຽມທີ່ຈະດໍາເນີນການລົງໂທດຕໍ່ ຣັດເຊຍ ໂດຍຄາດວ່າ ການກັບຄືນມາຂອງອະດີດປະທານາທິບໍດີສະຫະລັດ ທ່ານ ດໍໂນລ ທຣໍາ ອາດແຜ່ວທາງຕໍ່ຄວາມພະຍາຍາມຂອງປະເທດຕາເວັນຕົກ ເພື່ອແຍກ ມົສກູ ອອກໄປ, ຈາກແຫຼ່ງຂ່າວທີ່ຮູ້ກ່ຽວກັບການສົນທະນາ ກ່າວ ຕໍ່ອົງການຂ່າວ Reuters.

ການເຈລະຈາລະຫວ່າງບັນດາເຈົ້າໜ້າທີ່ EU ແລະ ຄະນະທູດຂອງສະຫະ ພາບ ຢູໂຣບ ໄດ້ແນເປົ້າໝາຍໃສ່ການເລີ້ມຕົ້ນຫຼາຍຢ່າງ ເພື່ອຮັບປະກັນວ່າ ການລົງໂທດຂອງ ຢູໂຣບ ຈະຍັງຄົງຢູ່ໃນໄລຍະຍາວ, ໂດຍຜັກດັນພວກເຂົາ ເຈົ້າເອງຜ່ານການບັງຄັບໃຊ້ກົດໝາຍທີ່ເຂັ້ມງວດ, ເຖິງແມ່ນ ວໍຊິງຕັນ ຈະປ່ຽນແປງແນວທາງກໍຕາມ.

​ບາດກ້າວຕ່າງໆ​ທີ່​ເປັນ​ໄປ​ໄດ້ນັ້ນ​ລວມມີ ບັນດາ​ຂໍ້​ກຳນົດທີ່ “ຄວບຄຸມທັງ​ໝົດ” ​ເພື່ອ​ໄຈ້ແຍກ ​ແລະ ຍຸຕິການສົ່ງ​ສິນຄ້າ​ທີ່​ຕ້ອງ​ສົງ​ໄສ​ໄປ​ຍັງ ​ຣັດ​ເຊຍ ​ພ້ອມທັງຄວບຄຸມ​ການ​ຂົນ​ສົ່ງ​ນ້ຳມັນ​ໃນວົງ​ກວ້າງ​ອີກດ້ວຍ.

ແຫຼ່ງຂ່າວທີ່ບໍ່ຂໍເປີດເຜີຍຊື່ ເນື່ອງຈາກເຫດຜົນດ້ານຄວາມປອດໄພ ກ່າວວ່າ ຍັງມີການປຶກສາຫາລືກ່ຽວກັບການປ່ຽນແປງຂໍ້ກໍານົດ ທີ່ມີການໂຈະຊັບສິນ ຕ່າງໆ ກ່ຽວກັບ ທະນາຄານກາງຂອງ ຣັດເຊຍ, ເຊິ່ງເປັນການລົງໂທດທາງ ເສດຖະກິດທີ່ໃຫຍ່ທີ່ສຸດຂອງປະເທດຕາເວັນຕົກຕໍ່ ມົສກູ, ຈໍາເປັນຕ້ອງໄດ້ ຮັບການປັບປຸງໃໝ່ໂດຍລັດຖະບານຂອງປະເທດຢູໂຣບຕ່າງໆໃນທຸກໆຫົກ ເດືອນ.

ນັກການທູດຂອງສະຫະພາບຢູໂຣບ 3 ຄົນກ່າວວ່າ ປະເທດສະມາຊິກຈໍານວນ ນຶ່ງ ກໍາລັງດໍາເນີນງານກ່ຽວກັບແນວຄວາມຄິດຂອງຂໍ້ກໍານົດທີ່ "ຄວບຄຸມທັງ ຫມົດ" ເຊິ່ງນໍາໃຊ້ ທັງສິນຄ້າແບບສະໜາມລົບ ຫຼື ການຫ້າມໃນຂອບເຂດ ຂະໜາດໃຫຍ່ຂອງການສົ່ງອອກ.

ຂໍ້​ກຳນົດ​ດັ່ງກ່າວ ​ຈະ​ອະນຸຍາດ​ໃຫ້​ເຈົ້າ​ໜ້າ​ທີ່​ພາສີ​ສາມາດ​ໂຈະການ​ສົ່ງ​ສິນຄ້າ​ໄດ້,​ ຖ້າ​ຈຸດໝາຍ​ປາຍທາງ​ມີລັກສະນະບໍ່​ສົມ​ເຫດ​ສົມ​ຜົນ​ເຊັ່ນ ​ການຂົນສົ່ງ​ຜ່ານປະເທດ ​ຣັດ​ເຊຍ ​ໄປ​ຍັງບັນດາ​ປະ​ເທດໃນຂົງເຂດເ​ອເຊຍ​ກາງ.

ມີການ​ກະ​ກຽມ​ທີ່ກ່າວມາຮຽບຮ້ອຍແລ້ວ, ແຕ່ຄາດ​ວ່າ ​ຈະ​ມີ​ການ​ປ່ຽນ​ແປງ​ສະຖານະ​ຂອງ ​ວໍ​ຊິງ​ຕັນ, ຖ້າ ທ່ານ ທຣໍາ ຫາກໄດ້​ຮັບ​ການ​ເລືອກ​ຕັ້ງ​ຄືນ​ໃໝ່.

ການຜ່ອນຜັນໃດໆກໍຕາມຂອງ ວໍຊິງຕັນ ອາດຈະເຮັດໃຫ້ ຢູໂຣບ ຕົກຢູ່ໃນ ສະຖານະການທີ່ຫຍຸ້ງຍາກ, ເນື່ອງຈາກ ສະຫະລັດ ເປັນປະເທດທີ່ມີອໍານາດ ກວ້າງຂວາງໃນການລົງໂທດຜູ້ທີ່ລະເມີດຕໍ່ມາດຕະການການລົງໂທດຕ່າງໆໃນ ທົ່ວໂລກ, ເຊິ່ງເປັນປະເທດຜູ້ບັງຄັບໃຊ້ກົດລະບຽບເປັນຫຼັກ.

ປັດຈຸ​ບັນ, ສະຫະພາບ​ຢູໂຣບ ​ກໍາລັງ​ພະຍາຍາມ​ຊອກ​ຫາ​ວິທີທາງ ​ເພື່ອ​ຊຸກຍູ້​ການ​ບັງຄັບ​ໃຊ້ກົດໝາຍ ​ແລະ​ເພີ້ມ​ທະວີ​ການ​ສະກັດ​ກັ້ນ​ຂອງ​ຕົນ​ຕໍ່ ​ຣັດ​ເຊຍ.

ອ່ານຂ່າວດ້ານລຸ່ມນີ້ເປັນພາສາອັງກິດ

BRUSSELS, Oct 25 (Reuters) - European diplomats are preparing to underpin sanctions on Russia anticipating that a return of former U.S. president Donald Trump could undermine Western efforts to isolate Moscow, sources with knowledge of the discussions told Reuters.

The talks among EU officials and envoys are centered on several initiatives to ensure that European sanctions would remain in place longer term, bolstering them through tighter enforcement, even if Washington changes tack.

The possible steps include "catch-all" clauses to identify and stop suspect goods shipments destined for Russia and wider oil shipping curbs, the people said.

There are also discussions about changing a requirement that a freeze on Russian central bank assets, the biggest single Western sanction on Moscow, must be renewed by European capitals every six months, the sources, who asked not to be named due to the sensitivity of the matter, said.

A few member states are working on the idea of a "catch-all" clause applied either to battlefield goods or across a larger spectrum of banned exports, three EU diplomats said.

The clause would allow customs officials to hold up shipments if the destination seemed illogical, such as crossing Russia to reach central Asian countries.

The preparations are being made, in anticipation of a change in Washington's position, should Trump be reelected.

Any softening by Washington would leave Europe in a difficult position, as it is the United States, with sweeping powers to punish sanctions busting globally, that primarily enforces the rules.

The European Union is now trying to find means of its own to bolster enforcement and reinforce its curbs on Russia.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG