ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາ​ຍົກ​ ເອ​ທິ​ໂອ​ເປຍ ທ່ານ​ອາ​ບີ​ອີ ອາ​ເໝັດ ອາ​ລີ ໄດ້​ຮັບ​ລາ​ງວັນ​ໂນ​ແບລ ຂະ​ແໜງ​ສັນ​ຕິ​ພາບ


ນາ​ຍົກ​ລັດ​ຖະ​ມົນ​ຕີເອ​ທິ​ໂອ​ເປຍ ທ່ານ​ອາ​ບີ​ອີ ອາ​ເໝັດ ອາ​ລີ ໂອ້​ລົມ​ກ່ຽວ​ກັບ​ວຽກງານ ປີ​ທຳ​ອິດ​ໃນກ​ານ​ເຂົ້າ​ຮັບ​ຕຳ​ແໜ່ງ​ຂອງ​ທ່ານ ວັນ​ທີ 27 ພຶດ​ສະ​ພາ 2019.
ນາ​ຍົກ​ລັດ​ຖະ​ມົນ​ຕີເອ​ທິ​ໂອ​ເປຍ ທ່ານ​ອາ​ບີ​ອີ ອາ​ເໝັດ ອາ​ລີ ໂອ້​ລົມ​ກ່ຽວ​ກັບ​ວຽກງານ ປີ​ທຳ​ອິດ​ໃນກ​ານ​ເຂົ້າ​ຮັບ​ຕຳ​ແໜ່ງ​ຂອງ​ທ່ານ ວັນ​ທີ 27 ພຶດ​ສະ​ພາ 2019.

ນາ​ຍົກ​ລັດ​ຖະ​ມົນ​ຕີເອ​ທິ​ໂອ​ເປຍ ທ່ານ​ອາ​ບີ​ອີ ​ອາ​ເໝັດ ອາ​ລີ ເປັນ​ຜູ້ຊະ​ນະ​ລ​າງ​ວັນ
ໂນ​ແບ​ລ​ຂະ​ແໜງສັນ​ຕິ​ພາບປີ 2019 ໃນຄວາມ​ພະ​ຍາ​ຍາມ​ເພື່ອ​ສ້າງ​ສັນ​ຕິ​ພາບ
​ກັບ​ປະ​ເທດ​ເພື່ອນ​ບ້ານເອ​ຣິ​ເທຣຍ.

ທ່ານ​ເບີ​ຣິດ ເຣ​ສ-ແອນ​ເດີ​ສັນ ປະ​ທານ​ຄະ​ນະ​ກຳ​ມະ​ການ​ລາງວັນ​ໂນ​ແບ​ລ​ທີ່​ມີ​ສະມາ
​ຊິກຫ້າ​ທ່ານຂອງ​ນໍ​ເວ ທີ່​ໄດ້​ປະ​ກາດມອບ​ລາງວັນ​ໂນ​ແບ​ລ​ຂະ​ແໜງ​ສັນ​ຕິ​ພາບ ກ່າວ​
ວ່າ ທ່ານ​ອາ​ບີ​ອີ ໄດ້ຖືກ​ເລືອກ ກໍ​ຍ້ອນ​ຂໍ້​ລິ​ເລີ້ມ​ທີ່ເດັດ​ດ່ຽວ​ ເພື່ອ​ຍຸ​ຕິ​ບັນ​ຫາ​ຂັດ​ແຍ້ງ
ຂອງ​ປະ​ເທດ​ທ່ານ​ກັບ​ເອ​ຣິ​ເທ​ຣຍ ພາຍ​ໃນ​ບໍ່​ເທົ່າ​ໃດ​ເດືອນ ​ຫລັງຈ​າກ​ການ​ເຂົ້າ​ກຳ​

ຕຳ​ແໜ່ງ​ຂອງ​ທ່ານ ​ໃນ​ປີ 2018.

ຄະ​ນ​ະ​ກຳ​ມະ​ການມອບ​ລາງວັນ​ໂນ​ແບ​ລ​ຂອງ​ນໍເວ ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ ​ທ່ານ​ອາ​ບີ​ອີ
“ໄດ້​ໃຊ້ເວ​ລາ 100 ມື້​ທຳ​ອິດ​ຂອງ​ທ່ານ ໃນ​ນາມ​ ນາ​ຍົກ​ລັດ​ຖະ​ມົນ​ຕີ ຍົກ​ເລີກ​ພາ​ວະ​
ສຸກ​ເສີນ​ຂອງ​ປະ​ເທດ ໃຫ້ນິ​ລະ​ໂທດ​ ແກ່​ບັນ​ດາ​ນັກ​ໂທດ​ການ​ເມືອງ​ຫຼາຍ​ພັນຄົນ ຢຸ​ດ​ການກວດ​ກາສື່ມວນ​ຊົນ ອອກ​ກົດ​ໜາຍໃຫ້​ບັນ​ດາ​ກຸ່ມ​ຝ່າຍ​ຄ້ານ​ທີ່​ຜິດ​ກົດ​ໝາຍ​
ເປັນ​ອົງ​ການ​ຈັດ​ຕັ້ງ​ທີ່​ຖືກ​ຕ້ອງ ປົດ​ພວກ​ຜູ້​ນຳ​ທະ​ຫານ ແລະ​ພົນ​ລະ​ເຮືອນ​ທີ່​ສົງ​ໄສ
ວ່າ​ສໍ້​ລາດ​ບັງ​ຫຼວງ ແລະ​ໃຫ້ພວກ​ແມ່​ຍິງມີ​ອິດ​ທິ​ພົນ​ຫຼາຍ​ຂຶ້ນ​ໃນວົງການ​ເມືອງ​ ແລະ​
ຊີ​ວິດ​ປະ​ຊາ​ຄົມ ຂອງເອ​ທິ​ໂອ​ເປຍ.

ຄະ​ນະ​ກຳ​ມະ​ການ​ຮັ​ບ​ຮູ້​ວ່າ ​ຍັງມີ​ວຽກ​ຫຼາຍ​ຢ່າງທີ່​ຈະ​ຕ້ອງ​ໄດ້​ເຮັດ ​ເພື່ອ​ໃຫ້​ປະ​ຊາ​ທິ​
ປະ​ໄຕແຂງ​ແຮງຕື່ມ​ຂຶ້ນ​ຢູ່​ໃນ​ເອ​ທິ​ໂອ​ເປຍ​ ແຕ່ກໍຫວັງ​ວ່າຂໍ້​ຕົກ​ລົງ​ສັນ​ຕິ​ພາບ​ກັບ
​ເອີ​ຣິ​ເທ​ຣຍ ຈະ​ນຳ​ປະ​ສູ່​ກາ​ນປ່ຽນ​ແປງໃນ​ທາງບວກ​ສຳ​ລັບທັງ​ສອງ​ປະ​ເທດ.

ຄະ​ນະ​ກຳ​ມະ​ການ​ລ​າງວັນ​ໂນ​ແບ​ລ​ຂະ​ແໜງ​ສັນ​ຕິ​ພາບ ຍັງ​ໄດ້​ຮັບ​ຮູ້​ທ່ານ​ອາ​ບີ​ອີ ​
ກ່ຽວ​ກັບ​ການ​ພົວ​ພັນ​ຂອງ​ທ່ານ ​ໃນຂັ້ນ​ຕອນ​ກາ​ນ​ສ້າງ​ສັນ​ຕິ​ພາບ​ແລະ​ຄວາມ​ປອງ
ດອງ​ຊາດ​ອື່ນໆ ຢູ່​ໃນ​ພາກຕາ​ເວັນ​ອອກ ແລະ​ຕາ​ເວັນ​ອອກ​ສຽງ​ເໜືອ​ຂອງ​ອາ​ຟ​ຣິ​ກາ.

ລາງວັນທີ່​ມີ​ມູນ​ຄ່າປະ​ມານ 900,000 ໂດ​ລາ ຈະຖືກມອບ​ໃຫ້​ຢູ່​ນະ​ຄອ​ນ​ອ​ອສ​ໂລ ໃນ
​ວັນ​ທີ 10 ເດືອນ​ທັນ​ວາ​ຈະ​ມາ​ເຖິງ​ນີ້.

ລາງວັນ​ໂນ​ແບ​ລ​ ຂະ​ແໜງ​ເສດ​ຖະ​ກິດ ວິ​ທະ​ຍາ​ສາດ ຈະ​ໄດ້​ມອບ​ໃຫ້​ໃນ​ວັນ​ຈັນ ວັນ​
ທີ 14 ຕຸ​ລາ​ນີ້.

The Norwegian Nobel Committee noted that Abiy "spent his first 100 days as Prime Minister lifting the country's state of emergency, granting amnesty to thousands of political prisoners, discontinuing media censorship, legalizing outlawed opposition groups, dismissing military and civilian leaders who were suspected of corruption, and significantly increasing the influence of women in Ethiopian political and community life."

The committee acknowledged that much work remains to strengthen democracy in Ethiopia, but hopes the peace agreement with Eritrea will lea to more positive changes for both countries.

The Nobel Prize committee also recognized Abiy for his engagement in other peace and reconciliation processed in East and Northeast Africa.

The prize of about $900,000 will be presented in Oslo on December 10.

The Nobel Prize in Economic Sciences will be awarded on Monday, October 14.

XS
SM
MD
LG