ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສະຫະພາບຢູໂຣບ ຕົກລົງເຫັນດີ ທີ່ຈະຫ້າມການນຳເຂົ້ານ້ຳມັນຂອງຣັດເຊຍ ໂດຍສ່ວນໃຫຍ່


ພວກເດີນຂະບວນປະທ້ວງ ຮຽກຮ້ອງໃຫ້ຫ້າມນຳເຂົ້ານ້ຳມັນຂອງຣັດເຊຍ ໃນລະຫວ່າງ ການປະທ້ວງຢູ່ຕໍ່ໜ້າ ສະຖາບັນສະຫະພາບຢູໂຣບ ກ່ອນໜ້າກອງປະຊຸມ ບັນດາຜູ້ນຳຂອງອີຢູ ໃນນະຄອນບຣັສເຊີລສ໌ ເພື່ອປຶກສາຫາລື ກ່ຽວກັບຢູເຄຣນ ເລື້ອງ ພະລັງງານ ແລະຄວາມໝັ້ນຄົງດ້ານອາຫານ, ເມື່ອວັນທີ 30 ພຶດສະພາ 2022.
ພວກເດີນຂະບວນປະທ້ວງ ຮຽກຮ້ອງໃຫ້ຫ້າມນຳເຂົ້ານ້ຳມັນຂອງຣັດເຊຍ ໃນລະຫວ່າງ ການປະທ້ວງຢູ່ຕໍ່ໜ້າ ສະຖາບັນສະຫະພາບຢູໂຣບ ກ່ອນໜ້າກອງປະຊຸມ ບັນດາຜູ້ນຳຂອງອີຢູ ໃນນະຄອນບຣັສເຊີລສ໌ ເພື່ອປຶກສາຫາລື ກ່ຽວກັບຢູເຄຣນ ເລື້ອງ ພະລັງງານ ແລະຄວາມໝັ້ນຄົງດ້ານອາຫານ, ເມື່ອວັນທີ 30 ພຶດສະພາ 2022.

ບັນດາຜູ້ນຳຂອງສະຫະພາບຢູໂຣບ ໄດ້ຕົກລົງເຫັນດີເມື່ອຕອນແລງວັນຈັນວານນີ້ ທີ່ຈະຫ້າມການນຳເຂົ້ານ້ຳມັນຂອງຣັດເຊຍ ໃນຈຳນວນ 2 ສ່ວນ 3 ອັນເປັນສ່ວນນຶ່ງຂອງຂໍ້ຕົກລົງປະນີປະນອມກັນເພື່ອເພີ້ມຄວາມກົດດັນຕໍ່ຣັດເຊຍ ໃນຂະ ນະດຽວກັນ ໂດຍໄດ້ຄຳນຶງເຖິງຜົນກະທົບທາງດ້ານເສດຖະກິດຕໍ່ປະເທດສະມາ ຊິກຂອງສະຫະພາບຢູໂຣບບາງສ່ວນ ທີ່ກາງຕໍ່ການສະໜອງນ້ຳມັນຂອງຣັດເຊຍຫຼາຍກວ່າປະເທດອື່ນໆນັ້ນ.

ການຫ້າມນຳເຂົ້າດັ່ງກ່າວ ເປັນການຕັດການນຳສົ່ງນ້ຳມັນຂອງຣັດເຊຍໂດຍຜ່ານທາງທະເລ ຂະນະທີ່ການນຳເຂົ້ານ້ຳມັນຜ່ານທາງທໍ່ສົ່ງນ້ຳມັນທັງຫຼາຍນັ້ນ ແມ່ນໄດ້ຖືກຍົກເວັ້ນ.

ປະເທດຮັງກາຣີ ທີ່ເປັນປະເທດບໍ່ມີທາງອອກສູ່ທະເລ ໄດ້ຂົ່ມຂູ່ທີ່ຈະຄັດຄ້ານຂໍ້ຈຳກັດໃນການເຂົ້ານ້ຳມັນ ຊຶ່ງເປັນການເຄື່ອນໄຫວ ທີ່ຈະເຮັດໃຫ້ຄວາມພະຍາ ຍາມທີ່ຮຽກຮ້ອງໃຫ້ມີຄວາມເປັນເອກະພາບກັນຂອງບັນດາສະມາຊິກສະຫະພາບ ຢູໂຣບ ນັ້ນລົ້ມລະລາຍ. ປະທານສະພາຢູໂຣບ ທ່ານຊາຣສ໌ ມິແຊລ ໄດ້ກ່າວວ່າ ທ່ານຄາດວ່າ ບັນດາເອກອັກຄະລັດຖະທູດຂອງສະຫະພາບຢູໂຣບ ຈະຮັບ ຮອງເອົາການຫ້າມນຳເຂົ້າຢ່າງເປັນທາງການ ຊຶ່ງເປັນພາກສ່ວນນຶ່ງຂອງມາດຕະການລົງໂທດຊຸດໃຫຍ່ກວ່ານັ້ນ ໃນວັນພຸດມື້ອື່ນນີ້.

ບັນດາຜູ້ນຳຂອງຢູເຄຣນ ໄດ້ຮຽກຮ້ອງມາຍາວນານໃຫ້ຫ້າມການນຳເຂົ້ານ້ຳມັນຂອງຣັດເຊຍ ເພື່ອຈະບໍ່ໃຫ້ຣັດເຊຍ ມີລາຍຮັບທີ່ຕົນສາມາດນຳໄປໃຊ້ໃນການເຮັດສົງຄາມຂອງຕົນນັ້ນ. ປະທານາທິບໍດີຢູເຄຣນ ໂວໂລດີເມຍ ເຊເລັນສ໌ກີ ໄດ້ກ່າວຢ້ຳແລ້ວຢ້ຳອີກ ໃນຄຳຮຽກຮ້ອງຂອງທ່ານຂະນະທີ່ທ່ານ ກ່າວຖະແຫລງຕໍ່ສະຫະພາບຢູໂຣບ ເມື່ອຕອນເຊົ້າວັນຈັນວານນີ້.

ສົມທົບກັບການປະຕິຍານຈາກບັນດາປະເທດຕ່າງໆ ເຊັ່ນວ່າ ເຢຍຣະມັນ ທີ່ຈະຄ່ອຍໆລົດການນຳເຂົ້ານ້ຳມັນຂອງຣັດເຊຍ, ປະທານຄະນະກຳມາທິການຂອງຢູໂຣບ ທ່ານນາງເອີຊູລາ ວອນ ເດີ ເລເຢນ ໄດ້ກ່າວວ່າ ຂໍ້ຕົກລົງ ຈະ “ມີປະສິດທິຜົນໃນການນຳເຂົ້ານ້ຳມັນຈາກຣັດເຊຍ ໃຫ້ສະຫະພາບຢູໂຣບເຖິງ 90 ເປີ ເຊັນ ພາຍໃນທ້າຍປີນີ້.”

ພາກສ່ວນອື່ນໆຂອງຊຸດມາດຕະການລົງໂທດ ລວມມີ ການກັກຊັບສິນຕ່າງໆໄວ້ ແລະການຫ້າມເດີນທາງຕໍ່ສ່ວນບຸກຄົນ ແລະຍົກເວັ້ນທະນາຄານທີ່ໃຫຍ່ທີ່ສຸດຕ່າງໆຂອງຣັດເຊຍ ຄື ສເບີແບ້ງ (Sberbank) ຈາກການນຳໃຊ້ລະບົບການໂອນເງິນຂອງໂລກ ທີ່ເອີ້ນຫຍໍ້ວ່າ SWIFT. ສະຫະພາບຢູໂຣບ ຍັງໄດ້ຫ້າມສາມສະຖານີກະຈາຍສຽງ ທີ່ເປັນລັດວິສາຫະກິດຂອງຣັດເຊຍ ບໍ່ໃຫ້ອອກອາ ກາດເນື້ອຫາຂອງຕົນ ຢູ່ໃນບັນດາປະເທດສະມາຊິກຂອງສະຫະພາບຢູໂຣບ.

ບັນດາຜູ້ນຳຂອງສະຫະພາບຢູໂຣບ ຍັງໄດ້ຕົກລົງທີ່ຈະສະໜອງທຶນຊ່ອຍເຫຼືອສຳລັບເສດຖະກິດ ແລະການບູລະນະສ້າງສາ ໃຫ້ແກ່ຢູເຄຣນ 9 ພັນ 7 ຮ້ອຍ ລ້ານໂດລາ.

ມີການສູ້ລົບຢ່າງດຸເດືອດຢູ່ໃນເຂດລູຮານທີ່ໄດ້ລະເບີດຂຶ້ນໃນຖະໜົນສາຍຕ່າງໆຂອງເມືອງຊີວີໂຣໂດເນັດສຄ໌ (Sievierodonetsk) ຢູ່ທາງພາກຕາເວັນອອກຂອງຢູເຄຣນ ກັບກອງກຳລັງຂອງກີຢິບ ທີ່ພະຍາຍາມຢ່າງບໍ່ລົດລະ ເພື່ອຕ້ານຢັນການເຂັ່ນຂ້າຂອງກອງກຳລັງຣັດເຊຍ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG