ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະຫະພາບຢູໂຣບ ຫາທາງແກ້ໄຂບັນຫາຕິດຄັດ ກ່ຽວກັບ ການຫ້າມນຳເຂົ້ານ້ຳມັນຣັດເຊຍ ກ່ອນໜ້າກອງປະຊຸມສຸດຍອດ


ແຟ້ມພາບ - ຄົນງານສອງຄົນຍ່າງຜ່ານຖັງໃຫຍ່ເກັບນ້ຳມັນ ຢູ່ທີ່ສະຖານີຖ່າຍເທນ້ຳມັນ ຄາລີກີໂນ Kaleikino ຂອງຂົງເຂດແທຣນສ໌ເນັຟຕ໌ ຄາມາ (Transneft Kama Region) ຢູ່ໃກ້ກັບເຂດອາລເມັຕເຢບສຄ໌ (Almetyevsk), ຂອງຣັດເຊຍ, ວັນທີ 27ເມສາ 2022.
ແຟ້ມພາບ - ຄົນງານສອງຄົນຍ່າງຜ່ານຖັງໃຫຍ່ເກັບນ້ຳມັນ ຢູ່ທີ່ສະຖານີຖ່າຍເທນ້ຳມັນ ຄາລີກີໂນ Kaleikino ຂອງຂົງເຂດແທຣນສ໌ເນັຟຕ໌ ຄາມາ (Transneft Kama Region) ຢູ່ໃກ້ກັບເຂດອາລເມັຕເຢບສຄ໌ (Almetyevsk), ຂອງຣັດເຊຍ, ວັນທີ 27ເມສາ 2022.

ບັນດາເອກອັກຄະລັດຖະທູດຈາກ 27 ປະເທດ ທີ່ເປັນສະມາຊິກຂອງສະຫະພາບຢູໂຣບ ໃນວັນອາທິດວານນີ້ ໄດ້ພາກັນພິຈາລະນາກວດເບິ່ງຂໍ້ປະນີປະນອມ ທີ່ອາດຈະສາມາດຊ່ວຍແກ້ໄຂບັນຫາຕິດຄັດ ກ່ຽວກັບການຫ້າມນຳເຂົ້ານ້ຳມັນຂອງຣັດເຊຍ ກ່ອນໜ້າກອງປະຊຸມສຸດຍອດສຸກເສີນ ຢູ່ນະຄອນຫຼວງບຣັສເຊີລສ໌ ໃນອາທິດນີ້.

ບັນດາເຈົ້າໜ້າທີ່ຂອງກຸ່ມປະເທດດັ່ງກ່າວ ຢ້ານວ່າ ການບໍ່ມີຂໍ້ຕົກລົງກັນ ຈະມີຜົນເສຍຫາຍຕໍ່ກອງປະຊຸມໄລຍະສອງວັນ ທີ່ເລີ້ມຕົ້ນຂຶ້ນ ໃນວັນຈັນມື້ນີ້ ລະຫວ່າງບັນດາຜູ້ນຳຂອງປະເທດໃນເຂດຢູໂຣບ.

ປະທານາທິບໍດີຢູເຄຣນ ທ່ານໂວໂລດີເມຍ ເຊເລັນສ໌ກີ ຈະກ່າວຖະແຫລງຕໍ່ການໂຮມຊຸມນຸມ ໂດຍການເຊື່ອມໂຍງຜ່ານທາງວີດີໂອ ເພື່ອກົດດັນກຸ່ມປະເທດຢູໂຣບນີ້ ໃຫ້ “ກຳຈັດການສົ່ງອອກຂອງຣັດເຊຍ” ສາມເດືອນຜ່ານມາ ຫຼັງຈາກທີ່ຣັດເຊຍບຸກລຸກຢູເຄຣນ.

ມາດຕະການລົງໂທດຮອບຫຼ້າສຸດທີ່ສະເໜີໂດຍ ສະຫະພາບຢູໂຣບ ໄດ້ຖືກກີດກັນໂດຍ ຮັງກາຣີ ທີ່ເປັນປະເທດບໍ່ມີທາງອອກສູ່ທະເລ ຊຶ່ງບໍ່ສາມາດເຂົ້າເຖິງກຳປັ່ນບັນທຸກນ້ຳມັນ ໃນທະເລໄດ້.

ຮັງກາຣີ ກາງຕໍ່ນ້ຳມັນດິບຂອງຣັດເຊຍ ທີ່ສະໜອງແກ່ຄວາມຕ້ອງການຂອງຕົນເຖິງ 65 ເປີເຊັນ ໂດຍຜ່ານທໍ່ນ້ຳມັນ ດຣຸສບາ (Druzhba) ຊຶ່ງສົ່ງມາຈາກຣັດເຊຍໄປຫາຈຸດແຍກຕ່າງໆໃນເຂດພາກຕາເວັນອອກ ແລະພາກກາງຂອງຢູໂຣບ.

ບູດາແປັສທ໌ ໄດ້ປະຕິເສດຕໍ່ຂໍ້ສະເໜີນັ້ນວ່າ ເປັນຂໍ້ສະເໜີທີ່ບໍ່ເໝາະສົມພຽງພໍ ທີ່ຈະອະນຸຍາດໃຫ້ຕົນເລີກໃຊ້ນ້ຳມັນໄດ້ດົນກວ່າປະເທດອື່ນໆໃນສະຫະພາບຢູໂຣບ ເຖິງສອງປີ.

ຮັງ​ກາ​ຣີ​ຕ້ອງ​ການ​ເວ​ລາ​ຢ່າງ​ໜ້ອຍ 4 ປີແລະ​ຢ່າງ​ໜ້ອຍ 860 ລ້ານ​ໂດ​ລາຈາກ​ກອງ​ທຶນ​ຢູ​ໂຣບ ​ເພື່ອ​ປັບ​ປ່ຽນ​ໂຮງ​ກັ່ນ​ນ້ຳ​ມັນ​ຂອງ​ຕົນ ໃນ​ຂັ້ນ​ຕອນການ​ກັ່ນ​ນ້ຳ​ມັນ​ດິບ​ທີ່​ບໍ່​ແມ່ນ​ຂອງ​ຣັດ​ເຊຍ ແລະ​ປັບ​ປຸງ​ຄວາມ​ສາ​ມາດ​ຂອງ​ທໍ່​ສົ່ງ​ກັບ​ປະ​ເທດ​ຟ​ໂຄ​ຣ​ເອ​ເຊຍ​ທີ່​ເປັນເພື່ອນ​ບ້ານ.

ແຫຼ່ງ​ຂ່າວ​ທາງ​ການ​ທູດ​ແຈ້ງວ່າ ສະ​ໂລ​ວາ​ເກຍ​ແລະ​ສາ​ທາ​ລະ​ນະ​ລັດ​ເຊັກ ຊຶ່ງ​ໄດ້​ຮັບ​ການ​ສະ​ໜອງ​ຈາກ​ທໍ່​ສົ່ງດຣຸສບາ (Druzhba) ເຊັ່ນ​ດຽວ​ກັນ​ນັ້ນ ກໍ​ໄດ້​ຮັບ​ການ​ຍົກ​ເວັ້ນ​ເປັນ​ເວ​ລາ​ສອງ​ປີ​ເຄິ່ງ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG