ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໐໓ ພຶດສະພາ ໒໐໒໔

ປະ​ທານ​ກຳ​ມາ​ທິ​ການ​ຢູ​ໂຣບ ຈະ​ຮ້ອງ​ຂໍ​ການ​ຊ່ວຍ​ເຫຼືອ​ຕື່ມ​ອີກ 53 ຕື້​ໂດ​ລາ ໃຫ້​ແກ່​ຢູ​ເຄ​ຣນ


ເຈົ້າ​ໜ້າ​ທີ່ຮັບ​ມື​ກັບ​ເຫດ​ການ​ສຸກ​ເສີນ ພວມມອດ​ໄຟ ​ຈາກ​ການ​ໂຈມ​ຕີ​ດ້ວຍ​ໂດ​ຣນ​ຂອງ​ຣັດ​ເຊຍ ທີ່​ເມືອງ​ຄາ​ກີບ ປະ​ເທດ​ຢູ​ເຄ​ຣນ.
ເຈົ້າ​ໜ້າ​ທີ່ຮັບ​ມື​ກັບ​ເຫດ​ການ​ສຸກ​ເສີນ ພວມມອດ​ໄຟ ​ຈາກ​ການ​ໂຈມ​ຕີ​ດ້ວຍ​ໂດ​ຣນ​ຂອງ​ຣັດ​ເຊຍ ທີ່​ເມືອງ​ຄາ​ກີບ ປະ​ເທດ​ຢູ​ເຄ​ຣນ.

ກຳ​ມາ​ທິ​ການ​ຢູ​ໂຣບ​ ໄດ້​ສະ​ເໜີ​ໃຫ້​ເງິນ​ຊ່ວຍ​ເຫຼືອ​ເພີ້ມ​ຕື່ມ ​ແກ່​ຢູ​ເຄ​ຣນ 53 ຕື້​ໂດ​ລາ. ການ​ປະ​ກາດ​ດັ່ງ​ກ່າວ​ມີ​ຂຶ້ນ​ໃນ​ຂະ​ນະ​ທີ່ກອງ​ທັບ​ຢູ​ເຄ​ຣນ​ພ້ອມ​ແລ້ວ​ທີ່​ຈະ​ຮັບ​ມືໃນ​ການ​ເຮັດສົງ​ຄາມ​ກັບ​ຣັດ​ເຊຍໃນລະ​ດູ​ໜາວ​ຮອບ​ໃໝ່ ແລະ​ຢູ​ເຄ​ຣນ ກໍ​ກຽມ​ພ້ອມ​ທີ່​ຈະ​ຮັບ​ມື​ກັບ​ສະ​ພາບ​ອາ​ກາດ​ໜາວ​ຈັດ​ອີກ​ເທື່ອ​ນຶ່ງ ​ແລະ​ຄວາມ​ເປັນ​ໄປ​ໄດ້ຈາກ​ການ​ໂຈມ​ຕີ​ຕາ​ຂ່າຍ​ສາຍ​ສົ່ງ​ໄຟ​ຟ້າ. ນັກ​ຂ່າວ​ວີ​ໂອ​ເອ Arash Ara- basadi ມີ​ລາຍ​ງານ ຊຶ່ງ​ໄພ​ສານ​ຈະ​ນຳ​ເອົາ​ລາຍ​ລະ​ອຽດ​ມາ​ສະ​ເໜີ​ທ່ານ.

​ພວກ​ດັບ​ໄຟ ​ພວມ​ພາ​ກັນ​ມອດ​ໄພ ​ຫຼັງ​ຈາກ​ອັນ​ທີ່​ຢູ​ເຄ​ຣນ​ກ່າວ​ວ່າ ມາ​ຈາກ​ການ​ໂຈມ​ຕີ​ດ້ວຍເຮືອ​ບິນ​ບໍ່​ມີ​ຄົນ​ຂັບ ​ຫຼື​ໂດ​ຣນ​ຂອງ​ຣັດ​ເຊຍ ​ທີ່​ເມືອງ​ຄາ​ກິບ. ບໍ່​ມີ​ລາຍ​ງານ​ໃດໆ​ ກ່ຽວ​ກັບ​ການ​ບາດ​ເຈັບ​ລົ້ມ​ຕາຍ. ຢູ​ເຄ​ຣນ​ກ່າວ​ວ່າ ການ​ໂຈມ​ຕີ​ນີ້​ແມ່ນ​ສ່ວນ​ນຶ່ງ ​ໃນ​ການ​ໂຈມ​ຕີ​ຂະ​ໜາດ​ໃຫຍ່ໂດຍ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ ຕໍ່​ພື້ນ​ຖານ​ໂຄງລ່າງ​ທີ່​ສຳ​ຄັນໆ ​ໃນ​ເຂດ​ພາກ​ໃຕ້​ແລະ​ພາກ​ຕາ​ເວັນ​ຕົກ​ຂອງ​ປະ​ເທດ ຊຶ່ງ​ເປັນ ການ​ເຕືອນ​ທີ່​ໜ້າຢ້ານ ກ່ຽວ​ກັບ​ການ​ໂຈມ​ຕີ​ໃນ​ປີ​ກາຍ ໃນ​ຂະ​ນະ​ທີ່​ລະ​ດູ​ໜາວ​ຍັບ​ໃກ້ເຂົ້າ​ມາ​ແລະ​ອຸນ​ຫະ​ພູມ​ພວມ​ຫຼຸດ​ຕ່ຳ​ລົງ.

ການ​ໂຈມ​ຕີ​ໂດຍ​ເຮືອ​ບິນ​ບໍ່​ມີ​ຄົນ​ຂັບ​ຂອງ​ຣັດ​ເຊຍ ​ມີ​ຂຶ້ນ​ຫຼັງ​ຈາກມີ​ການ​ນຳ​ວີ​ດີ​ໂອ​ອອກ​ເຜີຍ​ແຜ່​ທີ່ຢູ​ເຄ​ຣນ​ອ້າງວ່າໄດ້​ສະ​ແດງ​ໃຫ້​ເຫັນ​ກຳ​ລັງ​ຂອງ​ຕົນກໍ​ໄດ້​ສົ່ງ​ໂດ​ຣນ ໂຈມ​ຕີຕໍ່​ລົດ​ຫຸ້ມ​ເກາະ​ຂອງ​ຣັດ​ເຊຍ​ທີ່​ພວມ​ບຸກ​ຄືບ​ໜ້າ. ວີ​ໂອ​ເອ​ບໍ່​ສາ​ມາດ​ໃຫ້​ການ ຢືນ​ຢັນ​ຢ່າງ​ເປັນ​ອິດ​ສະ​ຫຼະ ​ກ່ຽວ​ກັບ​ສະ​ຖານ​ທີ່​ຫຼື​ວັນ​ເວ​ລາ​ຂອງວີ​ດີ​ໂອ. ຢູ​ເຄ​ຣນ​ເວົ້າ​ວ່າ ການ​ໂຈມ​ຕີ​ໂດຍ​ໂດ​ຣນ​ມີ​ຂຶ້ນ​ໃກ້ໆ​ກັບ​ເມືອງ​ອັບ​ດິບ​ກາ (Avdjibka) ໃນ​ເຂດ​ໂດ​ແນັດ.

ປະ​ຊາ​ຊົນ​ກ່ອນ​ເກີດ​ສົງ​ຄາມ​ທີ່​ມີ​ຢູ່ 30,000 ຄົນ ໄດ້​ຫຼຸດ​ລົງ​ມາ​ເຫຼືອ​ຢູ່ 1,500 ຄົນ​ໃນ​ເວ​ລານີ້ ແລະ​ໃນ​ຂະ​ນະ​ທີ່ກອງ​ກຳ​ລັງຂອງ​ຣັດ​ເຊຍ ພວມ​ເຄື່ອນ​ໄຫວ​ຫາ​ທາງ​ປິດ​ລ້ອມ​ເມືອງ​ອັບ​ດິບ​ກາຢູ່ນີ້ ຕຳ​ຫຼວດ​ໃນ​ເຂດ​ດັ່ງ​ກ່າວ​ຂອງ​ຢູ​ເຄ​ຣນໄດ້​ເປີດ​ເຜີຍ​ວິ​ດີ​ໂອ ກ່ຽວ​ກັບ​ການ​ອົບ​ພະ​ຍົບ​ພົນ​ລະ​ເຮືອນ​ອອກ​ຈາກ​ບັນ​ດາ​ຫົວ​ເມືອງ​ທີ່​ຕັ້ງ​ຢູ່​ໃກ້​ຄຽງ.

ພວກ​ເຂົາ​ເຈົ້າ​ໄດ້​ຖ່າຍ​ຮູບ​ເອົາ​ ​ການ​ຖົກ​ຖຽງລະ​ຫວ່າງ​ແມ່​ ທີ່​ມີ​ອາ​ຍຸ​ແກ່​ຄົນ​ນຶ່ງ​ກັບ​ລູກ​ຊາຍ​ຂອງ​ລາວ ຊຶ່ງ​ລາວ​ໄດ້​ກ່າວ​ຕໍ່​ຜູ້​ເປັນ​ແມ່​ວ່າ “ຮີບ​ໜີ” ແລະ​ມັນ​ “​ບໍ່​ມີນ້ຳ ບໍ່​ມີ​ເຂົ້າ​ຈີ່ ບໍ່​ມີ​ຫຍັງ​ເລີຍ.” ແມ່​ຍິງ​ຜູ້​ເປັນ​ແມ່​ຕອບ​ວ່າ “ຢ່າ​ເປັນ​ຫ່ວງ​ຂ້ອຍ​ເລີຍ.”

ຜູ້​ນຳ​ຂອງ​ຢູ​ເຄ​ຣນ ​ແລະ​ທະ​ຫານ ຍັງ​ສືບ​ຕໍ່​ຮ້ອ​ງ​ຂໍ​ໃຫ້​ນາໆ​ຊາດ ​ສະ​ໜັບ​ສະ​ໜຸນ ແບບ​ຍືນ​ຍົງ ແລະ​ຂໍ​ອາ​ວຸດ​ທີ່​ທັນ​ສະ​ໄໝ​ຕື່ມ. ນອກນັ້ນ ຢູ​ເຄ​ຣນ​ຍັງ​ຊອກ​ຫາ​ຊ່ອງ​ທາງ​ເຂົ້າ​ເປັນ​ສະ​ມາ​ຊິກ​ຂອງ​ສະ​ຫະ​ພາ​ບ​ຢູ​ໂຣບ​ແລະ​ອົງ​ການ​ເນ​ໂຕ້.

ທ່າມ​ກາງ​ສະ​ພາບ​ການ​ດັ່ງ​ກ່າວ ໃນ​ຂະ​ນະ​ທີ່​ປະ​ທານ​ກຳ​ມາ​ທິ​ການ​ຢູ​ໂຣບ ທ່ານ​ນາງ​ເອີ​ຊູ​ວາ ວອນ ເດິ ເລ​ເຢັນ ໄປ​ຢ້ຽມ​ຢາມ​ນະ​ຄອນ​ຫຼວງ​ກີ​ຢິບ ເພື່ອ​ຈັດ​ກອງ​ປະ​ຊຸມ​ຖະ​ແຫຼງ​ຂ່າວ​ຮ່ວມ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ທ່ານ​ໂວ​ໂລ​ດີ​ເມຍ ເຊ​ເລນ​ສ​ກີ.

ທ່ານ​ນາງວອນ ເດິ ເລ​ເຢັນ ກ່າວ​ວ່າ ກຳ​ມາ​ທິ​ການ​ຈະ​ສະ​ເໜີ​ໃຫ້​ເງິນ​ຊ່ວ​ຍ​ເຫຼືອ​ຕື່ມ​ອີກ 53 ຕື້​ໂດ​ລາ ຈາກ​ບັນ​ດາ​ປະ​ເທດ​ສະ​ມາ​ຊິກ​ຂອງ​ສະ​ຫະ​ພາບ​ຢູ​ໂຣບ​ແກ່​ຢູ​ເຄ​ຣນ.

ບໍ່​ເທົ່າ​ໃດ​ມື້​ກ່ອນ​ໜ້ານີ້​ທີ່​ເບີ​ລິນ ບັນ​ດາ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປ​ະ​ເທດ​ຂອງ​ສະ​ຫະ​ພາບ​ຢູ​ໂຣບ​ໄດ້​ພົບ​ປະ​ແລະ​ປຶກ​ສາ​ຫາ​ລື​ກັນ ກ່ຽວ​ກັບ​ການ​ຂະ​ຫຍາຍ​ກຸ່ມ​ດັ່ງ​ກ່າວ​ໃນ​ອະ​ນາ​ຄົດ. ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ເຢຍ​ຣະ​ມັນ ທ່ານ​ນາງ​ອານ​ນາລີ​ນາ ແບ​ໂບ​ເອັກ (Annalena Baerbock) ໄດ້​ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ ຢູ​ເຄ​ຣນ​ຈະ​ໄດ້​ເຂົ້າ​ເປັນ​ສະ​ມາ​ຊິກ​ອີ​ຢູ ຫຼັງ​ຈາກ​ການ​ລົງ​ຄະ​ແນນ​ສຽງ​ໃນ​ການ​ຂະ​ຫຍາຍ​ໂຕ​ທີ່​ຈະ​ມີ​ຂຶ້ນ​ໃນ​ເດືອນ​ທັນ​ວາ. “ພວກ​ເຮົາ​ຢາກ​ເຫັນ​ຢູ​ເຄ​ຣນ ​ເຂົ້າ​ເປັນ​ສະ​ມາ​ຊິກ​ຂອງ​ສະ​ຫະ​ພາບ​ຢູ​ໂຣບ​ຂອງ​ພວກ​ເຮົາ.”

ປະ​ທາ​ນາ​ທິ​ບໍ​ດີ​ຢູ​ເຄ​ຣນ ທ່ານ​ໂວ​ໂລ​ດີ​ເມຍ ເຊ​ເລນ​ສ​ກີ ກ່າວ​ໃນ​ວັນ​ອາ​ທິດ​ແລ້ວ ຜ່ານ​ທາງສື່​ສັງ​ຄົມ X​ ຕໍ່​ລາຍ​ການ Meet the Press ຂອງ NBC ວ່າ:

“ມີ​ຫຼາຍໆ​ຄົນ ແນ່ນອນ ໃນ​ໂລກນີ້​ແມ່ນ​ເມື່ອຍ​ແລ້ວ. ແນ່ນອນ ມັນ​ເປັນ​ທີ່​ເຂົ້າ​ໃຈ​ໄດ້. ການ​ອິ​ດ​ເມື່ອຍ​ຂອງ​ບາງ​ຄົນ​ໃນ​ສະ​ໜາມ​ລົບ. ການ​ອິດ​ເມື່ອ​ຍ​ຂອງ​ບາງ​ຄົນ​ໃນ​ວຽກ​ງານ​ຂອງ​ພວກ​ເຂົາ​ເຈົ້າ ແລະ​ບາງ​ຄົນ​ກໍ​ອິດ​ເມື່ອຍ​ຢູ່​ໃນ​ຕ່າງ​ປະ​ເທດ. ພວກ​ເຂົາ​ເຈົ້າ​ຕ້ອງ​ການຢາກກັບ​ຄືນ​ປະ​ເທດ ຫາ​ສາ​ມີ​ຂອງ​ເຂົາ​ເຈົ້າ ຫາ​ທະ​ຫານ​ຂອງ​ເຂົາ​ເຈົ້າ ຫາ​ພວກຜູ້​ຊາຍ​ເ​ຫຼົ່າ​ນີ້. ຫາ​ພວກ​ແມ່​ຍິງ​ແລະ​ເດັກ​ນ້ອຍ. ແມ່ນ​ແລ້ວ ແນ່ນອນ ຍ້ອນ​ມັນ​ເປັນ​ສົງ​ຄາມ​ທີ່​ຍືດ​ຍາວ.”

ສຳ​ລັບ​ທະ​ຫານ​ ຄື​ກັນ​ກັບ​ພວກ​ທີ່​ຮັບ​ໃຊ້​ຢູ່​ໃນ​ກອງ​ພົນຍານ​ເກາະ​ທີ 67 ​ທີ່ມີ​ລາຍ​ງານ​ແຈ້ງ​ວ່າ ​ໄດ້​ສູ້​ລົບ​ເປັນ​ເວ​ລາ 20 ຊົ່ວ​ໂມງ ໂດຍ​ໄດ້​ຮັບ​ການ​ພັກ​ຜ່ອນ​ແຕ່​ພຽງ​ເລັກ​ນ້ອຍ ​ລະ​ຫວ່າງສົງ​ຄາມ​ທີ່​ຍືດ​ເຍື້ອ​ຍາວ​ນານ ໄດ້​ມາ​ເຖິ​ງ​ຄອບ​ຄົວແລະ​ການ​ສະ​ໜັບ​ສະ​ໜຸນ​ທາງ​ດ້ານ​ການ​ທູດ ເຖິງ​ແມ່ນ​ມີ​ຄວາມ​ເປັ​ນ​ໄປ​ໄດ້ວ່າ ​ໃນ​ອີກ​ບໍ່​ດົນ ເວ​ລາ​ສະ​ຫະ​ພາບ​ຢູ​ໂຣບ​ ໄດ້​ລົງ​ຄະ​ແນນ​ສຽງ ກ່ຽວ​ກັບ​ການ​ເຂົ້າ​ເປັນ​ສະ​ມາ​ຊິກ​ ຂອງ​ຢູ​ເຄ​ຣນ ໃນ​ກາງ​ເດືອນ​ທັນ​ວາ ແຕ່​ມັນ​ກໍ​ບໍ່​ໄດ້​ມາ​ໄວ​ພໍ.

ເບິ່ງວີ​ດີ​ໂອ​ຕື່ມ​ອີກ ກ່ຽວ​ກັບ​ຂ່າວນີ້

XS
SM
MD
LG