ລິ້ງ ສຳຫລັບເຂົ້າຫາ

ວັນອາທິດ, ໐໕ ພຶດສະພາ ໒໐໒໔

​ອີ​ຢູ ປະ​ຕິ​ເສດ ​ແຜນ​ສັນ​ຕິ​ພາບ ຕາເວັນ​ອອກ​ກາງ ຍ້ອນ​ຢ້ານ​ອິ​ສ​ຣາ​ແອ​ລ ປະ​ກາດ​ຮວມ​ເອົາ​ດິນ​ແດນ ປາ​ແລ​ສ​ໄຕ​ນ໌


ນັກ​ຂ່າວ​ຖ່າຍ​ຮູບ​ປາ​ແລັ​ສ​ໄຕ​ນ໌​ຄົນ​ນຶ່ງ​ ໄດ້​ຮັບ​ບາດ​ເຈັບ ກຳ​ລັງ ຖືກຍົກ​ຍ້າຍ​ອອກ ​ໃນລະ​ຫວ່​າງ​ການ​ປະ​ທ້ວງ​​ຕໍ່​ຕ້ານ​ອິ​ສ​ຣາ​ແອ​ລ ​ຢູ່​ເມືອງ​ຮີບ​ຣອນ ບ່ອນ​ທີ່​ອິ​ສ​ຣາ​ແອ​ລຄວບ​ຄຸມ ໃນເຂດແຄມ​ຝັ່ງ​ຕາ​ເວັນຕົກຂອງ​ແມ່​ນໍ້າຈໍ​ແດັນ.
ນັກ​ຂ່າວ​ຖ່າຍ​ຮູບ​ປາ​ແລັ​ສ​ໄຕ​ນ໌​ຄົນ​ນຶ່ງ​ ໄດ້​ຮັບ​ບາດ​ເຈັບ ກຳ​ລັງ ຖືກຍົກ​ຍ້າຍ​ອອກ ​ໃນລະ​ຫວ່​າງ​ການ​ປະ​ທ້ວງ​​ຕໍ່​ຕ້ານ​ອິ​ສ​ຣາ​ແອ​ລ ​ຢູ່​ເມືອງ​ຮີບ​ຣອນ ບ່ອນ​ທີ່​ອິ​ສ​ຣາ​ແອ​ລຄວບ​ຄຸມ ໃນເຂດແຄມ​ຝັ່ງ​ຕາ​ເວັນຕົກຂອງ​ແມ່​ນໍ້າຈໍ​ແດັນ.

ສະ​ຫະ​ພາບ​ຢູ​ໂຣບ EU ​ບໍ່​ໄດ້​ໃຫ້​ຄວາມ​ສຳ​ຄັນ​ຕໍ່​ແຜນສັນ​ຕິ​ພາບ ທີ່ສະ​ຫະ​ລັດ​ໄດ້​ສະ​ເໜີ
​ໄປ ກ່ຽວ​ກັບ​ພາກຕາ​ເວັນ​ອອກ​ກາງ ແລະ​ກ່າວ​ວ່າ ​ຕົນ​ທ້າ​ທາຍ​ຕໍ່​ແຜນ​ການ ທີ່ອິ​ສ​ຣາ​ແອ​ລ
ຈະ​ປະ​ກາດ​ຮວມ​ເອົາ​ເອົາ​ດິນ​ແດນ​ຂອງ​ປາ​ແລ​ສ​ໄຕ​ນ໌​ຕື່ມ​ອີກ ຖ້າ​ຫາກ​ມີ​ຄວາມ​ຈຳ​ເປັນ.

ປະ​ທານ​າ​ທິ​ບໍ​ດີ​ສະ​ຫະ​ລັດ ທ່ານ​ດໍ​ໂນ​ລ ທ​ຣຳ ໄດ້​ເປີດ​ເຜີຍແຜນ​ດັ່ງ​ກ່າວ​ໃນ​ອາ​ທິດ​ແລ້ວ
​ນີ້ ໂດຍ​ກ່າວວ່າ ອິ​ສ​ຣາ​ແອ​ລ​ໄດ້​ຮັບ​ເອົາ ແຕ່​ວ່າ​ໄດ້ຖືກປະ​ຕິ​ເສດ​ບໍ່​ເຫັນ​ພ້ອມ​ໂດຍ​ບັນ​ດາ
​ຜູ້​ນຳ​ປາ​ແລ​ສ​ໄຕ​ນ໌.

ໃນ​ການ​ຕອບ​ໂຕ້ ​ຕໍ່​ແຜນ​ດັ່ງ​ກ່າວ ໃນ​ວັນ​ອັງ​ຄານ​ວານ​ນີ້ ​ທີ່​ນະ​ຄອນບ​ຣັ​ສ​ເຊີ​ລ​ສ໌ ຫົວ​ໜ້າ
ນະ​ໂຍ​ບາຍ​ຕ່າງ​ປະ​ເທດຂອງ EU ​ທ່ານ​ໂຈ​ເຊັ​ຟ ບໍແຣ​ລ ໄດ້​ເນັ້ນ​ໜັກ​ຕໍ່ຄ​ວາມ​ໝັ້ນ​ໝາຍ
​ຂອງ​ກຸ່ມ 27 ປະ​ເທດ ໃນການ​ແກ້​ໄຂ​ ແບບ​ມີສອງປະ​ເທດ​ທີ່​ປະ​ກອບ​ດ້ວຍ​ອິ​ສ​ຣາ​ແອ​ລ
ແລະ “​ລັດ​ປາ​ແລ​ສ​ໄຕ​ນ໌ ທີ່​ເປັນເອກ​ກະ​ລາດ ​ມີປະ​ຊາ​ທິ​ປະ​ໄຕ ​ທີ່​ໃກ້​ຊິດ​ຕິດ​ກັນ ມີອະ​ທິ​
ປະ​ໄຕ ແລະ​ສາ​ມາດ​ຢູ່​ລອດ​ໄດ້.”

ເຖິງ​ແມ່ນ​ວ່າ​ແຜນ​ການ​ດັ່ງ​ກ່າວ​ຫຼິງ​ເຫັນ​ໃນ​ທີ່​ສຸດ​ໃຫ້​ມີ​ການ​ສ້າງ​ຕັ້ງປະ​ເທດ​ປາ​ແລັ​ສ​ໄຕ​ນ໌
ແຕ່ໄດ້​ປະ​ຕິ​ເສດ​ຕໍ່​ຄຳ​ຮຽກ​ຮ້ອງຂັ້ນ​ຕ່ຳ​ສຸດຂອງ​ປາ​ແລັ​ສ​ໄຕ​ນ໌​ ແລະ​ໃຫ້​ອິ​ສ​ຣາ​ແອ​ລ​ເກືອບ​
ທຸກ​ຢ່າງ ​ທີ່​ໄດ້​ຮຽກ​ຮ້ອງ​ ລະ​ຫວ່າງ​ຫຼາຍ​ທົດ​ສະ​ວັດ​ຂອງ​ຄວາມ​ບໍ່​ສະ​ຫງົບ ຮວມ​ທັງ​ເກືອບ
​ດິນ​ແດນ​ຂອງ​ປາ​ແລັ​ສ​ໄຕ​ນ໌​ທັງ​ໝົດ ​ຢູ່​ບ່ອນ​ທີ່​ອິ​ສ​ຣາ​ແອ​ລ​ຕັ້ງ​ຖິ່ນ​ຖານ​ທີ່​ໄດ້​ສ້າງ​ຂຶ້ນ.

ທ່ານ​ບໍແຣລ ກ່າວ​ວ່າ ການ​ຮວມ​ເອົາ​ດິນ​ແດນ​ປາ​ແລ​ສ​ໄຕ​ນ໌ “ຖ້າ​ຫາກ​ມີ​ການ​ຈັດ​ຕັ້ງ​ປະ
​ຕິ​ບັດ ອາດ​ຈະ​ບໍ່​ຜ່ານ ໂດຍ​ບໍ່​ມີ​ການ​ຖືກ​ທ້າ​ທາຍ.”

ທ່ານ​ບໍແຣລກ່າວ​ວ່າ ບັນ​ຫາ​ທີ່​ສຳ​ຄັນ​ເຊັ່ນ​ວ່າ ການ​ສ້າງ​ຕັ້ງ​ຊາຍ​ແດນ​ຂອງ​ປະ​ເທດ​ປາ
​ແລັ​ສ​ໄຕ​ນ໌ ແລະ​ຖາ​ນະ​ຂັ້ນ​ສຸ​ດ​ທ້າຍ​ຂອງ​ນະ​ຄອນ​ເຈ​ຣູ​ຊາ​ແລມ ຕ້ອງ​ໄດ້​ຮັບ​ການ ​ແກ້​ໄຂ
​ກ່ອນ​ສາ​ມາດ​ທີ່​ຈະ​ມີ​ສັນ​ຕິ​ພາບ​ໄດ້ ​ຢູ່​ໃນ​ຂົງ​ເຂດ.

“ເພື່ອ​ສ້າງ​ສັນ​ຕິ​ພາບ​ທີ່​ເປັນ​ທຳ​ແລະ​ຍືນ​ຍົງ ບັນ​ຫາ​ທີ່​ຍັງ​ບໍ່​ທັນ​ຕົກ​ແຕກ​ຂັ້ນ​ສຸດ​ທ້າຍ​ຈະ
​ຕ້ອງ​ໄດ້​ມີ​ການ​ຕົກ​ລົງ​ກັນ ໂດຍ​ຜ່ານ​ການ​ເຈ​ລະ​ຈາ​ໂດຍ​ກົງ ​ລະ​ຫວ່າງ​ທັງ​ສອງຝ່າຍ”
ນັ້ນ​ຄື​ຄຳ​ເວົ້າ​ຂອງທ່ານ​ບໍແຣລ ຜູ້​ທີ່​ໄດ້ກ່າວ​ຕື່ມ​ວ່າ ​ແຜນນີ້ “​ແມ່ນ​ໄດ້​ຫັນ​ເຫໄປ​ຈາກ​
ຂອບ​ເຂດ​ທີ່​ນາໆ​ຊາດ​ໄດ້​ຕົກ​ລົງ​ກັນ​ໄວ້​ແລ້ວ.”

ສະ​ມາ​ຊິກ​ຈຳ​ນວນ​ນຶ່ງ​ຂອງ​ກຸ່ມ 27 ປະ​ເທ​ດ ໄດ້​ຮັບ​ຮູ້​ປະ​ເທດ​ປາ​ແລັ​ສ​ໄຕ​ນ໌ ເຖິງ​ແມ່ນ​ວ່າ​ສ່ວນໃຫຍ່ ກໍ​ໄດ້​ຮ້ອງ​ຂໍ​ໃຫ້​ມີ​ການ​ແກ້​ໄຂ​ບັນ​ຫາໂດຍຜ່ານ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ.”

ແຜນ​ຂອງ​ທ່ານ​ທ​ຣຳ ໄດ້ຖືກ​ຍ້ອງ​ຍໍ​ໂດຍ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ອິ​ສ​ຣາ​ແອ​ລ ທ່ານ​ເບັນ​ຈາ​ມິນ
ເນ​ຕັນ​ຢາ​ຮູ ຜູ້​ທີ່​ໄດ້​ໄດ້​ກ່າວ​ວ່າ ທ່ານ​ຕ້ອງ​ການ​ທີ່​ຈະ​ດຳ​ເນີນ​ການ​ຕໍ່​ໄປ​ດ້ວຍ​ແຜນ​ທີ່ຈະ
​ປະ​ກາດ​ຮວມເອົາ​ດິນ​ແດນໃນ​ເຂດ​ແຄມ​ຝັ່ງ​ຕາ​ເວັນຕົກຂອງ​ແມ່​ນໍ້າຈໍ​ແດັນ ເຂົ້າ​ເປັນ
​ສ່ວນ​ນຶ່ງ​ຂອງ​ຕົນ.

ປະ​ທາ​ນາ​ທິ​ບໍ​ດີ ປາ​ແລັ​ສ​ໄຕ​ນ໌ ທ່ານ​ມາ​ມູດ ອັບ​ບາ​ສ ໄດ້​ປະ​ຕິ​ເສດຕໍ່ແຜນສັນ​ຕິ​ພາບນີ້
ໂດຍ​ກ່າວວ່າ “ບໍ່​ເປັນ​ຕາເລື້ອງ” ໃນ​ຂະ​ນະ​ທີ່​ບັນ​ດາ​ປະ​ເທດ​ອາ​ຣັບ ໃນ​ເຂດ​ອ່າວ​ເປີ​ເຊຍ
​ບໍ່​ໄດ້​ໃຫ້​ຄວາມ​ສຳ​ຄັນ ໂດຍ​ຖື​ວ່າ “​ມີ​ຄວາມລຳ​ອຽງ.”

ອ່ານ​ຂ່າວ​ນີ້​ເພີ້​ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG