ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ພວກອະນຸລັກສິ່ງແວດລ້ອມເວົ້າວ່າ: ຊີວິດຂອງຄົນ ແລະສັດແມ່ນຂຶ້ນກັບການຟື້ນຟູຄືນປ່າໄມ້ໃນໂລກ


ພາບຖ່າຍເທິງອາກາດສະແດງໃຫ້ເຫັນເຂດປ່າໄມ້ທີ່ຖືກທໍາລາຍ ຢູ່ປ່າດົງອາເມຊອນ (Amazon) ໃກ້ກັບເມືອງ Velho, ໃນລັດ Rondonia ຂອງປະເທດບຣາຊີລ (ວັນທີ 17 ກັນຍາ, 2019)
ພາບຖ່າຍເທິງອາກາດສະແດງໃຫ້ເຫັນເຂດປ່າໄມ້ທີ່ຖືກທໍາລາຍ ຢູ່ປ່າດົງອາເມຊອນ (Amazon) ໃກ້ກັບເມືອງ Velho, ໃນລັດ Rondonia ຂອງປະເທດບຣາຊີລ (ວັນທີ 17 ກັນຍາ, 2019)

ໃນການສະເຫຼີມສະຫຼອງວັນປ່າໄມ້ສາກົນ, ນັກອະນຸລັກສິ່ງແວດລ້ອມທັງຫລາຍກຳລັງຮຽກຮ້ອງໃຫ້ມີການຟື້ນຟູປ່າໄມ້ ແລະລະບົບຊີວະນາໆພັນທີ່ໃຫ້ຊີວິດແກ່ພວກມັນເຊິ່ງພວກເຂົາເຈົ້າເວົ້າວ່າ ກຳລັງຕົກຢູ່ໃຕ້ໄພຂົ່ມຂູ່ ທີ່ນັບມື້ນັບ ເພີ່ມຂຶ້ນຈາກການຂຸດຄົ້ນປ່າໄມ້ທີ່ຜິດກົດໝາຍນັ້ນ ຄືນມາ. Lisa Schlein ມີລາຍງານ ຈາກເຈນີວາມາຫາວີໂອເອ ຊຶ່ງບົວສະຫວັນຈະນໍາມາສະເໜີທ່ານໃນອັນດັບຕໍ່ໄປ.

ປ່າໄມ້ແມ່ນປອດຂອງໜ່ວຍໂລກ. ມັນຊ່ວຍສະໜອງອາກາດໃຫ້ພວກເຮົາຫາຍ ໃຈໄດ້ ແລະມີບົດບາດສຳຄັນ ໃນການສະໜອງນໍ້າສະອາດ ໃຫ້ພວກເຮົາ. ອົງ ການສະຫະປະຊາຊາດລາຍງານວ່າ ຫລາຍກວ່ານຶ່ງຕື້ຄົນແມ່ນກາງຕໍ່ອາໄສອາ ຫານທີ່ມາຈາກປ່າໄມ້ ແລະປະຊາຊົນ 2 ພັນ 4 ລ້ານຄົນແມ່ນໃຊ້ຟືນແລະຖ່ານດັງເພື່ອປຸງແຕ່ງອາຫານປະຈຳວັນ.

ນອກຈາກນັ້ນ, ສຸຂະພາບຂອງໂລກ ສ່ວນໃຫຍ່ແມ່ນອີງອາໄສຕໍ່ສິ່ງທີ່ເອີ້ນວ່າຮ້ານຂາຍຢາສີຂຽວຂອງປ່າໄມ້. ອົງການສະຫະປະຊາຊາດລາຍງານວ່າມີຢາຫລາຍເຖິງ 25 ເປີເຊັນຂອງຢາທັງໝົດໃນປະເທດທີ່ພັດທະນາແລ້ວ ແລະ 80 ເປີເຊັນຂອງຢາທັງໝົດໃນປະເທດທີ່ກຳລັງພັດທະນາແມ່ນຢາທີ່ອີງໃສ່ພືດ.

ແຕ່ໜ້າເສຍດາຍ, ອົກຊີເຈນທີ່ເຮັດໃຫ້ 80 ເປີເຊັນຂອງພືດພັນ ແລະສັດທີ່ຮູ້ຈັກກັນທັງໝົດຢູ່ເທິງໂລກສາມາດຍັ້ງຊີບໄດ້ນັ້ນ ແມ່ນກຳລັງຖືກໄພຂົ່ມຂູ່.

ທ່ານນາງແມັດ ວີລຄີ (Mette Wilkie), ຜູ້ອຳນວຍການປ່າໄມ້ຂອງອົງການອາຫານ ແລະການກະເສດກ່າວວ່າ ປ່າໄມ້ແລະຊີວະນາໆພັນ ທີ່ມີຢູ່ແມ່ນມີຄວາມສ່ຽງຈາກການກະທຳທີ່ຈະຫັນປ່ຽນທີ່ດິນໄປສູ່ການເຮັດກະສິກຳ ແລະການ ນຳໃຊ້ທີ່ເປັນການຂຸດຄົ້ນອື່ນໆ.

ທ່ານນາງວີລຄີ (Wilkie) ກ່າວວ່າ:
“ໃນແຕ່ລະປີ, ໂລກໄດ້ສູນເສຍປ່າໄມ້ໄປຫລາຍກວ່າ 10 ລ້ານເຮັກຕາ. ນັ້ນແມ່ນເນື້ອທີ່ ທີ່ໃຫຍ່ປະມານສອງເທົ່າຂອງປະເທດຄັອສຕາຣິກາ. ສິ່ງນີ້ມີຜົນກະທົບທາງລົບຕໍ່ສະພາບອາກາດ, ຊີວະນາໆພັນແລະຄົນ. ພວກເຮົາຮູ້ວ່າການຕັດໄມ້ທຳລາຍປ່າ ແລະການເຊື່ອມໂຊມຂອງດິນໄດ້ສົ່ງຜົນກະທົບຕໍ່ຄວາມສະ ຫວັດດີພາບຂອງພົນລະເມືອງຢ່າງໜ້ອຍ 3 ພັນ 200 ລ້ານຄົນ ໃນທົ່ວໂລກ ແລະເຮັດໃຫ້ມີຜົນເສຍຫາຍຫຼາຍກ່ວາ 10 ເປີເຊັນຂອງ GDP ຂອງໂລກຕໍ່ປີ ໃນການສູນເສຍການບໍລິການໃນລະບົບນິເວດໄປ.”

ທ່ານນາງວີລຄີ (Wilkie) ກ່າວຕໍ່ໄປວ່າ ນຶ່ງໃນສາມຂອງການລະບາດຂອງພະຍາດຕິດແປດ ທີ່ກຳລັງເກີດຂຶ້ນແມ່ນຕິດພັນໂດຍກົງກັບການປ່ຽນແປງການນຳໃຊ້ທີ່ດິນ ເຊັ່ນການຕັດໄມ້ທຳລາຍປ່າ ແລະການເຮັດໃຫ້ປ່າໄມ້ແຍກອອກຢ່າງກະແຈກກະຈາຍກັນຢູ່. ທ່ານນາງເຕືອນວ່າ ຄວາມສ່ຽງຂອງການລະບາດຂອງພະຍາດອັນໃໝ່ ຈະສືບຕໍ່ເພີ້ມຂຶ້ນເລື້ອຍໆ ຖ້າໂລກຫາກສືບຕໍ່ດຳເນີນທຸລະກິດຕາມປົກກະຕິຢູ່.

ທ່ານນາງວີລຄີ (Wilkie) ກ່າວດັ່ງນີ້:
“ສາເຫດທີ່ເຮັດໃຫ້ເປັນເຊັ່ນນັ້ນ ກໍເພາະວ່າ ພວກເຮົາກຳລັງລົບກວນບ່ອນຢູ່ອາໄສຂອງສັດປ່າບາງຊະນິດທີ່ບັນຈຸພະຍາດສັດປ່າຕ່າງໆ ຊຶ່ງໝາຍຄວາມວ່າ ພວກເຮົາກຳລັງມີຄວາມສ່ຽງເພີ້ມຂຶ້ນຈາກການແຜ່ຜາຍຂອງພະຍາດອອກມາຈາກສັດປ່າໄປຫາ- ຄົນໂດຍກົງ ຫລືໄປຫາສັດລ້ຽງ ແລະຫລັງຈາກນັ້ນກໍໄປຕິດໃສ່ຄົນ. ສະນັ້ນການປ່ຽນແປງທຳມະຊາດຂອງປ່າໄມ້ ແລະການຫຼຸດຜ່ອນທີ່ຢູ່ອາໄສຂອງພວກມັນເຮັດໃຫ້ພວກເຮົາກຳລັງເຮັດໃຫ້ມີຄວາມສ່ຽງເພີ້ມຂຶ້ນ.”

ທ່ານນາງວີລຄີກ່າວອີກວ່າ ສະຖານະການນີ້ສາມາດຕ່າວປີ້ນຄືນໄດ້ໂດຍການຫຼຸດຜ່ອນລະດັບການທຳລາຍປ່າໄມ້ແລະການລົງທຶນທີ່ຈຳເປັນເພື່ອຟື້ນຟູປ່າໄມ້ເພື່ອໃຫ້ມີສຸຂະພາບດີ. ທ່ານນາງກ່າວມ້ວນທ້າຍວ່າ ການກະທຳດັ່ງກ່າວ ສາ ມາດປະກອບສ່ວນເຂົ້າໃນການຟື້ນຄືນ ຂອງເສດຖະກິດ ໃນໄລຍະຫຼັງການລະ ບາດຂອງພະຍາດໂຄວິດ-19 ໄດ້ ແລະຊ່ວຍໃຫ້ປະເທດຕ່າງໆ ຫຼຸດຜ່ອນແລະ ປັບຕົວເຂົ້າກັບຜົນກະທົບຈາກການປ່ຽນແປງຂອງດິນຟ້າອາກາດໄດ້.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG