ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ອອກກົດລະບຽບຢາ ຂອງສະຫະພາບຢູໂຣບ ກ່າວວ່າ ການສັກຢາວັກຊີນເພີ້ມ ສາມາດໄດ້ຮັບພິຈາລະນາ ໃຫ້ແກ່ຜູ່ໃຫຍ່ທຸກຄົນ


ແກ້ວຢາທ່ີ່ມີປ້າຍບອກເຖິງຢາວັກຊີນ ຟາຍເຊີຣ-ໄບໂອແອນເທັກ (Pfizer-BioNTech) ປ້ອງກັນໂວຣັສໂຄໂຣນາ (COVID-19) ວັນທີ 19 ມີນາ 2021.
ແກ້ວຢາທ່ີ່ມີປ້າຍບອກເຖິງຢາວັກຊີນ ຟາຍເຊີຣ-ໄບໂອແອນເທັກ (Pfizer-BioNTech) ປ້ອງກັນໂວຣັສໂຄໂຣນາ (COVID-19) ວັນທີ 19 ມີນາ 2021.

ຜູ້ອອກກົດລະບຽບຢາຂອງສະຫະພາບຢູໂຣບ ໄດ້ອະນຸມັດໃນການສັກຢາວັກຊີນເພີ້ມ
(booster) ໂດຍໃຊ້ຢາຟາຍເຊີ-ໄບໂອແອນເທັກກັນໂຄວິດ-19 (Pfizer- BioNTech
COVID0-19) ໃຫ້ແກ່ບັນດາຜູ້ທີີ່ມີອາຍຸ 18 ປີ ແລະສູງກວ່ານັ້ນ ແຕ່ໄດ້ປ່ອຍໃຫ້ແຕ່
ລະປະເທດຕັດສິນໃຈເອງກ່ຽວກັບການໃຫ້ຄຳແນະນຳສຳລັບ ການສັກຢາສຳລັບຄົນ
ໂດຍທົ່ວໄປຫຼືບໍ່.

ອົງການຢາຢູໂຣບ ໄດ້ກ່າວຢູ່ໃນຖະແຫຼງການ ໃນວັນຈັນວານນີ້ວ່າ ການສັກຢາວັກຊີນ
ຟາຍເຊີຣເພີ້ມ “ອາດຈະໄດ້ຮັບການພິຈາລະນາ ຢ່າງໜ້ອຍຫົກເດືອນ ຫຼັງຈາກສັກ
ໂດສທີສອງແລ້ວ ສຳລັບຄົນທີ່ມີອາຍຸ 18 ປີ ແລະແກ່ກ່ອນນັ້ນ.”

ນອກນັ້ນ ຍັງກ່າວເພີ້ມອີກວ່າ “ການຕັດສິນໃຈໃນການສັກຢາວັກຊີນເພີ້ມ ຈະປະຕິບັດ
ໂດຍບັນດາຫ້ອງການສາທາລະນະສຸກ ຢູ່ລະດັບແຫ່ງຊາດ.”

ອົງການດັ່ງກ່າວຍັງເວົ້າວ່າ ຜູ້ຄົນຜູ້ທີ່ມີລະບົບພູມຕ້ານອ່ອນແອຢ່າງຮ້າຍແຮງຄວນຈະ
ໄດ້ຮັບການສັກຢາໂດສທີສາມຂອງຟາຍເຊີຣ ຫຼືໂມເດີນາ ຢ່າງໜ້ອຍ 28 ມື້ ຫຼັງຈາກທີ່
ເຂົາເຈົ້າໄດ້ຮັບການສັກຢາວັກຊີນຂອງເຂົາເຈົ້າ ເຂັມທີສອງ ແລ້ວ.

ການໃຫ້ຄຳແນະນຳດັ່ງກ່າວ ມີຂຶ້ນໃນຂະນະທີ່ບັນດາປະເທດສະມາຊິກ ຂອງສະຫະພາບ
ຢູໂຣບໄດ້ເລີິ້ມໃຫ້ການສັກຢາວັກຊີນເພີ້ມ ໃນຂະນະທີ່ບ່ອນອື່ນໆ ຍັງພາກັນອະພິປາຍຢູ່
ວ່າຈະໃຊ້ກັນໃນຂອບເຂດໃດກັບປະຊາຊົນຂອງເຂົາເຈົ້າ.

ສ່ວນເຫດການອື່ນໆນັ້ນ ໃນວັນຈັນທີ່ຜ່ານມາ ນິວຊີແລນ ໄດ້ປະກາດວ່າ ຕົນຈະປະລະ
ຍຸດທະສາດ ໃນການລົບລ້າງພະຍາດໂຄວິດ-19.

ນາຍົກລັດຖະມົນຕີຈາຊິນດາ ອາຣເດີນ ໄດ້ກ່າວໃນວັນຈັນວານນີ້ວ່າ “ນີ້ແມ່ນ ວິທີ
ທີ່ພວກເຮົາໄດ້ເຮັດຢູ່ເລື້ອຍໆ ໃນລະຫວ່າງການປະຕິບັດງານ. ການແຜ່ ລະບາດຂອງ
ສາຍພັນແດລຕາ ໄດ້ເລັ່ງລັດ ໃຫ້ມີການຫັນປ່ຽນນີ້. ການສັກຢາ ວັກຊີນຈະໃຫ້ການສະ
ໜັບສະໜູນຕໍ່ເລືຶ້ອງນີ້.”

ການໄປເຖິງຂອງສາຍພັນໃໝ່ແດລຕາທີ່ຮ້າຍແຮງ ໄດ້ເຮັດໃຫ້ປະເທດດັ່ງກ່າວມີຄວາມ
ຫຍຸ້ງຍາກລຳບາກ ທີ່ຈະເຮັດຊໍ້າຄືນໄດ້ ໃນຜົນສຳເລັດ ເມື່ອປີກາຍນີ້ ກ່ຽວກັບການຫຼຸຸດ
ໂຕຂອງເລກກໍລະນີຕິດເຊື້ອໂຄວິດ-19 ລົງຫາສູນ. ພວກເຈົ້າ ໜ້າທີ່ໄດ້ລາຍງານວ່າ ມີ
29 ກໍລະນີໃໝ່ ໃນວັນຈັນວານນີ້.

The European Union’s drug regulator has approved the use of booster shots of the Pfizer-BioNTech COVID-19 vaccine for those 18 and older but left it to individual countries to decide whether or not to recommend the shots for widespread use.

The European Medicines Agency said in a statement Monday that a booster dose of the Pfizer vaccine "may be considered at least 6 months after the second dose for people aged 18 years and older."

"Decisions for boosters will be taken by public health bodies at the national level," it added.

The agency said people with a severely weakened immune system should be given a third dose of the Pfizer or Moderna vaccine at least 28 days after they have received their second shot.

The guidance comes as some EU member states have already begun administering booster shots, while others are still debating how broadly to use boosters in their populations.

New Zealand ends elimination strategy

In another development Monday, New Zealand announced that it would abandon its COVID-19 elimination strategy.

“This is a change in approach we were always going to make over time, Prime Minister Jacinda Ardern said Monday. “Our delta outbreak has accelerated this transition. Vaccines will support it.”

The arrival of the highly contagious delta variant made it difficult for the country to repeat its accomplishment last year of reducing the number of COVID-19 cases to zero. Authorities reported 29 new cases on Monday.

XS
SM
MD
LG