ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໑໘ ເມສາ ໒໐໒໔

ເອ​ທິ​ໂອ​ເປຍ ປ່ອຍ​ພະ​ນັກ​ງານ ​ສະ​ຫະ​ປະ​ຊາ​ຊາດ 6 ຄົນ ແຕ່​ຍັງ​ຖືກ​ຈັບ​ຢູ່ 5 ຄົນ


ໂຄ​ສົກ​ຂອງ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ສ​ເຕ​ເຟານ ດູ​ຈາ​ຣິກ ພວມ​ຕອບ​ຄຳ​ຖາມ ທີ່​ສຳ​ນັກ​ງານ​ໃຫຍ່ ສ​ປຊ ຢູ່​ນະ​ຄອນ​ນິວຢອກ ເມື່ອ​ວັນ​ທີ 20 ມິ​ຖຸ​ນາ 2017.
ໂຄ​ສົກ​ຂອງ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ສ​ເຕ​ເຟານ ດູ​ຈາ​ຣິກ ພວມ​ຕອບ​ຄຳ​ຖາມ ທີ່​ສຳ​ນັກ​ງານ​ໃຫຍ່ ສ​ປຊ ຢູ່​ນະ​ຄອນ​ນິວຢອກ ເມື່ອ​ວັນ​ທີ 20 ມິ​ຖຸ​ນາ 2017.

ໂຄ​ສົກ ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ ທ່ານ​ສ​ເຕ​ຟານ ດູ​ຈາ​ຣິກ ກ່າວ​ຕໍ່​ພວກ​ນັກ​ຂ່າວ​ໃນ​ວັນ​ພະ​ຫັດ​ວານນີ້​ວ່າ ພະ​ນັກ​ງານ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ 6 ຄົນ​ໄດ້​ຖືກ​ປ່ອຍ​ໂຕ ແຕ່ອີກ 5 ຄົນ ພ້ອມ​ດ້ວຍສະ​ມາ​ຊິກ​ໃນ​ຄອບ​ຄົວ​ຂອງ​ເຂົາ​ເຈົ້າ ຍັງ​ຖືກ​ຄຸມ​ຂັງທີ່​ນະ​ຄອນ​ຫຼວງ​ອາ​ດິ​ສ​ອາ​ບາ​ບາ.

ມີ​ພະ​ນັກ​ງານ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ຢ່າງ​ໜ້ອຍ 16 ຄົນ ​ແລະ​ສະ​ມາ​ຊິກ​ໃນ​ຄອບ​ຄົວໄດ້​ຖືກ​ຄຸມ​ຂັງ​ເມື່ອ​ຕົ້ນ​ເດືອນນີ້ ທ່າມ​ກາງ​ທີ່​ມີ​ລາຍ​ງານ​ ກ່ຽວ​ກັບ​ການ​ຈັບກຸມ​ຄຸມ​ຂັງ​ພວກ​ຊົນ​ກຸ່ມ​ນ້ອຍ​ທິ​ເກ​ຣເປັນ​ຈຳ​ນວນ​ຫຼວງ​ຫຼາຍ.

ທ່ານ​ນາງ​ອາ​ລິ​ສ ໄວ​ຣີ​ມູ ເອັນ​ເດ​ຣິ​ຕູ ທີ່​ປຶກ​ສາ​ພິ​ເສດ​ຂອງເລ​ຂາ​ທິ​ການ​ໃຫຍ່ຮັບ​ຜິດ​ຊອບ​ ດ້ານ​ປ້ອງ​ກັນ​ການ​ຂ້າ​ລ້າງ​ເຊື້ອ​ຊາດ​ເຜົ່າ​ພັນ ກ່າວ​ວ່າ “ການ​ເກັບ​ກຳ​ຂໍ້​ມູນ​ເພີ້ມ​ຕື່ມ​ກ່ຽວ​ກັ​ບ​ພວກ​ຊົນ​ຊາດ​ຊົນ​ເຜົ່າ ມີ​ແຕ່​ຈະ​ເຮັດ​ໃຫ້​ເຫດ​ການ​ຮ້າຍ​ແຮງນີ້ ຊຸດ​ໂຊມ​ລົງ​ຕື່ມ ແລະ​ສາ​ມາດ​ນຳ​ໄປ​ສູ່​ສະ​ຖາ​ນະ​ການ ​ທີ່​ຈະ​ເຮັດ​ໃຫ້​ພວກ​ເຮົາ​ຕື່ນ​ຕົກ​ໃຈ​ແບບ​ທີ່​ບໍ່​ເຄີຍ​ເຫັນ​ມາ​ກ່ອນ.”

ຢູ່​ໃນ​ຖະ​ແຫຼງ​ການ​ທີ່​ນຳ​ອອກ​ເຜີຍ​ແຜ່​ເມື່ອ​ວັນ​ພຸດ​ຜ່ານ​ມານີ້ ທ່ານ​ນາງເອັນ​ເດ​ຣິ​ຕູ ໄດ້​ກ່າວ​ຢ້ຳ​ເຖິງ​ຄວາມ​ເປັນ​ຫ່ວງ​ຂອງ​ທ່ານ​ນາງກ່ຽວ​ກັບ “ສະ​ຖາ​ນະ​ການ​ທີ່​ກຳ​ລັງ​ຊຸດ​ໂຊມ​ລົງ” ໃນ​ປະ​ເທດ​ເອ​ທິ​ໂອ​ເປຍ ແລະ​ປະ​ນາມ​ຢ່າງ​ແຮງ ຕໍ່ “ການ​ເກັບ​ກຳຂໍ້​ມູນ​ທີ່​ເພີ້ມ​ທະ​ວີ​ຂຶ້ນແລະ​ການ​ຈັບ​ກຸມ​ຄຸມ​ຂັງ​ພວກ​ຊົນ​ເຜົ່າ​ທິ​ເກ​ຣ​ໂດຍ​ພາ​ລະ​ການ ຮວມ​ທັງ​ພະ​ນັກ​ງານ​ຂອງ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ.”

ທ່ານ​ນາງ​ກ່າວ​ວ່າ “​ຂົງ​ເຂດ​ດັ່ງ​ກ່າວ​ໄ​ດ້ພົບ​ເຫັນຄວາມ​ໂຫດ​ຮ້າຍ​ຍ້ອນ​ຄວາມ​ຮຸນ​ແຮງ​ລະ​ຫວ່າງ​ຊົນ​ເຜົ່າ​ ທີ່ພວມ​ຊຸມ​ໂຊມ​ລົງ ​ຕໍ່​ຄະ​ນະ​ກຳ​ມາ​ທິ​ການ​ຂ້າ​ລ້າງ​ເຊື້ອ​ຊາດ​ເຜົ່າ​ພັນ” ແລະ​ທ່ານ​ນາງ​ກ່າວ​ວ່າ “ຕ້ອງ​ໄດ້​ມີ​ການ​ນຳ​ໃຊ້​ທຸກ​ມາດ​ຕະ​ການທີ່​ເປັນ​ໄປ​ໄດ້ ຊຶ່ງ​ເປັນ​ເລື້ອງ​ທີ່​ຮີບ​ດ່ວນ​ສຸດ ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ມັນ​ຮ້າຍ​ແຮງ​ຂຶ້ນ​ຕື່ມ.”

ຕຳ​ຫຼວດ​ໄດ້​ປະ​ຕິ​ເສດ​ວ່າ ຕົນ​ບໍ່​ໄດ້​ທຳ​ການ​ຈັບ​ກຸມ​ຄຸມ​ຂັງ​ທີ່​ມີ​ຈຸດ​ປະ​ສົງ​ທາງ​ດ້ານ​ເຊື້ອ​ຊາດ​ເຜົ່າ​ພັນໂດຍ​ໂຕ້​ແຍ້ງວ່າ ພວກ​ເຂົາ​ເຈົ້າ​ຈັບ​ກຸມ​ແຕ່​ພວກ​ສະ​ໜັບ​ສະ​ໜຸນ​ກຳ​ລັງກະ​ບົດ​ທິ​ເກ​ຣ​ທີ່​ພວມ​ຕໍ່​ສູ້​ກັບ​ລັດ​ຖະ​ບານ​ເອ​ທິ​ໂອ​ເປຍ​ເທົ່າ​ນັ້ນ.

ທ່ານ​ນາງ ເອັນ​ເດ​ຣິ​ຕູ ໄດ້​ສະ​ແດງ​ຄວາມ​ເປັນ​ຫ່ວງ ​ໃນມື້​ກ່ອນ​ທີ່​ທູດ​ພິ​ເສດ​ຂອງ​ສະ​ຫະລັດ ປະ​ຈຳ​ເຂດ​ແຫຼມຮອນ​ຂອງ​ອາ​ຟ​ຣິ​ກາ ທ່ານ​ແຈ​ຟ​ຟ​ຣີ ແຟ​ລທ໌​ແມນ ແລະ​ຜູ້​ຕາງ​ໜ້າ​ຂັ້ນ​ສູງ​ ຂອງ​ສະ​ຫະ​ພາບ​ອາ​ຟ​ຣິ​ກາ​ ປະ​ຈຳ​ເຂດ​ແຫຼມ​ຮອນ ທ່ານ​ໂອ​ລູ​ເຊ​ກຸນ ໂອ​ບາ​ຊານໂຈ ເດີນ​ທາງ​ກັບ​ຄືນ​ໄປເອ​ທິ​ໂອ​ເປຍ ພ້ອມດ້ວຍ​ຄວາມ​ຫວັງ​ທີ່​ຈະ​ຟື້ນ​ຟູ​ການ​ເຈ​ລະ​ຈາ​ສັນ​ຕິ​ພາບ​ຄືນ​ໃໝ່ ແລະ​ເຈ​ລະ​ຈາ​ການ​ຢຸດ​ຍິງ ໃນ​ບັນ​ຫາ​ຂັດ​ແຍ້ງ​ທີ່​ດຳ​ເນີນ​ມາ​ໄດ້​ນຶ່ງ​ປີ​ແລ້ວນັ້ນ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG