ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໐໔ ພຶດສະພາ ໒໐໒໔

ບັນດາເຈົ້າໜ້າທີ່ ເອທິໂອເປຍ ຖອນພັກການເມືອງ ທິເກຣ ອອກຈາກລາຍຊື່ ກຸ່ມກໍ່ການຮ້າຍ


ນັກລົບຄົນນຶ່ງທີ່ຈົງຮັກພັກດີຕໍ່ແນວໜ້າການປົດປ່ອຍປະຊາຊົນ ທິເກຣ ຍາມປ້ອມຂອງລາວ ຢູ່ເຂດຊານເມືອງຂອງເມືອງ ຮໍເຊັນ, ພາກພື້ນ ທິເກຣ, ເອທິໂອເປຍ, 7 ພຶດສະພາ 2021.
ນັກລົບຄົນນຶ່ງທີ່ຈົງຮັກພັກດີຕໍ່ແນວໜ້າການປົດປ່ອຍປະຊາຊົນ ທິເກຣ ຍາມປ້ອມຂອງລາວ ຢູ່ເຂດຊານເມືອງຂອງເມືອງ ຮໍເຊັນ, ພາກພື້ນ ທິເກຣ, ເອທິໂອເປຍ, 7 ພຶດສະພາ 2021.

ບັນ​ດາ​ສະ​ມາ​ຊິກ​ສະ​ພາ ເອ​ທິ​ໂອ​ເປຍ ໄດ້​ລົງ​ຄະ​ແນນ​ສຽງ​ ເພື່ອ​ຍົກ​ເລີກການ​ລະ​ບຸ​ກຸ່ມແນວໂຮມ​ປົດ​ປ່ອຍ​ປະ​ຊາ​ຊົນ ທິ​ເກ​ຣ, ເຊິ່ງ​ແມ່ນພັກການ​ເມືອງ​ທີ່​ສຳ​ຄັນ​ຂອງ​ພາກ​ພື້ນ ທິ​ເກ​ຣ ອອກ​ຈາກ​ລາ​ຍ​ຊື່ກຸ່ມກໍ່​ການ​ຮ້າຍ, ສີ່​ເດືອນຫຼັງ​ຈາກ​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ​ໄດ້​ສິ້ນ​ສຸດ​ສົງ​ຄາມ​ກາງ​ເມືອງ​ສອງ​ປີ ລະ​ຫວ່າງ​ກຸ່ມ​ດັ່ງ​ກ່າວ ແລະ ກອງ​ກຳ​ລັງ​ລັດ​ຖະ​ບານ. ນັກ​ຂ່າວ​ວີ​ໂອ​ເອ ມາ​ຢາ ມິ​ຊີ​ເກຍ ມີ​ລາຍ​ງານ​ຈາກ​ນະ​ຄອນຫຼວງ ອາ​ດິ​ສ ອາ​ບາ​ບາ, ປະ​ເທດ ເອ​ທິ​ໂອ​ເປຍ, ເຊິ່ງ ພຸດ​ທະ​ສອນ ຈະ​ນຳ​ລາຍ​ລະ​ອຽດ​ມາ​ສະ​ເໜີ​ທ່ານ​ໃນ​ອັນ​ດັບ​ຕໍ່​ໄປ.

ບັນ​ດາ​ສະ​ມາ​ຊິກ​ສະ​ພາ ເອ​ທິ​ໂອ​ເປຍ ໄດ້​ລົງ​ຄະ​ແນນ​ສຽງ​ໃນ​ກອງ​ປະ​ຊຸມ​ພິ​ເສດ​ເມື່ອ​ວັນ​ພຸດ​ທີ່​ຜ່ານ​ມາ ​ເພື່ອຖອນ​ການກຳ​ນົດ​ໃຫ້ ກຸ່ມແນວ​ໂ​ຮມ​ປົດ​ປ່ອຍ​ປະ​ຊາ​ຊົນ ທິ​ເກ​ຣ, ຫຼື TPLF ເປັນກຸ່ມ​ກໍ່​ການ​ຮ້າຍ.

ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ໃນ​ສະ​ພາ​ຕ່ຳ​ ໄດ້​ອະ​ນຸ​ມັດ​ການ​ເຄື່ອນ​ໄຫວ​ດັ່ງ​ກ່າວ​ດ້ວຍ​ຄະ​ແນນ​ສ​ຽງ​ສ່ວນຫຼາຍ. ຈາກ​ສະ​ມາ​ຊິກ 472 ຄົນ, ມີ​ພຽງ 61 ຄົນ​ໄດ້​ລົງ​ຄະ​ແນນ​ສຽງ​ຕໍ່​ຕ້ານ ​ການ​ເຄື່ອນ​ໄຫວ​ນັ້ນ ແລະ 5 ຄົນ​ບໍ່​ໄດ້​ອອກ​ສຽງ.

ການ​ຕັດ​ສິນ​ໃຈ​ດັ່ງ​ກ່າວ​ແມ່ນ​ບາດ​ກ້າວຫຼ້າ​ສຸດ ​ໃນ​ຂໍ້​ຕົກ​ລົງ​ສັນ​ຕິ​ພາບ​ທີ່​ສະ​ຫະ​ພາບ ອາ​ຟ​ຣິ​ກາ ໄດ້​ໄກ່​ເກ່ຍ​ເມື່ອ​ເດືອນ​ພະ​ຈິກ​ປີ​ກາຍນີ້ ລະ​ຫວ່າງ​ລັດ​ຖະ​ບານ​ກາງ​ຂອງ ເອ​ທິ​ໂອ​ເປຍ ແລະ TPLF ທີ່​ໄດ້​ສິ້ນ​ສຸດ​ສົງ​ຄາມ​ກາງ​ເມືອງ​ສອງ​ປີ.

ລັດ​ຖະ​ບານ​ກາງ​ຂອງ ເອ​ທິ​ໂອ​ເປຍ ໄດ້​ໝາຍ TPLF ເປັນ​ອົງ​ການ​ກໍ່​ການ​ຮ້າຍ​ໃນ​ເດືອນ​ພຶດ​ສະ​ພາ 2021, ບໍ່​ເທົ່າ​ໃດ​ເດືອນ​ກ່ອນ​ສົງ​ຄາມ​ໄດ້​ເກີດ​ຂຶ້ນ​ລະ​ຫວ່າງ​ກອງ​ກຳ​ລັງ​ທີ່​ຈົງ​ຮັກ​ພັກ​ດີ​ຕໍ່​ແຕ່​ລະ​ຝ່າຍ.

ສົງ​ຄາມ​ນັ້ນ​ໄດ້​ເຮັດ​ໃຫ້ຫຼາຍ​ພັນ​ຄົນ​ເສຍ​ຊີ​ວິດ ແລະ ອີກຫຼາຍ​ລ້ານ​ຄົນ​ບໍ່​ມີ​ທີ່​ຢູ່​ອາ​ໄສ.

ຂໍ້​ຕົກ​ລົງ​ສັນ​ຕິ​ພາບ​ດັ່ງ​ກ່າວ​ໄດ້​ເຮັດ​ໃຫ້​ກອງ​ກຳ​ລັງ ທິ​ເກ​ຣ ມອບ​ອາ​ວຸດ​ໜັກ​ໃຫ້​ລັດ​ຖະ​ບານ​ກາງ, ເຊິ່ງ​ໃນ​ການ​ຕອບ​ແທນໄດ້​ເປີດ​ເສັ້ນ​ທາງ​ການ​ຊ່ວຍ​ເຫຼືອ ແລະ ສືບ​ຕໍ່​ການ​ບໍ​ລິ​ການ​ທີ່​ຈຳ​ເປັນ​ຕໍ່​ພາກ​ພື້ນ​ນັ້ນ.

ລັດ​ຖະ​ບານ​ຊົ່ວ​ຄາວ​ແມ່ນ​ໄດ້​ຖືກຕັ້ງ​ຢູ່​ໃນ​ເຂດ​ດັ່ງ​ກ່າວ​ຈົນ​ກວ່າ​ການ​ເລືອກ​ຕັ້ງ​ຈະ​ຖືກ​ຈັດ​ຂຶ້ນ, ອັນ​ເປັນ​ສ່ວນ​ນຶ່ງ​ຂອງ​ຂໍ້​ຕົກ​ລົງ.

ທ່ານ ເກ​ຕາ​ຈິວ ເຣ​ດາ, ຜູ້​ທີ່​ຖືກ​ເລືອກ​ໂດຍ TPLF ໃຫ້​ນຳ​ພາ​ລັດ​ຖະ​ບານ​ພາກ​ພື້ນ​ຊົ່ວ​ຄາວ, ແມ່ນ​ນຶ່ງ​ໃນ​ເຈົ້າ​ໜ້າ​ທີ່ ທິ​ເກ​ຣ ຫຼາຍ​ຄົນ​ທີ່​ຖືກ​ຂໍ້​ກ່າວ​ຫາ​ລັດ​ທິ​ກໍ່​ການ​ຮ້າຍ​ກ່ອນ​ໜ້ານີ້​ພາຍ​ໃຕ້​ການ​ກຳ​ນົດ​ນັ້ນ.

ລາຍ​ງານ​ຂອງສື່ມວນ​ຊົນ ເອ​ທິ​ໂອ​ເປຍ ໄດ້​ກ່າວ​ວ່າ​ຂໍ້​ກ່າວ​ຫາທີ່​ວ່າ​ນັ້ນ​ແມ່ນ​ຄາດ​ວ່າ​ຈະ​ຖືກ​ຍົກ​ເລີກ​ເຊັ່ນ​ກັນ.

ໂຄ​ສົກ TPLF ແມ່ນບໍ່​ສາ​ມາດ​ໃຫ້​ຄຳ​ເຫັນ​ໃນ​ທັນ​ທີ.

ກຸ່ມ​ປົກ​ປອງ​ສິດ​ທິ​ມະ​ນຸດ​ໄດ້​ກ່າວ​ຫາ​ທຸກ​ຝ່າຍ​ທີ່​ເຮັດ​ສົງ​ຄາມ​ກັນ, ລວມ​ທັງ​ກອງ​ກຳ​ລັງ ເອ​ຣິ​ເທ​ຣຍ ແລະ ອຳ​ຮາ​ຣາ ໃນ​ພາກ​ພື້ນ, ກ່ຽວ​ກັບ ການ​ກໍ່​ອາ​ຊະ​ຍາ​ກຳ​ສົງ​ຄາມ​ໃນ​ລະ​ຫວ່າງ​ຄວາມ​ຂັດ​ແຍ້ງ​ນັ້ນ.

ລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ ສະ​ຫະ​ລັດ ທ່ານ ແອນ​ໂທ​ນີ ບ​ລິງ​ເຄັນ, ຜູ້​ທີ່​ໄດ້​ເດີນ​ທາງ​ໄປ ເອ​ທິ​ໂອ​ເປຍ ໃນ​ຕົ້ນ​ເດືອນ​ມີ​ນາ, ໃນ​ວັນ​ຈັນ​ທີ່​ຜ່ານ​ມາ​ໄດ້​ກ່າວ​ປະ​ນາມ​ຄວາມ​ໂຫດ​ຮ້າຍ​ປ່າ​ເຖື່ອນ ​ທີ່​ໄດ້​ກະ​ທຳ​ໂດຍ​ທຸກ​ຝ່າຍ​ໃນ​ຄວາມ​ຂັດ​ແຍ້ງ​ນັ້ນ ແລະໄດ້​ສະ​ແດງ​ຄວາມ​ຍິນ​ດີ​ຕໍ່​ຄວາມ​ມຸ່ງ​ໝັ້ນ​ທີ່​ຈະ​ສະ​ແຫວງ​ຫາ​ຄວາມ​ຍຸ​ຕິ​ທຳ​ໃນ​ໄລ​ຍະ​ການ​ປ່ຽນ​ແປງ.

ລັດ​ຖະ​ບານ ເອ​ທິ​ໂອ​ເປຍ ໄດ້​ປະ​ຕິ​ເສດ​ຄຳ​ຖະ​ແຫຼງ​ຂອງ​ທ່ານ ບ​ລິງ​ເຄັນ, ໂດຍ​ກ່າວ​ວ່າ​ ມັນ​ເປັນ​ການ​ຍຸ​ແຍ່ ແລະ ບໍ່​ຖື​ກ​ກາ​ລະ​ເທ​ສະ​.

ອ່ານລາຍງານນີ້ເປັນພາສາອັງກິດ

XS
SM
MD
LG