ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສານອີ​ຢູຕັດ​ສິນ​ວ່າ Facebook ສາ​ມາດ​ຖືກ​ບັງ​ຄັບ​ ໃຫ້​ລຶບຂໍ້​ຄວາມ​ບາງ​ຢ່າງ ທີ່​ເອົາ​ລົງ​ໃນ​ ເວ​ທີ​ອອນ​ລາຍ​ຂອງ​ຕົນ


ຮູບ iPhone ທີ່​ມີແອັບ​ຂອງ Facebook ແລະ Messenger ຢູ່​ໃນ​ນັ້ນ
ຮູບ iPhone ທີ່​ມີແອັບ​ຂອງ Facebook ແລະ Messenger ຢູ່​ໃນ​ນັ້ນ

ສານ​ສູງ​ສຸດ​ຂອງ​ສະ​ຫະ​ພາບຢູ​ໂຣບ ຫລື ອີ​ຢູ (EU) ​ໄດ້​ຕັດ​ສິນ​ວ່າ Facebook ສາ​ມາດ​ຖືກ​ບັງ​ຄັບ​ໃຫ້ລຶບ​ຂໍ້​ຄວາມທີ່​ເອົາ​ລົງ​ໃນ​ເວັບ​ໄຊ​ທ໌​ຂອງ​ຕົນຢູ່​ທົ່ວ​ໂລກ​ອອກ ຖ້​າ​ຫາກ​ຂໍ້​ຄວາມ​ເຫລົ່າ​ນັ້ນຖືກ​ຖື​ວ່າ​ຜິດ​ກົດ​ໝາຍ​ຢູ່​ໃນ​ປະ​ເທດ​ນຶ່ງ​ທີ່​ເປັນສະ​ມາ​ຊິກຂອງອີ​ຢູ (EU).

ຄຳ​ຕັດ​ສິນ​ໂດຍ​ສານ​ຍຸ​ຕິ​ທຳຂອງ​ຢູ​ໂຣບບໍ່​ສາ​ມາດຖືກອຸ​ທອນ​ຄືນ​ໄດ້.

ຄຳ​ຕັດ​ສິນ​ດັ່ງ​ກ່າວ​ເກີດ​ມາ​ຈາກ​ຄຳ​ຟ້ອງ​ຮ້ອງ​ທີ່​ຍື່ນ​ໂດຍທ່ານ​ນາງ ອີ​ວາ ກ​ລາ​ວິ​ສ​ນິກ ພຽດ​ສ​ເຊັກ (Eva Glawischnig-Piesczek), ອະ​ດີດ​ຂອງ​ຜູ້​ນຳ​ພັກ​ສີ​ຂຽວຂອງອອ​ສ​ເຄ​ຣ​ເລຍທີ່​ຢາກ​ໃຫ້ Facebook ເອົາ​ເນື້ອ​ໃນຄຳ​ເວົ້າ​ທີ່​ສຽດ​ສີ​ຕໍ່​ທ່ານ​ນາງ​ອອກ​ໄປ. ສານ​ຂອງອອ​ສ​ເຕ​ຣ​ເລຍ​ພົບ​ວ່າ​ຄຳ​ເວົ້າດັ່ງ​ກ່າວ​ລະ​ເມີດ​ຕໍ່​ກົດ​ໝາຍວ່າ​ ດ້ວຍ​ການ​ໝິ່ນ​ປະ​ໝາດ​ຂອງ​ປະ​ເທດດັ່ງ​ກ່າວ.

ເວ​ທີ​ຂອງ​ສື່​ສັງ​ຄົມ​ອອນ​ລາຍ​ສ່ວນ​ໃຫຍ່ ເຊັ່ນ Facebook ຕາມ​ປົກ​ກະ​ຕິ​ແລ້ວຈະ​ລຶບ​ເນື້ອ​ໃນຂອງ​ຂໍ້​ຄວາມ​ທີ່ຂຽນຢູ່​ໃນ​ປະ​ເທດ​ໃດ​ອອກ​ຈາກ​ເວັບ​ໄຊ​ທ໌​ຂອງ​ຕົນ​ຖ້າ​ຫາກເຫັນວ່າ​ມັນ​ມັນ​ຜິດ​ກົດ​ໝາຍ. ຄຳ​ຕັດ​ສິນ​ດັ່ງ​ກ່າວ ທີ່​ອອກ​ມາ​ໃນ​ວັນ​ພະ​ຫັດວານນີ້ ຈະ​ບັງ​ຄັບ​ໃຫ້​ພວກເຂົາເຈົ້າ​ເຮັດ​ເຊັ່ນ​ນັ້ນ​ຢູ່​ທົ່ວ​ໂລກ.

"ກົດ​ໝາຍ​ຂອງ EU ບໍ່ໄດ້​ຫ້າມ​ຜູ້​ໃຫ້​ບໍ​ລິ​ການສື່​ສັງ​ຄົມ​ອອນ​ລາຍ​ເຊັ່ນ Facebook ບໍ່​ໃຫ້ຖືກ​ສັ່ງ​ໃຫ້ລຶບ​ຄຳ​ເຫັນ​ທີ່​ຄື​ກັນ ແລະ​ຢູ່​ໃນ​ກໍ​ລະ​ນີ​ແນ່ນອນ​ໃດ​ນຶ່ງ, ເທົ່າ​ກັນ​ກັບ​ຄຳ​ເຫັນ​ທີ່​ໄດ້​ຖືກ​ປະ​ກາດ​ໃນ​ເມື່ອ​ກ່ອນວ່າ​ຜິດ​ກົດ​ໝາຍນັ້ນ ອອກ​ຈາກເວັບ​ໄຊ​ທ໌​ຂອງ​ຕົນ.
Facebook ໄດ້​ຕອບ​ຄືນ​ຢ່າງວ່ອງ​ໄວ​ຕໍ່​ຄຳ​ຕັດ​ສິນດັ່ງ​ກ່າວນັ້ນ ໂດຍ​ເວົ້າ​ວ່າ "ມັນ​ທຳ​ລາຍຫລັກ​ການ​ທີ່​ມີ​ມາ​ແຕ່​ດົນ​ນານ ທີ່​ປະ​ເທດ​ນຶ່ງບໍ່​ມີ​ສິດ​ທີ່ຈະ​ເອົາ​ກົດ​ໝາຍຂອງ​ຕົນໄປ​ໃຊ້​ຕໍ່​ ຄຳ​ເວົ້າ​ທີ່​ເວົ້າທີ່​ຂຽນ​ຢູ່​ປະ​ເທດ​ອື່ນ."

ພວກ​ຕຳ​ໜິ​ຄຳ​ຕັດ​ສິນ​ດັ່ງ​ກ່າວ​ໄດ້​ໃຫ້​ເຫດ​ຜົນໂຕ້​ຖຽງ​ຄືນ​ວ່າ ມັນ​ຈະ​ບັງ​ຄັບ​ໃຫ້​ເວ​ທີ​ທາງ​ອິນ​ເຕີເນັດຕ້ອງໃຊ້ເຄື່ອງ​ກັ່ນ​ຕອງ​ເນື້ອ​ໃນ​ຂອງ​ຄຳ​ເຫັນ​ແບບ​ໂອ​ໂຕ​ເມ​ຕິກ ທີ່ບໍ່​ສາ​ມາດ​ແຍກ​ແຍະ​ອອກ​ໄດ້​ວ່າ ​ຄຳ​ເວົ້າ​ໃດ​ເປັນຖ້ອຍ​ຄຳ​ບອກ​ເຖິງ​ຄວາມ​ກຽດ​ຊັງ ແລະ​ຄຳ​ເວົ້າ​ໃດ​ຄືການ​ເວົ້າ​ຫລິ້ນ.

ອ່ານ​ຂ​່າວນີ້​ເພີ້ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG