ພວກຄົນເຂົ້າເມືອງ ແລະອົບພະຍົບທີ່ມາເຖິງສະຫະລັດ
ມັກຈະພົບຄວາມຫຍຸ້ງຍາກໃນການປັບຕົວເຂົ້າກັບແບບ
ແຜນດໍາລົງຊີວິດທີ່ຕ້ອງມີການເດີນທາງໃນປະເທດນີ້. ມີແຕ່ຕົວເມືອງໃຫຍ່ທີ່ສຸດຂອງອາເມຣິກາເທົ່ານັ້ນ ທີ່ມີ
ລະບົບຂົນສົ່ງຂອງສາທາລະນະພຽງພໍກັບຄວາມຕ້ອງ
ການຂອງປະຊາຊົນ. ຢູ່ໃນຫລາຍຊຸມຊົນ ແມ່ນຈໍາເປັນ
ຕ້ອງມີລົດເພື່ອຈະໄປໂຮງຮຽນ, ໄປຊື້ເຄື່ອງຂອງ ແລະ
ເຮັດວຽກເຮັດການໄດ້. ເພື່ອຈະສາມາດສອບຂັບຂີ່ຜ່ານ
ໄດ້ ພວກຄົນເຂົ້າເມືອງຈະຕ້ອງໄດ້ເວົ້າ ແລະເຂົ້າໃຈພາ
ສາອັງກິດ. ແຕ່ວ່າກວ່າຈະໄປຫາຫ້ອງຮຽນພາສາອັງກິດ
ທີ່ຢູ່ສົ້ນນຶ່ງອີກຂອງຕົວເມືອງ ທີ່ຫ່າງໄກ ຕ້ອງມີລົດ ແລະ
ໃບຂັບຂີ່ຈຶ່ງຈະຂັບລົດໄດ້. Mike Osborne ຜູ້ສື່ຂ່າວ
ວີໂອເອມີລາຍງານ ກ່ຽວກັບການໃຊ້ຫ້ອງຮຽນເຄື່ອນ
ທີ່ເພື່ອແກ້ໄຂບັນຫາດັ່ງກ່າວ ຊຶ່ງບົວສະຫວັນຈະນໍາມາ
ສະເໜີທ່ານໃນອັນດັບຕໍ່ໄປ:
ເໝືອນກັນກັບຫລາຍຕົວເມືອງຂອງອາເມຣິກາ ເມືອງ Nashville ແມ່ນເປັນເມືອງທີ່
ຕ້ອງໃຊ້ລົດ. ມັນຖືກສ້າງຂຶ້ນເພື່ອອໍານວຍຄວາມສະດວກແກ່ ພວກຂັບລົດ ແລະພາ
ຫະນະຂອງເຂົາເຈົ້າ ແຕ່ບໍ່ແມ່ນເພື່ອຄົນຍ່າງ ຫລືຂີ່ລົດຖີບ.
ສະພາບການອັນນັ້ນ ສາມາດເຮັດໃຫ້ຊາວອົບພະຍົບຫລາຍກວ່າ 1,200 ຄົນ ທີ່ມາຕັ້ງ
ຖິ່ນຖານຢຸ່ເມືອງ Nashville ໃນແຕ່ລະປີ ພົບຄວາມຫຍຸ້ງຍາກ ຊຶ່ງຫລາຍຄົນໃນນັ້ນກໍ ເວົ້າພາສາອັງກິດໄດ້ໜ້ອຍດຽວ ຫລືບໍ່ໄດ້ເລີຍ ແລະບໍ່ສາມາດຂັບລົດໄດ້. ແຕ່ກໍມີຈໍານວນ
ນຶ່ງ ທີ່ເຂົ້າໃຈພາສາອັງກິດໄດ້ດີ ແລະກໍມີທາງໄປ. ນັກຮຽນພວກນີ້ພາກັນຂີ່ລົດໄປຍັງສະ
ຖາບັນສອນພາສາຕ່າງປະເທດໃນລັດ Tennessee ເພື່ອຮຽນພາສາອັງກິດເປັນພາສາ
ທີສອງ ຫລື ESL.
ແຕ່ວ່າການເຮັດແນວນັ້ນ ບໍ່ແມ່ນທາງເລືອກສໍາລັບຊາວອົບພະຍົບຫລາຍຄົນທີ່ມີບ້ານ
ເຮືອນຢູ່ໃນເຂດຄຸ້ມທີ່ມີອາພາດເມັນໃຫຍ່ ທີ່ຢູ່ຫ່າງໄກຈາກຫ້ອງຮຽນຂອງສະຖາບັນ 20 ກິໂລແມັດ ຊຶ່ງຢູ່ອີກຟາກນຶ່ງຂອງຕົວເມືອງ Nashville ອັນເປັນສູນກາງດົນຕີລູກທົ່ງ
ຂອງສະຫະລັດ. ເພາະສະນັ້ນ ສະຖາບັນສອນພາສາຕ່າງປະເທດ ຫລື FLI ຈຶ່ງຕັດສິນ
ໃຈວ່າ ຖ້າຫາກນັກຮຽນ ESL ຂອງຕົນ ບໍ່ສາມາດທີ່ຈະໄປຫາຫ້ອງຮຽນໄດ້ ພວກເຂົາ
ເຈົ້າຈະເອົາຫ້ອງຮຽນສອນ ESL ໄປຫານັກຮຽນເອງ.
ເບິ່ງວີດິໂອກ່ຽວກັບເລື້ອງນີ້ເປັນພາສາອັງກິດ:
ມັນເປັນຫ້ອງຮຽນລົດ ທີ່ພວກເຂົາເຈົ້າເອີ້ນວ່າ “ຫ້ອງຮຽນ ESL-ສໍາລັບ-ເອົາໄປນໍາ” ຫລື
“ESL-to-GO”. ລົດດັ່ງກ່າວ ແລ່ນໄປທົ່ວຕົວເມືອງ Nashville, ໄປຫາຊຸມຊົນຕ່າງໆ ບ່ອນ
ທີ່ຄົນເຂົ້າເມືອງ ຫລືຊາວຕ່າງຊາດ ແລະອົບພະຍົບມັກໄປຈຸ້ມກັນຢູ່. ທ່ານນາງ
Ashley Ekers ຜູ້ປະສານງານດ້ານຫລັກສູດຂອງ ESL-to-GO ເວົ້າວ່າ:
“ມີຫລາຍຄັ້ງພວກເຂົາເຈົ້າກໍບໍ່ໄປເຂົ້າຫ້ອງໄດ້ ເພາະວ່າມັນໄກຫລາຍ ສໍາລັບ ເຂົາເຈົ້າທີ່ຈະຍ່າງໄປຮອດ. ພວກເຂົາເຈົ້າບໍ່ຄຸ້ນເຄີຍກັບການໃຊ້ລົດບັດ. ມັນ
ຕັ້ງເປັນອຸປະສັກທີ່ບໍ່ຈໍາເປັນ ທີ່ຫລາຍຄົນບໍ່ສາມາດຜ່ານຜ່າໄດ້.”
ນາງ Lulu Nhkum ອົບພະຍົບມາຢູ່ສະຫະລັດ ຈາກມຽນມາ ເມື່ອເກືອບ 4 ປີກ່ອນໜ້ານີ້.
ລາວເປັນນຶ່ງໃນຈໍານວນຜູ້ ທີ່ໄດ້ຊຸກຍູ້ໃຫ້ສະຖາບັນ FLI ຊອກຫາທາງເອົາຫ້ອງຮຽນ ESL
ໄປຫາປະຊາຄົມໂດຍກົງ. ນາງ Nhkum ເວົ້າວ່າ:
“ພວກເຂົາເຈົ້າຢາກໄປເຂົ້າຫ້ອງຮຽນ ESL ແຕ່ວ່າ
ພວກເຂົາເຈົ້າກໍເຮັດວຽກເຊັ່ນກັນ ໂດຍສະເພາະ
ໃນລະດູໜາວ. ສໍາລັບປະຊາຄົມພວກເຮົາແລ້ວເຂົາ
ເຈົ້າບໍ່ຕ້ອງເດີນທາງໄປ. ລົດນີ້ ແມ່ນອໍານວຍ
ຄວາມສະດວກໃຫ້ແກ່ປະຊາຄົມຂອງພວກເຮົາໄດ້
ຫລາຍອີ່ຫລີ.”
ລົດສອນພາສາອັງກິດເຄື່ອນທີ່ ESL-to-GO, ທີ່ໄດ້ເລີ້ມ
ຕົ້ນໂຄງການໃນເດືອນພຶດສະພາຜ່ານມາ ມີຄົນຈົດລາຍ
ຊື່ລໍຖ້າຄີວແລ້ວ. ຢູ່ໃນເມືອງ Nashville ນັ້ນ ເດັກນ້ອຍ
ແມ່ນໄດ້ຮັບການສິດສອນ ESL ຢູ່ໃນໂຮງຮຽນ. ສະນັ້ນ ພວກນັກຮຽນຂອງສະຖາບັນແຫ່ງນີ້
ລ້ວນແຕ່ແມ່ນຜູ້ໃຫຍ່ ໄວ 70 ປີປາຍ ກໍຍັງເຂົ້າຮຽນໃນຫ້ອງຮຽນນີ້. ທ່ານນາງ Ekers ໃຫ້ຄໍາ ເຫັນອີກວ່າ:
“ຖ້າແມ່ນຂ້ອຍ ກໍຈະຄິດລັ່ງເລໃຈ ຢູ່ໜ້ອຍນຶ່ງ ທີ່ຈະຈະພະຍາຍາມຮຽນພາສາ
ໃດ ພາສານຶ່ງຢູ່ໃນໄວນີ້ ແຕ່ພວກເຂົາເຈົ້າເຊື່ອວ່າ ພວກເຂົາເຈົ້າສາມາດຮຽນ
ໄດ້ ແລະກໍຢາກໄດ້ຄວາມຊໍານວນດ້ານພາສານີ້. ພວກເຂົາເຈົ້າກະຕືລືລົ້ນ ຢາກ
ຮຽນແທ້ໆ.”
ທ່ານນາງ Ekers ກ່າວມ້ວນທ້າຍວ່າ ຊາວອົບພະຍົບທີ່ທ່ານນາງໄດ້ເຮັດວຽກນໍາ ຢາກເປັນ
ເອກະລາດ ແລະຊ່ວຍຕົນເອງໄດ້ ແລະກໍເຫັນວ່າ ການຮຽນພາສາອັງກິດ ແມ່ນເປັນຂໍກະ
ແຈໄປສູ່ຄວາມສໍາເລັດ ໃນການເປັນອິດສະລະ ແລະກຸ້ມຕົນເອງນັ້ນ.