ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ທ.ນ. ວອນ ເດີ ເລເຢນ ປະ​ທານຂອງອີ​ຢູ ສະ​ໜັບ​ສະ​ໜຸນ​ຕໍ່​ການເອົາຊື່ ກຳລັງພິ​ທັກປະຕິວັດ​ອິ​ສ​ລາມຂອງອີຣ່ານ ເຂົ້າ​ໃນບັນຊີອົງການກໍ່ການຮ້າຍ


(ພາບ​ໃນ​ແຟມ) ທະ​ຫານກຳລັງພິ​ທັກປະຕິວັດ​ອິ​ສ​ລາມຂອງອີຣ່ານ ຫລື IRGC ເດີນ​ສວນ​ສະ​ໜາມ ເພື່ອ​ສະ​ເຫລີມ​ສະ​ຫລອງວັນ​ແຫ່ງ​ການ​ທຳ​ສົງ​ຄາມ ອີ​ຣ່ານ-ອີ​ຣັກ​ໃນ​ປີ 1980-88 ທີ່ຈັດ​ຂຶ້ນ​ໃນ​ນະ​ຄອນ​ຫລວງ​ເຕ​ຫະ​ຣ່ານ, ວັນ​ທີ 22 ກັນ​ຍາ, 2007
(ພາບ​ໃນ​ແຟມ) ທະ​ຫານກຳລັງພິ​ທັກປະຕິວັດ​ອິ​ສ​ລາມຂອງອີຣ່ານ ຫລື IRGC ເດີນ​ສວນ​ສະ​ໜາມ ເພື່ອ​ສະ​ເຫລີມ​ສະ​ຫລອງວັນ​ແຫ່ງ​ການ​ທຳ​ສົງ​ຄາມ ອີ​ຣ່ານ-ອີ​ຣັກ​ໃນ​ປີ 1980-88 ທີ່ຈັດ​ຂຶ້ນ​ໃນ​ນະ​ຄອນ​ຫລວງ​ເຕ​ຫະ​ຣ່ານ, ວັນ​ທີ 22 ກັນ​ຍາ, 2007

ປະທານຄະນະກຳມາທິການຢູໂຣບ ທ່ານນາງ ເອີຊູລາ ວອນ ເດີ ເລເຢນ (Ursula von der Leyen) ກ່າວໃນວັນອັງຄານວານນີ້ວ່າ ທ່ານນາງສະ​ໜັບ​ສະ​ໜຸນ​ຕໍ່​ການເອົາຊື່ກຳລັງພິ​ທັກປະຕິວັດ​ອິ​ສ​ລາມຂອງອີຣ່ານ ຫລື IRGC ເຂົ້າ​ໃສ່ບັນຊີອົງການກໍ່ການຮ້າຍ ເພື່ອເປັນ​ການຕອບໂຕ້ຕໍ່ການ “ຢຽບຢ່ຳ” “ສິດທິມະນຸດຂັ້ນ​ພື້ນຖານ” ຢູ່ໃນປະເທດນັ້ນ, ອີງ​ຕາມ​ອົງ​ການ​ຂ່າວ​ຣອຍ​ເຕີ​ສ໌ (Reuters).

ການ​ພົວພັນ​ລະຫວ່າງ​ບັນດາ​ປະ​ເທດ​ສະມາຊິກອີ​ຢູ (EU) ​ແລະເຕຫະ​ຣ່ານ ​ໄດ້​ຊຸດ​ໂຊມ​ລົງ​ໃນ​ຊຸມ​ເດືອນ​ມໍ່ໆ​ມາ​ນີ້ ຂະ​ນະ​ທີ່​ຄວາມ​ພະຍາຍາມ​ຟື້ນ​ຟູ​ການ​ເຈລະຈາ​ນິວ​ເຄຼຍ​ໄດ້​ຢຸດ​ສະ​ງັກ​ລົງ. ເຕຫະຣ່ານ ໄດ້ກັກຂັງຄົນສັນຊາດຂອງ​ປະ​ເທດຢູໂຣບຫຼາຍຄົນ ແລະ ກຸ່ມດັ່ງກ່າວໄດ້ກາຍ​ເປັນ​ຜູ້ຕຳ​ໜິວິຈານ​ຫລາຍ​ຂຶ້ນ ຕໍ່ການປາບປາມພວກປະທ້ວງ ຢ່າງຮຸນແຮງແບບຕໍ່ເນື່ອງ ລວມທັງການປະຫານຊີວິດ.

ທ່ານນາງກ່າວຕໍ່ພວກນັກຂ່າວຢູ່ນອກກອງປະ​ຊຸມເສດຖະກິດໂລກ ຢູ່​ເມືອງຕາກ​ອາ​ກາດດາວົ​ສ (Davos) ປະເທດສະວິດເຊີ​ແລນວ່າ "ປະຕິກິລິຍາຕອບ​ໂຕ້ ຂອງລະ ບອບການ​ປົກ​ຄອງອີຣ່ານແມ່ນໂຫດຮ້າຍແລະໜ້າຢ້ານຫລາຍ ແລະພວກເຂົາກຳ​ລັງຢຽບຢ່ຳ ສິດທິມະນຸດຂັ້ນພື້ນຖານ."

ສະຫະພາບ​ຢູ​ໂຣບ​ກຳ​ລັງ​ປຶກສາ​ຫາລື​ກັນ ກ່ຽວ​ກັບ​ການ​ລົງ​ໂທດ​ຮອບ​ທີ 4 ຕໍ່ເຕ​ຫະ​ຣ່ານ ກ່ຽວ​ກັບ​ການ​ປາບ​ປາມ ​ແລະການ​ສະໜອງ​ອາວຸດ​ຍຸດ​ໂທ​ປະກອນ​ໃຫ້​ແກ່ຣັດ​ເຊຍ. ບັນດາ​ແຫຼ່ງຂ່າວ​ທາງ​ການ​ທູດ​ກ່າວ​ວ່າ ສະມາຊິກ​ຂອງກຳລັງພິ​ທັກ​ປະ​ຕິ​ວັດ​ອິ​ສ​ລາມ ອີຣ່ານ (IRGC) ຈະ​ຖືກເອົາ​ເພີ່ມ​ເຂົ້າໄປ​ໃນ​ລາຍ​ຊື່ຂອງ​ພວກ​ທີ່​ຖືກ​ລົງ​ໂທດ​ໃນ​ອາທິດ​ໜ້ານີ້.

ແຕ່​ບາງ​ປະ​ເທດ​ສະມາຊິກ​ ໄດ້​ຮຽກຮ້ອງ​ໃຫ້​ກຸ່ມ​ດັ່ງກ່າວ ​ເຮັດ​ຫລາຍ​ໄປ​ກວ່ານັ້ນ​ອີກ ​ແລະຈັດ​ກຳລັງພິ​ທັກປະຕິວັດ​ອິ​ສ​ລາມຂອງອີຣ່ານ (IRGC) ​ໃຫ້ເປັນ​ອົງການ​ກໍ່​ການ​ຮ້າຍ. ອັງກິດຄາດວ່າ ຈະຕັດສິນໃຈໃນອາທິດໜ້ານີ້.

ທ່ານນາງວອນ ເດີ ເລ​ເຢນ (Von der Leyen) ກ່າວວ່າ "ພວກເຮົາທີ່​ຈິງ​ແລ້ວແມ່ນ ກຳລັງຊອກຫາທາງລົງໂທດຮອບໃໝ່ ແລະຂ້າ​ພະ​ເຈົ້າກໍຈະສະໜັບສະໜຸນການ​ເອົາ ກຳລັງພິ​ທັກປະຕິວັດເຂົ້າ​ໃນບັນຊີນັ້ນ. ຂ້າ​ພະ​ເຈົ້າ​ໄດ້​ຍິນ​ລັດ​ຖະ​ມົນ​ຕີ​ຫລາຍ​ທ່ານ ຂໍ​ຮ້ອງ​ໃຫ້​ເຮັດ​ເຊັ່ນ​ນັ້ນ ແລະ​ຂ້າ​ພະ​ເຈົ້າ​ຄິດ​ວ່າ ເຂົາ​ເຈົ້າ​ເວົ້າ​ຖືກ.”

ການ​ປະ​ທ້ວງ​ຕ້ານ​ລັດຖະບານ​ໄດ້​ເກີດ​ຂຶ້ນ​ຢ່າງ​ກວ້າງຂວາງ​ຢູ່​ໃນ​ອີຣ່ານ ​ໃນ​ເດືອນ​ກັນຍາ​ຜ່ານ​ມາ ຫລັງ​ຈາກ​ການ​ເສຍ​ຊີວິດ​ຂອງ​ນາງມາ​ຊາ ອາ​ມີ​ນີ ຍິງ​ສາວຊາວ​ເຄີ​ດ​-​ອີຣ່ານ ທີ່​ຖືກ​ຕຳຫຼວດ​ສິນທຳກັກ​ຂັງ​ ໃນ​ຂໍ້ຫາ​ຝ່າຝືນ​ລະບຽບ​ການ​ນຸ່ງ​ຖື​ທີ່​ເຂັ້ມ​ງວດ​ຕໍ່​ແມ່ຍິງ.

ບັນ​ດາຜູ້ນຳອີຣ່ານໄດ້ສັນ​ຍາວ່າ ຈະດຳເນີນການຢ່າງເຂັ້ມງວດຕໍ່ພວກປະທ້ວງ ທີ່ ພວກເຂົາ​ເຈົ້າ​ອະ​ທິ​ບາຍວ່າ ເປັນຜູ້ກໍ່ຄວາມວຸ້ນວາຍນັ້ນ, ໂດຍກ່າວຫາວ່າ​ເປັນພວກສັດຕູ ລວມທັງກ່າວ​ຫາສະຫະລັດວ່າ ເປັນ​ຜູ້​ຍຸ​ແຍ່​ໃຫ້​ເກີດຄວາມບໍ່ສະຫງົບ.

ການ​ຈັດປະ​ເພດ​ໃຫ້ IRGC ເປັນ​ກຸ່ມ​ກໍ່​ການ​ຮ້າຍ ​ຈະມີ​ໝາຍ​ຄວາມ​ວ່າ ​ມັນ​ຈະ​ກາຍ​ເປັນ​ການ​ກະ​ທຳ​ຜິດ​ທາງ​ອາ​ຍາ ຖ້າ​ໃຜເຂົ້າ​ຢູ່​ໃນ​ກຸ່ມດັ່ງ​ກ່າວ, ເຂົ້າ​ຮ່ວມ​ກອງ​ປະ​ຊຸມ​ຂອງ​ກຸ່ມ ແລະ​ຖືເຄື່ອງ​ໝາຍຂອງ​ກຸ່ມ​ຢູ່​ບ່ອນ​ສາ​ທາ​ລະ​ນະ.

ອ່ານ​ຂ່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG