ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອີຢູ ປະຕິເສດ ບໍ່ຮັບເອົາຂໍ້ສະເໜີ ຂອງອັງກິດ ທີ່ໃຫ້ປ່ຽນແປງ ຂໍ້ຕົກລົງ Brexit


ປະທານ ຄະນະກຳມາທິການອີຢູ ທ່ານ Jean Claude Juncker ຢູ່ທາງຊ້າຍ ກຳລັງກ່າວຄຳປາໄສ ຊ້ອງໜ້າສະມາ
ຊິກສະພາຢູໂຣບ ເລື້ອງ Brexit ທີ່ນະຄອນ Brussels
ວັນທີ 30 ມັງກອນ 2019.
ປະທານ ຄະນະກຳມາທິການອີຢູ ທ່ານ Jean Claude Juncker ຢູ່ທາງຊ້າຍ ກຳລັງກ່າວຄຳປາໄສ ຊ້ອງໜ້າສະມາ ຊິກສະພາຢູໂຣບ ເລື້ອງ Brexit ທີ່ນະຄອນ Brussels ວັນທີ 30 ມັງກອນ 2019.

ໃນວັນພຸດວານນີ້ ສະຫະພາບຢູໂຣບ ຫຼື​ອີ​ຢູ ໄດ້ປະຕິເສດ ຕໍ່ຄວາມພະຍາຍາມ ຂອງ
ອັງກິດ ທີ່ຢາກເຈລະຈາເລື້ອງເງື່ອນໄຂ ຂອງການຖອນໂຕອອກຈາກ ອີຢູ.

ພວກສະມາຊິກສະພາຂອງອັງກິດ ໄດ້ລົງຄະແນນສຽງໃນຄໍ່າຄືນວັນອັງຄານໃຫ້ ສົ່ງ
ທ່ານນາງ ເທຣີຊາ ເມ ນາຍົກລັດຖະມົນຕີຂອງຕົນ ກັບຄືນໄປ Brussels ເພື່ອຫາ
ທາງໃຫ້ໄດ້ຮັບເງື່ອນໄຂດີກວ່າເກົ່າ ສຳລັບແຜນການຂອງຕົນທີ່ຈະອອກ ໄປຈາກອີຢູ
ຊຶ່ງ​ມີ​ສະ​ມາ​ຊິກ 28 ປະເທດ ໃນທະວີບດັ່ງກ່າວ ໃນວັນທີ 29 ມີ ນານີ້.

ແຕ່ວ່າ ທ່ານ Jean-Claude Junker ປະທານກຳ​ມາ​ທິ​ການຂອງສະຫະພາບ ຢູໂຣບ ໄດ້ບອກພວກຜູ້ແທນອີຢູ ວ່າ ໃນຂະນະທີ່ທ່ານຈະຮັບຟັງແນວຄິດຂອງ ທ່ານນາງເມ ກ່ຽວກັບການປ່ຽນແປງເງື່ອນໄຂ ທີ່ໄດ້ມີຂຶ້ນ ໃນທ້າຍປີກາຍນີ້ນັ້ນ ມັນກໍແມ່ນ “ຍັງຄົງ
ເປັນອັນທີ່ດີທີ່ສຸດຢູ່ ທັງຈະເປັນຂໍ້ຕົກລົງອັນດຽວເທົ່ານັ້ນ.”

ທ່ານ ຈັງເກີ ເວົ້າວ່າ “ການອະພິປາຍກັນ ແລະການລົງຄະແນນສຽງ ໃນສະພາຕໍ່າ
ຂອງອັງກິດມື້ວານນີ້ ຈະບໍ່ປ່ຽນແປງຫຍັງ. ຂໍ້ຕົກລົງເລື້ອງການຖອນໂຕອອກ ຈະບໍ່
ມີການເຈລະຈາກັນ.”

ທ່ານເວົ້າວ່າ ມັນບໍ່ເປັນທີ່ແຈ້ງຂາວສຳລັບທ່ານ ວ່າ ອັງກິດຢາກເຮັດຫຍັງ ຈຶ່ງ ຢາກ
ເຈລະຈາ. ເມື່ອສອງອາທິດກ່ອນ ພວກຜູ້ແທນອັງກິດ ໄດ້ປະຕິເສດຢ່າງ ຖ້ວມລົ້ນ ຕໍ່ມາດຕະການທີ່ທ່ານນາງເມ ໄດ້ເຫັນດີເຫັນພ້ອມກັບອີຢູ ປ່ອຍໃຫ້ ບາງຄົນຢ້ານວ່າ
ຈະ “ບໍ່ມີການຕົກລົງກັນ” ເລື້ອງ Brexit ໃນອີກສອງເດືອນ.

ທ່ານນາງ ເມ ກ່າວວ່າ ລັດຖະບານຂອງທ່ານນາງບໍ່ໄດ້ຕັດສີນໃຈວ່າ ຕົນຈະ ເຮັດຈັ່ງ
ໃດແທ້ ໃນການປ່ຽນແປງຂໍ້ຕົກລົງກ່ຽວ​ກັບການຖອນໂຕອອກຈາກສະ ຫະພາບຢູ
ໂຣບ ເພື່ອຮັບມືກັບຄວາມເປັນຫ່ວງ ກ່ຽວກັບ ​ການ​ເດີນ​ທາງ​ໄປ​ມາ​ຂອງ​ປະ​ຊາຊົນ
ແລະການຄ້າຂາຍ ຢູ່​ເຂດຊາຍແດນລະຫວ່າງອີຢູກັບໄອຣ໌ແລນ ແລະໄອ​ຣ໌ແລນເໜືອ ຊຶ່ງເປັນພາກສ່ວນນຶ່ງຂອງອັງກິດນັ້ນ.

ທ່ານ Dan Coats ຜູ້ອຳນວຍການອົງ​ການສືບລັບແຫ່ງຊາດຂອງສະຫະລັດ ໄດ້ບອກ
ພວກຜູ້ແທນຄະນະນຶ່ງໃນວໍຊິງຕັນໃນວັນອັງຄານນີ້ວ່າ ການບໍ່ມີຂໍ້ຕົກ ລົງສຳລັບ Brexit ຈະສ້າງບັນຫາດ້ານເສດຖະກິດຊຶ່ງຈະສ້າງຄວາມອ່ອນແອ ຢ່າງແທ້ຈິງໃຫ້ແກ່ປະເທດ
ອັງກິດ ແລະຢູໂຣບກໍເປັນໄດ້.” ນອກນັ້ນພວກຜູ້ນຳ ທຸລະກິດ ກໍກັງວົນວ່າ ການບໍ່ມີຂໍ້ຕົກ
ລົງ Brexit ຈະນຳໄປສູ່ ຄວາມວຸ້ນວາຍ ທາງດ້ານເສຖະກິດ.

ທ່ານ ຈັງເກີ ເວົ້າວ່າ ອີຢູ “ຈະເຮັດວຽກທັງເວັນແລະຄືນ” ເພື່ອເຮັດໃຫ້ແນ່ໃຈ ວ່າ ການ
ຖອນໂຕອອກຂອງອັງກິດຈາກອີຢູ ຈະເປັນໄປດ້ວຍດີ. ທ່ານກ່າວວ່າ ມັນຍັງຄົງ ມີຄວາມ
ເປັນໄປໄດ້ ຢູ່ນອກຂອບເຂດຂອງກົດໝາຍ ຂອງຂໍ້ຕົງລົງ ການຖອນໂຕນີ້ ສຳລັບການ
ສົນທະນາຕໍ່ໄປ ລະຫວ່າງອັງກິດກັບອີຢູ.

ເຊີນອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG