ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການປາບປາມ ສື່ມວນຊົນ ​​ໃນເທີກີ ທະວີຂຶ້ນ ເປັນ​ວົງ​ກວ້າງ​ ອອກໄປຕື່ມອີກ

ພວກປະທ້ວງ ຖືປ້າຍ ທີ່ມີຮູບພາບຂອງທ່ານ Erol Onderoglu, ຕົວແທນບັນດານັກຂ່າວບໍ່ມີພົມແດນ ຢູ່ທ້ອງຖິ່ນ ໃນລະຫວ່າງ ການປະທ້ວງ ຕໍ່ຕ້ານ ການຈັບກຸມ ນັກເຄື່ອນໄຫວ ເພື່ອເສລີພາບດ້ານຂ່າວສານ ທີ່ມີຊື່ສຽງ 3 ຄົນ, ຢູ່ຕໍ່ໜ້າຄຸກ Metris ຢູ່ໃນນະຄອນ Istanbul ຂອງເທີກີ, ວັນທີ 24 ມິຖຸນາ 2016.

ເທີ​ກີ​ໄດ້​ປະກາດ​ປົດ​ທະຫານ​ອອກ​ຈາກ​ປະຈຳການ ຫຼາຍກວ່າ 2,400 ຄົນ ​ໃນ​ວັນ​ອັງຄານ​ມື້ກ່ອນ​ ​ພ້ອມ​ທັງສັ່ງ​ໃຫ້​ປິດ​ໜັງສືພິມ ອົງການ​ຂ່າວ ​ແລະ​ໂທລະພາບຈຳນວນ​ນຶ່ງ ​ໃນ​ອັນ​ທີ່​ປາກົດວ່າ ​ເປັນ​ການ​ປາບ​ປາມ​ທີ່​ຂະຫຍາຍ​ວົງ​ກວ້າງ​ອອກ ຫລັງຈາກ​ໄດ້​ມີ​ການ​ພະຍາຍາມ​ເຮັດ​ລັດຖະປະຫານ​ ແຕ່​ບໍ່​ປະສົບ​ຄວາມ​ສຳ​ເລັດ​ເພື່ອ​ໂຄ່ນ​ລົ້ມລັດຖະບານ ​ຂອງປະທານາ ທິບໍດີ Recep Tayyip Erdogan.

ປະທານາທິບໍດີ ເທີກີ ທ່ານ Recep Tayyip Erdogan ກ່າວຖະແຫລງ ຕໍ່ພວກທີ່ສະໜັບສະໜູນ ທ່ານ ໃນນະຄອນຫຼວງ Ankara ຂອງເທີກີ Turkey, ວັນພະຫັດ ທີ 12 ພຶດສະພາ 2016.
ປະທານາທິບໍດີ ເທີກີ ທ່ານ Recep Tayyip Erdogan ກ່າວຖະແຫລງ ຕໍ່ພວກທີ່ສະໜັບສະໜູນ ທ່ານ ໃນນະຄອນຫຼວງ Ankara ຂອງເທີກີ Turkey, ວັນພະຫັດ ທີ 12 ພຶດສະພາ 2016.

ມີ​ນັກ​ຂ່າວ​ຢ່າງ​ໜ້ອຍໜຶ່ງ​ຄົນ​ໄດ້​ຖືກເຈົ້າໜ້າ​ທີ່​ຄວບຄຸມ​ຕົວ​ໄປ​ໃນ​ວັນ​ພຸດ​ວານນີ້ ​ແລະ​ໄດ້​ມີ​ການ​ອອກ​ໝາຍ​ຈັບ ອະດີດ​ສະມາຊິກ​ເກືອບ 50 ຄົນ ​ຂອງຄະນະ​ບັນນາທິ ການໜັງສືພິມ Zaman ຊຶ່ງ​ເປັນ​ໜັງສືພິມ ​ທີ່​ໃຫຍ່​ທີ່​ສຸດໃນ​ເທີ​ກີ. ​ກະຊວງ​ການ​ຕ່າງປະ​ເທດ​ສະຫະລັດ ກ່າວ​ວ່າ ການ​ເຄື່ອນ​ໄຫວ​ຕໍ່​ສື່​ມວນ​ຊົນ​ດັ່ງກ່າວ​ສະ​ແດງ​ໃຫ້ ​ເຫັນເຖິງ “ທ່າ​ອຽງ​ທີ່​ໜ້າ​ເປັນ​ຫ່ວງ.”

ສື່​ມວນ​ຊົນ​ຂອງ​ລັດ​ແລະ​ຂອງ​ເອກະ​ຊົນ​ລາຍ​ງານ​ວ່າ ໜັງສືພິມ​ລາຍ​ວັນ 45 ສະບັບ​ ໄດ້​ ຖືກ​ສັ່ງ​ໃຫ້​ປິດພ້ອມ​ກັບ​ອົງການ​ຂ່າວ 3 ອົງການ​ແລະ​ສະຖານີ​ໂທລະພາບ 16 ​ແຫ່ງ. ກ່ອນ​ໜ້ານີ້ ​ໄດ້​ມີ​ການ​ອອກ​ໝາຍ​ຈັບ ນັກ​ຂ່າວ 42 ຄົນ ຊຶ່ງ 16 ຄົນ ຂອງ​ຈຳນວນ​ດັ່ງກ່າວ ​ແມ່ນ​ໄດ້​ຖືກເຈົ້າໜ້າ​ທີ່​ຈັບໄປ​ແລ້ວ.

ພວກນັກຂ່າວ ເຕົ້າໂຮມກັນ ຢູ່ນອກຕຶກສານແຫ່ງໜຶ່ງ ໃນນະຄອນ Istanbul ຂອງເທີກີ ເພື່ອສະໜັບສະໜູນ ເພື່ອນຮ່ວມງານ ທ່ານ Bulent Mumay, ຜູ້ທີ່ໄດ້ຖືກຄວບຄຸມຕົວ ໃນການກ່ຽວຂ້ອງ ການສືບສວນສອບສວນ ການພະຍາຍາມ ກໍ່ລັດຖະປະຫານ ທີ່ລົ້ມແຫຼວ, ວັນທີ 27 ກໍລະກົດ 2016.

​ເຫດການ​ໃນ​ວັນ​ພຸດ​ວານ​ນີ້ ມີ​ທ່າ​ທາງ​ວ່າ​ຈະ​ສ້າງ​ຄວາມເປັນ​ຫ່ວງ​ຕື່ມ​ຂຶ້ນ​ໃຫ້​ແກ່​ບັນດາ​ ກຸ່ມ​ປົກ​ປ້ອງ​ສິດທິ​ມະນຸດ​ຕ່າງໆ ​ແລະ​ປະ​ເທດ​ຕາ​ເວັນ​ຕົກ​ທີ່​ປັນ​ພັນທະ​ມິດ ຂອງ​ເທີ​ກີ ກ່ຽວ​ກັບ​ການກວດ​ລ້າງ​ທີ່​ຂະຫຍາຍ​ວົງ​ກວ້າງ​ອອກ ທີ່​ປະທານາທິບໍດີ Erdogan ​ໄດ້​ມີ​ ຄຳສັ່ງ​ອອກ​ໄປ​ຫລັງ​ຈາກ​ໄດ້​ມີ​ການ​ພະຍາຍາມ​ເຮັດ​ລັດຖະປະ ຫານ​ເມື່ອ​ວັນ​ທີ 15 ​ແລະ 16 ກໍລະກົດ​ຜ່ານ​ມາ.

ໝາຍ​ຈັບ​ສະບັບ​ໃໝ່​ທີ່​ອອກ​ໄປ​ນັ້ນ ​ແມ່ນ​ແນ​ໃສ່ພວກ​ນັກ​ຂ່າວ​ທີ່​ຖືກ​ກ່າວ​ຫາ​ວ່າມີ ​ຄວາມ​ສຳພັນ ​ກັບ​ນັກ​ສອນ​ສາສະໜາອິສລາມ ທີ່​ລີ້​ໄພ​ຢູ່​ໃນ​ສະຫະລັດ​ ທີ່​ລັດຖະ ບານທ່ານ Erdogan ​ກ່າວ​ອ້າງ​ວ່າ ​ເ​ປັນ​ຜູ້​ຢູ່​ເບື້ອງຫຼັງການ​ເຮັດ​ລັດຖະປະຫານ​ທີ່​ປະສົບ​ກັບ​ຄວາມລົ້ມ​ແຫຼວ​ໃນ​ເດືອນ​ນີ້.

ໜັງສືພິມ​ Zaman ຊຶ່ງ​ໄດ້​ຮັບ​ຄຳ​ສັ່ງ​ ໃຫ້ລັດຖະບານ​ເຂົ້າຄວບ​ຄຸ​ມ​ເມື່ອສີ່​ເດືອນ ກ່ອນນັ້ນ ມີ​ຄວາມ​ສຳພັນ​ທີ່​ໃກ້ຊິດ​ກັບ​ຂະ​ບວນການ​ຂອງນັກ​ສອນ​ສາສະໜາ​ທີ່​ລີ້​ໄພ​ຢູ່​ສະຫະລັດ ທ່ານ Fetullah Gulen. ນັບ​ຕັ້ງ​ແຕ່​ລັດຖະບານ​ໄດ້​ເຂົ້າຄວບ​ຄຸມໜັງສືພິມ​ດັ່ງກ່າວນີ້ ​ແມ່ນ​ໄດ້​ເອົາ​ທ່າ​ທີ​ນິຍົມ​ລັດຖະບານ​ຢ່າງ​ແຂງ​ຂັນ​ໃນການ​ລາຍ​ງານ​ຂ່າວ​ຂອງ​ຕົນ.

​ການ​ປາ​ບປາມ​ພວກ​ນັກ​ຂ່າວ​ມີ​ຂຶ້ນ ​ໃນ​ຖານະ​ທີ່​ເປັນ​ພາກສ່ວນ​ນຶ່ງ​ຂອງ​ການ​ກວດ​ລ້າງ​ປາບ​ປາມເຈົ້າໜ້າ​ທີ່​ລັດ​ຖະບານ​ໃນ​ຂອບ​ເຂດ​ທີ່​ກວ້າງຂວາງ ​ແລະ​ພວກ​ຜູ້ນຳ​ດ້ານ​ວິຊາການຫຼັງ​ຈາກ​ໄດ້​ມີ​ການ​ພະຍາຍ​າມ​ເ​ຮັດ​ລັດຖະປະຫານ​ທີ່​ເຮັດ​ໃຫ້​ເກືອບ​ 300 ຄົນ​ເສຍ​ຊີວິດ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

Turkey Press 1
please wait
Embed

No media source currently available

0:00 0:02:48 0:00

XS
SM
MD
LG