ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ກຸ່ມປົກປ້ອງ ສິດທິມະນຸດ ຮຽກຮ້ອງ ໃຫ້ອີຢູ ທວງໃຫ້ລາວ ປ່ອຍພວກຄັດຄ້ານ ລັດຖະບານ


ການປຸກລະດົມໃຫ້ຊອກຫາ ທ່ານ ສົມບັດ ສົມພອນ.
ການປຸກລະດົມໃຫ້ຊອກຫາ ທ່ານ ສົມບັດ ສົມພອນ.

ສະຫະພາບຢູໂຣບຕ້ອງຮຽກຮ້ອງໃຫ້ທາງການ ສປປ ລາວ ປ່ອຍຕົວພວກນັກໂທດ
ການເມືອງ ທັງໝົດ ແລະສ້າງຄວາມຄືບໜ້າ ໄປສູ່ການແກ້ໄຂ ທຸກກໍຣະນີ ການຫາຍ
ສາບສູນແບບຖືກບັງຄັບ ອີງຕາມຖະແຫຼງການຮ່ວມ ຂອງສະຫະພັນ ສາກົນ ເພື່ອ
ສິດທິມະນຸດ ຫຼື International Federation for Human Rights (FIDH) ແລະ ຂະບວນການລາວ ເພື່ອສິດທິມະນຸດ ຫຼື Lao Movement for Human Rights (LMHR) ທີ່ອອກເມື່ອວັນທີ 13 ກຸມພາຜ່ານມານີ້.

ການປຸກລະດົມ ໂຄສະນາ ເພື່ອໃຫ້ລັດຖະບານ ລາວ ຊອກຫາ ທ່ານສົມບັດ ສົມພອນ
ການປຸກລະດົມ ໂຄສະນາ ເພື່ອໃຫ້ລັດຖະບານ ລາວ ຊອກຫາ ທ່ານສົມບັດ ສົມພອນ

ສອງອົງການຈັດຕັ້ງສິດທິມະນຸດ ໄດ້ອອກຖະແຫຼງການຮ່ວມ ກ່ອນໜ້າກອງປະ ຊຸມຄັ້ງ
ທີ 7 ລະຫວ່າງສະຫະພາບຢູໂຣບ ແລະ ສປປ ລາວ ຊຶ່ງຈະມີຂຶ້ນທີ່ນະຄອນຫລວງວຽງຈັນ
ໃນວັນທີ 16 ຫາ 17 ກຸມພາ ປີ 2017 ນີ້.

ໃນຖະແຫຼງການຮ່ວມດັ່ງກ່າວ ທັງສອງອົງການຍັງໄດ້ມີລາຍງານ ເຜີຍແບເຖິງສະຖາ
ນະການ ດ້ານສິດທິມະນຸດໃນ ສປປ ລາວ ຕັ້ງແຕ່ການພົບພໍ້ຄັ້ງສຸດທ້າຍ ລະຫວ່າງ
ສະຫະພາບຢູໂຣບ ແລະ ສປປ ລາວ ​ເມື່ອເດືອນພະຈິກປີ 2015.

ທ່ານ Dimitris Christopoulos ປະທານສະຫະພັນສາກົນ ເພື່ອສິດທິມະນຸດ ກ່າວວ່າ
"ພາຍຫລັງ ທີ່ໄດ້ມີການພົບປະສົນທະນາ ຢ່າງລົງເລິກ ຫຼາຍຄັ້ງຫຼາຍຫົນ ກ່ຽວກັບ
ເລື່ອງສິດທິມະນຸດແລ້ວ ສະຫະພາບ ເອີຣົບ ບໍ່ຄວນຈະຜ່ອນສັ້ນ ຜ່ອນຍາວ ຕໍ່ວິທີ
ແກ້ຕົວແບບຫຼອກລວງ ຂອງລັດຖະບານ ສປປ ລາວ ຕະຫຼອດເຖິງ ຄວາມບໍ່ສາມາດ
ທີ່ຈະປະຕິບັດພັນທະຂອງຕົນ ໃນການເຄົາລົບສິດທິມະນູດ. ສະຫະພາບຢູໂຣບ
ຈະຕອ້ງຕັ້ງເງື່ອນໄຂ ຢ່າງຈະແຈ້ງວ່າ ສປປ ລາວ ຕ້ອງປອ່ຍຕົວ ພວກຄັດຄ້ານ
ລັດຖະບານທຸກໆຄົນ ແລະ ສປປ ລາວ ຕອ້ງທໍາການສືບສວນ ຢ່າງລົງເລິກ ແລະ
ແຈ້ງຂາວ ກ່ຽວກັບ ກໍຣະນີຫາຍສາບສູນແບບ ຖືກບັງຄັບ ທຸກໆກໍຣະນີ ຮວມເຖິງ
ກໍຣະນີ ທ່ານສົມບັດ ສົມພອນ ນີ້ຄືເງື່ອນໄຂຕົ້ນຕໍ ກອ່ນຈະສືບຕໍ່ ການພົວພັນ
ລະຫວ່າງ ສອງຝ່າຍ."

ສ່ວນຍານາງວະນີດາ ເທບສຸວັນ ປະທານຂະບວນການລາວເພື່ອສິດທິມະນຸດ ກ່າວວ່າ
‘'ອັນທີ່ ສະຫະພາບຢູໂຣບ ບໍ່ສາມາດກ່າວເຖິງ ຊືື່ຂອງ ທ່ານສົມບັດ ສົມພອນ ໃນ
ໂອກາດພົບປະສົນທະນາ ດ້ານສິດທິມະນຸດ ກັບຝ່າຍ ສປປ ລາວ ນັ້ນ ຍິ່ງເປັນການ
ເຂົ້າຂ້າງຍຸດທະວິທີ ຂອງທາງການ ສປປ ລາວ ທີ່ຊອກຫາ ຊ່ອງທາງ ເຮັດໃຫ້ກໍຣະນີ
ຂອງທ່ານສົມບັດ ສົມພອນ ຖືກຫລົງລືມ. ຖ້າຫາກວ່າ ການພົບປະສົນທະນາ ກ່ຽວກັບ
ສິດທິມະນຸດ ບໍ່ໄດ້ເກີດໃຫ້ມີ ການກົດດັນ ທາງດ້ານການເມືອງແລ້ວ ກໍ່ຈະເປັນພຽງ
ວິທີການ ອັນໄຮ້ປະໂຫຍດ ແລະ ສິ້ນຄວາມຫວັງ ເທົ່ານັ້ນ.’’

ໃນລາຍງານຮ່ວມນີ້ ສະຫະພັນສາກົນເພື່ອສິດທິມະນຸດ ແລະຂະບວນການລາວ ເພື່ອ
ສິດທິມະນຸດ ໄດ້ສະເໜີແນະຢ່າງເປັນການສະເພາະ ໃຫ້ສະຫະພາບຢູໂຣບ ທວງໃຫ້
ສປປ ລາວ ສະແດງເຖິງຄວາມຄືບໜ້າແບບມີຜົນປະຈັກ ກ່ຽວກັບ ສິດທິໃນການຊົມໃຊ້
ສິດເສລີພາບ ການສະແດງຄວາມຄິດຄວາມເຫັນ ແລະ ການປາກເວົ້າ ການຈັບກຸມ
ຄຸມຂັງໂດຍພະລະການ ການຫາຍສາບສູນແບບຖືກບັງຄັບ ແລະ ປະຕິຮູບດ້ານການ ເລືອກຕັ້ງ.

XS
SM
MD
LG