ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໖ ເມສາ ໒໐໒໔

ບັນດາຜູ້ນຳ ຂອງອີຢູ ຕຳນິ ຄຳກາ່ວຫາ ທີ່ວ່າ ເປັນ 'ລັດທິ ນາຊີ ແລະ ຟາດຊິດ' ຂອງປ. ເທີກີ


ປ້າຍທີ່ມີຮູບພາບຂອງປະທານາທິບໍດີ ເທີກີ ທ່ານ Recep Tayyip Erdogan, ສາມາດແນມເຫັນໄດ້ແກວ່ງໄປແກວ່ງ
ມາ ໂດຍພວກປະທ້ວງ ຢູ່ນອກ ສະຖານກົງສຸນ ໃນນະຄອນ Istanbul ຂອງເທີກີ, ວັນທີ 12 ມີນາ 2017.
ປ້າຍທີ່ມີຮູບພາບຂອງປະທານາທິບໍດີ ເທີກີ ທ່ານ Recep Tayyip Erdogan, ສາມາດແນມເຫັນໄດ້ແກວ່ງໄປແກວ່ງ ມາ ໂດຍພວກປະທ້ວງ ຢູ່ນອກ ສະຖານກົງສຸນ ໃນນະຄອນ Istanbul ຂອງເທີກີ, ວັນທີ 12 ມີນາ 2017.

ບັນດາຜູ້ນຳ ຂອງປະເທດໃນສະຫະພາບຢູໂຣບ ໄດ້ຕຳນິປະເທດເທີກີ ໃນການຂັດແຍ້ງ
ກັນ ກ່ຽວກັບຄວາມພະຍາຍາມຂອງລັດຖະບານເທີກີ ທີ່ຈະຈັດຕັ້ງການໂຮມຊຸມນຸມ ໃນ
ບັນດາປະເທດຢູ່ທະວີບຢູໂຣບນັ້ນ ໄດ້ໃຫຍ່ໂຕຂຶ້ນ ນັບຕັ້ງແຕ່ ປະທານາທິບໍດີຂອງເທີກີ
ທ່ານ Recep Tayyip Erdogan ໄດ້ກ່າວຫາ ເຢຍຣະມັນ ແລະ ໂຮນລັງ ວ່າເປັນ
“ລັດທິນາຊີ” ແລະ “ລັດທິຟາດຊິດ” ຍ້ອນວ່າ ພວກເຈົ້າໜ້າທີ່ ໄດ້ຫ້າມການໂຮມຊຸມນຸມ
ຢູ່ທີ່ປະເທດດັ່ງກ່າວນັ້ນ.

ທ່ານ Erdogan ໄດ້ເຕືອນ ປະເທດໂຮນລັງ ໃນວັນອາທິດວານນີ້ ວ່າ ຕົນຈະ “ໄດ້ຮັບຜົນ
ຕອບແທນ”
ສຳລັບການປະຕິເສດ ບໍ່ອະນຸຍາດໃຫ້ລັດຖະມົນຕີ ການຕ່າງປະເທດ ຂອງ
ອັງກາຣາ ເຂົ້າປະເທດ ແລະ ໄດ້ເນລະເທດ ລັດຖະມົນຕີອີກທ່ານນຶ່ງອອກຈາກປະເທດ
ເພື່ອກີດກັນບໍ່ໃຫ້ພວກເຂົາເຈົ້າຈັດການໂຮມຊຸມນຸມ ກັບຊາວເທີກີທີ່ອາໄສຢູ່ໃນໂຮນລັງນັ້ນ.

ອັງກາຣາ ຢາກຈະປຸກລະດົມ ການສະໜັບສະໜູນ ພາຍໃນບັນດາຊາວເທີກີ ຫຼາຍລ້ານ
ຄົນຜູ້ທີ່ອາໄສ ແລະເຮັດວຽກຢູ່ໃນທະວີບຢູໂຣບ ເພື່ອລົງຄະແນນສຽງເຮັດໃຫ້ ທ່ານ
Erdogan ມີອຳນາດຫຼາຍຂຶ້ນ ຊຶ່ງອາດນຳໄປສູ່ການດຳລົງຕຳ ແໜ່ງໄດ້ຕໍ່ໄປ ຈົນເຖິງ
ປີ 2029.

ນາຍົກລັດຖະມົນຕີໂຮນລັງ ທ່ານ Mark Rutte ໄດ້ເອີ້ນຄຳເຫັນຂອງທ່ານ Erdogan
ວ່າ “ຮັບເອົາບໍ່ໄດ້” ແລະ ວ່າ ຄຳເຫັນຂອງທ່ານ Erdogan ທີ່ວ່າເປັນນາຊີ ນັ້ນ ແມ່ນ
“ຄຳເຫັນຜີບ້າ.”

ທ່ານ Rutte ເວົ້າຕື່ມວ່າ “ເທີກີ ເປັນປະເທດທີ່ໜ້າພາກພູມໃຈ ໂຮລັງກໍເປັນປະເທດ
ທີ່ໜ້າພາກພູມໃຈ. ພວກເຮົາບໍ່ສາມາດເຮັດທຸລະກິດ ພາຍໃຕ້ໄພຂົ່ມຂູ່ ແລະ ການຂູ່
ເຂັນ ປະເພດນີ້.”

ນອກນັ້ນ ສ່ວນບັນດາລັດຖະມົນຕີຂອງເຢຍຣະມັນ ກໍຍັງມີຄຳເຫັນທີ່ແຂງກະດ້າງຕໍ່ເທີກີ
ນຳດ້ວຍ.

ເຖິງແມ່ນວ່າ ຖະແຫລງການສະບັບນຶ່ງຂອງ ນາຍົກລັດຖະມົນຕີ Angela Merkel ທີ່ວ່າ
ລັດຖະບານຂອງທ່ານນາງ ບໍ່ໄດ້ຄັດຄ້ານ ຕໍ່ການໄປຮ່ວມການໂຮມຊຸມນຸມ ຂອງບັນດາ
ລັດຖະມົນຕີເທີກີ ໃນເຢຍຣະມັນ ຕາບໃດທີ່ພວກເຂົາເຈົ້າ “ປະກາດຢ່າງເໝາະສົມ” -
ຫາກແຕ່ລັດຖະມົນຕີ ກະຊວງພາຍໃນ ທ່ານ Thomas de Maiziere ໄດ້ກ່າວວ່າ ທ່ານ
ໄດ້ຄັດຄ້ານ ຕໍ່ການໂຮມຊຸມນຸມດ້ານການເມືອງຂອງຊາວເທີກີ ຢູ່ໃນເຢຍຣະມັນ. ທ່ານ
de Maiziere ໄດ້ບອກ ສື່ມວນຊົນຂອງທ້ອງຖິ່ນວ່າ “ການປຸກລະດົມຂອງເທີກີ ນັ້ນ
ແມ່ນບໍ່ມີທຸລະກິດຫຍັງຢູ່ແຫ່ງນີ້ ໃນເຢຍຣະມັນ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG