ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ອົ​ບ​ພະ​ຍົບ ເອ​ທິ​ໂອ​ເປຍ ຖືກ​ສົ່ງ​ກັບ ຈາກ​ເຢ​ເມນ ໂດຍ​ທາງ​ເຮືອ​ບິນ


ພວກ​ອົບ​ພະ​ຍົບ​ເອ​ທິ​ໂອ​ເປຍ ຖືກ​ຍົກ​ຍ້າຍ​ໄປ​ຍັງ​ເມືອງ​ໂຮ​ເດ​ດາ ເພື່ອ​ຂຶ້ນ​ກຳ​ປັ່ນ​ຈາກ​ເຢ​ເມນ ກັບ​ຄືນ​ປະ​ເທດ. (2 ມິ​ຖຸ​ນາ 2018)
ພວກ​ອົບ​ພະ​ຍົບ​ເອ​ທິ​ໂອ​ເປຍ ຖືກ​ຍົກ​ຍ້າຍ​ໄປ​ຍັງ​ເມືອງ​ໂຮ​ເດ​ດາ ເພື່ອ​ຂຶ້ນ​ກຳ​ປັ່ນ​ຈາກ​ເຢ​ເມນ ກັບ​ຄືນ​ປະ​ເທດ. (2 ມິ​ຖຸ​ນາ 2018)

ພວກອົບພະຍົບ ເອທິໂອເປຍ 400 ກວ່າຄົນ ທີ່ຕົກຄ້າງ ຢູ່ປະເທດເຢເມນ ຖືກສົ່ງກັບຄືນ
ປະເທດ ໂດຍທາງເຮືອບິນໃນແລ້ວອາທິດ ແລະນີ້ແມ່ນເທື່ອທຳອິດນັບແຕ່ປີ 2015 ເປັນ
ຕົ້ນມາ ທີ່ອົງການຈັດຕັ້ງສາກົນ ເພື່ອການຍົກຍ້ານຖິ່ນຖານ ຫຼື IOM ໄດ້ສັ່ງໃຫ້ການປະຕິ
ບັດງານດັ່ງກ່າວ ເລີ້ມລົງມືໄດ້. Lisa Schlein ມີລາຍງານເລື້ອງນີ້ ຈາກສຳນັກງານໃຫຍ່ ຂອງອົງການ IOM ຢູ່ທີ່ນະຄອນເຈນີວາ ຊຶ່ງໄພສານ ຈະນຳເອົາລາຍລະອຽດ ມາສະເໜີ
ທ່ານໃນອັນດັບຕໍ່ໄປ.

ອົບພະຍົບເອທິໂອເປຍຈຸທຳອິດ ໄດ້ຖືກສົ່ງກັບຄືນປະເທດໂດຍທາງເຮືອບິນ ໃນມື້ວັນ
ຈັນແລ້ວ. ພາຍໃນເວລາ ທີ່ການປະຕິບັດງານຈັດສົ່ງພວກອົບພະຍົບກັບຄືນປະເທດ
ດ້ວຍຄວາມສະໝັກໃຈ ເພື່ອເຫັນແກ່ມະນຸດສະທຳດັ່ງກ່າວ ສິ້ນສຸດລົງ ໃນວັນພະຫັດ ອົງການຜູ້ຍົກຍ້າຍຖິ່ນຖານ ຂອງ ສະຫະປະຊາຊາດ ແມ່ນໄດ້ຈັດສົ່ງ ພວກອົບພະຍົບ
418 ຄົນຈາກປະເທດເຢເມນ ໄປຍັງປະເທດເອທິໂອເປຍ. ຫຼາຍກວ່ານຶ່ງສ່ວນສີ່ຂອງ
ອົບພະຍົບເຫຼົ່ານີ້ແມ່ນພວກເດັກນ້ອຍ.

ໃນໄລຍະສອງສາມປີຜ່ານມານີ້ ການປະຕິບັດງານຈັດສົ່ງພວກອົບພະຍົບກັບຄືນປະ
ເທດດ້ວຍ ຄວາມສະໝັກໃຈ ເພື່ອເຫັນແກ່ມະນຸດສະທຳຂອງອົງການ IOM ໄດ້ຊ່ວຍ
ເຫຼືອພວກອົບພະຍົບຈຳນວນຫຼວງຫຼາຍໃຫ້ກັບຄືນປະເທດໂດຍທາງທະເລ. ແຕ່ທ່ານ
Joel Millman ໂຄສົກຂອງ ອົງການ IOM ໃຫ້ຂໍ້ສັງເກດວ່າ ການຈັດສົ່ງພວກອົບພະ
ຍົບ ໂດຍທາງເຮືອບິນນັ້ນ ແມ່ນເປັນ ທາງເລືອກທີ່ດີກວ່າ ແລະກໍປອດໄພກວ່າ. ທ່ານ
Millman ກ່າວວ່າ:

"ໃນປີ 2018, ໂຄງການຈັດສົ່ງພວກອົບພະຍົບກັບຄືນປະເທ​ດດ້ວຍຄວາມສະໝັກ
ໃຈຂອງ ອົງການ IOM ສາມາດຊ່ວຍເຫຼືອພວກອົບພະຍົບໄດ້ 667 ຄົນໃຫ້ກັບຄືນ
ໄປຍັງເອທິໂອເປຍໂດຍທາງກຳປັ່ນຂ້າມອ່າວເອເດັນ. ແຕ່ແນວໃດກໍຕາມສະພາບ
ຄວາມບໍໍ່ແນ່ນອນຂອງອາກາດໃນທະເລ ປະກອບກັບການສູ້ລົບທີ່ເພີ້ມຄວາມຮ້າຍ
ແຮງຂຶ້ນ ທັງຢູ່ໃນແລະອ້ອມແອ້ມເມືອງທ່າອາລຮູດາຍຢາແມ່ນເປັນບັນຫາທ້າທາຍ ຕໍ່ການປະຕິບັດງານຈັດສົ່ງເທື່ອກ່ອນໆ."

ເຖິງແມ່ນຍັງມີບັນຫາຂັດແຍ້ງ ດຳເນີນຢູ່ຕໍ່ມາກໍຕາມ ແຕ່ຄວາມທຸກຍາກແລະຄວາມ
ສິ້ນຫວັງ ເພື່ອຢາກມີຊີວິດ ທີ່ດີຂຶ້ນ ຈຶ່ງເຮັດໃຫ້ມີການຫລັ່ງໄຫລ ຂອງອົບພະຍົບຈາກ
ພາກຕາເວັນອອກສຸດຂອງທະວີບອາຟຣິກາ ເຂົ້າໄປໃນປະເທດເຢເມນ. ແຕ່ເມື່ອໄປ
ເຖິງປະເທດດັ່ງກ່າວແລ້ວ ພວກອົບພະຍົບສ່ວນໃຫຍ່ ຫວັງວ່າ ຈະພາ​ກັນໄປຊອກຫາ
ວຽກການເຮັດ ຢູ່ໃນບັນດາປະເທດເຂດອ່າວເປີເຊຍ ແຕ່ກໍປາກົດວ່າ ຊາຍແດນຂອງ ປະເທດເຫຼົ່ານັ້ນໄດ້ປິດສຳຫຼັບເຂົາເຈົ້າ. ດ້ວຍເຫດຜົນ ທີ່ວ່ານີ້ ອົບພະຍົບຫຼາຍໆພັນ
ຄົນ ຈຶ່ງໄດ້ຕົກຄ້າງ ຢູ່ທີ່ປະເທດເຢເມນ ໃນສະພາບທີ່ໜ້າເວດທະນາ.

ໃນປີ 2017 ມີອົບພະຍົບ ເກືອບ 100,000 ຄົນ ໄດ້ເຂົ້າໄປ ໃນປະເທດເຢເມນ. ອົງ
ການ IOM ກະປະມານວ່າ ຈໍານວນຂອງພວກອົບພະຍົບ ທີ່ເດີນທາງໄປເຖິງໃໝ່ ແມ່ນຈະເພີ້ມຂຶ້ນ ເປັນ 150,000 ຄົນ ພາຍໃນທ້າຍປີນີ້. ເຖິງແມ່ນມີຊາວໂຊມາເລຍ ແລະເອຣິເທຣຍປະປົນຢູ່ນຳກໍຈິງ ແຕ່ອົງການ IOM ກ່າວວ່າ ສ່ວນໃຫຍ່ຂອງພວກທີ່
ເດີນ ທາງຜ່ານອັນຕະລາຍ ໄປຍັງປະເທດເຢເມນນັ້ນ ແມ່ນເປັນຊາວເອທິໂອເປຍ.

ອ່ານ​ລາຍງ​າ​ນນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG