ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານ ອີຢູ ກ່າວວ່າ ຄວາມສາມັກຄີ ກັບ ຢູເຄຣນ ‘ບໍ່ມີວັນສັ່ນຄອນໄດ້’


ປະທານຄະນະກຳມາທິການຂອງຢູໂຣບ ທ່ານນາງ ເອີຊູລາ ວອນ ເດີ ເລເຢນ ກ່າວຖະແຫລງ.
ປະທານຄະນະກຳມາທິການຂອງຢູໂຣບ ທ່ານນາງ ເອີຊູລາ ວອນ ເດີ ເລເຢນ ກ່າວຖະແຫລງ.

ປະທານຄະນະກຳມາທິການຂອງຢູໂຣບ ທ່ານນາງ ເອີຊູລາ ວອນ ເດີ ເລເຢນ ໄດ້ກ່າວໃນວັນພຸດມື້ນີ້ ວ່າ “ຄວາມສາມັກຄີຂອງຢູໂຣບກັບຢູເຄຣນ ຈະບໍ່ມີວັນສັ່ນຄອນໄດ້.”

ດ້ວຍການກ່າວຄຳປາໄສ ກ່ຽວກັບສະຖານະພາບຂອງສະຫະພາບຢູໂຣບ ທ່ານນາງວອນ ເດີ ເລເຢນ ໄດ້ກ່າວວ່າ ທ່ານນາງຈະເດີນທາງໄປກີຢິບ ໃນຕອນແລງວັນພຸດນີ້ ເພື່ອສົນທະນາກັບປະທານາທິບໍດີ ໂວໂລດີເມຍ ເຊເລັນສກີ ໃນເລື້ອງການສະໜັບສະໜຸນຂອງປະເທດໃນຢູໂຣບ ແກ່ຢູເຄຣນ.

“ຂ້າພະເຈົ້າຢືນຢູ່ທີ່ນີ້ ດ້ວຍຄວາມເຊື່ອໝັ້ນວ່າ ດ້ວຍຄວາມກ້າຫານທີ່ຈຳເປັນ ແລະຄວາມສາມັກຄີທີ່ຈຳເປັນ ປູຕິນ ຈະລົ້ມແຫຼວ ແລະຢູໂຣບ ຈະຊະນະ” ທ່ານນາງໄດ້ກ່າວ.

ທ່ານນາງວອນ ເດີ ເລເຢນ ໄດ້ເອີ້ນສົງຄາມໃນຢູເຄຣນ ຂອງຣັດເຊຍນັ້ນ​ວ່າ ເປັນນຶ່ງ​ໃນສົງຄາມ “ຜະເດັດການທີ່ຕໍ່ຕ້ານປະຊາທິປະໄຕ” ແລະໄດ້ກ່າວວ່າ ມາດຕະການລົງໂທດທັງຫຼາຍ ທີ່ວາງຕໍ່ຣັດເຊຍນັ້ນ “ແມ່ນຍັງຈະມີຢູ່ຕໍ່ໄປ.”

ທ່ານນາງເວົ້າວ່າ “ນີ້ແມ່ນເວລາສຳລັບພວກເຮົາທີ່ຈະສະແດງໃຫ້ເຫັນຄວາມເດັດດ່ຽວ ບໍ່ແມ່ນການປອບໃຈ.”

ໃນຂະນະທີ່ກອງກຳລັງຂອງຢູເຄຣນ ສືບຕໍ່ດຳເນີນການບຸກໂຈມຕີຕອບໂຕ້ ທີ່ໄດ້ນຳເອົາຫຼາຍພື້ນທີ່ທາງພາກຕາເວັນອອກສຽງເໜືອຂອງປະເທດກັບຄືນມາຢູ່ພາຍໃຕ້ການຄວບຄຸມຂອງຢູເຄຣນ ທ່ານເຊເລັນສກີ ໄດ້ກ່າວຄັ້ງຫຼ້າສຸດ ໃນຄຳປາໄສແຕ່ລະຄືນຂອງທ່ານນັ້ນ ວ່າ ມັນເປັນສິ່ງທີ່ສຳຄັນ ທີ່ວ່າ “ສິ່ງທີ່ປົກກະຕິ, ຊີວິດທີ່ທຳມະດາ ກັບ​ຄືນ​ມາສູ່ດິນແດນທີ່ຖືກປົດ​ປ່ອຍຈາກການຢຶດຄອງ.”

ກະຊວງປ້ອງກັນປະເທດຂອງອັງກິດ ໄດ້ກ່າວໃນວັນພຸດມື້ນີ້ ວ່າ ຣັດເຊຍ ເປັນໄປໄດ້ສູງ ທີ່ນຳໃຊ້ເຮືອບິນບໍ່ມີຄົນຂັບ ເປັນຄັ້ງທຳອິດ ໃນຂະນະດຽວກັນ ຢູເຄຣນໄດ້ລາຍງານ ການຍິງເຮືອບິນບໍ່ມີຄົນຂັບ ຫຼືໂດຣນ ທີ່ຜະລິດໂດຍອີຣ່ານ ຕົກ.

ກະຊວງນີ້ ຍັງກ່າວອີກວ່າ “ຣັດເຊຍ ເປັນທີ່ແນ່ນອນທີ່ສຸດ ໄດ້ຊອກຫາແຫລ່ງສະໜອງອາວຸດຈາກປະເທດອື່ນໆເພີ້ມຂຶ້ນ ເຊັ່ນວ່າ ອີຣ່ານ ແລະເກົາຫຼີເໜືອ ທີ່ໄດ້ຖືກວາງມາດຕະການລົງໂທດຢ່າງໜັກ ຂະນະທີ່ຄັງອາວຸດຂອງຕົນຫລຸດລົງເລື້ອຍໆ.”

European Commission President Ursula von der Leyen said Wednesday that Europe’s “solidarity with Ukraine will remain unshakeable.”

Giving her State of the European Union address, von der Leyen said she would be traveling later Wednesday to Kyiv to discuss European support for Ukraine with President Volodymyr Zelenskyy.

“I stand here with the conviction that with the necessary courage and necessary solidarity, Putin will fail and Europe will prevail,” she said.

Von der Leyen called Russia’s war in Ukraine one of “autocracy against democracy,” and said sanctions imposed against Russia “are here to stay.”

“This is the time for us to show resolve, not appeasement,” she said.

As Ukrainian forces work to continue a counteroffensive that has brought areas in the northeastern part of the country back under Ukrainian control, Zelenskyy said in his latest nightly address that it is important that “ordinary, normal life enters the de-occupied territory.”

Britain’s defense ministry said Wednesday that Russia has likely used an Iranian uncrewed aerial vehicle for the first time, while Ukraine reported shooting down an Iran-made drone.

“Russia is almost certainly increasingly sourcing weaponry from other heavily sanctioned states like Iran and North Korea as its own stocks dwindle,” the ministry said.

XS
SM
MD
LG