ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ສະຫະພາບຢູໂຣບ ຕົກລົງ ໃຫ້ການຊ່ວຍເຫຼືອດ້ານການທະຫານ 5 ຕື້ໂດລາ ແກ່ຢູເຄຣນ


ແຟ້ມພາບ - ພວກທີ່ເຂົ້າຮ່ວມໃນການໂຮມຊຸມນຸມພາກັນໂບກທຸງ ຂອງສະຫະພາບຢູໂຣບ, ຢູເຄຣນ ແລະ ທຸກຂອງບັນດາປະເທດສະມາຊິກ ອີຢູ ເພື່ອສະໜັບສະໜຸນ ຢູເຄຣນ ໃນວັນຄົບຮອງສອງປີ ຂອງການບຸກລຸກຢູເຄຣນ ໂດຍຣັດເຊ, ໃນນະຄອນຫຼວງປາຣີ, ວັນທີ 24 ກຸມພາ 2024.
ແຟ້ມພາບ - ພວກທີ່ເຂົ້າຮ່ວມໃນການໂຮມຊຸມນຸມພາກັນໂບກທຸງ ຂອງສະຫະພາບຢູໂຣບ, ຢູເຄຣນ ແລະ ທຸກຂອງບັນດາປະເທດສະມາຊິກ ອີຢູ ເພື່ອສະໜັບສະໜຸນ ຢູເຄຣນ ໃນວັນຄົບຮອງສອງປີ ຂອງການບຸກລຸກຢູເຄຣນ ໂດຍຣັດເຊ, ໃນນະຄອນຫຼວງປາຣີ, ວັນທີ 24 ກຸມພາ 2024.

ບັນດາປະເທດຂອງສະຫະພາບຢູໂຣບ ຫຼື ອີຢູ ໄດ້ຕົກລົງໃນວັນພຸດວານນີ້ ທີ່ຈະສະໜອງການຊ່ວຍເຫຼືອດ້ານການທະຫານ ມູນຄ່າ 5 ພັນ 48 ຮ້ອຍລ້ານໂດລາ ແກ່ຢູເຄຣນ ອັນເປັນສ່ວນນຶ່ງຂອງການເສີມຂະຫຍາຍຂອງກອງທຶນຊ່ວຍເຫຼືອທີ່ກຳກັນບໂດຍສະຫະພາບຢູໂຣບ ໂດຍການມອບໃຫ້ກີຢິບໃນຊ່ວງເວລາເພື່ອເສີມກຳລັງໃຫ້ແກ່ກອງກຳລັງຂອງຕົນ ທີ່ກຳລັງບຸກບືນສູ້ຊົນຕໍ່ຕ້ານການຮຸກຮານຂອງຣັດເຊຍ.

ບັນດາເອກອັກຄະລັດຖະທູດຈາກປະເທດສະມາຊິກຂອງອີຢູ 27 ປະເທດ ໄດ້ຕົກລົງທີ່ຈະປັບປຸງຄືນໃໝ່ ກອງທຶນເພື່ອສິ່ງອຳນວຍຄວາມສະດວກດ້ານສັນຕິພາບຂອງຢູໂຣບ ຫຼື EPF ຢູ່ທີ່ກອງປະຊຸມໃນນະຄອນຫຼວງບຣັສເຊີລສ໌ ຫຼັງຈາກມີເລື້ອງຄັດຄ້ອງກັນມາຫຼາຍເດືອນແລ້ວ ໂດຍ ສະຫະພາບຢູໂຣບ ທີ່ເປັນລຸ້ນໃຫຍ່ກວ່າ ຝຣັ່ງ ແລະເຢຍຣະມັນ ຢູ່ໃນໃຈກາງຂອງການໂຕ້ຖຽງກັນນັ້ນ.

“ຂໍ້ຄວາມແມ່ນຈະແຈ້ງ: ພວກເຮົາຈະສະໜັບສະໜູນຢູເຄຣນ ດ້ວຍສິ່ງໃດກໍຕາມ ທີ່ຕົນເອົາ ເພື່ອຈະຊະນະໄດ້” ຫົວໜ້າດ້ານນະໂຍບາຍຂອງສະຫະພາບຢູໂຣບ ທ່ານໂຈເຊັບ ໂບແຣລ ໄດ້ຂຽນລົງໃນສື່ສັງຄົມ X ຫຼັງຈາກທີ່ໄດ້ມີການຕັດສິນ.

ກອງທຶນດັ່ງກ່າວ ດຳເນີນໂຄງການທີ່ໃຫ້ທຶນຈຳນວນຫຼວງຫຼາຍຄືນ ໂດຍຈະໃຫ້ບັນດາສະມາຊິກຂອງອີຢູ ທຶນຄືນສຳລັບການສົ່ງລູກປືນໄປໃຫ້ປະເທດອື່ນໆ.

ຝຣັ່ງ ຜູ້ທີ່ສະໜັບສະໜຸນສູງຕໍ່ອຸດສາຫະກຳດ້ານການປ້ອງກັນປະເທດຂອງຢູໂຣບ ໄດ້ຢືນຢັດຕໍ່ນະໂຍບາຍ “ການຊື້ຢູໂຣບ” ຢ່າງແຮງກ້າສຳລັບອາວຸດຄວນໄດ້ຮັບເພື່ອການສົ່ງທຶນຄືນ. ສ່ວນປະເທດອື່ນໆ ໄດ້ໂຕ້ຖຽງວ່າ ຂໍ້ກຳນົດຈະຂັດຂວາງຄວາມພະຍາຍາມຕ່າງໆທີ່ຈະຊື້ອາວຸດຢູ່ໃນທົ່ວໂລກ ໄປໃຫ້ຢູເຄຣນຢ່າງວ່ອງໄວ.

ເຢຍຣະມັນ ໂດຍເປັນຜູ້ບໍລິຈາກສອງຝ່າຍທີ່ໃຫຍ່ທີ່ສຸດຂອງຢູໂຣບ ໃນການຊ່ວຍເຫຼືອດ້ານການທະຫານແກ່ຢູເຄຣນນັ້ນ ໄດ້ຮຽກຮ້ອງໃຫ້ນຳການບໍລິຈາກທັງຫຼາຍນັ້ນ ເຂົ້າມາໃນການພິຈາລະນາ ເພື່ອກຳນົດຂະໜາດໃນການຈັດສັນກອງທຶນດ້ານການເງິນຂອງປະເທດທັງຫຼາຍ.

European Union countries agreed on Wednesday to provide $5.48 billion for military aid to Ukraine as part of a revamp of an EU-run assistance fund, handing Kyiv a timely boost as its forces struggle against Russia's invasion.

Ambassadors from the EU's 27 member countries agreed to the overhaul of the European Peace Facility (EPF) fund at a meeting in Brussels after months of wrangling, with EU heavyweights France and Germany at the center of much of the debate.

"The message is clear: We will support Ukraine with whatever it takes to prevail," EU foreign policy chief Josep Borrell posted on social media platform X after the decision.

The fund operates as a giant cashback scheme, giving EU members refunds for sending munitions to other countries.

France, a strong promoter of European defense industries, had insisted on a strong "buy European" policy for arms eligible for refunds. Other countries said that requirement would inhibit efforts to buy worldwide to get weapons to Ukraine quickly.

Germany, by far Europe's biggest bilateral donor of military aid to Ukraine, had demanded such donations be taken into account in determining the size of countries' financial contributions to the fund.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG