ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ບັນ​ດາ​ຜູ້​ນຳ​ສະ​ຫະ​ພາບ​ຢູ​ໂຣບ ປະ​ກາດ​ໃຫ້​ການ​ສະ​ໜັບ​ສະ​ໜູນ ໃນ​ການ​ຢ້ຽມ​ຢາມ​ຢູ​ເຄ​ຣນ


ທຸງ​ສະ​ຫະ​ພາບ​ຢູ​ໂຮບ ແລະ​ຢູ​ເຄ​ຣນ ປີວ​ສະ​ບັດ ​ຢູ່ນອກຕຶກ​ສຳ​ນັກ​ງານສະ​ພາ​ສະ​ຫະ​ພາບ​ຢູ​ໂຣບ ໃນ​ນະ​ຄອນບ​ຣັ​ສ​ເຊີ​ລ​ສ໌ ປະ​ເທດ​ແບ​ລ​ຈ້ຽມ ທີ 28
ກ​ຸມ​ພາ 2022
ທຸງ​ສະ​ຫະ​ພາບ​ຢູ​ໂຮບ ແລະ​ຢູ​ເຄ​ຣນ ປີວ​ສະ​ບັດ ​ຢູ່ນອກຕຶກ​ສຳ​ນັກ​ງານສະ​ພາ​ສະ​ຫະ​ພາບ​ຢູ​ໂຣບ ໃນ​ນະ​ຄອນບ​ຣັ​ສ​ເຊີ​ລ​ສ໌ ປະ​ເທດ​ແບ​ລ​ຈ້ຽມ ທີ 28 ກ​ຸມ​ພາ 2022

ບັນ​ດາ​ຜູ້​ນຳສະຫະ​ພາບ​ຢູ​ໂຣບ ໄດ້​ເດີນ​ທາງ​ໄປ​ເຖິງ​ນະ​ຄອນກີິຢິບ​ໃນ​ວັນ​ພະ​ຫັດ​ມື້​ນີ້ ​ພ້ອມ​ດ້ວຍ​ສານ​ຂອງ​ການ​ສະ​ໜັບ​ສະ​ໜູນ​ປະ​ຊາ​ຊົນ​ຢູ​ເຄ​ຣນ ໃນ​ຂະ​ນະ​ທີ່ ​ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ໄດ້​ເຕືອນເຖິງ​ການ​ບຸກ​ໂຈມ​ຕີ​ໂດຍ​ກຳ​ລັງ​ຣັດ​ເຊຍ ກ່ອນ ​ວັນຄົບ​ຮອບ​ນຶ່ງ​ປີຂອງການ​ຮຸກ​ຮານ​ໂດຍ​ຣັດ​ເຊຍ.

ປະ​ທານຄະ​ນະ​ກຳ​ມະ​ການ​ສະ​ຫະ​ພາບ​ຢູ​ໂຣບ ທ່ານ​ນາງ​ເອີ​ຊູ​ລາ ວອ​ນ ເດີ​ເລ​ເຢັນ ໄດ້​ສົ່ງ​ຂໍ້​ຄວາ​ມ​ທາງ​ທວິດ​ວ່າ “ພວກ​ເຮົາ​ຢູ່​ທີ່​ນີ້​ນຳ​ກັນເພື່ອ​ສະ​ແດງວ່າ ສະ ຫະ​ພາບ​ຢູ​ໂຣບຢືນ​ຢູ່​ກັບ​ຢູ​ເຄ​ຣນ ຢ່າງ​ແຂງ​ຂັນ​ແບບ​ທີ່​ບໍ່​ເຄີຍ​ມີ​ມາ​ກ່ອນ. ​ແລະ​ລົງ​ເລິກການ​ສະ​ໜັບ​ສະ​ໜູນ ​ແລະ​ການ​ຮ່ວມ​ມືຂອງ​ພວກ​ເຮົາ.”

​ຫົວ​ໜ້າ​ນະ​ໂຍ​ບາຍ​ຕ່າງ​ປະ​ເທດ​ສະ​ຫະ​ພາ​ບ​ຢູ​ໂຣບ ທ່ານ​ໂຈ​ເຊ​ຟ ບໍແຣລ ໄດ້​ກ່າວ​ວ່າ ຜູ້​ແທນໄດ້​ຢູ່​ໃນ​ນະ​ຄອນ​ກິ​ຢິ​ບ​ເພື່ອ​ນຳ​ພາ​ສະ​ຫະ​ພາບ​ຢູ​ໂຣບ “ສົ່ງ​ສານເຂັ້ມ​ແຂງ​ທີ່​ສຸດ​ຂອງ​ການ​ສະໜັບ​ສະ​ໜູນຕໍ່​ຊາວ​ຢຸູ່ເຄ​ຣນ​ທັງ​ໝົດ​ເພື່ອປ້ອງ​ກັນ​ປະ​ເທດ​ເຂົາ​ເຈົ້າ.” ​ທ່ານ​ໄດ້​ກ່າວ​ເພີິ້ມ​ອີກວ່າ ສະ​ຫະ​ພາບ​ຢູ​ໂຣບ​ໄດ້​ຢືນ​ຢູ່​ກັບ​ຢູ​ເຄ​ຣນ ນັບ​ແຕ່​ເລີ້ມ​ຕົ້ນ​ຂອງ​ສົງ​ຄາມ​ຣັດ​ເຊຍ ແລະ “​ຍັງຈະຢືນ​ຢູ່​ກັບ​ທ່ານ​ເພື່ອ​ເອົາ​ຊະ​ນະ ແລະ​ບູ​ລະ​ນະ​ສ້າງ​ສາ​ຄືນ​ໃໝ່.”

​ບັນ​ດາ​ຜູ້​ນຳ​ສະ​ຫະ​ພາບ​ຢູ​ໂຣບ ແລະ​ຢູ​ເຄ​ຣນ ພ້ອມ​ແລ້ວ​ທີ່​ຈະ​ພົບ​ປະ​ຢູ່​ກອງ​ປະຊຸມ​ສຸດຍອດ​ໃນ​ວັນ​ສຸກ​ມື້​ອື່ນ​ນີ້ ເພື່ອ​ສົນ​ທະ​ນາ​ຫາ​ລື ກ່ຽວ​ກັບ​ການ​ຮັບ​ມື​ຕໍ່​ບັນ​ຫາ​ຂັດ​ແຍ້ງໂດຍສະ​ຫະ​ພາບ​ຢູ​ໂຣບ ການ​ບູ​ລະ​ນະ​ສ້າງ​ສາ​ຄືນ​ໃໝ່ ແລະ​ຄວາມ​ພະ​ຍາ​ຍາມ​ບັນ​ເທົາ​ທຸກ ຄວາມ​ປອດ​ໄພ​ທາງ​ດ້ານ​ອາ​ຫານ​ຢູ່​ໃນ​ທົ່ວ​ໂລກ ແລະ​ຄຳ​ຮ້ອງຂໍຂອງ​ຢູ​ເຄ​ຣນ ເພື່ອເຂົ້າ​ຮ່ວມ​ສະ​ຫະ​ພາບ​ຢູ​ໂຣ​ບ.

​ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ທ່ານ​ໂວ​ໂລ​ດີ​ເມຍ ເຊ​ເລັນ​ສ​ກີ ໄດ້ກ່າວ​ຢູ່​ໃນ​ຖະ​ແຫລງ​ການ​ ໃນຕອນ​ຄ່ຳ​ວັນ​ພຸດ​ວານ​ນີ້​ວ່າ ຣັດ​ເຊຍ​ພະ​ຍ​າ​ຍາມ​ທີ່​ຈະ​ໃຫ້​ໄດ້​ຮັບ​ໄຊ​ຊະ​ນະ​ຢູ່ສະ​ໜາມ​ລົບ​ຈຳ​ນວນ​ນຶ່ງ ເພື່ອ​ສະ​ແດງ​ໃຫ້​ເຫັນ ​ເນື່ອງ​ໃນ​ໂອ​ກາດ​ວັນ​ຄົບ​ຮອບປີ​ອຳ​ອິດ ​ຂອງ​ສົງ​ຄາມ​ ໃນ​ວັນ​ທີ 24 ກຸມ​ພາ.

​“ຢູ່​ໃນສະ​ພາບ​ການ​ດັ່ງ​ກ່າວ ພວກ​ເຮົາ​ທັງ​ໝົດ​ຕ້ອງ​ການ ໂດຍສະ​ເພາະ​ທ້ອນ​ໂຮມ​ກັນ ໂດຍ​ສະ​ເພາະ​ເຈາະ​ຈົງ​ໃສ່​ຜົນ​ປະ​ໂຫຍດ​ຂອງ​ຊາດ ແລະດ້ວຍ​ເຫດນີ້ ໂດຍ​ສະ​ເພາະແລ້ວ ແມ່ນການ​ປັບ​ໂຕ” ນັ້ນ​ຄື​ຄຳ​ເວົ້າ​ຂອງ​ທ່ານ​ເຊ​ເລັນ​ສ​ກີ ໄດ້​ກ່າວ “ຂ້າ​ພະ​ເຈົ້າ​ໝັ້ນ​ໃຈວ່າ ​ພວກ​ເຮົາ​ຈະ​ຍັງຢູ່​ຄື​ດັ່ງ​ນັ້ນ.”

​ທ່ານ​ໄດ້​ໃຫ້​ຂໍ້​ສັງ​ເກດ​ໃນ​ອັນ​ທີ່​ທ່ານ​ຮ້ອງ​ວ່າ ​ການບຸກໂ​ຈມ​ຕີເພີ້ມ​ຂຶ້ນຂອງ​ຣັດ​ເຊຍ ຢູ່​ທາງ​ພາກ​ຕາ​ເວັນ​ອອກຂອງຢູ​ເຄ​ຣນ ​ໂດຍກ່າວ​ວ່າ​ສະ​ຖາ​ນະ​ການ “ກຳ​ລັງ​ຮ້າຍແຮງ​ຂຶ້ນ​ຕື່ມ.”

​ກຳ​ລັງ​ຣັດ​ເຊຍ​ໄດ້​ພະ​ຍາ​ຍາມ​ທີ່​ຈະ​ເຂົ້າຄວບ​ຄຸມ​ເອົາ​ເມືອງ​ບັກ​ມຸດ ໃນ​ແຂ​ວງໂດ​ແນັດ ​ມາເປັນ​ເວ​ລາ​ຫລາຍ​ເດືອນ.

​ຢູ່​ທີ່​ເມືອງກ​ຣາ​ມາ​ຕັອດ​ສ໌ ​ຊຶ່ງ​ຕັ້ງ​ຢູ່​ໃກ້​ຄຽງ ພວກ​ກູ້​ໄພ​ໄດ້​ຊອກ​ຫາ​ບັນ​ດາ​ຜູ້​ລອດ​ຊີ​ວິດ ຫລັງ​ຈາກ​ລູກ​ສອນ​ໄຟ​ຣັດ​ເຊຍ​ ໄດ້ຍິງ​ທຳ​ລາຍ​ຕຶກ​ອາ​ພາດ​ເມັນ​ຫລັງ​ນຶ່ງ. ​ການ​ໂຈມ​ຕີ​ໄດ້​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີ​ວິດ​ຢ່າງ​ໜ້ອຍ​ສາມ​ຄົນ ແລະ​ໄດ້​ຮັບ​ບາດ​ເຈັບ​ອີກ 20 ຄົນ.

European Union leaders arrived Thursday in Kyiv with a message of support for the Ukrainian people, while Ukraine’s president warned of a push by Russian forces ahead of the one year anniversary of Russia’s invasion.

“We are here together to show that the EU stands by Ukraine as firmly as ever. And to deepen further our support and cooperation,” EU Commission President Ursula von der Leyen tweeted.

EU foreign policy chief Joseph Borrell said the delegation was in Kyiv to convey the EU’s “strongest message of support to all Ukrainians defending their country.” He added that the EU has stood with Ukraine since the start of Russia’s war and “will still stand with you to win and rebuild.”

EU and Ukrainian leaders are set to meet at a summit Friday to discuss the EU’s response to the conflict, reconstruction and relief efforts, global food security, and Ukraine’s application to join the EU.

Ukrainian President Volodymyr Zelenskyy said in his nightly address Wednesday that Russia is trying to achieve some battlefield gains to show on the first anniversary of the war on February 24.

“In such circumstances, we all need to be especially united, especially focused on the national interest, and, as a result, especially resilient,” Zelenskyy said. “I am confident that we will stay like that.”

He noted what he called an increase in Russia’s offensive actions in eastern Ukraine, saying the situation “is becoming even more severe.”

Russian forces have been trying to secure control of Bakhmut, in Donetsk province, for months.

In nearby Kramatorsk, rescuers searched for survivors after a Russian missile destroyed an apartment building. The attack killed at least three people and wounded 20 others.

XS
SM
MD
LG