ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນາໆຊາດ ຈະຊ່ອຍເຫຼືອ ໂຊມາເລຍ 2 ພັນ 700 ລ້ານ ໂດລາ (ວີດີໂອ)


Donors Pledge $2.7 Billion in ‘New Deal’ for Somalia
please wait

No media source currently available

0:00 0:02:41 0:00
ລິງໂດຍກົງ

ກອງປະຊຸມຂອງບັນດາຜູ້ບໍລິຈາກ ສຳລັບໂຊມາເລຍ

ບັນດາ​ປະ​ເທດ​ ແລະ​ອົງການ​ຈັດຕັ້ງນາໆ​ຊາດ ໄດ້​ໃຫ້​ຄຳ​ໝັ້ນ
ສັນຍາຈະ​ໃຫ້ການຊ່ອຍເຫຼືອເປັນ​ເງິນ 2 ພັນ 700 ລ້ານ​ໂດ​ລາ
​ແກ່ Somalia ​ເພື່ອ​ບູລະນະສ້າງສາປະເທດຊາດຄືນໃໝ່ຫຼັງ
ຈາກທີ່ໄດ້ເກີດສົງຄາມກາງເມືອງ ມານານກວ່າ 2 ທົດສະວັດ
ນັ້ນ.

ການຊ່ອຍເຫຼືອດັ່ງກ່າວນີ້ ໄດ້ປະກາດ​ໃຫ້​ຊາບ ໃນກອງປະຊຸມ
ຜູ້ຕາງໜ້າ​ຂອງ​ປະ​ເທດແລະ​ອົງການ​ຈັດຕັ້ງຕ່າງໆ​ຂອງ​ນາໆຊາດ
ພ້ອມ​ທັງ​ຕົວ​ແທນຂອງລັດຖະບານ Somalia ​ທີ່ກຸງ Brussel.

ການ​ໃຫ້​ຄຳ​ໝັ້ນ​ສັນຍາທີ່​ວ່າ​ນີ້ ​ແມ່ນ​ຈັດ​ໃຫ້​ມີ​ຂຶ້ນ​ ເພື່ອສະໜັບ
ສະໜຸນ​ແຜນການບູລະນະ ສ້າງສາປະເທດຊາດ​ເປັນ​ເວລາ
3 ປີ ​ນັ້ນ ຊຶ່ງ​ເອີ້ນ​ວ່າ New Deal Compact ນັ້ນ ​ແມ່ນ ມີຈຸດ
ປະສົງ​ເພື່ອ​ເສີມ​ຂະຫຍາຍ​ລະບົບ​ການ​ເມືອງ​ຂອງ​ປະ​ເທດ
ປັບປຸງ​ຄວາມ​ໝັ້ນຄົງ​ແລະ ສືບ​ຕໍ່ຄວາມ​ກ້າວໜ້າ​ ທີ່​ໄດ້​ຮັບໃນ​ລະຫວ່າງ​ໄລຍະ​ຂ້າມຜ່ານນັ້ນ.

ປະທານາທິບໍດີໂຊມາເລຍ Hassan Sheikh Mohamud, ແລະ ທ່ານນາງ Catherine Ashton
ປະທານາທິບໍດີໂຊມາເລຍ Hassan Sheikh Mohamud, ແລະ ທ່ານນາງ Catherine Ashton

ໃນບັນດາຂອງພວກທີ່​ໃຫ້ການບໍລິຈາກນັ້ນ ກໍມີສະຫະພາບຢູໂຣບ ທີ່ສັນຍາວ່າຈະໃຫ້ເງິນ
ຊ່ອຍ​ເຫຼືອ 870 ລ້ານ​ໂດ​ລາ.

​ ໃນ​ການຖະ​ແຫຼ​ງ​ເປີດ​ກອງ​ປະຊຸມນັ້ນ ຫົວໜ້າ​ນະ​ໂຍບາຍ​ການ​ຕ່າງປະ​ເທດຂອງສະຫະພາບ
ຢູໂຣບ ທ່ານ​ນາງ Catherine Ashton ​ກ່າວວ່າ ກຸນ​ແຈ​ຂອງ​ການ​ນໍາ​ໄປ​ສູ່​ຄວາມ​ສໍາ​ເລັດ​ໃນ
ໂຊ​ມາ​ເລຍ ​ຈະ​ແມ່ນ​ການລົງທຶນ​ ​ໃນ​ໄລຍະ​ຍາວ.
XS
SM
MD
LG