ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຍານສຳຫຼວດ Philae ​ຂອງອົງກາ​ນ ອະວະ​ກາດ​ຢູ​ໂຣບ ຈະ "ພິກຜັນສະຖານະການ"


ຍານສຳຫລວດ Philae ແມ່ນລົງຈອດຢູ່ເທິງດາວຫາງ ທີ່ມີຊື່ວ່າ 67P/Churyumov-Gerasimenko ຢ່າງປອດໄພ ດັ່ງທີ່ມີຮູບພາບຢັ້ງຢືນໄດ້ນັ້ນ. ຕີນນຶ່ງໃນຈຳນວນສາມຕີນ ຂອງຍານສຳຫລວດ Philae ແມ່ນສາມາດເຫັນໄດ້ຢູ່ໃນ 2 ຮູບພາບທີ່ຕິດຕໍ່ເຂົ້າກັນ, ວັນທີ 13 ພະຈິກ 2014. (ພາບຈາກ ESA)
ຍານສຳຫລວດ Philae ແມ່ນລົງຈອດຢູ່ເທິງດາວຫາງ ທີ່ມີຊື່ວ່າ 67P/Churyumov-Gerasimenko ຢ່າງປອດໄພ ດັ່ງທີ່ມີຮູບພາບຢັ້ງຢືນໄດ້ນັ້ນ. ຕີນນຶ່ງໃນຈຳນວນສາມຕີນ ຂອງຍານສຳຫລວດ Philae ແມ່ນສາມາດເຫັນໄດ້ຢູ່ໃນ 2 ຮູບພາບທີ່ຕິດຕໍ່ເຂົ້າກັນ, ວັນທີ 13 ພະຈິກ 2014. (ພາບຈາກ ESA)

ຫລາຍ​ຮ້ອຍພັນລ້ານ​ກິ​ໂລ​ແມັດ ຫ່າງ​ອອກ​ໄປ​ຈາກ​ໂລກ​ນັ້ນ
ຍານ​ອາ​ວະ​ກາດ ​ຂອງ​ຢູ​ໂຣບ ​ໃນ​ວັນ​ພຸດ​ຜ່ານ​ມາ​ນີ້ ​ໂດຍໄດ້
​ລົງຈອດຢ່າງເປັນປະຫວັດການດ້ວຍຄວາມສຳເລັດຜົນ​ເທິງ
​ພື້ນຜິວ​ທີ່ອັນ​ເປັນນ້ຳກ້ອນ ແລະເປັນຂີ້ຝຸ່ນຂອງ​ດາວຫາງ ​ທີ່
​ກຳລັງໂຄຈອນ ໄປດ້ວຍຄວາມ​ໄວນັ້ນ ​ແມ່ນ​ເປັນ​ການ​ອອກ​
ແບບ​ຄັ້ງທຳ​ອິດ​ ທີ່​ເກັ່ງ​ກ້າ ​ເພື່ອ​ທີ່​ຈະຫາຄຳຕອບ ຕໍ່ຄຳ​ຖາມ
ອັນ​ໃຫຍ່ຫລວງ ກ່ຽວ​ກັບ​ລະບົບຈັກກະວານ.

​ເຖິງ​ຢ່າງ​ໃດ​ກໍຕາມ ມາ​ຮອດ​ວັນ​ເສົາ​ວານ​ນີ້ ອົງກາ​ນອາ​ວະ​ກາດ​
ຢູ​ໂຣບ ຫຼື ESA ກ່າວ​ວ່າ ໝໍ້ໄຟຂອງ​ຍານສຳຫຼວດ Philae ​ແມ່ນ​
ໄດ້ໝົດ​ພະລັງງານ ​ແຕ່​ກ່ອນຈະ​ໝົດ​ລົງນັ້ນ ກໍ​ໄດ້​ນຳ​ສົ່ງ​ຂໍ້​ມູນຫຼາຍໆຢ່າງ ກ່ຽວ​ກັບ ບໍລິເວນ
​ອ້ອມ​ແອ້​ມ ຂອງຍານ​ດັ່ງກ່າວ​ນັ້ນ ຄືນມາ​ສູ່​ໂລກ.

ອົງການ ESA ກ່າວ​ວ່າ ຍານ Philae ​ບິນຂຶ້ນ​ປະມານ 4 ຊັງ​ຕີ​ແມັດ ໃນ​ວັນ​ສຸກ​ຜ່ານ​ມາ
​ແລະ ​ໄດ້​ເຄື່ອນ​ຍ້າຍ 35 ອົງສາ ໃນ​ຄວາມ​ພະຍາຍາມ ທີ່​ຈະຍ້າຍ​ມັນ ​ອອກ​ຈາກ​ຮົ່ມ ເພື່ອ
​ໃຫ້​ແຜ່ນຮັບພະ​ລັງ​ແສງ​ແດດ ​ສາມາດ​ສາກໝໍ້ໄຟ ທີ່ໝົດໄປແລ້ວນັ້ນ​ຄືນໃໝ່. ຍັງບໍ່ທັນ
ເປັນທີ່ຈະແຈ້ງ ໃນ​ທັນ​ໃດເທື່ອວ່າ ການ​ເຄື່ອນ​ຍ້າຍຍາຍ​ທີ່​ຫຍຸ້ງ​ຍາກ​ດັ່ງກ່າວ​ ​ເປັນ​ຜົນ
ສຳ​ເລັດຫຼືບໍ່ ​ໃນ​ການກາງແຜ່ນ​ຮັບ​ພະລັງ​ແສງ​ແດດ ອອກ​ຈາກ​ເງົາ​ນັ້ນ.

​ເຖິງ​ແມ່ນວ່າ​ ການຍ້າຍດັ່ງກ່າວ ປະສົບກັບຄວາມສຳເລັດ ມັນກໍອາດຈະ ໃຊ້ເວລາຫຼາຍໆ
ອາທິດ ຫລືຫລາຍໆເດືອນ ກ່ອນທີ່ຍານ Philae ຈະສາມາດສົ່ງສັນຍານໃໝ່ ກັບຄືນມາ
ຍັງໂລກໄດ້. ການສືບຕໍ່ກວດກາເບິ່ງ ສັນຍານ ຍັງຈະດຳເນີນຕໍ່ໄປ. ສັນຍານເທື່ອສຸດທ້າຍ ແມ່ນໄດ້ຮັບໃນຕອນເຊົ້າ ວັນເສົາວານນີ້.


XS
SM
MD
LG