ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຢູໂຣບ ສະເຫຼີມສະຫຼອງ ໄຊຊະນະ ຂອງທ່ານ ມາຄຣົງ


Europe Celebrates Macron Victory
please wait

No media source currently available

0:00 0:02:37 0:00

ການສະແດງປະຕິກິລິຍາອອກມາ ຕໍ່ການເລືອກຕັ້ງແມ່ນກຳລັງສືບຕໍ່ຫຼັ່ງໄຫຼເຂົ້າໄປ
ເລື້ອຍໆ ໃນຂະນະທີ່ປະທານາທິບໍດີທີ່ຫາກໍຖືກເລືອກໃໝ່ ທ່ານ Emmanuel Macron, ຜູ້ທີ່ມີວິໄສທັດການເຮັດທຸລະກິດແບບລວມເອົາ ຢູໂຣບ ເຂົ້າກັນ ໄດ້ຊະນະທ່ານນາງ
Marine Le Pen, ນັກຊາດນິຍົມ ຂວາຈັດ ຂອງ ຝຣັ່ງ, ຜູ້ທີ່ໄດ້ຂູ່ວ່າ ຈະເອົາ ຝຣັ່ງ ອອກ
ຈາກສະຫະພາບ ຢູໂຣບນັ້ນ. ນັກຂ່າວວີໂອເອ Mariama Diallo ມີລາຍງານເລື່ອງນີ້,
ເຊິ່ງ ພຸດທະສອນ ຈະນຳລາຍລະອຽດມາສະເໜີທ່ານ.

ໃນປະເທດ ເຢຍຣະມັນ, ໜັງສືພິມໄດ້ຂຽນຫົວຂໍ້ຂ່າວວ່າ “ມັນແມ່ນຜູ້ຊາຍ”… “ຜູ້ຊະ
ນະເລີດແມ່ນ ຢູໂຣບ”. ຜູ້ເດີນທາງໄປເຮັດວຽກບາງຄົນໄດ້ສະແດງປະຕິກິລິຍາດ້ວຍ
ທ່າທາງໂລ່ງໃຈ, ໃນຂະນະທີ່ຜູ້ອື່ນໆອີກຫຼາຍຄົນກໍພາກັນດີໃຈຢ່າງລົ້ນເຫຼືອທີ່ທ່ານ
Macron ແມ່ນທາງເລືອກແຕ່ພຽງຜູ້ດຽວ.

ນາງ Sandra Bahn ຜູ້ທີ່ກຳລັງເດີນທາງໄປເຮັດວຽກເວົ້າວ່າ “ຂ້າພະເຈົ້າຄິດວ່າ
ໜ້າເສົ້າໃຈທີ່ມັນຕ້ອງຖືກຕັດສິນແນວນີ້ ເພາະວ່າທ່ານ Macron ບໍ່ແມ່ນຜູ້ທີ່ທຸກໆ
ຄົນໄດ້ລົງຄະແນນສຽງໃຫ້. ແຕ່ສຳລັບ ຢູໂຣບແລ້ວ ມັນແມ່ນສິ່ງທີ່ດີ, ແລະ ຂອບ
ໃຈພະເຈົ້າທີ່ມັນບໍ່ແມ່ນທ່ານນາງ Le Pen."

ນາຍົກລັດຖະມົນຕີ ເຢຍຣະມັນ ທ່ານນາງ Angela Merkel ໄດ້ໂທລະສັບໄປສະ
ແດງຄວາມຍິນດີຕໍ່ທ່ານ Macron ໂດຍເປັນການສ່ວນຕົວ.

ທ່ານນາງ Angela Merkel ກ່າວວ່າ “ທ່ານ Macron ໄດ້ແບກຫາບຄວາມຫວັງ
ຂອງປະຊາຊົນ ຝຣັ່ງ ຫຼາຍລ້ານຄົນ, ຫຼາຍໆຄົນໃນ ເຢຍຣະມັນ ແລະ ທົ່ວທັງຢູໂຣບ. ທ່ານໄດ້ວິ້ງເຕັ້ນໂຄສະນາຫາສຽງສະໜັບສະໜູນ ຢູໂຣບ ດ້ວຍຄວາມເກັ່ງກ້າສາ
ມາດ. ທ່ານຢືນຢັດເພື່ອຄວາມເປີດກວ້າງຕໍ່ໂລກ ແລະ ໜູນຫຼັງເສດຖະກິດຕະ
ຫຼາດເພື່ອສັງຄົມຢ່າງເດັດດ່ຽວ.”

ບັນດານາຍົກລັດຖະມົນຕີຈາກເຂດທະເລ ບາລຕິກ ພ້ອມກັບຄູ່ຮ່ວມຕຳແໜ່ງຂອງ
ພວກເຂົາເຈົ້າຈາກປະເທດ ໂປແລນ ໃນນະຄອນຫຼວງ Tallin ຂອງປະເທດ Estonia ກໍໄດ້ສະແດງຄວາມຍິນດີຕໍ່ໄຊຊະນະຂອງທ່ານ Macron ເຊັ່ນກັນ.

ທ່ານ Saulius Svernelis ນາຍົກລັດຖະມົນຕີປະເທດ ລິດໂຕເອເນຍ ກ່າວວ່າ “ຜົນ
ຂອງການເລືອກຕັ້ງ ຝຣັ່ງ ໄດ້ສະແດງໃຫ້ເຫັນ ທະວີບ ຢູໂຣບ ທີ່ເປັນອັນໜຶ່ງອັນ
ດຽວກັນ, ທະວີບຢູໂຣບ ທີ່ກຳລັງພັດທະນາ, ທະວີບຢູໂຣບ ທີ່ມີຄວາມປອດໄພ ອີງຕາມຫຼັກເກນທີ່ມີຄຸນຄ່າ, ອີງຕາມສິດທິມະນຸດ ແລະ ມີອະນາຄົດ.”

ໃນງານໂຄສະນາຫາສຽງແຫ່ງໜຶ່ງໃນນະຄອນຫຼວງ ລອນດອນ, ນາຍົກລັດຖະມົນຕີ
ອັງກິດ ທ່ານນາງ Theresa May ໄດ້ຊຸກຍູ້ໃຫ້ພວກລົງຄະແນນສຽງປ່ອຍໃຫ້ຮູບ
ແບບຂອງທ່ານ Macron ໃຊ້ອຳນາດໃນໃນການເຈລະຈາຕໍ່ລອງເລື່ອງ Brexit.

ທ່ານນາງ Theresa May ນາຍົກລັດຖະມົນຕີ ອັງກິດ ກ່າວວ່າ “ພວກເຮົາຕ້ອງເຮັດ
ໃຫ້ແນ່ໃຈວ່າ ໃນສະຫະລາດຊະອານາຈັກ ພວກເຮົາກໍມີອຳນາດທີ່ເຂັ້ມແຂງເຊັ່ນ
ກັນ ທີ່ຈະເອົາທ່າທີ່ອັນແຂງແກ່ນໃນໂຕະເຈລະຈາຂອງພວກເຮົາ.”

ໃນ ສະຫະລັດ ອາເມຣິກາ, ປະທານາທິບໍດີ ດໍໂນລ ທຣຳ ໄດ້ຂຽນຂໍ້ຄວາມໃນ Twitter ເພື່ອສະແດງຄວາມຍິນດີຕໍ່ທ່ານ Macron ກ່ຽວກັບ "ໄຊຊະນະຄັ້ງໃຫຍ່” ຂອງທ່ານ
ແລະ ເວົ້າວ່າ “ເພິ່ນຫວັງເປັນຢ່າງຍິ່ງວ່າຈະໄດ້ເຮັດວຽກຮ່ວມກັນກັບທ່ານ.”

ທ່ານ Macron ໄດ້ຊະນະ 66 ເປີເຊັນຂອງການລົງຄະແນນສຽງ, ແຕ່ສິ່ງທ້າທາຍທີ່
ໃຫຍ່ ແມ່ນກຳລັງລໍຖ້າຢູ່ຂ້າງໜ້າ ສຳລັບບາງຄົນຜູ້ທີ່ບໍ່ເຄີຍເປັນທີ່ຮູ້ຈັກຕໍ່ມະຫາຊົນ
ຝຣັ່ງ ເມື່ອຫ້າປີທີ່ຜ່ານມາ.

ທ່ານ Erik Brattberg ຈາກອົງການການຮ່ວມມື ເພື່ອສັນຕິພາບສາກົນ ຄາເນກີ ຫຼື
CEIP ໄດ້ກ່າວຜ່ານທາງ Skype ວ່າ “ດ້ວຍເຫດນີ້ ສິ່ງທ້າທາຍພາຍໃນປະເທດຄັ້ງ
ຕໍ່ໄປຂອງທ່ານ ຈະເປັນການໄດ້ຮັບບ່ອນນັ່ງຢ່າງພຽງພໍໃນສະພາແຫ່ງຊາດ ແລະ
ຕໍ່ຈາກນັ້ນ ສະພາສູງຕ້ອງໄດ້ຮັບການສະໜັບສະໜູນພາຍໃນປະເທດຢ່າງພຽງພໍ ຈາກສາຂາສະຖານນິຕິບັນຍັດ ດັ່ງນັ້ນທ່ານຈຶ່ງສາມາດປະຕິບັດການປະຕິຮູບບາງ
ຢ່າງທີ່ທ່ານໄດ້ສັນຍາໄວ້.”

ທ່ານ Brattberg ກ່າວວ່າ ພວກເຮົາຈະໄດ້ຮູ້ ກ່ຽວກັບ ຮູບແບບ ແລະ ຄຸນນະພາບໃນ
ການເປັນຜູ້ນຳຂອງທ່ານ Macron ໃນໄວໆນີ້, ໃນຂະນະທີ່ທ່ານຈະເຂົ້າຮ່ວມເວທີ
ໂລກ ໃນກອງປະຊຸມສຸດຍອດ NATO ແລະ G-7 ທ້າຍເດືອນນີ້.

((INTRO:))
[[Reactions continue to pour in as newly-elected president Emmanuel Macron whose business-friendly vision of European integration defeated Marine Le Pen, the far- French nationalist who threatened to take France out of the European Union. Mariama Diallo reports.]]

((NARRATOR))
In Germany, newspaper headlines read "It's a boy"… "The winner is Europe." Some commuters reacted with relief while other were less overjoyed that Macron was the only alternative.

((SANDRA BAHNCOMMUTER))
"I think it's sad that it had to be decided like this because Macron wasn't who everyone wanted to vote for. But for Europe it's a good thing, and thank God it's not Le Pen."

((NARRATOR))
German chancellor Angela Merkel congratulated Macron personally by phone.

((ANGELA MERKEL - GERMAN CHANCELLOR))
"Emmanuel Macron carries the hopes of millions of French people and also of many people in Germany and the whole of Europe. He ran a courageous pro-European campaign. He stands for openness to the world… and firmly behind a social market economy."

((NARRATOR))
Baltic Prime Ministers with their Polish counterpart in the Estonian capital Tallinn also welcomed Macron's victory.

((SAULIUS SKVERNELIS - LITHUANIAN PRIME MINISTER)) ((in Lithuanian))
"The result [of the French election] shows that a unified Europe, a developing Europe, a safe Europe based on principal values, based on human rights, has a future."

((NARRATOR))
At a campaign event in London, British Prime Minister Theresa May urged voters to allow her a Macron-style mandate to strengthen hand in Brexit negotiations.

((THERESA MAYBRITISH PRIME MINISTER))
"We must make sure that in the UK we also have a strong mandate to take a strong position into our negotiating table ((APPLAUSE))."

((NARRATOR)) ((TWEET FROM TRUMP))
In the United States, President Donald Trump took to Twitter to congratulate Macron on his "big win" and says "he looks very much forward to working with him!"

Macron won 66% of the vote, but the big challenge lies ahead for someone who was relatively unknown to the French public five years ago. Via Skype Erik Brattberg.

((Mandatory cg: SKYPE))
((ERIK BRATTBERGCARNEGIE ENDOWMENT FOR INT'L PEACE))
"So his next domestic challenge will be to secure enough seats in the Parliament and then later on in the Senate to have enough domestic support from the legislative branch so that he can also implement some of the reforms that he's promised."

((NARRATOR))
Brattberg says we will find out more about Macron's style and leadership qualities soon, as he will be on the world stage in the NATO and G-7 summits later this month.

XS
SM
MD
LG