ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ນາຍົກເອທິໂອເປຍ ຫາ​ທາງໄກ່ເກ່ຍ ວິກິດການ ດ້ານການເມືອງ ໃນປະເທດຊູດານ


ນາຍົກລັດຖະມົນຕີເອທິໂອເປຍ ທ່ານອາບີ ອາເໝັດ ອອກມາ ຫຼັງຈາກເຂົ້າປະຊຸມກັບຄະນະຜູ້ແທນຂອງກຳລັງເພື່ອເສລີພາບແລະການປ່ຽນແປງ ໃນສະຖານທູດເອທິໂອເປຍ ປະຈຳນະຄອນຫຼວງຄາຣ໌ທູມ, ວັນທີ 7 ມິຖຸນາ 2019.
ນາຍົກລັດຖະມົນຕີເອທິໂອເປຍ ທ່ານອາບີ ອາເໝັດ ອອກມາ ຫຼັງຈາກເຂົ້າປະຊຸມກັບຄະນະຜູ້ແທນຂອງກຳລັງເພື່ອເສລີພາບແລະການປ່ຽນແປງ ໃນສະຖານທູດເອທິໂອເປຍ ປະຈຳນະຄອນຫຼວງຄາຣ໌ທູມ, ວັນທີ 7 ມິຖຸນາ 2019.

ນາຍົກ​ລັດ​ຖະ​ມົນ​ຕີເອທິໂອເປຍ ໄດ້ຮຽກ​ຮ້ອງໃຫ້ມີ “ຄວາມກ້າຫານ” ໃນຂະນະທີ່ທ່ານ
ພົບປະກັບພວກນາຍພົນທີ່ປົກຄອງປະເທດຊູດານ ແລະບັນດາຜູ້ນຳຝ່າຍຄ້ານ ໃນວັນ
ສຸກວານນີ້ ເພື່ອພະຍາຍາມຈະຜ່ອນຄາຍວິກິດການດ້ານການເມືອງ ທີ່ໄດ້ເກີດຂຶ້ນຢູ່ໃນ
ປະເທດນີ້ ນັບຕັ້ງແຕ່ປະທານາທິບໍດີ ໂອມາ ອາລ-ບາເຊຍ ທີ່ປົກຄອງປະເທດມາຍາວ
ນານໄດ້ຖືກໂຄ່ນລົ້ມ.

ໃນເມື່ອເດີນທາງໄປເຖິງນະຄອນຫຼວງຄາຣ໌ທູມແລ້ວ ທ່ານອາບີ ອາເໝັດ ໄດ້ປຶກສາ
ຫາລື ກັບສະ​ພາ​ປົກ​ຄອງໄລຍະຂ້າມຜ່ານຂອງທະຫານ ຫຼືເອີ້ນຫຍໍ້ວ່າ TMC ທີ່ປະ
ກອບດ້ວຍ ຜູ້ບັນຊາການ ນາຍພົນ ອັບແດລ-ຟາຕາ ເບີຮານ. ຕໍ່ຈາກນັ້ນ ທ່ານກໍໄດ້
ເຂົ້າປະຊຸມຕ່າງຫາກ ກັບບັນດາຜູ້ນຳຂອງກຳ​ລັງເພື່ອເສລີພາບແລະການປ່ຽນແປງ
ຫຼື ເອີ້ນຫຍໍ້ວ່າ FFC ຊຶ່ງເປັນກຸ່ມພັນທະມິດດ້ານການເມືອງ ທີ່ການປະທ້ວງຂອງ
ພວກເຂົາເຈົ້າ ໄດ້ຊ່ອຍຂັບໄລ່ ທ່ານບາເຊຍ ອອກຈາກອຳນາດ ໃນເດືອນເມສາ
ຜ່ານມານີ້.

ໃນຖະແຫລງການ ຫຼັງຈາກການເຈລະຈາກັນ ນາຍົກລັດຖະມົນຕີເອທິໂອເປຍ ໄດ້
ຮຽກຮ້ອງໃຫ້ປະຊາຊົນຊາວຊູດານ ແລະກຳລັງດ້ານການເມືອງທັງຫຼາຍ ຈົ່ງສະແດງ
ອອກເຖິງ “ຄວາມກ້າຫານ” ແລະໃຫ້ເຄື່ອນໄຫວໄປສູ່ປະຊາທິປະໄຕ ຢ່າງວ່ອງໄວ ​
ແລະໄລຍະຂ້າມຜ່ານທີ່​ປະ​ກອບ​ດ້ວຍ​ທຸກ​ພັກ​ຝ່າຍ.

ຜູ້ປະທ້ວງຊາວຊູດານຄົນນຶ່ງ ຖືທຸກຊາດຂອງປະເທດ ໃນຂະນະທີ່ຢືນຢູ່ເທິງ ສິ່ງກີດຂວາງໃນຖະໜົນສາຍນຶ່ງ, ໃນການຮຽກຮ້ຮອງໃຫ້ສະພາໄລຍະຂ້າມຜ່ານຂອງທະຫານ ມອບອຳນາດໃຫ້ແກ່ພົນລະເຮືອນ, ໃນນະຄອນຫຼວງຄາຣ໌ທູມ ຂອງຊູດານ, ວັນທີ 5 ມິຖຸນາ 2019.
ຜູ້ປະທ້ວງຊາວຊູດານຄົນນຶ່ງ ຖືທຸກຊາດຂອງປະເທດ ໃນຂະນະທີ່ຢືນຢູ່ເທິງ ສິ່ງກີດຂວາງໃນຖະໜົນສາຍນຶ່ງ, ໃນການຮຽກຮ້ຮອງໃຫ້ສະພາໄລຍະຂ້າມຜ່ານຂອງທະຫານ ມອບອຳນາດໃຫ້ແກ່ພົນລະເຮືອນ, ໃນນະຄອນຫຼວງຄາຣ໌ທູມ ຂອງຊູດານ, ວັນທີ 5 ມິຖຸນາ 2019.

ທ່ານອາບີ ໄດ້ຮັບການຍົກຍ້ອງ ສຳລັບການປະຕິຮູບພາຍໃນເອທິໂອເປຍ ແລະ
ການສ້າງສັນຕິພາບ ກັບປະເທດເພື່ອນບ້ານຂອງຕົນ ແລະປະເທດທີ່ເປັນປໍລະປັກ
ມາດົນນານ ກໍຄື ເອຣິເທຣຍ ນັ້ນ.

ແຕ່​ແນວ​ໃດ​ກໍ​ຕາມ ໃນວັນສຸກວານນີ້ ບໍ່ມີຮ່ອງ​ຮອຍໃດໆເລີຍ ​ທີ່​ສະ​ແດງ​ໃຫ້​ເຫັນວ່າ
ໄດ້​ມີ​ການ​ຟື້ນ​ຟູ​ການເຈລະຈາລະຫວ່າງ ກອງທັບຂອງຊູດານ ກັບກຸ່ມຝ່າຍຄ້ານ.
ພວກຜູ້ນຳການປະທ້ວງ ໃນວັນສຸກວາານນີ້ ໄດ້ຢືນຢັດວ່າ ການເຈລະຈາໃໝ່ໃດໆ
ກໍ​ຕາມ ກັບພວກນາຍພົນຂອງຊູດານ ​ຈະເກີດຂຶ້ນໄດ້ ​ກໍ​ຕໍ່ເມື່ອເງື່ອນໄຂບາງຢ່າງ
ຈະໄດ້​ຮັບ​ການ​ຄ້ຳ​ປະ​ກັນ ​ຮວມ​ທັງການຍົກຍ້າຍພວກທະຫານອອກຈາກຖະໜົນ
ສາຍຕ່າງໆ.

ທະຫານໄດ້ປາບປາມ ຢູ່ສະຖານທີ່ຫຼັກຂອງການປະທ້ວງ ໃນນະຄອນຫຼວງຄາຣ໌ທູມ
ເມື່ອຕົ້ນສັບປະດານີ້ ທີ່ໄດ້ສັງຫານປະຊາຊົນຫຼາຍສິບຄົນແລະອີກ ຫຼາຍຮ້ອຍຄົນ
ໄດ້ຮັບບາດເຈັບ.

ພວກທ່ານໝໍ ທີ່ໃກ້​ຊິດກັບພວກປະທ້ວງໄດ້ກ່າວ ໃນວັນສຸກວານນີ້ວ່າ ຢ່າງໜ້ອຍ
113 ຄົນ ໄດ້ຖືກຂ້າຕາຍໃນການປາບປາມ. ກະຊວງສາທາລະນະສຸກ ຂອງຊູດານ ໄດ້ແຈ້ງຈຳນວນຜູ້ເສຍຊີວິດ ຢູ່ທີ່ 61 ຄົນ.

ພວກສັງເກດການຫຼາຍຄົນ ໄດ້ຖິ້ມໂທດຂອງຄວາມຮຸນແຮງ ໃສ່ໜ່ວຍສະໜັບສະໜຸນ
ຢ່າງວ່ອງໄວ​ຂອງ​ພວກ​ທະ​ຫານ ຊຶ່ງຕົ້ນກຳເນີດຂອງພວກເຂົາເຈົ້າແມ່ນມາຈາກໜ່ວຍ
ທະຫານບ້ານ ຈານຈາວີດ ທີ່ມີຊື່ສຽງບໍ່ດີ ທີ່ທ່ານບາເຊຍ ເຄີຍໃຊ້ ໃນລະຫວ່າງ ບັນ​ຫາ
ຂັດແຍ້ງໃນເຂດດາ​ຟົວ ເມື່ອຕົ້ນຊຸມ​ປີ 2000.

ກອງທັບຊູດານ ໄດ້ປົດທ່ານບາເຊຍ ອອກຈາກອຳນາດ ໃນວັນທີ 11 ເມສາ ຫຼັງຈາກ
ມີການປະທ້ວງຂະໜາດໃຫຍ່ຫຼາຍເດືອນ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG