ກຸ່ມຜູ້ນຳບັນດາປະເທດ ຈາກອາຟຣິກາ ແລະ ສະຫະພາບຢູໂຣບ
ຫຼື EU ຫຼາຍກວ່າ 60 ທ່ານ ກຳລັງປະຊຸມປຶກສາຫາລື ໃນວັນພຸດ
ມື້ນີ້ ແລະ ວັນພະຫັດມື້ອື່ນ ຢູ່ໃນປະເທດ Malta ເພື່ອພະຍາຍາມ
ເສີມຂະຫຍາຍ ການຮັບມືກັບວິກິດການດ້ານອົບພະຍົບ ທີ່ໄດ້ເຮັດ
ໃຫ້ຫຼາຍແສນຄົນ ຫລົບໜີອອກຈາກປະເທດຕົນ ໄປຍັງຢູໂຣບ
ໃນປີນີ້.
EU ກ່າວວ່າ ກອງປະຊຸມສຸດຍອດນີ້ ຈະເພັ່ງເລັງໃສ່ ເຫດຜົນ
ຕ່າງໆ ທີ່ວ່າແມ່ນຫຽັງເຮັດໃຫ້ພວກອົບພະຍົບ ໜີອອກຈາກປະ
ເທດຂອງຕົນ, ການຈັດແຈງຫາຊ່ອງທາງ ການອົບພະຍົບ ທີ່ຖືກ
ກົດໝາຍ ໃຫ້ດີຂຶ້ນ, ສົ່ງເສີມການປົກປ້ອງໃຫ້ແກ່ຊາວອົບພະຍົບ,
ຕໍ່ສູ້ຕ້ານພວກລັກລອບຂົນສົ່ງມະນຸດ ແລະ ເສີມຂະຫຍາຍການຮ່ວມມື ກັບບັນດາປະເທດ
ໃນອາຟຣິກາ ກ່ຽວກັບການສົ່ງຄື່ນ ພວກຄົນທີ່ບໍ່ມີເງື່ອນໄຂຂໍລີ້ໄພ.
ປະທານສະພາສະຫະພາບຢູໂຣບ ທ່ານ Donald Tusk ກ່າວໃນວັນອັງຄານວານນີ້ ວ່າ
“ບໍ່ວ່າຈະເປັນການເຂົ້າມາດ້ວຍ ການອຳນວຍຄວາມສະດວກອອກວີຊາ, ເຮັດໃຫ້ການ
ໂອນເງິນ ເພື່ອໃຫ້ເກີດຜົນຫຼາຍທີ່ສຸດ ຫຼື ຕໍ່ສູ້ຕ້ານພວກລັກລອບຂົນສົ່ງມະນຸດ ພ້ອມໆ
ກັນ, ກອງປະຊຸມສຸດຍອດນີ້ ແມ່ນກ່ຽວກັບ ການກະທຳ, ທີ່ເປັນຮູບປະທຳ ແລະ ການ
ປະຕິບັດທີ່ດຳເນີນການໄດ້.”
ອັນເປັນສ່ວນຂອງຄວາມພະຍາຍາມນັ້ນ ຢູໂຣບ ສະເໜີ ໃຫ້ທຶນຊ່ວຍເຫຼືອໃໝ່ ມູນຄ່າ 1
ພັນ 8 ຮ້ອຍລ້ານໂດລາ ໃຫ້ແກ່ບັນດາປະເທດໃນ ອາຟຣິກາ. ແຕ່ບັນດານັກວິຈານ ມີຄວາມ
ສົງໄສ ຕໍ່ການຕອບສະໜອງຂອງຢູໂຣບ ນັ້ນ ໂດຍກ່າວວ່າ ອີຢູ ແມ່ນພະຍາຍາມ ກົດດັນ
ພວກອົບພະຍົບ ກັບຄືນໄປບ່ອນເກົ່າ ບ່ອນທີ່ມີເລື້ອງກ່ຽວກັບສິດທິມະນຸດ ທີ່ຮ້າຍແຮງ ແລະ
ການຂາດແຄນໂອກາດຕ່າງໆ ທີ່ຈະມີຖານະດີຂຶ້ນດ້ານເສດຖະກິດ.
ທ່ານ Tusk ກ່າວອີກວ່າ ຢູໂຣບ ຕ້ອງເຄົາລົບນັບຖື ອະທິປະໄຕຂອງອາຟຣິກາ ແລະ ໃຫ້
ມີ “ຄວາມເຫັນອົກເຫັນໃຈຫຼາຍຂຶ້ນ” ສຳຫລັບຄວາມເປັນຫ່ວງຂອງຕົນນັ້ນ.
ປະມານ 800,000 ຄົນໄດ້ເດີນທາງຂ້າມທະເລ ໄປຍັງຢູໂຣບໃນປີນີ້ ເກືອບສີ່ເທົ່າຕົວຂອງ
ຈຳນວນຜູ້ທີ່ ໄດ້ອອກເດີນທາງ ໃນປີ 2014 ອີງຕາມອົງການເພື່ອການອົບພະຍົບສາກົນ.
ອີຕາລີ ແລະ ກຣິສ ແມ່ນຈຸດບ່ອນລົງ ທີ່ນິຍົມຊົມຊອບຫຼາຍທີ່ສຸດ. ຫຼາຍໆຄົນ ສາມາດໄປ
ລົງທີ່ ອີຕາລີ ຈາກປະເທດ Eritrea Nigeria Somalia ແລະ Sudan ຫຼາຍກວ່າແຫ່ງ
ອື່ນໆໃດ ຊຶ່ງມີຈຳນວນ 140,000 ຄົນ ອັນເປັນເຄິ່ງນຶ່ງຂອງຈຳນວນຜູ້ທີ່ໄປເຖິງ ຈຸດໝາຍ
ປາຍທາງນັ້ນ ໃນປີນີ້.
ຫຼາຍກວ່າ 3,400 ຄົນນໄດ້ເສຍຊີວິດ ຜູ້ທີ່ໄດ້ສຽງໄພອັນຕະລາຍຂ້າມທະເລ ໄປຍັງຢູໂຣບ
ໃນປີນີ້. ຢ່າງໜ້ອຍມີ 14 ຄົນຈົມນ້ຳຕາຍ ໃນວັນພຸດມື້ນີ້ ຫຼັງຈາກທີ່ເຮືອລຳນຶ່ງຈົມນ້ຳ ໃນ
ວັນພຸດມື້ນີ້ ໃນລະຫວ່າງອອກເດີນທາງ ຈາກພາກເໜືອຂອງເທີກີ ໄປຍັງກຣິສ.