ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

MRC ຈັດກອງປະຊຸມຫາລື ກ່ຽວກັບ ໂຄງການສ້າງເຂື່ອນ ດອນສະຫົງ ຂອງລາວ


ພາບໂພສເຕີ້ ຂອງກຸ່ມພິທັກສິ່ງແວດລ້ອມ ໃນໄທ ທີ່ຄັດຄ້ານຕໍ່ ການສ້າງເຂື່ອນດອນສະຫົງ ຢູ່ລາວ.
ພາບໂພສເຕີ້ ຂອງກຸ່ມພິທັກສິ່ງແວດລ້ອມ ໃນໄທ ທີ່ຄັດຄ້ານຕໍ່ ການສ້າງເຂື່ອນດອນສະຫົງ ຢູ່ລາວ.

ວັນ​ສຸກ ທີ 12 ທັນວາ ​ມື້​ນີ້ ຄະນະ​ກຳມາ​ທິການ​ແມ່​ນ້ຳຂອງ ທີ່​ປະ
ກອບ​ດ້ວຍ​ສີ່ປະ​ເທດ ຄື​ ລາວ ຫວຽດນາມ ກຳປູ​ເຈຍ ​ແລະ​ໄທ ນັ້ນ
ຈັດ​ກອງ​ປະຊຸມ​ປຶກສາ​ຫາລືກັບ​ສາທາລະນະ​ຊົນ ກ່ຽວ​ກັບ​ການ​ພັດ
ທະນາເຂື່ອນ​ໄຟຟ້າ​ນ້ຳຕົກ ຂະໜາດ​ໃຫຍ່ ​ໃນ​ພາກ​ໃຕ້​ຂອງ​ລາວ.
​ເຂື່ອນ​ດັ່ງກ່າວ​ແມ່ນ​ໜຶ່ງ​ໃນ​ຫລາຍໆ​ເຂື່ອນ ທີ່​ໄດ້​ມີ​ການວາງ​ແຜນ
​ໄວ້​ວ່າ​ຈະ​ສ້າງ​ຂຶ້ນ ຢູ່​ໃນ​ເຂດ​ລຸ່ມ ​ແມ່​ນ້ຳຂອງ ຊຶ່ງ​ບັນດາ​ນັກປົກ
​ປ້ອງ​ສິ່ງ​ແວດ​ລ້ອມ​ເວົ້າ​ວ່າ ອາດ​ສາມາດສ້າງ​ຄວາມ​ເສຍ​ຫາຍ​ໃຫ້
​ແກ່​ລະບົບ​ນິ​ເວດ​ວິທະຍາ ທີ່​ມີ​ຄວາມ​ສຳ​ຄັນ​ຕໍ່ການລ້ຽງ​ດູ​ປະຊາຊົນ
ຫລາຍ​ລ້ານ​ຄົນ ຢູ່​ໃນ​ເອ​ເຊຍ​ຕາ​ເວັນ​ອອກ​ສ່ຽງ​ໃຕ້. Ron Corben
ລາຍ​ງານ​ມາ​ຈາກ​ບາງກອກ ຊຶ່ງ​ດາຣາຈະ​ນຳ​ມາສະ​ເໜີ​ທ່ານ.

ກອງ​ປະຊຸມ​ປຶກສາ​ຫາລື​ກັບ​ປະ​ຊາ​ຊົນໃນ​ພາກ​ພື້ນ​ເປັນ​ເວລາ​ສອງ​ມື້ ​ແມ່ນ​ຈັດ​ຂຶ້ນ​ຢູ່​ປາກ
​ເຊ ເມືອງ​ຫລວງ​ຂອງ​ແຂວງ​ຈຳປາ​ສັກ ຊຶ່ງ​ຕັ້ງ​ຢູ່​ເໜືອຂຶ້ນ​ໄປ​ໜ້ອຍໜຶ່ງ ຈາກ​ບໍລິ​ເວນ​ທີ່ຈະ
ມີການສ້າງເຂື່ອນດອນສະຫົງ ຂະໜາດ 260 megawatt ໃນລຳແມ່ນ້ຳຂອງ ໃກ້ກັບຊາຍ
ແດນໄທ ​ແລະກຳປູເຈຍນັ້ນ.

ກອງປະຊຸມນີ້ ທີ່ນຳພາໂດຍອົງການລະຫວ່າງສີ່ປະເທດ ກໍຄື ຄະນະກຳມາທິການແມ່ນ້ຳ
ຂອງ ຫລື MRC ນັ້ນ ນຳເອົາຜູ້ແທນຈາກ ສປປ ລາວ ໄທ ຫວຽດນາມ ແລະກຳປູເຈຍ ມາສົນທະນາຫາລືກັບປະຊາຊົນ ​ໃນ​ເລື້ອງບັນຫາຄວາມເປັນຫ່ວງຕ່າງໆກ່ຽວກັບຜົນກະ
ທົບບົ່ມຊ້ອນ ຈາກການສ້າງເຂື່ອນດັ່ງກ່າວ.

ພາບຈຳລອງ ເຂື່ອນດອນສະຫົງ
ພາບຈຳລອງ ເຂື່ອນດອນສະຫົງ

ເຂື່ອນດອນສະຫົງ ແມ່ນໂຄງການພະລັງໄຟຟ້ານ້ຳຕົກ ອັນທີ
ສອງທີ່ລາວວາງແຜນໄວ້ວ່າ ຈະສ້າງຂຶ້ນຢູ່ໃນລຳແມ່ນ້ຳຂອງ
ຕອນລຸ່ມ ຊຶ່ງໂຄງການທຳອິດ ກໍຄືເຂື່ອນໄຊຍະບູລີ ໃນພາກ
ເໜືອຂອງລາວ ມູນຄ່າ 3.500 ລ້ານດອລລ່ານັ້ນ ໄດ້ເລີ້ມລົງ
ມືກໍ່ສ້າງໄປແລ້ວ ທັ້ງໆທີ່ໄດ້ມີການຕໍ່ຕ້ານຈາກຫລາຍໆຝ່າຍ.

ໂຄງການເຂື່ອນໄຟຟ້ານ້ຳຕົກເຫລົ່ານີ້ ຊຶ່ງໄດ້ຮັບເງິນທຶນຈາ​ກ
​ໄທ ແລະກໍ່ສ້າງໂດຍບໍລິສັດໄທ ໂດຍທີ່ໄທຈະເປັນຜູ້ຮັບຊື້ໄຟ
ຟ້າລາຍໃຫຍ່ນັ້ນ ໄດ້ກະຕຸ້ນໃຫ້ມີການຄັດຄ້ານ ຈາກບັນດາ
ປະຊາຄົມທ້ອງຖິ່ນ ຈາກພວກນັກວິທະຍາສາດ ແລະກຸ່ມປົກປ້ອງສິ່ງແວດລ້ອມ ທີ່ພາກັນ
ຢ້ານຜົນກະທົບຈາກເຂື່ອນ.

Ame Trandem ໂຄສົກປະຈຳເຂດເອເຊຍ ຂອງກຸ່ມອະນຸລັກສິ່ງແວດລ້ອມ ແມ່ນ້ຳສາກົນ
ຫລື International Rivers ທີ່ຕັ້ງຢູ່ສະຫະລັດ ກ່າວວ່າ ພວກນັກເຄື່ອນໄຫວໝັ້ນໃຈວ່າ
ການປຶກສາຫາລືກັນນີ້ຈະບໍ່ມີຜົນກະທົບໃດໆ ຕໍ່ການຕັດສິນໃຈສ້າງເຂື່ອນດອນສະຫົງນັ້ນ.

ທ່ານນາງ Ame Trandem ເວົ້າວ່າ: “ພວກເຮົາມີຄວາມເປັນຫ່ວງຫລາຍຢ່າງ ກ່ຽວ​ກັບ
​ຄວາມ​ຖືກຕ້ອງ​ຂອງ​ຂັ້ນ​ຕອນນີ້. ເຫັນ​ໄດ້​ແຈ່ມແຈ້ງວ່າ ​ໃນ​ຫລາຍໆ​ທາງ ມັນ​ເປັນ​ພຽງ​
ຄວາມ​ພະຍາຍາມ​ແບບເຮັດ​ໄປ​ພໍ​ໃຫ້​ຄື ຂອງ​ລັດຖະບານ​ລາວ ​ເພາະມັນ​ເປັນ​ທີ່​ແຈ້ງ​
ຂາວ​ວ່າ ເຂົາ​ເຈົ້າ​ ມີ​ເຈດ​ຕະນາທີ່​ຈະ​ສ້າງ​ເຂື່ອນ​ນີ້​ໃຫ້​ໄດ້. ສະ​ນັ້ນ ພວກ​ເຮົາ​ຈຶ່ງ​ພາກັນ
ສົງ​ໄສ​ວ່າ ຈະ​ຈັດກອງ​ປະຊຸມ​ປຶກສາ​ຫາ​ລື​ກັນ​ນີ້ ຂຶ້ນ​ມາ​ເຮັດ​ຫຍັງ?

ທ່ານ​ນາງ Trandem ກ່າວ​ວ່າ ​ຄວາມ​ເຊື່ອ​ໝັ້ນ​ໄດ້​ໝົດ​ສິ້ນ​ໄປ ຫລັງ​ຈາກ​ທີ່ລາວ​ບໍ່​ໄດ້​ປະຕິ
ບັດ​ຕາມຄຳ​ແນະນຳ​ຕ່າງໆ ທີ່​ໄດ້​ສະ​ເໜີ​ໄປ​ຫລັງ ຈາກ​ກອງ​ປະຊຸມ​ປຶ​ກສາ​ຫາລື ກ່ຽວ​ກັບ
ການ​ສ້າງ​ເຂື່​ອນ​ໄຊ​ຍະ​ບູລີ ​ເຖິງ​ແມ່ນ​ໄດ້​ມີ​ການ​ຮຽກຮ້ອງ​ໃຫ້​ໂຈະ​ໂຄງການ​ກໍ່ສ້າງ​ໄວ້ ​ເພື່ອ
ລໍຖ້າ​ກາ​ນຕີ​ລາຄາ​ຜົນ​ເສຍ​ຫາຍ​ຕໍ່​ສິ່ງ​ແວດ​ລ້ອມ​ໂດຍ​ເຕັມ ​ແລະ​ມີ​ການ​ຕ້ອງ​ຕິ​ຈາກ ນາໆ
ຊາດ​ກໍ​ຕາມ. ສະຫະລັດ​ແມ່ນ​ໜຶ່ງ​ໃນຫລາຍໆ​ປະ​ເທດ​ຄູ່​ຮ່ວມ​ງານ​ກັບ MRC ທີ່​ໄດ້​ເຕືອນ
ກ່ຽວ​ກັບ​ຜົນ​ເສຍ​ຈາກ​ການ​ພັດທະນາ​ເຂື່ອນ​ໄຊ​ຍະ​ບູລີ​ນັ້ນ.

ແຜນທີ່ ບ່ອນຈະສ້າງເຂື່ອນ ດອນສະຫົງ
ແຜນທີ່ ບ່ອນຈະສ້າງເຂື່ອນ ດອນສະຫົງ

ບັນດາ​ນັກ​ປົກ​ປ້ອງ​ສິ່ງ​ແວດ​ລ້ອມ​ກ່າວ​ວ່າ ການ​ສ້າງ​ເຂື່ອນ
​ດອນ​ສະ​ຫົງ ຢູ່ໃນ​ເຂດ​ສຳຄັນ​ທີ່​ມີ​ນ້ຳ​ໄຫລລົງ​ມາ​ເປັນ​ຊັ້ນໆ
ຂອງ​ແມ່​ນ້ຳຂອງ ຈະ​ສົ່ງ​ຜົນ​ກະທົບ​ໂດຍ​ກົງ ຕໍ່​ການ​ຍ້າຍ​ຖິ່ນ
​ຂອງປາ ຊຶ່ງ​ມີ​ຄວາມ​ສຳຄັນ​ທີ່​ສຸດ​ໃນ​ລະດູ​ແລ້ງ ​ແລະ​ຈະເປັນ
​ໄພ​ຂົ່ມຂູ່​ຕໍ່ປາ​ໂລມາ ພັນ​ອີຣາວະ​ດີຈຸ​ສຸດ​ທ້າຍທີ່​ຍັງ​ເຫລືອ​ຢູ່
​ໃນລະບົບ​ແມ່​ນ້ຳຂອງນັ້ນ.

ປະຊາຊົນ​ຫລາຍ​ລ້ານ​ຄົນ ຮວມທັງ​ພວກ​ທີ່​ອາ​ໄສ​ຢູ່ໃກ້​ບຶງ
ທະ​ເລ​ສາບ ຂອງ​ກຳປູ​ເຈຍ ​ແມ່ນກາງ​ຕໍ່ປາເປັນແຫ​ລ່ງ​
ໂປຣຕິນ. ການ​ສຶກສາ​ບັ້ນ​ໜຶ່ງ​ຂອງ MRC ​ເຕືອນ​ວ່າ ການ​ສ້າງ​ເຂື່ອນໃສ່​ຕອນ​ລຸ່ມ​ຂອງ
​ແມ່​ນ້ຳຂອງ ​ອາດ​ຈະເຮັດໃຫ້ປະລິມານ​ປາ​ໃນທະ​ເລ​ສາບ ຫລຸດ​ນ້ອຍ​ລົງຮອດ 3 ​ແສນ
​ແມັດ​ກ້ອນ​ຕໍ່​ປີ​ໄດ້ ຊຶ່ງ​ຈະ​ສ້າງ​ຄວາມ​ລຳບາກ​ຍາກ​ແຄ້ນ​ ໃຫ້​ແກ່ບັນດາ​ຊຸມ​ຊົນ.

ທ່ານ​ນາງ Trandem ກ່າວ​ວ່າ ນັ້ນ​ກໍ​ເປັນ​ອີກເຫດຜົນ​ໜຶ່ງທີ່​ຄວນ​ຍຸດຕິການ​ສ້າງ​ເຂື່ອນ​ນີ້.

ທ່ານ​ນາງ Trandem ​ເວົ້າ​ວ່າ “​ເປັນ​ທີ່​ແຈ່ມ​ແຈ້ງວ່າ ອັນ​ນີ້ຄືເຂື່ອນ​ໜຶ່ງທີ່​ບໍ່​ຄວນ​ສ້າງ
​ຂຶ້ນ​ເລີຍ. ​ໂດຍ​ພື້ນຖານ​ແລ້ວ ​ເຂື່ອນ​ດອນ​ສະ​ຫົງ​ແມ່ນເປັນການ​ຫລິ້ນ​ພະນັນ​ກັບ
ອະນາຄົດ​ຂອງ​ແມ່​ນ້ຳຂອງ. ມັນ​ຈະສ້າງ​ຂຶ້ນຢູ່​ໃນ​ຈຸດ​ທີ່ເສຍ​ຫາຍ​ທີ່​ສຸດ ​ເພາະວ່າ​
ມັນ​ເປັນ​ຈຸດສຸມ​ຂອງ​ການ​ຍ້າຍ​ຖິ່ນ​ຂອງ​ປາ ຢູ່ໃນ​ແມ່​ນ້ຳຂອງ.”

ຫວຽ​ດນາມກໍ​ໄດ້ກົດ​ດັນ​ລາວ ກ່ຽວ​ກັບ​ພວກ​ເຂື່ອນ​ເຫລົ່າ​ນີ້ ​ໂດຍ​ສະ​ເພາະເລື່ອງ​ຜົນ​ກະທົບ
ຕໍ່​ເຂດ​ສາມຫລ່ຽມ​ປາກ​ແມ່​ນ້ຳ​ຂອງ ອັນ​ເປັນ​ເຂດສຳຄັນ​ເພາະວ່າ​ເປັນ ‘ອູ່​ເຂົ້າ’ ຂອງ​ປະ​ເທດ
ແລ​ະ​ເປັນ​ຖິ່ນ​ຢູ່​ອາ​ໄສ​ຂອງປະ​ຊາຊົນ​ເຖິງ 20 ລ້ານ​ຄົນ. ບັນດາ​ກຸ່ມ​ປົກ​ປ້ອງ​ສິ່ງ​ແວດ​ລ້ອມ​ຢູ່ໃນຫວຽດນາມ​ ​ໄດ້​ກ່າວ​ຢູ່​ໃນ​ການ​ປຸກລະດົມ​ຫລາຍ​ຄັ້ງ​ຫລາຍ​ຫົນ​ວ່າ ການ​ລົບ​ກວນ​ທາງ
ໄຫລ​ຂອງ​ນ້ຳ ຈະ​ສົ່ງ​ຜົນ​ກະທົບ​ຕໍ່ອາຫານຂອງ​ດິນ ແລະ​ຈະ​ເຮັດ​ໃຫ້​ນ້ຳ​ມີ​ຄວາມ​ເຄັມ​ຫລາຍ
ຂຶ້ນ ຍ້ອນ​ນ້ຳ​ທະ​ເລ​ທີ່​ລຸກ​ລ້ຳ​ເຂົ້າມາ​ນັ້ນ.

ທ່ານ Carl Thayer ນັກ​ລັດຖະສາດ​ການ​ເມືອງ ທີ່​ມະຫາວິທະຍາ​ໄລ New South Wales
ຂອງ​ອອສ​ເຕຣ​ເລຍ ກ່າວ​ວ່າ ຄາດ​ວ່າ ຄວາມເຄັ່ງ​ຕຶງລະຫວ່າງລາວ​ກັບ​ຫວຽດນາມ ຈະ​ເພີ້​ມ
ສູງ​ຂຶ້ນ​ໃນ​ຂະນະ​ທີ່​ວຽງຈັນ​ດຳ​ເນີນ​ການ​ ໄປ​ຕາມ​ແຜນ​ທີ່​ຈະ​ສ້າງ​ເຂື່ອນ​ດອນ​ສະ​ຫົງ​ນັ້ນ.

ທ່ານ Thayer ກ່າວ​ວ່າ “ມັນ​ຈະ​ເປັນ​ການ​ທົດ​ສອບ ຄວາມ​ສຳພັນ​ລະຫວ່າງ​ພັກ​ກັບ​ພັກ
ທີ່​ຮຸ​ນ​ແຮງ​ສົມຄ​ວນ ລະຫວ່າງ​ລາວ​ກັບ​ຫວຽດ ນາມ​ນັ້ນ. ນອກ​ນັ້ນ​ແລ້ວ ກໍ​ຍັງ​ເປັນ​ເວລາ
​ທີ່​ບໍ່​ດີ​ສຳ​ຫລັບ​ລາວ ​ເພາະວ່າ ຍັງ​ອີກ​ປີ​ດຽວ​ກໍ​ຈະ​ເຖິງ​ເວລາ​ຈັດ​ກອງ​ປະຊຸມ​ຫລວງ​ຂອງ
ພັກ​ຄອມ​ມິ​ວນິສ ຫວຽດນາມ ​ແລະ​ກໍ​ຈະ​ເປັນ​ກອງ​ປະຊຸມ​ຄົບ​ຄະນະ ທີ່​ມີຄວາມ​ຮູ້ສຶກ​
ຊາດນິຍົມ​ຢ່າງ​ແຮງ​ກ້າ​ສົມຄວນ​ຢູ່​ໃນ​ຫວຽ​ດນາມ ຊຶ່ງ​ເຫດຜົນ​ທີ່​ເຂົາ​ເຈົ້າ​ຕ້ອງການ ກໍ​
ພຽງ​ແຕ່​ໃຫ້ ​ຊີວິດ​ການ​ເປັນ​ຢູ່​ຂອງ​ພວກ​ຊາວນາ ຢູ່​ໃນ​ເຂດ​ປາກ​ແມ່​ນ້ຳ​ຂອງ ຖືກ​ກະທົບ
ເທົ່າ​ນັ້ນ​ແຫລະ.”

ຫລັງ​ຈາກ​ກອງ​ປະຊຸມ​ເທື່ອ​ນີ້​ແລ້ວ ຫວຽດນາມ​ຈະ​ເປັນ​ປະ​ເທດ​ຕໍ່​ໄປ ທີ່​ຈະ​ຈັດ​ກອງ​ປະຊຸມ
ປຶກສາ​ຫາລື​ລະດັບ​ຊາດ​ຂຶ້ນ ກ່ຽວ​ກັບ​ໂຄງການ​ນີ້. ​ແລະ​ໃນ​ເດືອ​ນມັງກອນ​ປີໜ້າ ບັນດາ
ຄະນະ​ກຳມະການ​ຮ່ວມຂອງລັດຖະບານ​ຂອງ​ປະ​ເທດ​ທັງ​ສີ່ ກໍ​ຈະປະຊຸມ​ກັນ ​ແລະ​ຄາດ​ວ່າ
ຈະ​ອອກ​ຄຳ ຖະ​ແຫລ​ງຢ່າງ​ເປັນ​ທາງ​ການ ກ່ຽວ​ກັບ​ທ່າ​ທີ​ຂອງ​ກຸ່ມໃນ​ເລື່ອງ​ໂຄງການເຂື່ອນ
ດອນ​ສະ​ຫົງນີ້.

ນັກວິທະຍາສາດເວົ້າວ່າ ການປ່ຽນແປງຂອງດິນຟ້າອາກາດ ແລະການສ້າງເຂື່ອນໃສ່ ແມ່ນ້ຳຂອງ ເປັນໄພຂົ່ມຂູ່ຕໍ່ການເປັນຢູ່ ຂອງປະຊາຊົນຫລາຍລ້ານຄົນ:

Scientists say Climate Change, Dams Threaten Mekong Livelihoods
please wait

No media source currently available

0:00 0:03:00 0:00
ລິງໂດຍກົງ


XS
SM
MD
LG