ບັນດາພັກການເມືອງຢູໂຣບທີ່ນ້ອຍກວ່າ ໄດ້ເຫັນວ່າມີການເພີ້ມການສະໜັບສະໜູນ
ການເລືອກຕັ້ງທີ່ ກວ້າງອອກໄປທົ່ວທະວີບໃນສະພາຢູໂຣບ ອັນທີ່ພວກນັກການເມືອງ
ແລະບັນດານັກວິເຄາະເຫັນພ້ອມ ທີ່ວ່າ ອາດຈະເປັນຜົນຕິດຕາມມາໃນທີ່ສຸດ ນັບແຕ່
ປີ 1979 ເວລາບັນດາຜູ້ປ່ອນບັດສະຫະພາບຢູໂຣບ ໄດ້ເລີ້ມລົງຄະແນນສຽງປ່ອນບັດ
ເປັນເທື່ອທຳອິດເພື່ອໃຫ້ເປັນຮ່າງກົດໝາຍຂຶ້ນມາ.
ຜົນຂອງການເລືອກຕັ້ງຂັ້ນຕົ້ນໃນວັນອາທິດວານນີ້ ສະແດງໃຫ້ເຫັນວ່າບ່ອນນັ່ງ751
ບ່ອນ ໃນສະພາ ຈະແບ່ງແຍກຫຼາຍຂຶ້ນກວ່າທີ່ເຄີຍມີມາ ເປັນພັກນ້ອຍໆກວ່າ ທັງສອງ
ຈະບໍ່ໄວ້ເນື້ອເຊື່ອໃຈຢູໂຣບ ແລະສະໜັບສະໜູນຢູໂຣບ ຖອຍຫ່າງອອກໄປຈາກ ພັກ
ກາງອຽງຂວາແລະກາງອຽງຊ້າຍທີ່ໃຫຍ່ກວ່າ ແລະເປັນຄູ່ແຂ່ງກັນ.
ບັນດາຜູ້ສະໜັບສະໜູນຫົວເສລີຂອງອີຢູ ແລະພັກສີຂຽວຈະໄດ້ອຳນາດທີ່ກ້ຳເກິ່ງກັນຢູ່
ໃນສະພາໃໝ່ ທີ່ຈະຄອບຄອງຢູ່ເປັນເວລາຫ້າປີ. ທ່ານຟິລລິບເປ ລຳເບີຣດ໌ ຜູ້ນຳກຸ່ມສີ
ຂຽວກ່າວວ່າ “ເພື່ອເຮັດໃຫ້ສຽງສ່ວນຫຼາຍທຸ່ນທ່ຽງຢູ່ໃນສະພາ ບັດນີ້ພັກສີຂຽວຈຶ່ງເປັນ
ທີ່ຫລີກລ້ຽງບໍ່ໄດ້.
ການລຸກຂຶ້ນມາຂອງບັນດາພັກໃໝ່ຕ່າງໆປະກົດວ່າເປັນການທັບມ້າງສອງພັກທີ່ຄອບ
ຄອງສະພາເປັນປະເພນີຢ່າງສະບາຍໂດຍພັກປະຊາຊົນຢູໂຣບກາງອຽງຂວາ (EPP)
ແລະພັນທະມິດກ້າວໜ້າຂອງສັງຄົມນິຍົມ ແລະປະຊາທິປະໄຕ (S&D)
ໃນຂະນະທີ່ຜົນໄດ້ເຂົ້າມາ ບັນດາຜູ້ນິຍົມແຫ່ງຊາດໄດ້ຢູ່ເສັ້ນທາງໄຊຊະນະ ພຽງແຕ່
ພາຍໃຕ້ນຶ່ງສ່ວນສີ່ຂອງບ່ອນນັ່ງຢູ່ໃນສະພາ ແຕ່ເຂົາເຈົ້າກໍໄດ້ຈ້ອງສາຍຕາໃສ່ວ່າຈະ
ຄວ້າເອົາໃຫ້ໄດ້ນຶ່ງສ່ວນສາມ. ຢູ່ໃນປະເທດຝຣັ່ງ ປະທານາທິບໍດີເອມມານູ ແອລ
ມາກຣົງ ໄດ້ປະລາໄຊ ຕົກມາຢູ່ທີສອງລອງລົງມາຈາກທ່ານນາງມາຣິນ ເລີ ເພັນສ໌ ພັກ
ຂວາຈັດແຫ່ງຊາດ. ທ່ານນາງເລີ ເພັນສ໌ ໄດ້ຍິນດີກັບໄຊຊະນະ ໂດຍກ່າວວ່າຕົນໄດ້
ສົ່ງອອກ ຢ່າງແຂງແຮງອຳນາດຂອງປະທານາທິບໍດີຝຣັ່ງ.