ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະພາບ ຢູໂຣບ ຈະໃຫ້ທຶນຊື້ອາວຸດສຳລັບ ຢູເຄຣນ, ຫ້າມສື່ມວນຊົນ ຣັດເຊຍ


ປະທານຄະນະກຳມາທິການ ຢູໂຣບ ທ່ານນາງ ເອີຊູລາ ວອນ ເດີ ເລເຢັນ, ເດີນທາງອອກຈາກກອງປະຊຸມສຸດຍອດ ສະຫະພາບ ຢູໂຣບ ກ່ຽວກັບ ຢູເຄຣນ, 25 ກຸມພາ, 2022.
ປະທານຄະນະກຳມາທິການ ຢູໂຣບ ທ່ານນາງ ເອີຊູລາ ວອນ ເດີ ເລເຢັນ, ເດີນທາງອອກຈາກກອງປະຊຸມສຸດຍອດ ສະຫະພາບ ຢູໂຣບ ກ່ຽວກັບ ຢູເຄຣນ, 25 ກຸມພາ, 2022.

ສະຫະພາບ ຢູໂຣບ ມີແຜນທີ່ຈະເອົາບາດກ້າວທີ່ບໍ່ເຄີຍມີມາກ່ອນ ໃນການໃຫ້ທຶນຊື້ອາວຸດສຳລັບ ຢູເຄຣນ, ອີງຕາມການກ່າວຂອງບັນດາເຈົ້າໜ້າທີ່ ສະຫະ ພາບ ຢູໂຣບ ເມື່ອວັນທີ 27 ກຸມພາວານນີ້ ໃນຂະນະທີ່ກຸ່ມດັ່ງກ່າວໄດ້ປະກາດມາດຕະການລົງໂທດຮອບໃໝ່ ເພື່ອຕອບໂຕ້ ກັບການບຸກ ລຸກ ຢູເຄຣນ ຂອງ ຣັດເຊຍ.

ແຜນການຂອງສະຫະພາບ ຢູໂຣບ ເພື່ອໃຫ້ທຶນຊື້ອາວຸດຕ່າງໆຈະໃຊ້ເງິນຫຼາຍລ້ານໂດລາ ເພື່ອຊ່ວຍຊື້ລະບົບປ້ອງກັນອາກາດ, ອາວຸດຕໍ່ຕ້ານລົດຖັງ, ລູກປືນ ແລະ ອຸປະກອນທາງທະຫານອື່ນໆສຳລັບກອງກຳລັງຕິດອາວຸດຂອງ ຢູເຄຣນ. ເຂົາເຈົ້່າຍັງຈະສະໜອງສິ່ງຕ່າງໆຄືນໍ້າມັນເຊື້ອໄຟ, ອຸປະກອນປ້ອງກັນ, ໝວກກັນກະທົບ ແລະ ອຸປະກອນປະຖົມພະຍາບານ.

ປະທານຄະນະກຳມາທິການ ຢູໂຣບ ທ່ານນາງ ເອີຊູລາ ວອນ ເດີ ເລເຢັນ (Ursula von der Layen) ໄດ້ກ່າວ ກ່ຽວກັບ ການຊື້ອາວຸດວ່າ “ເປັນຄັ້ງທຳອິິດທີ່ບໍ່ເຄີຍມີມາກ່ອນ, ສະຫະພາບ ຢູໂຣບ ຈະໃຫ້ອອກເງິນຊື້ ແລະ ນຳສົ່ງອາວຸດ ແລະ ອຸປະກອນອື່ນໆໄປໃຫ້ປະເທດ ທີ່ຢູ່ພາຍໃຕ້ການໂຈມຕີ,” ໂດຍເອີ້ນມັນວ່າ “ຊ່ວງເວລາແຫ່ງການປ່ຽນແປງ.”

ທ່ານນາງ ວອນ ເດີ ເລເຢັນ ຄາດວ່າມາດຕະການດັ່ງກ່າວຈະຖືກຮັບຮອງເອົາໂດຍບັນດາຜູ້ນຳສະຫະພາບ ຢູໂຣບ ພ້ອມກັບການເຄື່ອນໄຫວທີ່ສຳຄັນອື່ນໆຄື ການຫ້າມສື່ມວນຊົນ RT ແລະ ສປຸດນິກ (Sputnik) ທີ່ສະໜັບສະໜູນວັງ ເຄຣັມລິນ, ການປິດໜ່ານຟ້າຂອງ ສະຫະພາບ ຢູໂຣບ ຕໍ່ເຮືອບິນ ຣັດເຊຍ, ແລະ ມາດຕະການລົງໂທດຕໍ່ ເບລາຣຸສ.

ທ່ານນາງໄດ້ກ່າວວ່າໂທລະພາບ RT ແລະ ສປຸດນິກ ແມ່ນສ່ວນນຶ່ງຂອງ “ກົນຈັກສື່ມວນຊົນ ຂອງວັງ ເຄຣັມລິນ,” ແລະ ສະຫະພາບ ຢູໂຣບ ແມ່ນ “ກຳລັງພັດທະນາເຄື່ອງມື ເພື່ອຫ້າມການເຜີຍແຜ່ຂໍ້ມູນທີ່ເປັນພິດ ແລະ ອັນຕະລາຍຂອງເຂົາເຈົ້າໃນ ຢູໂຣບ,” ອີງຕາມການກ່າວຂອງທ່ານນາງ ວອນ ເດີ ເລເຢັນ.

ທ່ານນາງ ວອນ ເດີ ເລເຢັນ ໄດ້ກ່າວວ່າ ເຂົາເຈົ້າຈະ “ບໍ່ສາມາດທີ່ຈະເຜີຍແຜ່ຄວາມຂີ້ຕົວະຂອງເຂົາເຈົ້າເພື່ອສະແດງເຫດຜົນໃຫ້ສົງຄາມຂອງທ່ານ ປູຕິນ ແລະ ສ້າງຄວາມແຕກແຍກໃນສະຫະພາບຂອງພວກເຮົາອີກຕໍ່ໄປ.”

ການປິດໜ່ານຟ້າຂອງສະຫະພາບ ຢູໂຣບ ໄດ້ມີຂຶ້ນຫຼັງຈາກຫຼາຍປະເທດໃນ ຢູໂຣບ ພ້ອມກັບ ອັງກິດ ແລະ ການາດາ ໄດ້ປະກາດວ່າເຂົາເຈົ້າຈະຫ້າມເຮືອບິນຕ່າງໆຂອງ ຣັດເຊຍ. ການປິດໜ່ານຟ້າຂອງ ສະຫະພາບ ຢູໂຣບ ຈະຫ້າມເຮືອບິນຕ່າງໆບິນເຂົ້າ ຫຼື ບິນຂ້າມສະຫະພາບ ຢູໂຣບ ໂດຍ “ເຮືອບິນຂອງ ຣັດເຊຍ ທຸກລຳ ແລະ ນັ້ນຈະລວມມີເຮືອບິນສ່ວນຕົວ ຂອງພວກຜູ້ມີອຳ ນາດ.”

ສະຫະພາບ ຢູໂຣບ ຍັງຈະວາງມາດຕະການລົງໂທດຕໍ່ພັນທະມິດຂອງ ຣັດເຊຍ ຄື ເບລາຣຸສ ສຳລັບການອຳນວຍຄວາມສະດວກໃນການບຸກລຸກດັ່ງກ່າວ. ລະບອບການປົກຄອງຂອງຜູ້ມີອຳນາດສູງສຸດຂອງ ເບລາຣຸສ ທ່ານ ອາເລັກແຊນເດີ ລູກາເຊັນໂກ ແມ່ນໄດ້ເຂົ້າໄປກ່ຽວຂ້ອງໃນການໂຈມຕີທີ່ຊົ່ວຮ້າຍຕໍ່ ຢູເຄຣນ,” ອີງຕາມການກ່າວຂອງທ່ານນາງ ວອນ ເດີ ເລເຢັນ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG