ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ສະຫະພາບຢູໂຣບ ປະເຊີນໜ້າ ກັບ ວິກິດການອົບພະຍົບ


ອົບພະຍົບພວມລໍຖ້າທີ່ປ້ອມຕຳຫຼວດແຫ່ງນຶ່ງ ເພື່ອຮັບໜັງສື ເດີນທາງຊົ່ວຄາວ ທີ່ເກາະ Kos ຂອງກຣີສ (27 ພຶດສະພາ 2015)
May 27, 2015.
ອົບພະຍົບພວມລໍຖ້າທີ່ປ້ອມຕຳຫຼວດແຫ່ງນຶ່ງ ເພື່ອຮັບໜັງສື ເດີນທາງຊົ່ວຄາວ ທີ່ເກາະ Kos ຂອງກຣີສ (27 ພຶດສະພາ 2015) May 27, 2015.

ບັນດາຜູ້ນຳຂອງສະຫະພາບຢູໂຣບໄດ້ອະພິປາຍກັນຈົນຮອດ
ຕອນເດິກດື່ນ ຂອງເຊົ້າວັນສຸກມື້ນີ້ ຢູ່ທີ່ກອງປະຊຸມຢູ່ນະຄອນ
Brussels ກ່ຽວກັບວ່າ ຈະແບ່ງກັນ ຮັບຜິດຊອບແບບໃດ ໃນ
ເລື້ອງອົບພະຍົບຂອງຢູໂຣບ.

ໃນປັດຈຸບັນນີ້ ອີຕາລີແລະກຣີສຊຶ່ງເປັນສະມາຊິກຂອງສະຫະ
ພາບຢູໂຣບ ແມ່ນເປັນຜູ້ແບກຫາບ ພາລະຄວາມຮັບຜິດຊອບ ໜັກທີ່ສຸດໃນຂະນະທີ່ພວກອົບພະຍົບຫຼາຍພັນຄົນພາກັນຫຼົບ
ໜີຄວາມທຸກຍາກແລະສົງຄາມຈາກອາຟຣິກາເໜືອແລະພາກ ຕາເວັນອອກກາງໄດ້ຮັບການຊ່ອຍກູ້ໄພໃນແຕ່ລະອາທິດຈາກ
ເຮືອທີ່ບໍ່ປອດໄພໃນທະເລເມດີແຕເຣນຽນ ໃກ້ໆແຄມຝັ່ງທະເລຂອງປະເທດທັງສອງ.

ບັນດາປະເທດສະມາຊິກຂອງສະຫະພາບຢູໂຣບ ໄດ້ຮັບຂໍ້ຕົກລົງແບບສະໝັກໃຈທີ່ພວກ ອົບພະຍົບ 40 ພັນຄົນ ທີ່ເດີນທາງໄປເຖິງອີຕາລີ ແລະກຣີສແລ້ວນັ້ນ ຈະຖືກຍົກຍ້າຍໄປ ຍັງປະເທດຢູໂຣບອື່ນໆໃນໄລຍະສອງປີຂ້າງໜ້າ. ເຈົ້າໜ້າທີ່ເວົ້າວ່າ ອີກ 20 ພັນຄົນກໍຈະ ຖືກສົ່ງໄປຕັ້ງຖິ່ນຖານໃໝ່. ເປັນທີ່ຄາດກັນວ່າ ບັນດາລັດຖະມົນຕີກະຊວງພາຍໃນຈະທຳ ການຕົກລົງກັນຂັ້ນສຸດທ້າຍ ພາຍໃນທ້າຍເດືອນກໍລະກົດຈະມານີ້.

ນາຍົກລັດຖະມົນຕີເຢຍຣະມັນ ທ່ານນາງ Angela Merkel ກ່າວວ່າ "ຂ້າພະເຈົ້າເຊື່ອວ່າ ປະເດັນຫລັກຂອງພວກອົບພະຍົບ ແມ່ນບັນຫາທ້າທາຍ ທີ່ໃຫຍ່ທີ່ສຸດ ທີ່ຂ້າພະເຈົ້າເຄີຍ ເຫັນມາໃນກິດຈະການຢູໂຣບ ໃນຊ່ວງເວລາທີ່ຂ້າພະເຈົ້າເຂົ້າຮັບຕຳແໜ່ງ."

EU Leaders Migrants
please wait
Embed

No media source currently available

0:00 0:00:58 0:00

XS
SM
MD
LG