ຫຼາຍພັນຄົນພາກັນຮ້ອງໂຮສະໜັບສະໜູນ ທ່ານອາດດິສ ອາບາບາ ໃນຂະນະທີ່ບັນ
ດາຜູ້ນຳເອທິໂອເປຍ ແລະເອຣິເທຣຍ ກອດກັນຢູ່ບ່ອນສະແດງດົນຕີສະຫຼອງຂໍ້ຕົກລົງສັນຕິພາບລະວ່າງອະດີດຄູ່ສັດຕູທີ່ເຄີຍນອງເລືອດກັນມາ.
ປະທານາທິບໍດີເອຣິເທຣຍ ທ່ານໄອແຊອັສ ອັຟເວີກີ ກ່າວຕໍ່ຊາວເອທິໂອເປຍ ທີ່ທ່ານ
ເກືອບມີນໍ້າຕາອອກມາວ່າ “ຄວາມກຽດຊັງ ຄວາມລຳອຽງ ແລະການວາງແຜນຮ່ວມ
ຫົວນັ້ນ ມາບັດນີ້ໝົດລົງໄປແລ້ວ. ພວກເຮົາພ້ອມແລ້ວທີ່ຈະເຄື່ອນຍ້າຍໄປໜ້າກັບທ່ານ
ເປັນອັນນຶ່ງອັນດຽວກັນ. ບໍ່ມີໃຜສາມາດທີ່ຈະລັກເອົາຄວາມຮັກຫອມທີ່ບັດນີ້ພວກເຮົາ
ໄດ້ມາ.”
ນາຍົກລັດຖະມົນຕີເອທິໂອເປຍ ທ່ານອາບີ ອາເມດ ກ່າວວ່າ “ການຍົກໂທດປະລະ
ຄວາມສົງໄສ. ເວລາພວກເຮົາກ່າວວ່າພວກເຮົາໄດ້ປະນີປະນອມ ພວກເຮົາໝາຍ
ຄວາມວ່າ ພວກເຮົາໄດ້ເລືອກເອົາທາງຂອງການໃຫ້ອະໄພ ແລະຮັກຫອມກັນ.”
ທ່ານອາເມດໄດ້ຢູ່ໃນເອຣິເທຣຍອາທິດແລ້ວນີ້ ນຶ່ງເດືອນຫຼັງຈາກເອທິໂອເປຍ ໃນທີ່
ສຸດໄດ້ປະກາດຮັບການລົງນາມສັນຕິພາບກັບເອລິເທຣຍໃນປີ 2000 ສິ້ນສຸດສົງຄາມ
ສອງປີລົງ. ຫຼັງຈາກຊາວເອລິເທຣຍໄດ້ກະທຳຕາມໃນທັນທີ.
ທັງສອງປະເທດໄດ້ເຫັນພ້ອມກັບການເປີດສະຖານທູດ ເລີ້ມເປີດສາຍການບິນ ແລະ
ສ້າງທ່າເຮືອ.
ພາຍໃຕ້ຂໍ້ຕົກລົງສັນຕິພາບ ເອທິໂອເປຍ ຈະມອບຄືນ ຂົງເຂດຊາຍແດນທີ່ໂຕ້ຖຽງກັນ
ໃຫ້ແກ່ເອລິເທຣຍ.
ເອຣິເທຣຍເຄີຍແມ່ນພາກສ່ວນຂອງເອທິໂອເປຍຈົນກວ່າຈະໄດ້ແຍກກອອກໄປ ແລະ
ປະກາດເປັນເອກກະລາດໃນປີ 1993.
ບໍ່ມີຫຼາຍຄົນຢູ່ນອກຊາຍແດນຮູ້ຫຼາຍ ກ່ຽວກັບເອລິເທຣຍ ທີ່ຕັ້ງຢູ່ແຫຼມອາຟຣິກາເລາະ
ຕາມທະເລແດງ ຍົກເວັ້ນແຕ່ວ່າ ໄດ້ຢູ່ພາຍໃຕ້ການລົງໂທດຂອງສະຫະປະຊາຊາດ
ເພາະວ່າຖືກກ່າວຫາວ່າ ໃຫ້ການສະໜັບສະໜູນແກ່ພວກຫົວຮຸນແຮງຈັດ. ລັດຖະບານ
ທີ່ຢູ່ໂດດດ່ຽວ ໄດ້ຖືກກ່າວຫາວ່າ ລະເມີດສິດທິມະນຸດ ແລະຊາວເອຣິເທຣຍຫຼາຍພັນ
ຄົນກໍໄດ້ພາກັນຫລົບໜີຈາກປະເທດ ເພື່ອຫລົບຫລີກຄວາມທຸກຈົນ ແລະຫລີກລ່ຽງ
ການໜີບເຕັງຂອງທະຫານ.