ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະພາບ ຢູໂຣບ ທຳນາຍ “ພາວະເສດຖະກິດ ຕົກຕໍ່າໜັກສຸດ ໃນປະຫວັດສາດ” ສຳລັບປີນີ້


ກຳມາທິການ ສຳລັບເສດຖະກິດ ຢູໂຣບ ທ່ານ ປາວໂລ ເກັນຕິໂລນີ ກ່າວຄຳປາໄສໃນລະຫວ່າງກອງປະຊຸມຖະແຫຼງຂ່າວ ກ່ຽວກັບ ເສດຖະກິດ ຢູ່ນຳນັກງານໃຫຍ່ ສະຫະພາບ ຢູໂຣບ. ນະຄອນຫຼວງ ບຣັສໂຊລສ໌, ປະເທດ ແບລຈຽມ. 6 ພຶດສະພາ, 2020.
ກຳມາທິການ ສຳລັບເສດຖະກິດ ຢູໂຣບ ທ່ານ ປາວໂລ ເກັນຕິໂລນີ ກ່າວຄຳປາໄສໃນລະຫວ່າງກອງປະຊຸມຖະແຫຼງຂ່າວ ກ່ຽວກັບ ເສດຖະກິດ ຢູ່ນຳນັກງານໃຫຍ່ ສະຫະພາບ ຢູໂຣບ. ນະຄອນຫຼວງ ບຣັສໂຊລສ໌, ປະເທດ ແບລຈຽມ. 6 ພຶດສະພາ, 2020.

ສະຫະພາບ ຢູໂຣບ ໄດ້ທຳນາຍໃນວັນພຸດວານນີ້ວ່າ ກຸ່ມ 27 ປະເທດດັ່ງກ່າວ ຈະຕົກເຂົ້າສູ່ພາວະເສດຖະກິດຕົກຕໍ່າໃນອັດຕາທີ່ສູງເປັນປະຫວັດສາດໃນປີນີ້ ເພາະວ່າຄວາມເສຍຫາຍຂອງໂຣກລະບາດໄວຣັສໂຄໂຣນາ ໄດ້ສົ່ງຜົນກະທົບຕໍ່ ເສດຖະກິດຂອງເຂົາເຈົ້າ.

ໃນການຄາດການຢ່າງເປັນທາງການທຳອິດຂອງເຂົາເຈົ້ານັ້ນ, ສະຫະພາບ ຢູ ໂຣບ ເວົ້າວ່າເສດ ຖະກິດຂອງເຂົາເຈົ້າແມ່ນຄາດວ່າຈະຫຼຸດລົງ 7.5 ເປີເຊັນໃນ ປີນີ້ ກ່ອນທີ່ຈະຟື້ນຕົວຄືນມາປະມານ 6 ເປີເຊັນໃນປີ 2021.

ກຳມາທິການເສດຖະກິດຂອງ ສະຫະພາບ ຢູໂຣບ ທ່ານ ປາວໂລ ເກັນຕິໂລນີ ໄດ້ກ່າວໃນລະ ຫວ່າງກອງປະຊຸມຖະແຫຼງຂ່າວທີ່ນະຄອນຫຼວງ ບຣັສໂຊລສ໌ ປະ ເທດ ແບລຈຽມ ວ່າ “ຕອນນີ້ແມ່ນຂ້ອນຂ້າງຊັດເຈນວ່າ ສະຫະພາບ ຢູໂຣບ ແມ່ນໄດ້ກ້າວເຂົ້າສູ່ພາວະເສດຖະກິຕົກຕໍ່າທີ່ໜັກທີ່ສຸດ ໃນປະຫວັດສາດຂອງ ເຂົາເຈົ້າ.” ທ່ານ ເກັນໂຕລີນີ ໄດ້ກ່າວວ່າ ໄວຣັສໂຄໂຣນາ ໄດ້ເຮັດໃຫ້ກິດຈະ ການຂອງເສດຖະກິດໃນ ຢູໂຣບ ຊຸດໂຊມລົງ “ໂດຍປະມານນຶ່ງສ່ວນສາມເກີດ ຂຶ້ນເກືອບວ່າໃນຂ້າມຄືນດຽວ.”

ການລະບາດຂອງໄວຣັສໂຄໂຣນາ ໄດ້ສ້າງຄວາມເສຍຫາຍຕໍ່ເກືອບທຸກພາກ ສ່ວນຂອງເສດຖະ ກິດ, ການໃຊ້ຈ່າຍຂອງຜູ້ບໍລິໂພກ ແລະ ການລົງທຶນ, ກໍ່ໃຫ້ ເກີດການອັດຕາການຫວ່າງງານຢ່າງວ່ອງໄວ. ສະຫະພາບ ຢູໂຣບ ຄາດການ ວ່າ ອັດຕາການຫວ່າງງານຈະເພີ່ມຂຶ້ນຈາກ 6.7 ເປີເຊັນໃນປີ 2019 ເປັນ 9 ເປີ ເຊັນໃນປີນີ້ ກ່ອນທີ່ຈະຫຼຸດລົງເປັນປະມານ 8 ເປີເຊັນໃນປີ 2021.

ກຳມາທິການດັ່ງກ່າວໄດ້ຄາດການວ່າ ປະເທດ ອິຕາລີ ແລະ ສເປນ, ເຊິ່ງແມ່ນສອງປະເທດ ຢູ ໂຣບ ທີ່ຖືກກະທົບໜັກທີ່ສຸດນັ້ນ, ຈະລວມຢູ່ໃນບັນດາເສດຖະ ກິດທີ່ຈະມີຄວາມລຳບາກຫຼາຍທີ່ ສຸດ.

ເສດຖະກິດຂອງ ຝຣັ່ງ ກໍຄາດວ່າຈະອ່ອນແອລົງຢ່າງຫຼວງຫຼາຍ ແຕ່ເປັນຂອບ ເຂດທີ່ຕໍ່າກວ່າ, ໃນຂະນະທີ່ ເຢຍຣະມັນ ຄາດວ່າ ຈະຕົກລົງຕໍ່າກວ່າ ແລະ ຟື້ນຕົວຄືນໄວກວ່າ. ແຕ່ແນວໃດກໍຕາມ, ເຢຍຣະມັນ ແມ່ນມີກຳນົດທີ່ຈະປະສົບ ພາວະເສດຖະກິດຕົກຕໍ່າທີ່ຮ້າຍແຮງທີ່ສຸດຂອງເຂົາເຈົ້າ ນັບຕັ້ງແຕ່ສົງຄາມໂລກ ຄັ້ງທີ 2, ໃນຂະນະທີ່ການສົ່ງອອກຕ່າງໆໄດ້ຫຼຸດລົງຢ່າງຕໍ່ເນື່ອງ.

ທ່ານ ເກັນໂຕລີນີ ໄດ້ກ່າວວ່າ ຄວາມຮຸນແຮງຂອງພາວະເສດຖະກິຕົກຕໍ່າ ແລະ ກຳລັງຂອງການຟື້ນຕົວໃນ ສະຫະພາບ ຢູໂຣບ ແມ່ນຈະບໍ່ສອດຄ່ອງ ກັນ. ທ່ານໄດ້ກ່າວວ່າ ການຟື້ນຕົວສ່ວນໃຫຍ່ຈະອາໄສ “ຄວາມໄວຈາກການສາ ມາດ ຍົກເລີກມາດຕະການກັກບໍລິເວນ, ຄວາມສຳຄັນຂອງການບໍລິການຕ່າງໆ ຄືການທ່ອງທ່ຽວໃນແຕ່ລະປະເທດ ແລະ ໂດຍແຕ່ລະແຫຼ່ງຊັບພະຍາກອນດ້ານ ການເງິນຂອງແຕ່ລະປະເທດ.” ທ່ານ ເກັນໂຕລີນີ ໄດ້ກ່າວວ່າ ຄວາມເສຍຫາຍ “ສາມາດບັນເທົາໄດ້ຜ່ານການດຳເນີນການຮ່ວມກັນຢ່າງເດັດຂາດຂອງ ຢູໂຣບ.”

ໃນຂະນະທີ່ການລະບາດຂອງໄວຣັສໂຄໂຣນາໃນ ຢູໂຣບ ໄດ້ຊ້າລົງແລ້ນັ້ນ, ປະຊາຊົນແມ່ນໄດ້ອອກມາຈາກການກັກບໍລິເວນຢ່າງລະມັດລະວັງ, ແຕ່ມາດຕະ ການທີ່ເຂັ້ມງວດ ແມ່ນຍັງຄົງມີຢູ່ຄືເກົ່າ ທ່າມກາງຄວາມເປັນຫ່ວງວ່າ ຈະເກີດ ການລະບາດຄື້ນທີສອງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG